ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ

ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ

ວັດ ເຟີດກວາງ ຕັ້ງຢູ່ບ້ານ ຢືເຍິນ, ເມືອງ ແທງລຽມ, ແຂວງ ຮ່ານາມ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 70 ກມ.  ພາບ: ກົງດາດ/VNP

ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 70 ກມ, ຕັ້ງຢູ່ບ້ານ ຢືເຢິນ, ຕາແສງ ແທງຟອງ, ເມືອງ ແທງລຽມ (ແຂວງ ຮ່ານາມ), ວັດ ເຟີດກວາງ ໄດ້ກາຍເປັນສະຖານທີ່ ປະຕິ ບັດທຳ, ເທສະໜາ ແລະ ສະແຫວງບຸນ ຂອງ ນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ໃນຊຸມປີມໍ່ໆ ມານີ້.

ເມື່ອ​ກ່ອນ, ວັດ ເຟີດກວາງ ເປັນວັດຂະໜາດນ້ອຍ, ​ສະພາບຊຸດ ໂຊມ, ມີ​ອາຍຸ​ກວ່າ 100 ປີ. ຈົນເຖິງ​ປີ 2015 ​ເມື່ອ​ພະມະຫາ ອາ ຈານ​ ຖິກທຽນເອິນ, ເຈົ້າ​ອາວາດວັດ ໄດ້ທຳການປະຕິສັງຂອນ ວັດ ຄືນໃໝ່ໃຫ້ ​ກວ້າງຂວາງ ສວຍງາມ ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.

ດ້ວຍເນື້ອທີ່ທັງໝົດປະມານ 5.000 ມ2, ວັດ ເຟີດກວາງ ເບິ່ງຄື ວ່າ ມີຄວາມສວຍສົດງົດງາມ ທີ່ເປັນເອກະລັກ ດ້ວຍລັກສະນະ ທັນສະໄໝ ແລະ ພື້ນເມືອງທີ່ສະຫຼັບກັນ. ໄປ​ຮອດ​ປະ​ຕູ​ວັດ, ນັກ​ ທ່ອງ​ທ່ຽວ ​ສາ​ມາດ​ເຂົ້າໄປທາງໃນ ດ້ວຍ 3 ປະ​ຕູ​ ໃນ​ນັ້ນ​ມີ 1 ປະ​ຕູ​ຫຼັກ ​ແລະ 2 ປະ​ຕູ​ຂ້າງ. ຈາກປະຕູວັດ ເຂົ້າສູ່ພາຍໃນ ແມ່ນປູ ດ້ວຍຫີນສີຂາວ ແລະ ທາງຍ່າງເຮັດດ້ວຍແຜ່ນຫີນໃຫຍ່. ຍ່າງ ຜ່ານປະຕູວັດ ແມ່ນຮູບປັ້ນເຈົ້າແມ່ ກວນອິນ ທີ່ຕັ້ງຢູ່ດ້ານໜ້າ.


ພື້ນທີ່ພາຍໃນວັດ ໄດ້ຖືກຕົກແຕ່ງຢ່າງເຄັ່ງຂຶມ. ພາບ: ກົງດາດ/VNP

ຫໍກາງຕັ້ງຢູ່ຂ້າງໜອງນໍ້ານ້ອຍ, ທ່າມກາງບັນຍາກາດທີ່ງຽບສະ ງົບຊວນຝັນ. ຫ້ອງໂຖງຫຼັກປະກອບດ້ວຍ 3 ຫ້ອງ ຊຶ່ງໄດ້ຮັບການ ຕົກແຕ່ງຢ່າງລຽບງ່າຍ ແຕ່ມີຄວາມປານີດ ແນບນຽນ. ຢູ່​ໃຈກາງ​ແມ່ນ​ແທ່ນບູຊາພະ​ພຸດ​ທະ​ເຈົ້າ​ ປະດິດສະຖານ​ ຢູ່​ເທິງຖ້ານ​ດອກ​ບົວ, ເບື້ອງຂວາແມ່ນສັກກາລະ​ບູຊາ ພະອະວະໂລກິເຕສວນ ໂພທິສັດ, ເບື້ອງ​ຊ້າຍ​ແມ່ນສັກກາລະບູຊາ​ ພະສິຕິຄັນ ໂພທິສັດ. ບັນດາ ຮູບປັ້ນເຮັດດ້ວຍໄມ້, ຖືກແກະສະຫຼັກ ຢ່າງປານີດ ແລະ ພິຖີພິຖັນ. ​ພິ​ເສດ​ແມ່ນ​ປ້າຍໂຕໜັງສື, ຄຳກອນຄູ່ ຢູ່​ໃນ​ວັດ​ລ້ວນ​ແຕ່​ເປັນ​ພາ​ສາ​ ຫວຽດ ແລະ ​ຂຽນແບບລວດລາຍ. ສິ່ງດັ່ງກ່າວໄດ້ ຊ່ວຍໃຫ້ຊາວພຸດ ມີຄວາມເຂົ້າໃຈ ກ່ຽວກັບວັດ ແຫ່ງນີ້ໄດ້ດີຂຶ້ນ.

ຢູ່ຫຼັງວັດ ມີເຮືອນ​ຫຼັງໜຶ່ງມຸງດ້ວຍຫຍ້າ​ຄາ, ຝາແອ້ມ​ດ້ວຍ​ໄມ້​ເຮ້ຍ. ມາ​ທີ່​ນີ້, ທ່ານ ​ຈະ​ຮູ້​ສຶກໄດ້​ເຖິງວັດ​ທະ​ນະ​ທຳ​ ຂອງ ​ຊາວ​ ຫວຽດ​ນາມ​ໃນ​ສະ​ໄໝ​ກ່ອນ. ເຮືອນນ້ອຍຫຼັງໜຶ່ງ, ນ້ຳສ້າງ, ໂຕະ ນັ່ງດື່ມນ້ຳຊາ ແລະ ທຳນອງດົນຕີ ຂອງ ຊາວພຸດ ທີ່ອອນຊອນ ຢູ່ ໃນວັດ ຈະເຮັດໃຫ້ນັກທ່ອງທ່ຽວ ມີຄວາມຮູ້ສຶກຜ່ອນຄາຍອາ ລົມ, ຕັ້ງສະມາທິ ເພື່ອສຳຜັດກັບຊີວິດ ທີ່ສະຫງົບສຸກ.

ໃນບໍລິເວນ ເດີ່ນວັດ ເຟີດກວາງ ໄດ້ຮັບການອອກແບບ ຢ່າງ ພິຖີພິຖັນ ດ້ວຍພູມພາບ ທີ່ປອດໂປ່ງ ສະບາຍ. ພາບ: ກົງດາດ/VNP

ບໍລິເວນວັດ ບໍ່ໃຫຍ່ເກີນໄປ, ແຕ່ການປະສານສົມທົບ ຂ້ອນຂ້າງ ລະອຽດອ່ອນ ດ້ວຍການປະສົມປະສານ ລະຫວ່າງ ວັດທະນະ ທຳ ຫວຽດນາມ ແລະ ສະຖາປັດຕະຍະກຳ ຍີ່ປຸ່ນ. ດ້ວຍການຕົກ ແຕ່ງຕົ້ນໄມ້, ໜອງນໍ້າ, ບັນດາແຜ່ນຫີນ ຖືກຂຽນ ດ້ວຍໂຕໜັງສື ແບບລວດລາຍ, ທັງໝົດໄດ້ສ້າງ ເປັນບັນດາຮູບພາບປະດັບ ປະດາຂະໜາດນ້ອຍໃນບໍລິເວນວັດ.

ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ ​ສາ​ມາດ​ຍ່າງ​ຫຼິ້ນຢ່າງສະບາຍໆ ພາຍໃນ ບໍລິເວນວັດ ທີ່ຮົ່ມເຢັນ, ຊົມ​​ທັດ​ສະ​ນີ​ຍະ​ພາບມີຄວາມສວຍງາມ ດັ່ງໃນຝັນ ທີ່​ໄດ້​ຮັບ​ການ​ອອກ​ແບບ​ຢ່າງ​ພິຖີພິຖັນ ແລະ ເຂົ້າ​ຮ່ວມ ການເຄື່ອນໄຫວກິດ​ຈະ​ກຳ​ທາງໃຈ ຢ່າງບໍ່ຮີບຮ້ອນ. ນອກຈາກ​ນັ້ນ, ນັກ​ທ່ອງ​ທ່ຽວ ​​ຍັງ​ສາມາດ ບັນທຶກ ພາບຖ່າຍ ທີ່ສວຍງາມ ເພື່ອເກັບໄວ້ເປັນທ່ີລະນຶກ ​ໃນ​ເວລາ​ມາ​ທ່ຽວ​ຊົມ​ວັດ​ແຫ່ງ​ນີ້.

ອາດ​ເວົ້າ​ໄດ້​ວ່າ ​ປັດຈຸ​ບັນ, ວັດ ເຟີດກວາງ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​​ສະຖານ​ທີ່​ທ່ອງ​ທ່ຽວ​ ທາງ​​ໃຈ ​ສຳລັບຫຼາຍຄົນ​ໃນ​ການ​ເດີນທາງ​ໄປ​​ທ່ຽວແຖບດິນ ຮ່າ​ນາມ.

ວັດ ມີຄວາມງຽບສະຫງົບສຸກ ເໝືອນດັ່ງຢູ່ ສະຫວັນ. 
ສະຖານທີ່ ວັດ​ ເຟີດກວາງ ຂອງ​ແຂວງ ຮ່າ​ນາມ ​ແມ່ນ​ຫາ​ບໍ່​ຍາກ, ​ການ​ເດີນທາງ​ແມ່ນຂ້ອນຂ້າງງ່າຍ, ເພາະສະນັ້ນ ທ່ານ​ສາມາດ​ໄປ​ເຖິງ​ສະຖານ​ທີ່​ແຫ່ງນີ້​ໄດ້​ທັງດ້ວຍ​ລົດ​ໃຫຍ່ ​ແລະ ລົດຈັກ.
ການເດີນທາງດ້ວຍລົດຈັກ: ຈາກຮ່າໂນ້ຍ, ໄປຕາມເສັ້ນທາງ ຫຼວງແຫ່ງຊາດ 1A ເກົ່າ, ຜ່ານນະຄອນ ຝູຫຼີ ຂອງ ແຂວງ ຮ່າ ນາມ ແລ້ວອີງຕາມແຜນທີ່ ເພື່ອໄປເຖິງ ວັດ ເຟີດກວາງ.
ການເດີນທາງດ້ວຍລົດ: ຈາກຮ່າໂນ້ຍ, ໄປຕາມເສັ້ນທາງດ່ວນ ເກົ່າແຢ໊ - ນິງບິ່ງ ຫາເສັ້ນທາງຫຼວງແຫ່ງຊາດ 1A ເກົ່າ, ຜ່ານນະ ຄອນ ຝູຫຼີ ຂອງ ແຂວງ ຮ່ານາມ ແລ້ວ ອີງຕາມແຜນທີ່ ເພື່ອໄປ ເຖິງ ວັດ ເຟີດກວາງ.
ບົດ: ເງິນຮ່າ -​ ພາບ: ກົງດາດ - ແປໂດຍ: ບິກລຽນ



Top