ປະທັບໃຈຫາດຊາຍທະເລ ກີ່ກໍ
ຫ່າງຈາກໃຈກາງນະຄອນ ກຸຍເຍີນ (ແຂວງ ບິ່ງດິ້ງ) ໄປ ທາງ ທິດຕາເວັນອອກສ່ຽງໃຕ້ ກວ່າ 20 ກິໂລແມັດ, ຢູ່ຕີນພູ ເຟືອງ ມາຍ, ຂຶ້ນກັບຕາແສງ ເຍີນຫຼີ, ແຕ່ໃດໆ ມາ ຫາດຊາຍທະເລ ກີ່ກໍ ໄດ້ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວ ພັກຜ່ອນ ກັບພີ່ນ້ອງ ແລະ ໝູ່ເພື່ອນ ເປັນຈຳນວນຫຼວງຫຼາຍ. ນີ້ໄດ້ຖືວ່າ ແມ່ນສະ ຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈທີ່ສຸດຢູ່ ກຸຍເຍີນ ດ້ວຍ 3 ດ້ານຕິດກັບພູແລະ ດ້ານໜຶ່ງຕິດກັບທະເລ.
ຫາດຊາຍທະເລ ກີ່ກໍ ຍືດຕົວອອກໄປ ແລະ ຄົດໂຄ້ງຄືກັບ ສ້ຽວ ວົງເດືອນ, ມີສາມດ້ານຕິດກັບພູ ແລະ ເບື້ອງໜຶ່ງຕິດກັບທະເລ, ມີທີ່ຕັ້ງ ແຍກຕ່າງຫາກ, ແຍກອອກຈາກແຜ່ນດິນໃຫຍ່. ຈາກ ໄລຍະໄກ, ນັກທ່ອງທ່ຽວສາມາດ ຊົມທິວທັດພູເຂົາ ຕັ້ງສະຫງ່າ ທີ່ມີຕົ້ນໄມ້ສີຂຽວ ຮົ່ມເຢັນ ຫຼື ຕົ້ນໝາກ ພ້າວ ຢູ່ຕາມເນີນຊາຍ ທີ່ມີຄວາມສວຍງາມ ຊວນຝັນ ແລະ ມີສະເໜ່. ຍິ່ງເຂົ້າໃກ້ກັບ ທະເລ, ອາກາດຍິ່ງປອດໂປ່ງ ແລະ ລົມແຮງ ພັດມານໍາ ເອົາ ຄວາມເຄັມ ທີ່ເປັນລັກສະນະ ຂອງ ທະເລ ຈະເຮັດໃຫ້ຈິດໃຈ ຂອງ ແຕ່ລະຄົນໄດ້ຜ່ອນຄາຍ ແລະ ມີຊີວິດຊີວາ.
ສິ່ງທີ່ເຮັດໃຫ້ ກີ່ກໍ ດຶງດູດໃຈທີ່ສຸດແມ່ນສີ ຂອງ ນໍ້າທະເລ. ຈາກນອກຊາຍຝັ່ງ ເຂົ້າໄປຫາຝັ່ງ, ນ້ຳທະເລ ຈະຄ່ອຍໆ ປ່ຽນສີ, ຈາກສີຟ້າເຂັ້ມ ໄປເປັນສີຟ້າ ແລ້ວເປັນສີຂຽວຫຍົກ. ຢ່ອນຕົວ ລົງໄປ ໃນນ້ຳສີຟ້າ ທີ່ໃສ ເລິກລົງໄປ ຈົນເຖິງລຸ່ມສຸດ, ນັກທ່ອງ ທ່ຽວ ຈະມີຄວາມຮູ້ສຶກວ່າ ຄືລອຍຢູ່ ກາງສະລອຍນ້ຳຂະໜາດ ໃຫຍ່ ທີ່ສວຍງາມ.
ພິເສດ, ຢູ່ສອງຂ້າງ ຂອງ ຊາຍຝັ່ງ ມີຫາດຫີນ ກໍ່ໃຫ້ເກີດບັນດາຖ້ຳ ທີ່ເປັນເອກະລັກສະເພາະ ແລະ ໜ້າສົນໃຈ. ມີບ່ອນຫີນຕັ້ງຢູ່ໃກ້ກັນ, ລຽນເປັນແຖວ. ນອກນັ້ນ, ຍັງມີພື້ນທີ່ຂອງ ຫີນ ທີ່ຕົກ ລົງມາກາຍເປັນຂຸມຕື້ນໆ, ເມື່ອນໍ້າທະເລ ຂຶ້ນສູງ, ນໍ້າຍັງຄ້າງ ເຮັດໃຫ້ສະຖານທີ່ແຫ່ງນີ້ ຄ້າຍຄື ທະເລສາບຂະໜາດນ້ອຍ. ບາງພື້ນທີ່ ກ້ອນຫີນ ຖືກນ້ໍາ ທະເລກັດເຊາະ ເປັນເວລາດົນ ໄດ້ ຄ່ອຍໆ ກາຍເປັນຂຸມ ຂະໜາດໃຫຍ່ ທີ່ຄ້າຍຄືກັບຖ້ໍາ ທີ່ໜ້າ ສົນໃຈ.
ມາຍັງ ກີ່ກໍ, ນັກທ່ອງທ່ຽວ ບໍ່ຄວນພາດໂອກາດ ທີ່ຈະຂີ່ເຮືອກະດົ້ງ ຂອງຊາວປະມົງ ໄປຍັງ ບ໋າຍເຢືອ ເພື່ອຊົມປະກາລັງ. ດ້ວຍ ນ້ຳທະເລ ທີ່ໃສສະອາດ, ພຽງແຕ່ໃສ່ແວ່ນກັນນໍ້າ, ໃສ່ເສື້ອຊູຊີບ ແລ້ວກົ້ມໜ້າລົງໃນນ້ຳ, ນັກທ່ອງທ່ຽວ ກໍໄດ້ຊົມປະກາລັງ ທີ່ມີ ຫຼາກຫຼາຍສີສັນ, ພ້ອມກັບຝູງ ປານ້ອຍ ທີ່ລ່ອງລອຍໄປ ມາ ຢ່າງສະໜຸກສະໜານ. ນອກນີ້ ນັກທ່ອງທ່ຽວຍັງສາມາດເຊົ່າເຮືອ ຫຼື ເຮືອ ກາໂນ ເພື່ອໄປຕຶກປາ, ຕຶກປາມຶກ ຫຼື ຕິດຕາມ ຊາວປະມົງ ໄປຫາປາ ຢູ່ກາງທະເລ ເພື່ອຊອກຮູ້ກ່ຽວກັບວຽກງານ ຫາປາປະຈຳວັນຂອງເຂົາເຈົ້າ.
ຢູ່ ກີ່ກໍ ຍັງມີອາຫານແຊບ ຫຼາຍເຍື່ອງ ທີ່ຜູ້ມາຢ້ຽມຢາມ ແນ່ ນອນວ່າ ຕ້ອງໄດ້ຊີມເຊັ່ນ: ປີ້ງຫອຍທຸກຊະນິດ, ປີ້ງຫອຍເປົາ ຮື້, ໜຶ້ງກະປູ, ໜຶ້ງປາມຶກ... ເປັນຈຸດໝາຍປາຍທາງ ທໍາມະຊາດ ທີ່ສວຍງາມ, ບໍ່ໄດ້ຮັບການຂຸດຄົ້ນແບບ ວິຊາຊີບ, ການບໍລິ ການທ່ອງທ່ຽວ ຢູ່ທີ່ນີ້ແບບສາມັນຊົນທ່ົວໄປ, ປະຊາຊົນ ມີຄວາມສະໜິດສະໜົມ, ເປັນມິດ ແລະ ຮັກແຂກ ແພງຄົນ.
ຫຼັງຈາກໄປເຖິງໃຈກາງ ນະຄອນ ກຸຍ ເຍີນ, ທ່ານມີ 2 ວິທີເພື່ອໄປຫາ ກີ່ກໍ. ວິທີທໍາອິດ ທ່ານສາມາດ ເລືອກ ທີ່ຈະເດີນທາງດ້ວຍລົດ ຕັກຊີ ຫຼື ເຊົ່າລົດຈັກ. ວິທີ ທີ ສອງ ແມ່ນຂີ່ເຮືອ ກາໂນ. ການຂີ່ ເຮືອ ກາໂນ ໃຊ້ເວລາ ປະ ມານ 40 ນາທີ ຈາກດິນຕໍ່ແຜ່ນ ໄປຫາຫາດ ຊາຍທະເລ. ຕາມປົກກະຕິແລ້ວ, ລາຄາປີ້ເຮືອ ກາໂນ ໄປກັບລວມທັງອາຫານທ່ຽງ ມີລາຄາແຕ່ 370.000 - 450.000 ດົ່ງ/ຄົນຂຶ້ນກັບຄຸນນະພາບການບໍລິການ.
ປະຕິບັດ: VNP/ກົງດາດ - ແປໂດຍ: ຢືຟຽນ