ປູກດອກໄມ້ ໃນຕູ້ແກ້ວ

ທ່ານ ຮວ່າງແອງ ເປັນຜູ້ທ່ີມັກຄົ້ນຄວ້າ ກ່ຽວກັບດອກໄມ້, ເຄີຍ ຊອກຮູ້ ກ່ຽວກັບຄ່ານິຍົມໃນການຫຼິ້ນ Terrarium - ລະບົບນິເວດ ຂະໜາດນ້ອຍ, ຈຳລອງການດຳລົງຊີວິດ ໃນທຳມະຊາດ ໃນຕູ້ ແກ້ວ ແລະ ຄົ້ນພົບໄດ້ວ່າ Wardian Case - ເຂົ້າໃຈແບບງ່າຍໆ ວ່າ ການຈັດດອກໄມ້ ໃນຕູ້ແກ້ວ ແມ່ນຕົ້ນກຳເນີດ ຂອງ Terrarium. ເພິ່ນເລີ່ມຮຽນສິລະປະ ການຈັດດອກໄມ້, ໄດ້ເພື່ອນ ຊາວ ຝຣັ່ງ ແບ່ງປັນຂໍ້ມູນເພີ່ມເຕີມ ແລະ ນັບຕັ້ງແຕ່ນັ້ນມາ ເພິ່ນ ໄດ້ໃຊ້ເວລາສ່ວນຫຼາຍ ໃນການຄົ້ນຄວ້າ ກ່ຽວກັບ ການຈັດດອກ ໄມ້ ໃນຕູ້ແກ້ວ.
ທ່ານ ຮວ່າງແອງ ໃຫ້ຮູ້ວ່າ: “ຍິ່ງຊອກຮູ້ເລິກ, ຂ້າພະເຈົ້າຍິ່ງມີຄວາມປະທັບໃຈ ຕໍ່ຮູບແບບສິລະປະນີ້. ການປັກ ຫຼື ປູກດອກໄມ້ໃນຕູ້ແກ້ວ ແມ່ນປະສົບການທີ່ດຶງດູດໃຈທີ່ສຸດ”.
ພາຍຫຼັງການຄົ້ນຄວ້າ ຊອກຮູ້ເປັນເວລາກວ່າໜຶ່ງປີ, ທ່ານ ຮ່ວາງແອງ ເລີ່ມປະດິດສ້າງຜົນງານ Wardian Case, ດ້ວຍການອອກແບບ ນັບແຕ່ສ່ວນພື້ນຖານ ຄື: ຕູ້ແກ້ວ ກັັບໄມ້, ເຫຼັກ ເຖິງການນຳໃຊ້ດອກໄມ້, ສົມທົບກັບ ໄຄນໍ້າ, ໄມ້ ຢູ່ພາຍໃນເພື່ອສ້າງເປັນຜົນ ງານສິລະປະ ທີ່ເຮັດໃຫ້ຜູ້ຊົມ ມີຄວາມຮູ້ສຶກ ຄືກຳລັງ ໄດ້ຊົມ ປ່າ ດອກໄມ້.
ທ່ານ ຮ່ວາງແອງ ໃຫ້ຮູ້ວ່າ ປູກດອກໄມ້ໃນຕູ້ແກ້ວ ແຕ່ລະອັນ ປຽບ ເໝືອນ ງານສິລະປະ ທີ່ມີຈຸດພິເສດ ແຕກຕ່າງກັບໂຖດອກໄມ້ທົ່ວໄປ. ຖ້າແບບການປັກດອກໄມ້ ໂດຍທົ່ວໄປ ແມ່ນການຈັດຕາມ ເຈດຕະນາທີ່ແນ່ນອນ, Wardian Case ຈະສ້າງຄວາມຮູ້ສຶກ ຄື ດອກໄມ້ກຳລັງເຕີບໃຫຍ່ ຢູ່ໃນທໍາມະຊາດ.
ເພື່ອສ້າງໜຶ່ງຜະລິດຕະພັນ Wardian Case ຈະຕ້ອງໃຊ້ເວລາສົມ ຄວນ ໃນການວາງແຜນ ແລະ ອອກແບບ ຕູ້ແກ້ວ. ນີ້ແມ່ນ ສ່ວນ ທີ່ຈະເຮັດ ດ້ວຍຫຼາຍຮູບຊົງ ແລະ ຂະໜາດ ທີ່ແຕກຕ່າງກັນ ແລະ ເປັນຕົວກໍານົດດ້ານຄວາມງາມ ຂອງ ຜະລິດຕະພັນໃນເວລາ ຈັດ ຢູ່ໃນພື້ນທີ່ດໍາລົງຊີວິດ. ອີງຕາມຄວາມມັກ ຂອງ ລູກຄ້າ, ເພິ່ນຈະ ໃຊ້ວັດສະດຸໂລຫະ ຫຼື ໄມ້ ເພື່ອເຮັດສ່ວນຕູ້ແກ້ວນີ້.
ຂັ້ນຕອນຕໍ່ໄປ, ຂຶ້ນກັບການເລືອກ ຂອງ ຜູ້ຊົມໃຊ້ ທີ່ຈະເລືອກ ປະເພດດອກ ກໍຄືສີຂອງດອກໄມ້ ທີ່ຖືກຈັດຢູ່ຂ້າງໃນ. ຕາມປົກກະຕິ, ແຕ່ລະຜົນງານ ທ່ານ ຮວ່າງແອງ ຈະໃຊ້ດອກໄມ້ ປະມານ 8 ຊະ ນິດ ແລະ ສົມທົບກັບໃບໄມ້ ແລະ ຊັ້ນໄຄນໍ້ານ້ອຍໆ ເພື່ອສ້າງຈຸດ ເດັ່ນ ໃຫ້ຜົນງານຕາມຮູບແບບເດີ່ນສວນ. ມີຫຼາຍ ຜົນງານ ເພິ່ນຕ້ອງໃຊ້ດອກໄມ້ 20 ຫາ 50 ຊະນິດ. ນອກຈາກນໍາໃຊ້ດອກໄມ້ ນຳເຂົ້າແລ້ວ, ທ່ານ ຮ່ວາງແອງ ຍັງມີບັນດາຜົນງານ ນຳໃຊ້ດອກໄມ້ ຫວຽດ, ເໝາະໃນການຊົມໃຊ້ ໃນໂອກາດບຸນເຕັດປະຈຳຊາດ ເຊັ່ນ: ດອກດາເລັຍ, ວີໂອແລັດ, ເບັນຈະມາດຂາວ...
ການໃຊ້ Wardian Cases ເຫຼົ່ານີ້ ປົກກະຕິ ມີເວລາ ແຕ່ 5-7 ມື້ ເທົ່ານັ້ນ ເພາະວ່າດອກໄມ້ທີ່ໃຊ້ແມ່ນດອກໄມ້ສົດ. ແຕ່ດ້ວຍທັດ ສະນະປະດິດສ້າງ ແລະ ຄວາມຮູ້ດ້ານສິລະປະ ເມື່ອສ້າງຜົນງານ, ທ່ານ ຮ່ວາງແອງ ເຫັນວ່າ ຄວາມງາມ ຂອງ Wardian Case ແມ່ນຈຸດເວລາ ທີ່ຜູ້ຊົມຮູ້ສຶກໄດ້ເຖິງຄວາມງາມຂອງ ດອກໄມ້ ແລະ ພືດ ແຕ່ລະຊະນິດ ທີ່ເພິ່ນສ້າງຂຶ້ນ. ດັ່ງນັ້ນ ລາຄາ ຈິ່ງຖືກກໍານົດ ໂດຍ ມູນຄ່າ ທີ່ມອບໃຫ້ກັບຜູ້ຊົມໃຊ້.
ປັດຈຸບັນ ສຳລັບ Wardian, ທ່ານ ຮວ່າງແອງ ມີບັນດາ ຜະລິດຕະ ພັນຄື: Wardian Alfred (ຕູ້ໄມ້); Wardian Offa (ເຮືອນໄມ້); Wardian Egbert (ຫໍຜາສາດໂລຫະ); Wardian Aethelwult (ຫໍຜາສາດໂລຫະຊັ້ນນໍາ); Wardian Little Prince (ຫໍຜາສາດ ຂະໜາດນ້ອຍ).
ເປັນທີ່ຮູ້ກັນວ່າ, ປັດຈຸບັນຢູ່ ຫວຽດນາມ, ຍັງບໍ່ທັນມີໃຜເຮັດວຽກງານປູກດອກໄມ້ຢູ່ໃນຕູ້ແກ້ວ Wardian Case, ສະນັ້ນ ທ່ານ ຮ່ວາງແອງ ພວມເປີດຊຸດຮຽນປັກດອກໄມ້ ສະຫງວນ ໃຫ້ແກ່ຜູ້ຮັກດອກໄມ້ ເພື່ອເຜີຍແຜ່ສິລະປະນີ້ສູ່ມວນຊົນ.
ບົດ: ເງິນຮ່າ- ພາບ: ແຄ໋ງລອງ ແລະ ເອກະສານໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ