ສິລະປະ

ຜູ້ທີ່ເຮັດໃຫ້ຕຸກກະຕາມີຊີວິດຊີວາ

ເກີດ​ຢູ່​ໝູ່​ບ້ານ​ ແທັກເທີດ (ຮ່າ​ໂນ້ຍ) ທີ່​ເຕັມ​ໄປ​ດ້ວຍ​ຕໍານານ​ ຕຸກ ກະຕາ ບູ​ຮານ​, ນັກ​ສິ​ລະ​ປິນດີເດັ່ນ ຈູເລື້ອງ ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ກັບ​ ຕຸກກະຕາ ແຕ່​ຍັງ​ນ້ອຍ. ພາຍຫຼັງ 20 ປີ​ ​ເຄື່ອນໄຫວ ​ຢູ່​ເຂດ​ຊົນນະ ບົດ​ພາກ​ເໜືອ ​ເພື່ອ​ເຮັດ​ວຽກ​​ພາກ​ສະໜາມ, ເພິ່ນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ນັກ​ສະ​ສົມ ຕຸກກະຕາ ​ແລະ ສະ​ສົມ​ວັດທະນະທຳ ລະ ຄອນ ຕຸກກະຕານໍ້າ ທີ່​ມີ​ຊື່​ສຽງທີ່ສຸດ​ຢູ່​ ຫວຽດນາມ.

ເກີດ​ຢູ່​ໝູ່​ບ້ານ​ ແທັກເທີດ (ຮ່າ​ໂນ້ຍ) ທີ່​ເຕັມ​ໄປ​ດ້ວຍ​ຕໍານານ​ ຕຸກ ກະຕາ ບູ​ຮານ​, ນັກ​ສິ​ລະ​ປິນດີເດັ່ນ ຈູເລື້ອງ ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ກັບ​ ຕຸກກະຕາ ແຕ່​ຍັງ​ນ້ອຍ. ພາຍຫຼັງ 20 ປີ​ ​ເຄື່ອນໄຫວ ​ຢູ່​ເຂດ​ຊົນນະ ບົດ​ພາກ​ເໜືອ ​ເພື່ອ​ເຮັດ​ວຽກ​​ພາກ​ສະໜາມ, ເພິ່ນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ນັກ​ສະ​ສົມ ຕຸກກະຕາ ​ແລະ ສະ​ສົມ​ວັດທະນະທຳ ລະ ຄອນ ຕຸກກະຕານໍ້າ ທີ່​ມີ​ຊື່​ສຽງທີ່ສຸດ​ຢູ່​ ຫວຽດນາມ.

ນັກ​ສິລະ​ປິນ ຈູເລື້ອງ ພ້ອມກັບບັນດາຕົວລະຄອນ ຕຸກກະຕາ ໂດຍ​ເພິ່ນ​ເອງເປັນຜູ້ຜະລິດ. ພາບ: ເອກະສານ

ບັນດາຕຸກກະຕາ ທີ່ໜ້າຮັກ, ຟອງນ້ຳ ແລະ ສຽງກອງທີ່ດັງກ້ອງ ກັງ ວານ ສ້າງຄວາມນຶກຄິດເຖິງເຂົ້ານາ ໃນຈິດວິນຍານຂອງນັກສິລະປິນ ດີເດັ່ນ ຈູເລື້ອງ. ບັນດາຮູບພາບ, ສຽງ​ດົນຕີ, ຄວາມຟົດຟື້ນໃນງານ​ບຸນ​ ທີ່​ດັງ​ກ້ອງ​ກັງວານ​ນັ້ນ ​ເຮັດ​ໃຫ້ທ່ານ ຈູເລື້ອງ ບໍ່​ສາມາດ​ຢູ່​ຫ່າງ​ໄກ​ຈາກ ຕຸກກະຕາ ​ທີ່​ແປກ​ປະຫຼາດ​ເຫຼົ່າ​ນັ້ນ.

ໃນບັນດາຊຸດສະສົມຕຸກກະຕາ ຂອງເພິ່ນ ໄດ້ເຕົ້າໂຮມເອົາ ຕຸກກະ ຕານ້ຳ ຂອງ ພາກເໜືອ ຂ້ອນຂ້າງສົມບູນ. ມີຕົວລະຄອນຕຸກກະຕານ້ຳ ຫຼາຍພັນຕົວ ແລະ ຍັງມີເກມ ທີ່ບໍ່ສາມາດພັນລະນາໄດ້ ອີກຢ່າງຫຼວງຫຼາຍ.

 ນັກສິລະປິນດີເດັ່ນ ຈູເລື້ອງ ໃຫ້ຮູ້ວ່າ “ຕຸກກະຕາ ນັ້ນແມ່ນລຽບງ່າຍຫຼາຍ, ລຽບງ່າຍ ຈົນເຮົາເຫັນທຸກໆ ມື້ ແຕ່ໜ້ອຍຄົນຈະໃຫ້ຄວາມສົນໃຈ ​ແລະ ​ມີ​ຄົນ​ຈຳນວນ​ບໍ່ໜ້ອຍ​ ​ຄິດ​ວ່າ​ ນັ້ນແມ່ນຄວາມ​ງາມ ​ຂອງຊີວິດ​ ທີ່​ພວກ​ເຮົາ​ຂາດຫາຍໄປ, ແຕ່ບໍ່ຮັບຮູ້

ເພາະສະນັ້ນ, ເພິ່ນໄດ້ຕັດສິນໃຈຟື້ນຟູ ຕົວລະຄອນ ຕຸກກະຕານ້ໍາ ຄືນມາ. ບຸກຄະລິກ ແລະ ເລື່ອງລາວ ຂອງຕົວລະຄອນ ຕຸກກະຕານ້ຳ ໄດ້ຖືກເກັບກຳ. ເພິ່ນໄດ້​ໄປ​ສຶກສາ​ບັນດາ​ໝູ່​ບ້ານ​ບູຮານ​ເກືອບ 200 ​ແຫ່ງ​ຢູ່​ພາກ​ເໜືອ, ​ຊອກ​ຫາ​ໃບ​ໜ້າ​ຂອງ​ຊາວ​ກະສິກອນ​ທີ່​ລຽບ​ງ່າຍ.

ແມ່ນ​ໃບ​ໜ້າ​ທີ່​ລຽບ​ງ່າຍ​ ຢູ່​ເຂດ​ຊົນນະບົດ​ ທາງ​ພາກ​ເໜືອ​ ທີ່​ໄດ້​ເຊີດ​ຊູ​ຈິດ​ວິນ​ຍານ​ ຂອງ​ຕຸກກະຕານໍ້າ ​ແລະ ນັກ​ສິລະ​ປິນ ດີເດັ່ນ ຈູເລື້ອງ ​ໄດ້​ຮັກສາ​ໃບ​ໜ້າ​ເຫຼົ່າ​ນັ້ນ. ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ຕຸກ​ກະ​ຕາ​ນ້ຳ ຢ່າງອຸດົມສົມບູນ, ນັກ​ສິ​ລະ​ປິນດີເດ່ັນ ຈູເລື້ອງ ໄດ້​ຟື້ນຟູຄືນ ບົດ​ລະຄອນ​ຕຸກກະຕາ​ນ້ຳ ​ທີ່​ເປັນ​ເອກະລັກສະ​ເພາະ​ຫຼາຍບົດ. ຄວາມຈະເລີນຮຸ່ງເຮືອງ ແມ່ນເຫັນໄດ້ຊັດເຈນໃນຮູບຮ່າງ ແລະ ສີ ສັນ ຂອງຕຸກກະຕາ.


ພິ​ເສດ, ເພິ່ນໄດ້​ຟື້ນ​ຟູ ​ກຸ່ມ​ຕົວລະຄອນຕຸກກະຕາ​ນ້ຳ​ ກ່ຽວ​ກັບ​ອະ​ມະ​ຕະ​ທັງ 4 ຂອງ​ ຫວຽດ​ນາມ ພ້ອມ​ກັບ​ເຈົ້າ​ຍິງ ດ້າຍຫວຽດ ອີກ 5 ອົງ. ນັກ​ສິລະ​ປິນດີເດັ່ນ ຈູ​ເລື້ອງ ​ໄດ້​ປະ​ສົມ​ຄວາມ​ສວຍ​ງາມ​ຂອງ​ເຈົ້າ​ຍິງ ​ແລະ ຄວາມ​ງາມ​ຂອງ​ຄວາມ​ໂສກ​ເສົ້າ​ ເຂົ້າ​ໃນຕົວລະ ຄອນ ຕຸກກະຕານໍ້າ ທີ່​ລຽບ​ງ່າຍ. ນອກ​ຈາກ​ບັນດາ​ຕົວ​ລະຄອນ​ທີ່​ເປັນ​ເອກະ ລັກ​ສະ​ເພາະເຫຼົ່າ​ນັ້ນ, ນັກ​ສິລະ​ປິນດີເດັ່ນ ຈູເລື້ອງ ​ຍັງ​ໄດ້​ປະດິດ​ສ້າງ​ຮູບ​ຮ່າງ​ຕົວ​ລະຄອນ​ຕ່າງໆ​ ອີກນັບ​ພັນ​. ມັນແມ່ນໃບໜ້າຂອງຊາວກະສິກອນ ທີ່ບໍລິສຸດ ແລະ ງ່າຍດາຍ, ຄືກັບສິລະປະ ຂອງລະຄອນ ຕຸກກະຕານໍ້າ. 

ນັກ​ສິລະ​ປິນດີ​ເດັ່ນ ຈູເລື້ອງ ​ແບ່ງປັນ​ວ່າ: ສໍາລັບຕຸກກະຕາ​ ພື້ນ​ເມືອງ, ຂ້າພະ​ເຈົ້າ​ພຽງ​ແຕ່​ຢາກ​ສ້າງ​ໂລກ​ແຫ່ງ​ຄວາມ​ຮັກ​ແພງ, ຄວາມ​ໂສກ​ເສົ້າ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ສວຍ​ງາມ​ໃນ​ຊີວິດ ​ຊາວ​ກະສິກອນ ​ເທິງ​ຜືນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ”. 





ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ -   ແປໂດຍ: ຢືຟຽນ

top