ທ່ອງທ່ຽວ

ປະທັບໃຈຫາດຊາຍທະເລ ກີ່ກໍ

ຫ່າງຈາກໃຈກາງນະຄອນ ກຸຍເຍີນ (ແຂວງ ບິ່ງດິ້ງ) ໄປ ທາງ ທິດຕາເວັນອອກສ່ຽງໃຕ້ ກວ່າ 20 ກິໂລແມັດ, ຢູ່ຕີນພູ ເຟືອງ ມາຍ, ຂຶ້ນກັບຕາແສງ ເຍີນຫຼີ, ແຕ່ໃດໆ ມາ ຫາດຊາຍທະເລ ກີ່ກໍ ໄດ້ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວ ພັກຜ່ອນ ກັບພີ່ນ້ອງ ແລະ ໝູ່ເພື່ອນ ເປັນຈຳນວນຫຼວງຫຼາຍ. ນີ້​ໄດ້​​ຖື​ວ່າ​ ແມ່ນ​ສະ ຖານ​ທີ່​ທ່ອງ​ທ່ຽວ ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ຢູ່ ກຸຍເຍີນ ດ້ວຍ 3 ດ້ານ​ຕິດ​ກັບ​ພູ​​ແລະ ດ້ານໜຶ່ງຕິດກັບ​ທະ​ເລ.
ກີ່ກໍ ເປັນຈຸດໝາຍປາຍທາງທີ່ບໍ່ຄວນພາດເມື່ອມາ ກຸຍເຍີນ. 

ຫ່າງຈາກໃຈກາງນະຄອນ ກຸຍເຍີນ (ແຂວງ ບິ່ງດິ້ງ) ໄປ ທາງ ທິດຕາເວັນອອກສ່ຽງໃຕ້ ກວ່າ 20 ກິໂລແມັດ, ຢູ່ຕີນພູ ເຟືອງ ມາຍ, ຂຶ້ນກັບຕາແສງ ເຍີນຫຼີ, ແຕ່ໃດໆ ມາ ຫາດຊາຍທະເລ ກີ່ກໍ ໄດ້ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວ ພັກຜ່ອນ ກັບພີ່ນ້ອງ ແລະ ໝູ່ເພື່ອນ ເປັນຈຳນວນຫຼວງຫຼາຍ. ນີ້​ໄດ້​​ຖື​ວ່າ​ ແມ່ນ​ສະ ຖານ​ທີ່​ທ່ອງ​ທ່ຽວ ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ຢູ່ ກຸຍເຍີນ ດ້ວຍ 3 ດ້ານ​ຕິດ​ກັບ​ພູ​​ແລະ ດ້ານໜຶ່ງຕິດກັບ​ທະ​ເລ.

ຫາດ​ຊາຍທະເລ ກີ່ກໍ ​​ຍືດຕົວອອກໄປ ແລະ ຄົດໂຄ້ງຄືກັບ ສ້ຽວ ວົງເດືອນ, ມີ​ສາມ​ດ້ານຕິດ​ກັບ​ພູ ​ແລະ ເບື້ອງ​ໜຶ່ງຕິດກັບ​ທະ​ເລ, ມີທີ່ຕັ້ງ ແຍກຕ່າງຫາກ, ແຍກ​ອອກ​ຈາກ​ແຜ່ນ​ດິນ​ໃຫຍ່. ຈາກ ໄລຍະໄກ, ນັກທ່ອງທ່ຽວສາມາດ ຊົມທິວທັດພູເຂົາ ຕັ້ງສະຫງ່າ ທີ່ມີຕົ້ນໄມ້ສີຂຽວ ຮົ່ມເຢັນ ຫຼື ຕົ້ນໝາກ ພ້າວ ຢູ່ຕາມເນີນຊາຍ ທີ່ມີຄວາມສວຍງາມ ຊວນຝັນ ແລະ ມີສະເໜ່. ຍິ່ງເຂົ້າໃກ້ກັບ ທະເລ, ອາກາດຍິ່ງປອດໂປ່ງ ແລະ ລົມແຮງ ພັດມານໍາ ເອົາ ຄວາມເຄັມ ທີ່ເປັນລັກສະນະ ຂອງ ທະເລ ຈະເຮັດໃຫ້ຈິດໃຈ ຂອງ ແຕ່ລະຄົນໄດ້ຜ່ອນຄາຍ ແລະ ມີຊີວິດຊີວາ.

ສິ່ງ​ທີ່​ເຮັດ​ໃຫ້ ກີ່ກໍ ດຶງ​ດູດ​ໃຈ​ທີ່​ສຸດ​ແມ່ນ​ສີ ​ຂອງ​ ນໍ້າທະ​ເລ. ຈາກ​ນອກຊາຍຝັ່ງ​ ເຂົ້າໄປ​ຫາ​ຝັ່ງ, ນ້ຳ​ທະ​ເລ​ ຈະຄ່ອຍໆ ປ່ຽນ​​ສີ, ​ຈາກ​ສີ​ຟ້າ​ເຂັ້ມ ​ໄປ​ເປັນ​ສີ​ຟ້າ ​ແລ້ວ​ເປັນ​ສີ​ຂຽວ​ຫຍົກ. ຢ່ອນຕົວ ລົງໄປ ໃນນ້ຳສີຟ້າ ທີ່ໃສ ເລິກລົງໄປ ຈົນເຖິງລຸ່ມສຸດ, ນັກທ່ອງ ທ່ຽວ ຈະມີຄວາມຮູ້ສຶກວ່າ ຄືລອຍຢູ່ ກາງສະລອຍນ້ຳຂະໜາດ ໃຫຍ່ ທີ່ສວຍງາມ.



ພິ​ເສດ​, ຢູ່ສອງຂ້າງ ຂອງ ຊາຍ​ຝັ່ງ ມີຫາດຫີນ ກໍ່ໃຫ້ເກີດ​ບັນດາ​ຖ້ຳ​ ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ໜ້າ​ສົນ​ໃຈ. ມີ​ບ່ອນ​ຫີນ​ຕັ້ງ​ຢູ່​ໃກ້​ກັນ, ລຽນ​ເປັນ​ແຖວ. ນອກນັ້ນ, ຍັງມີພື້ນທີ່ຂອງ ຫີນ ທີ່ຕົກ ລົງມາກາຍເປັນຂຸມຕື້ນໆ, ເມື່ອນໍ້າທະເລ ຂຶ້ນສູງ, ນໍ້າຍັງຄ້າງ ເຮັດໃຫ້ສະຖານທີ່ແຫ່ງນີ້ ຄ້າຍຄື ທະເລສາບຂະໜາດນ້ອຍ. ບາງພື້ນທີ່ ກ້ອນຫີນ ຖືກນ້ໍາ ທະເລກັດເຊາະ ເປັນເວລາດົນ ໄດ້ ຄ່ອຍໆ ກາຍເປັນຂຸມ ຂະໜາດໃຫຍ່ ທີ່ຄ້າຍຄືກັບຖ້ໍາ ທີ່ໜ້າ ສົນໃຈ.

ມາ​ຍັງ ກີ່ກໍ, ນັກ​ທ່ອງ​ທ່ຽວ​ ບໍ່​ຄວນພາດ​ໂອ​ກາດ​ ທີ່​ຈະ​ຂີ່​ເຮືອ​ກະ​ດົ້ງ ​ຂອງຊາວ​ປະ​ມົງ ​ໄປ​ຍັງ​ ບ໋າຍ​ເຢືອ ​ເພື່ອ​ຊົມ​ປະ​ກາ​ລັງ. ດ້ວຍ​ ນ້ຳ​ທະ​ເລ​ ທີ່​​ໃສສະອາດ, ພຽງ​ແຕ່​ໃສ່​ແວ່ນ​ກັນ​ນໍ້າ, ໃສ່​ເສື້ອ​ຊູ​ຊີບ ​ແລ້ວ​ກົ້ມ​ໜ້າ​ລົງ​ໃນ​ນ້ຳ, ນັກ​ທ່ອງ​ທ່ຽວ ​ກໍ​ໄດ້​ຊົມ​ປະ​ກາ​ລັງ ​ທີ່ມີ ຫຼາກຫຼາຍສີ​ສັນ, ​ພ້ອມກັບ​ຝູງ ປາ​ນ້ອຍ ທີ່​ລ່ອງລອຍ​ໄປ ມາ ຢ່າງ​ສະໜຸກສະໜານ. ນອກນີ້ ນັກ​ທ່ອງ​ທ່ຽວ​ຍັງ​ສາມາດ​ເຊົ່າ​ເຮືອ ​ຫຼື​ ເຮືອ​ ກາໂນ ເພື່ອ​ໄປຕຶກ​ປາ, ຕຶກປາ​ມຶກ ຫຼື​ ຕິດຕາມ ​ຊາວ​ປະມົງ​ ໄປ​ຫາ​ປາ ຢູ່ກາງທະເລ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ວຽກ​ງານ ​ຫາ​ປາ​ປະຈຳ​ວັນ​ຂອງເຂົາ​ເຈົ້າ.

 


ຢູ່ ກີ່ກໍ ​ຍັງ​ມີ​​ອາ​ຫານ​ແຊບ​ ​ຫຼາຍ​ເຍື່ອງ ​ທີ່​ຜູ້​ມາ​ຢ້ຽມ​ຢາມ ແນ່ ນອນວ່າ ​ຕ້ອງ​ໄດ້​ຊີມເຊັ່ນ: ປີ້ງຫອຍທຸກຊະນິດ, ປີ້ງຫອຍເປົາ ຮື້, ໜຶ້ງກະ​ປູ, ໜຶ້ງປາ​ມຶກ... ເປັນຈຸດໝາຍປາຍທາງ ທໍາມະຊາດ ທີ່ສວຍງາມ, ບໍ່​ໄດ້​ຮັບ​ການ​ຂຸດ​ຄົ້ນ​ແບບ ວິຊາ​ຊີບ, ການ​ບໍລິ ການ​ທ່ອງ​ທ່ຽວ ​ຢູ່​ທີ່​ນີ້​ແບບສາມັນຊົນທ່ົວໄປ, ປະຊາຊົນ ​ມີ​ຄວາມ​ສະໜິດສະໜົມ, ເປັນມິດ ແລະ ຮັກແຂກ ແພງຄົນ.

ນັກ​ທ່ອງ​ທ່ຽວ​ຂີ່​ເຮືອ​ ກາໂນ ໄປມາ ກີ່ກໍ
ເວລາເໝາະສົມ ໃນການເດີນທາງໄປທ່ຽວ ກີ່ກໍ ແມ່ນແຕ່ເດືອນ ເມສາ ຫາເດືອນ ກັນຍາ ເພາະວ່າ ນີ້ແມ່ນຊ່ວງເວລາ ມີພະຍຸບໍ່ ຫຼາຍ ແລະ ທ້ອງທະເລ ແມ່ນບໍ່ມີ ລົມແຮ.

ຫຼັງ​ຈາກ​​ໄປ​ເຖິງ​ໃຈ​ກາງ​ ​ນະ​ຄອນ ກຸຍ ເຍີນ​, ທ່ານ​ມີ 2 ວິ​ທີ​ເພື່ອໄປຫາ ກີ່ກໍ​. ວິທີທໍາອິດ ທ່ານສາມາດ ເລືອກ ທີ່ຈະເດີນທາງດ້ວຍລົດ ຕັກຊີ ຫຼື ເຊົ່າລົດຈັກ. ວິທີ ທີ ສອງ ແມ່ນຂີ່ເຮືອ ກາໂນ. ການຂີ່ ເຮືອ ກາໂນ ໃຊ້ເວລາ ປະ ມານ 40 ນາທີ ຈາກດິນຕໍ່ແຜ່ນ ໄປຫາຫາດ ຊາຍທະເລ. ຕາມ​ປົກ​ກະ​ຕິ​ແລ້ວ, ລາ​ຄາ​ປີ້​ເຮືອ​ ກາໂນ ​ໄປ​ກັບ​ລວມ​ທັງ​ອາ​ຫານ​ທ່ຽງ​ ມີ​ລາຄາແຕ່ 370.000 - 450.000 ດົ່ງ/ຄົນ​ຂຶ້ນ​ກັບ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ.

 ປະຕິບັດ: VNP/ກົງດາດ - ແປໂດຍ: ຢືຟຽນ


top