ປູກດອກໄມ້ ໃນຕູ້ແກ້ວ

ປູກດອກໄມ້ ໃນຕູ້ແກ້ວ

ທ່ານ ຮວ່າງແອງ ເປັນຜູ້ທ່ີມັກຄົ້ນຄວ້າ ກ່ຽວກັບດອກໄມ້, ເຄີຍ ຊອກຮູ້ ກ່ຽວກັບຄ່ານິຍົມໃນການຫຼິ້ນ Terrarium - ລະບົບນິເວດ ຂະໜາດນ້ອຍ, ຈຳລອງການດຳລົງຊີວິດ ໃນທຳມະຊາດ ໃນຕູ້ ແກ້ວ ແລະ ຄົ້ນພົບໄດ້ວ່າ Wardian Case - ເຂົ້າໃຈແບບງ່າຍໆ ວ່າ ການຈັດດອກໄມ້ ໃນຕູ້ແກ້ວ ແມ່ນຕົ້ນກຳເນີດ ຂອງ Terrarium. ເພິ່ນເລີ່ມຮຽນສິລະປະ ການຈັດດອກໄມ້, ໄດ້ເພື່ອນ ຊາວ ຝຣັ່ງ ແບ່ງປັນຂໍ້ມູນເພີ່ມເຕີມ ແລະ ນັບຕັ້ງແຕ່ນັ້ນມາ ເພິ່ນ ໄດ້ໃຊ້ເວລາສ່ວນຫຼາຍ ໃນການຄົ້ນຄວ້າ ກ່ຽວກັບ ການຈັດດອກ ໄມ້ ໃນຕູ້ແກ້ວ.

ທ່ານ ຮວ່າງແອງ ໃຫ້ຮູ້ວ່າ: “​ຍິ່ງ​ຊອກ​ຮູ້​ເລິກ​, ຂ້າພະ​ເຈົ້າຍິ່ງ​ມີ​ຄວາມ​ປະ​ທັບ​ໃຈ​ ຕໍ່​ຮູບ​ແບບ​ສິລະ​ປະ​ນີ້. ການ​ປັກ ຫຼື ປູກ​ດອກ​ໄມ້​ໃນ​ຕູ້​ແກ້ວ ​ແມ່ນ​ປະສົບ​ການ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ”.

ພາຍຫຼັງ​ການຄົ້ນຄວ້າ ຊອກຮູ້​ເປັນ​ເວລາ​ກວ່າໜຶ່ງປີ, ທ່ານ ຮ່ວາງ​ແອງ ​​ເລີ່​ມປະດິດສ້າງຜົນງານ Wardian Case, ດ້ວຍ​ການ​ອອກ​ແບບ ນັບແຕ່ສ່ວນພື້ນຖານ ຄື: ​ຕູ້ແກ້ວ ກັັບໄມ້, ເຫຼັກ ເຖິງການ​ນຳ​ໃຊ້​ດອກ​ໄມ້, ສົມທົບ​ກັບ ໄຄນໍ້າ, ໄມ້ ​ຢູ່​ພາຍ​ໃນ​ເພື່ອ​ສ້າງ​ເປັນ​ຜົນ ງານ​ສິລະ​ປະ ທີ່ເຮັດໃຫ້ຜູ້ຊົມ ມີຄວາມຮູ້ສຶກ ຄືກຳລັງ ໄດ້ຊົມ ປ່າ ດອກໄມ້.

ທ່ານ ຮວ່າງແອງ ເລືອກໄຄນຳ້ເພື່ອສ້າງພື້ນຖານ ໃຫ້ແກ່ ຜົນງານ. ພາບ: ແຄ໋ງລອງ/VNP

ອີງ​ຕາມການສັ່ງ ຂອງ​ ລູກ​ຄ້າ​, ທ່ານ ຮວ່າງ​ແອງ ຈະ​ມີ​ແບບ ການ​ປັກ​ດອກ​ໄມ້​ ທີ່​ແຕກ​ຕ່າງ​ກັນ. ພາບ: ແຄ໋ງລອງ/VNP
ດ້ວຍ​ປະສົບ​ການທີ່ສະສົມມາເປັນ​ຫຼາຍ​ປີ, ທ່ານ ​ຮ່ວາງ​ແອງ​ ຈະຮູ້​ວິທີ​ເລືອກ​ເຟັ້ນການປັກ​ດອກ​ໄມ້ແນວໃດໃຫ້​ເໝາະ​ສົມ. ພາບ: ແຄ໋ງລອງ/VNP
ເຮືອນເລກ 2, ຖະໜົນ ດິງລຽດ (ຮ່າໂນ້ຍ) ແມ່ນທີ່ຢູ່ ທ່ານ ຮວ່າງ ແອງ ເລືອກ ເພື່ອການປະດິດສ້າງຜົນງານ Wardian Case. ພາບ: ແຄ໋ງລອງ/VNP

ທ່ານ​ ຮ່ວາງ​ແອງ​ ໃຫ້ຮູ້ວ່າ ປູກ​ດອກ​ໄມ້​ໃນ​ຕູ້​ແກ້ວ ແຕ່ລະອັນ ​ປຽບ ເໝືອນ ງານ​ສິລະ​ປະ ​ທີ່​ມີ​ຈຸດ​ພິ​ເສດ ​​ແຕກ​ຕ່າງ​ກັບໂຖ​ດອກ​ໄມ້​ທົ່ວ​ໄປ. ຖ້າແບບການປັກດອກໄມ້ ໂດຍທົ່ວໄປ ແມ່ນການຈັດຕາມ ເຈຕະນາທີ່ແນ່ນອນ, Wardian Case ຈະສ້າງຄວາມຮູ້ສຶກ ຄື ດອກໄມ້ກຳລັງເຕີບໃຫຍ່ ຢູ່ໃນທໍາມະຊາດ.

ເພື່ອສ້າງໜຶ່ງຜະລິດຕະພັນ Wardian Case ຈະຕ້ອງໃຊ້ເວລາສົມ ຄວນ ໃນການວາງແຜນ ແລະ ອອກແບບ ຕູ້ແກ້ວ. ນີ້ແມ່ນ ສ່ວນ ທີ່ຈະເຮັດ ດ້ວຍຫຼາຍຮູບຊົງ ແລະ ຂະໜາດ ທີ່ແຕກຕ່າງກັນ ແລະ ເປັນຕົວກໍານົດດ້ານຄວາມງາມ ຂອງ ຜະລິດຕະພັນໃນເວລາ ຈັດ ຢູ່ໃນພື້ນທີ່ດໍາລົງຊີວິດ. ອີງຕາມຄວາມມັກ ຂອງ ລູກຄ້າ, ເພິ່ນຈະ ໃຊ້ວັດສະດຸໂລຫະ ຫຼື ໄມ້ ເພື່ອເຮັດສ່ວນຕູ້ແກ້ວນີ້. 

ຂັ້ນ​ຕອນ​ຕໍ່​ໄປ​, ຂຶ້ນ​ກັບ​ການ​ເລືອກ ​ຂອງ​ ຜູ້ຊົມໃຊ້ ​ທີ່​ຈະ​ເລືອກ ​ປະ​ເພດ​ດອກ​ ກໍຄືສີ​ຂອງ​ດອກໄມ້ ທີ່ຖືກ​ຈັດ​​ຢູ່​ຂ້າງໃນ​. ຕາມປົກກະຕິ, ແຕ່ລະຜົນງານ ທ່ານ ຮວ່າງແອງ ຈໃຊ້ດອກໄມ້ ປະມານ 8 ຊະ ນິດ ແລະ ສົມທົບກັບໃບໄມ້ ແລະ ຊັ້ນໄຄນໍ້ານ້ອຍໆ ເພື່ອສ້າງຈຸດ ເດັ່ນ ໃຫ້ຜົນງານຕາມຮູບແບບເດີ່ນສວນ. ມີ​ຫຼາຍ ຜົນງານ​ ເພິ່ນ​ຕ້ອງ​ໃຊ້​ດອກ​ໄມ້ 20 ຫາ 50 ຊະນິດ. ນອກຈາກ​ນໍາໃຊ້ດອກ​ໄມ້ ນຳເຂົ້າ​ແລ້ວ, ທ່ານ ຮ່ວາງ​ແອງ ​ຍັງ​ມີ​ບັນດາ​ຜົນງານ​ ນຳ​ໃຊ້​ດອກ​ໄມ້​ ຫວຽດ, ​ເໝາະ​ໃນ​ການ​ຊົມໃຊ້ ໃນ​ໂອກາດ​ບຸນ​ເຕັດປະຈຳຊາດ ເຊັ່ນ: ດອກ​ດາເລັຍ, ວີໂອແລັດ, ເບັນຈະມາດຂາວ...

ການໃຊ້ Wardian Cases ເຫຼົ່ານີ້ ປົກກະຕິ ມີເວລາ ແຕ່ 5-7 ມື້ ເທົ່ານັ້ນ ເພາະວ່າດອກໄມ້ທີ່ໃຊ້ແມ່ນດອກໄມ້ສົດ. ​ແຕ່​ດ້ວຍ​ທັດ ສະນະ​ປະດິດ​ສ້າງ ​ແລະ ຄວາມຮູ້ດ້ານ​ສິລະ​ປະ​ ເມື່ອ​ສ້າງ​ຜົນງານ, ທ່ານ ຮ່ວາງ​ແອງ ​ເຫັນ​ວ່າ ຄວາມ​ງາມ​ ຂອງ Wardian Case ແມ່ນ​ຈຸດ​ເວລາ ​ທີ່​ຜູ້​ຊົມ​ຮູ້ສຶກ​ໄດ້​ເຖິງຄວາມ​ງາມ​ຂອງ​ ດອກ​ໄມ້ ແລະ ພືດ ແຕ່ລະຊະນິດ ທີ່​ເພິ່ນສ້າງຂຶ້ນ. ດັ່ງນັ້ນ ລາຄາ ຈິ່ງຖືກກໍານົດ ໂດຍ ມູນຄ່າ ທີ່ມອບໃຫ້ກັບຜູ້ຊົມໃຊ້.

ບັນດາຜົນ​ງານ​ດອກ​ໄມ້​ ຢູ່ໃນ​ຕູ້​ແກ້ວ​ ຂອງ​ ທ່ານ ຮວ່າງ​ແອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ັດຈຸບັນ ສຳລັບ Wardian, ທ່ານ ຮວ່າງແອງ ມີບັນດາ ຜະລິດຕະ ພັນຄື: Wardian Alfred (ຕູ້ໄມ້); Wardian Offa (ເຮືອນໄມ້); Wardian Egbert (ຫໍຜາສາດໂລຫະ); Wardian Aethelwult (ຫໍຜາສາດໂລຫະຊັ້ນນໍາ); Wardian Little Prince (ຫໍຜາສາດ ຂະໜາດນ້ອຍ).

ເປັນ​ທີ່​ຮູ້​ກັນ​ວ່າ, ັດຈຸ​ບັນ​ຢູ່​ ຫວຽດນາມ, ຍັງ​ບໍ່​ທັນ​ມີ​ໃຜ​ເຮັດ​ວຽກ​ງານ​ປູກ​ດອກ​ໄມ້​ຢູໃນ​ຕູ້​ແກ້ວ Wardian Case, ສະ​ນັ້ນ ທ່ານ ຮ່ວາງ​ແອງ ພວມ​ເປີດ​​ຊຸດຮຽນປັກ​ດອກ​ໄມ້ ​ສະຫງວນ ໃຫ້ແກ່ຜູ້ຮັກ​ດອກ​ໄມ້ ​ເພື່ອ​ເຜີຍ​ແຜ່​ສິລະ​ປະ​ນີ້​ສູ່ມວນຊົນ. 

ບົດ: ເງິນຮ່າ- ພາບ: ແຄ໋ງລອງ ແລະ ເອກະສານໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ


top