ຜູ້ທີ່ເຮັດໃຫ້ຕຸກກະຕາມີຊີວິດຊີວາ
ເກີດຢູ່ໝູ່ບ້ານ ແທັກເທີດ (ຮ່າໂນ້ຍ) ທີ່ເຕັມໄປດ້ວຍຕໍານານ ຕຸກ ກະຕາ ບູຮານ, ນັກສິລະປິນດີເດັ່ນ ຈູເລື້ອງ ໄດ້ດຳລົງຊີວິດຢູ່ກັບ ຕຸກກະຕາ ແຕ່ຍັງນ້ອຍ. ພາຍຫຼັງ 20 ປີ ເຄື່ອນໄຫວ ຢູ່ເຂດຊົນນະ ບົດພາກເໜືອ ເພື່ອເຮັດວຽກພາກສະໜາມ, ເພິ່ນໄດ້ກາຍເປັນໜຶ່ງໃນບັນດານັກສະສົມ ຕຸກກະຕາ ແລະ ສະສົມວັດທະນະທຳ ລະ ຄອນ ຕຸກກະຕານໍ້າ ທີ່ມີຊື່ສຽງທີ່ສຸດຢູ່ ຫວຽດນາມ.
ບັນດາຕຸກກະຕາ ທີ່ໜ້າຮັກ, ຟອງນ້ຳ ແລະ ສຽງກອງທີ່ດັງກ້ອງ ກັງ ວານ ສ້າງຄວາມນຶກຄິດເຖິງເຂົ້ານາ ໃນຈິດວິນຍານຂອງນັກສິລະປິນ ດີເດັ່ນ ຈູເລື້ອງ. ບັນດາຮູບພາບ, ສຽງດົນຕີ, ຄວາມຟົດຟື້ນໃນງານບຸນ ທີ່ດັງກ້ອງກັງວານນັ້ນ ເຮັດໃຫ້ທ່ານ ຈູເລື້ອງ ບໍ່ສາມາດຢູ່ຫ່າງໄກຈາກ ຕຸກກະຕາ ທີ່ແປກປະຫຼາດເຫຼົ່ານັ້ນ.
ໃນບັນດາຊຸດສະສົມຕຸກກະຕາ ຂອງເພິ່ນ ໄດ້ເຕົ້າໂຮມເອົາ ຕຸກກະ ຕານ້ຳ ຂອງ ພາກເໜືອ ຂ້ອນຂ້າງສົມບູນ. ມີຕົວລະຄອນຕຸກກະຕານ້ຳ ຫຼາຍພັນຕົວ ແລະ ຍັງມີເກມ ທີ່ບໍ່ສາມາດພັນລະນາໄດ້ ອີກຢ່າງຫຼວງຫຼາຍ.
ນັກສິລະປິນດີເດັ່ນ ຈູເລື້ອງ ໃຫ້ຮູ້ວ່າ “ຕຸກກະຕາ ນັ້ນແມ່ນລຽບງ່າຍຫຼາຍ, ລຽບງ່າຍ ຈົນເຮົາເຫັນທຸກໆ ມື້ ແຕ່ໜ້ອຍຄົນຈະໃຫ້ຄວາມສົນໃຈ ແລະ ມີຄົນຈຳນວນບໍ່ໜ້ອຍ ຄິດວ່າ ນັ້ນແມ່ນຄວາມງາມ ຂອງຊີວິດ ທີ່ພວກເຮົາຂາດຫາຍໄປ, ແຕ່ບໍ່ຮັບຮູ້”.
ເພາະສະນັ້ນ, ເພິ່ນໄດ້ຕັດສິນໃຈຟື້ນຟູ ຕົວລະຄອນ ຕຸກກະຕານ້ໍາ ຄືນມາ. ບຸກຄະລິກ ແລະ ເລື່ອງລາວ ຂອງຕົວລະຄອນ ຕຸກກະຕານ້ຳ ໄດ້ຖືກເກັບກຳ. ເພິ່ນໄດ້ໄປສຶກສາບັນດາໝູ່ບ້ານບູຮານເກືອບ 200 ແຫ່ງຢູ່ພາກເໜືອ, ຊອກຫາໃບໜ້າຂອງຊາວກະສິກອນທີ່ລຽບງ່າຍ.
ແມ່ນໃບໜ້າທີ່ລຽບງ່າຍ ຢູ່ເຂດຊົນນະບົດ ທາງພາກເໜືອ ທີ່ໄດ້ເຊີດຊູຈິດວິນຍານ ຂອງຕຸກກະຕານໍ້າ ແລະ ນັກສິລະປິນ ດີເດັ່ນ ຈູເລື້ອງ ໄດ້ຮັກສາໃບໜ້າເຫຼົ່ານັ້ນ. ດ້ວຍຄວາມຮູ້ກ່ຽວກັບຕຸກກະຕານ້ຳ ຢ່າງອຸດົມສົມບູນ, ນັກສິລະປິນດີເດ່ັນ ຈູເລື້ອງ ໄດ້ຟື້ນຟູຄືນ ບົດລະຄອນຕຸກກະຕານ້ຳ ທີ່ເປັນເອກະລັກສະເພາະຫຼາຍບົດ. ຄວາມຈະເລີນຮຸ່ງເຮືອງ ແມ່ນເຫັນໄດ້ຊັດເຈນໃນຮູບຮ່າງ ແລະ ສີ ສັນ ຂອງຕຸກກະຕາ.
ພິເສດ, ເພິ່ນໄດ້ຟື້ນຟູ ກຸ່ມຕົວລະຄອນຕຸກກະຕານ້ຳ ກ່ຽວກັບອະມະຕະທັງ 4 ຂອງ ຫວຽດນາມ ພ້ອມກັບເຈົ້າຍິງ ດ້າຍຫວຽດ ອີກ 5 ອົງ. ນັກສິລະປິນດີເດັ່ນ ຈູເລື້ອງ ໄດ້ປະສົມຄວາມສວຍງາມຂອງເຈົ້າຍິງ ແລະ ຄວາມງາມຂອງຄວາມໂສກເສົ້າ ເຂົ້າໃນຕົວລະ ຄອນ ຕຸກກະຕານໍ້າ ທີ່ລຽບງ່າຍ. ນອກຈາກບັນດາຕົວລະຄອນທີ່ເປັນເອກະ ລັກສະເພາະເຫຼົ່ານັ້ນ, ນັກສິລະປິນດີເດັ່ນ ຈູເລື້ອງ ຍັງໄດ້ປະດິດສ້າງຮູບຮ່າງຕົວລະຄອນຕ່າງໆ ອີກນັບພັນ. ມັນແມ່ນໃບໜ້າຂອງຊາວກະສິກອນ ທີ່ບໍລິສຸດ ແລະ ງ່າຍດາຍ, ຄືກັບສິລະປະ ຂອງລະຄອນ ຕຸກກະຕານໍ້າ.
ນັກສິລະປິນດີເດັ່ນ ຈູເລື້ອງ ແບ່ງປັນວ່າ: “ສໍາລັບຕຸກກະຕາ ພື້ນເມືອງ, ຂ້າພະເຈົ້າພຽງແຕ່ຢາກສ້າງໂລກແຫ່ງຄວາມຮັກແພງ, ຄວາມໂສກເສົ້າ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມສວຍງາມໃນຊີວິດ ຊາວກະສິກອນ ເທິງຜືນແຜ່ນດິນຂອງເຂົາເຈົ້າ”.