ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ
ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 70 ກມ, ຕັ້ງຢູ່ບ້ານ ຢືເຢິນ, ຕາແສງ ແທງຟອງ, ເມືອງ ແທງລຽມ (ແຂວງ ຮ່ານາມ), ວັດ ເຟີດກວາງ ໄດ້ກາຍເປັນສະຖານທີ່ ປະຕິ ບັດທຳ, ເທສະໜາ ແລະ ສະແຫວງບຸນ ຂອງ ນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ໃນຊຸມປີມໍ່ໆ ມານີ້.
ເມື່ອກ່ອນ, ວັດ ເຟີດກວາງ ເປັນວັດຂະໜາດນ້ອຍ, ສະພາບຊຸດ ໂຊມ, ມີອາຍຸກວ່າ 100 ປີ. ຈົນເຖິງປີ 2015 ເມື່ອພະມະຫາ ອາ ຈານ ຖິກທຽນເອິນ, ເຈົ້າອາວາດວັດ ໄດ້ທຳການປະຕິສັງຂອນ ວັດ ຄືນໃໝ່ໃຫ້ ກວ້າງຂວາງ ສວຍງາມ ດ້ວຍສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ.
ດ້ວຍເນື້ອທີ່ທັງໝົດປະມານ 5.000 ມ2, ວັດ ເຟີດກວາງ ເບິ່ງຄື ວ່າ ມີຄວາມສວຍສົດງົດງາມ ທີ່ເປັນເອກະລັກ ດ້ວຍລັກສະນະ ທັນສະໄໝ ແລະ ພື້ນເມືອງທີ່ສະຫຼັບກັນ. ໄປຮອດປະຕູວັດ, ນັກ ທ່ອງທ່ຽວ ສາມາດເຂົ້າໄປທາງໃນ ດ້ວຍ 3 ປະຕູ ໃນນັ້ນມີ 1 ປະຕູຫຼັກ ແລະ 2 ປະຕູຂ້າງ. ຈາກປະຕູວັດ ເຂົ້າສູ່ພາຍໃນ ແມ່ນປູ ດ້ວຍຫີນສີຂາວ ແລະ ທາງຍ່າງເຮັດດ້ວຍແຜ່ນຫີນໃຫຍ່. ຍ່າງ ຜ່ານປະຕູວັດ ແມ່ນຮູບປັ້ນເຈົ້າແມ່ ກວນອິນ ທີ່ຕັ້ງຢູ່ດ້ານໜ້າ.
ຫໍກາງຕັ້ງຢູ່ຂ້າງໜອງນໍ້ານ້ອຍ, ທ່າມກາງບັນຍາກາດທີ່ງຽບສະ ງົບຊວນຝັນ. ຫ້ອງໂຖງຫຼັກປະກອບດ້ວຍ 3 ຫ້ອງ ຊຶ່ງໄດ້ຮັບການ ຕົກແຕ່ງຢ່າງລຽບງ່າຍ ແຕ່ມີຄວາມປານີດ ແນບນຽນ. ຢູ່ໃຈກາງແມ່ນແທ່ນບູຊາພະພຸດທະເຈົ້າ ປະດິດສະຖານ ຢູ່ເທິງຖ້ານດອກບົວ, ເບື້ອງຂວາແມ່ນສັກກາລະບູຊາ ພະອະວະໂລກິເຕສວນ ໂພທິສັດ, ເບື້ອງຊ້າຍແມ່ນສັກກາລະບູຊາ ພະສິຕິຄັນ ໂພທິສັດ. ບັນດາ ຮູບປັ້ນເຮັດດ້ວຍໄມ້, ຖືກແກະສະຫຼັກ ຢ່າງປານີດ ແລະ ພິຖີພິຖັນ. ພິເສດແມ່ນປ້າຍໂຕໜັງສື, ຄຳກອນຄູ່ ຢູ່ໃນວັດລ້ວນແຕ່ເປັນພາສາ ຫວຽດ ແລະ ຂຽນແບບລວດລາຍ. ສິ່ງດັ່ງກ່າວໄດ້ ຊ່ວຍໃຫ້ຊາວພຸດ ມີຄວາມເຂົ້າໃຈ ກ່ຽວກັບວັດ ແຫ່ງນີ້ໄດ້ດີຂຶ້ນ.
ຢູ່ຫຼັງວັດ ມີເຮືອນຫຼັງໜຶ່ງມຸງດ້ວຍຫຍ້າຄາ, ຝາແອ້ມດ້ວຍໄມ້ເຮ້ຍ. ມາທີ່ນີ້, ທ່ານ ຈະຮູ້ສຶກໄດ້ເຖິງວັດທະນະທຳ ຂອງ ຊາວ ຫວຽດນາມໃນສະໄໝກ່ອນ. ເຮືອນນ້ອຍຫຼັງໜຶ່ງ, ນ້ຳສ້າງ, ໂຕະ ນັ່ງດື່ມນ້ຳຊາ ແລະ ທຳນອງດົນຕີ ຂອງ ຊາວພຸດ ທີ່ອອນຊອນ ຢູ່ ໃນວັດ ຈະເຮັດໃຫ້ນັກທ່ອງທ່ຽວ ມີຄວາມຮູ້ສຶກຜ່ອນຄາຍອາ ລົມ, ຕັ້ງສະມາທິ ເພື່ອສຳຜັດກັບຊີວິດ ທີ່ສະຫງົບສຸກ.
ບໍລິເວນວັດ ບໍ່ໃຫຍ່ເກີນໄປ, ແຕ່ການປະສານສົມທົບ ຂ້ອນຂ້າງ ລະອຽດອ່ອນ ດ້ວຍການປະສົມປະສານ ລະຫວ່າງ ວັດທະນະ ທຳ ຫວຽດນາມ ແລະ ສະຖາປັດຕະຍະກຳ ຍີ່ປຸ່ນ. ດ້ວຍການຕົກ ແຕ່ງຕົ້ນໄມ້, ໜອງນໍ້າ, ບັນດາແຜ່ນຫີນ ຖືກຂຽນ ດ້ວຍໂຕໜັງສື ແບບລວດລາຍ, ທັງໝົດໄດ້ສ້າງ ເປັນບັນດາຮູບພາບປະດັບ ປະດາຂະໜາດນ້ອຍໃນບໍລິເວນວັດ.
ຢູ່ທີ່ນີ້, ນັກທ່ອງທ່ຽວ ສາມາດຍ່າງຫຼິ້ນຢ່າງສະບາຍໆ ພາຍໃນ ບໍລິເວນວັດ ທີ່ຮົ່ມເຢັນ, ຊົມທັດສະນີຍະພາບມີຄວາມສວຍງາມ ດັ່ງໃນຝັນ ທີ່ໄດ້ຮັບການອອກແບບຢ່າງພິຖີພິຖັນ ແລະ ເຂົ້າຮ່ວມ ການເຄື່ອນໄຫວກິດຈະກຳທາງໃຈ ຢ່າງບໍ່ຮີບຮ້ອນ. ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງສາມາດ ບັນທຶກ ພາບຖ່າຍ ທີ່ສວຍງາມ ເພື່ອເກັບໄວ້ເປັນທ່ີລະນຶກ ໃນເວລາມາທ່ຽວຊົມວັດແຫ່ງນີ້.
ອາດເວົ້າໄດ້ວ່າ ປັດຈຸບັນ, ວັດ ເຟີດກວາງ ໄດ້ກາຍເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ທາງໃຈ ສຳລັບຫຼາຍຄົນໃນການເດີນທາງໄປທ່ຽວແຖບດິນ ຮ່ານາມ.