ແຟຊັ່ນ

ຟື້ນຟູຊຸດອາພອນ ຫວຽດ ໃນສະໄໝລາຊະວົງ ຫງວຽນ

ການ​ຟື້ນ​ຟູ​ຊຸດ​ອາພອນຂອງຄົນ​ ຫວຽດ ໃນ​ສະ​ໄໝ​ລາຊະວົງ ຫງວຽນ​ ນຳ​ມາ​ໃຫ້​ຄົນ​ລຸ້ນ​​ປັດຈຸ​ບັນ​ມີ​ລັກສະນະ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເປັນ​ເອກະລັກ​ຂອງ​ຊາດ.
 

ການ​ອອກ​ແບບ​ຊຸດ​ອາພອນ​ຂອງຄົນ​ ຫວຽດ ​ໃນ​ສະ​ໄໝ​ລາຊະວົງ​ຫງວຽນ​ ໄດ້​ຮັບ​ການ​ອອກແບບ​ໂດຍ 2 ຍີ່​ຫໍ້ ຖຸຍຈຸງຫງວຽດ ​ແລະ ດ້າຍນາມເຈິນແອັງ ສ້າງ​ຕັ້ງ​ໂດຍ​ນາງ ຫງວຽນ​ທິກວິ່ງງາ, ນາງ ງາກ່າວ​ວ່າ: “ຂ້າພະ​ເຈົ້າ​ບໍ່​ແມ່ນ​ນັກ​ອອກ​ແບບ​ຊຸດ​ອາພອນ​ຂອງ​ຫວຽດນາມ, ສິ່ງ​ທີ່​ຂ້າພະ​ເຈົ້າ​ເຮັດ​ແມ່ນ​ພຽງ​ແຕ່​ຊອກ​ຫາ​ອະດີດ, ຫວນ​ຄືນ​ບັນດາ​ຮູບ​ແບບ​ຊຸດ​ອາພອນ​ຂອງ​ ຫວຽດນາມ. ແຕ່ວ່າ, ຂ້າ​ພະ​ເຈົ້າ​ຍັງ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ຟື້ນ​ຟູ​ບາງ​ສ່ວນ​ບຸກ​ຄົນ​ເຊັ່ນ: ​ຮູບ​ແບບ​ສີ, ການ​ອອກ​ແບບ…”.

ຜົນ​ຂອງ​ໂຄງການ​ດັ່ງກ່າວ​ແມ່ນ​ງານ​ວາງສະ​ແດງ “ຊຸດ​ອາພອນ​ຂອງຄົນ ຫວຽດ ໃນ​ສະໄໝລາຊະວົງ ຫງວຽນ” ​ໄດ້​ຈັດຂຶ້ນຢູ່​ Mu Lala Art Space (ຮ່າ​ໂນ້ຍ). ງານ​ວາງ​ສະ​ແດງ​ໄດ້​ນຳ​ເອົາບັນດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ການ​ຄົ້ນ​ຄ​ວ້າ​ສ່ວນ​ຕົວ​ກໍ່ຄືການຮ່ວມມື ຂອງ​ນາງ ຫງວຽນ​ທິ​ກວິ່ງງາ ກ່ຽວ​ກັບ​ເຄື່ອງ​ນຸ່ງ​ຂອງຄົນ ​ຫວຽດ​ ໃນ​ສະ​ໄໝ​ລາດ​ຊະ​ວົງ ຫງວຽນ. ຢູ່​ທີ່​ນີ້, ຜູ້​ຊົມ​ຈະໄດ້ຊົມ​​ບັນດາ​ຜະລິດ​ຕະພັນ​ທີ່​ຄົ້ນ​ຄວ້າ ​ແລະ ຄຸ້ມ​ຄອງ​ໂດຍ​ ຖຸຍຈຸງຫງວຽດ ​ແລະ ​ດ້າຍນາມເຈິນແອັງ. 

 

ພາຍໃນ​ງານ​ວາງສະ​ແດງ, ​ສິ່ງທີ່ໜ້າສົນໃຈແມ່ນ ​ເສື້ອ​ເຊີດ​ເຍິດບິ່ງ​ຂອງ​ທ່ານນາງ ​ຟານ​ທິ​ຕຽບ, ​ເພິ່ນແມ່ນ​ພັນລະຍາ ຂອງ ​ໜຶ່ງ​ໃນ 4 ​ເສົາ​ຄ້ຳ​ຂອງ​ລາຊະວົງ ຫງວຽນ - ທ່ານ​ ກາວ​ຊວນ​ຢຸກ (1843-1923). ເສື້ອ​ຜ້າ​ຊຸດນີ້​ແມ່ນ​ຊຸດ​ທີ່ລາຊະວົງ ຫງວຽນ ​ໄດ້​ມອບ​ໃຫ້​ເພິ່ນ​ໃນ​ເວລາ​ທີ່​ເພິ່ນ​ຖືກ​ແຕ່ງ​ຕັ້ງ​ເປັນພັນລະຍາ ຜູ້ມີຍົດສັກສູງສຸດ. ລວດລາຍ​ເທິງ​ເສື້ອ​ແມ່ນ​ເພິ່ນ​ໄດ້​ອອກ​ແບບ​ດັ້ງ​ເດີມ ​ແລະ ​ໄດ້​ຖັກ​ແສ່ວ​ຢູ່​ຕ່າງປະ​ເທດ, ​ແລ້ວ​ສົ່ງ​ໄປ​ຫວຽດນາມ ​ເພື່ອ​ປະຕິບັດ. ສ່ວນ​​ຄໍເສື້ອ, ລາຊະວົງ ຫງວຽນ​ໄດ້​ສັ່ງ​ໃຫ້​ນັກ​ຖັກ​ແສ່ວ​ຢູ່​ພາກ​ເໜືອ​ດັດແປງ ແລະ ຫຍິບ​ໃສ່​ເສື້ອ​ເຍິດບິ່ງ.

 

ນອກຈາກນັ້ນ, ຜູ້ຊົມຍັງສາມາດເຂົ້າໃຈຕື່ມອີກກ່ຽວກັບ ຊຸດອາພອນຂອງລາຊະວົງ ຫງວຽນ ໂດຍຜ່ານບັນດາຜະລິດ ຕະພັນຂອງ ກວິ່ງງາຫງວຽນ ໄດ້ຮ່ຳຮຽນ ແລະ ຟື້ນຟູ, ມີການສົມທົບກັນຂອງວັດທະນະທຳພື້ນເມືອງ ແລະ ບຸກຄະລິກລັກສະນະປະດິດສ້າງໃໝ່. ເສື້ອ​ເຊີດ​ທີ່​ນາງ​ໄດ້​ອອກ​ແບບ​ໃໝ່​ບໍ່​ແມ່ນ​ຄໍ​ແບບ​ດັ້ງ​ເດີມ​ທີ່​ຫຍິບ​ເປັນ​ຮູບ​ວົງ​ມົນ, ​ແຕ່​ເປັນ​ຄໍ​ທີ່​ທັນ​ສະ​ໄໝ. ນີ້​ແມ່ນ​ລາຍ​ລະອຽດ​ທີ່​ໄດ້​ປ່ຽນ​ແປງ​ທັດສະນະ​ຂອງ​ຊາວ ຫວຽດນາມ ກ່ຽວ​ກັບ​ຄວາມ​ສວຍ​ງາມ​ໃນ​ຊຸມ​ປີ 30 ຂອງ​ສະຕະວັດ​ທີ່​ຜ່ານ​ມາ, ​ເມື່ອ​ການ​ຮຸກ​ຮານ​ຂອງ​ຕາ​ເວັນ​ຕົກ​ໄດ້​​ແຊກ​ແຊງ​ດ້ານ​ວັດທະນະທຳ.


ຢູ່​ທີ່​ງານ​ວາງສະ​ແດງ ກວິ່ງງາ ຍັງ​ໄດ້​ວາງສະ​ແດງ​ວັດຖຸ​ບູຮານ​ຂອງ​ລາຊະວົງ ຫງວຽນ​ຈຳນວນ​ໜຶ່ງ, ​ໃນ​ນັ້ນມີ ຫວີ, ປອກ​ແຂນ, ​ຄັນ​ຮົ່ມ​ທີ່​ນາງ​ຕ້ອງ​ໄດ້​ໃຊ້​ເວລາ​ຫຼາຍ​ໃນ​ການ​ຄົ້ນຄວ້າ ​ແລະ ເກັບ​ຮວບຮວມ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ

top