ນະຄອນແຫ່ງທະເລ ຍາຈາງ
ນະຄອນແຄມຝັ່ງທະເລ ຍາຈາງ ແມ່ນສູນການເມືອງ, ເສດຖະ ກິດ, ວັດທະນະທຳ ຂອງ ແຂວງ ແຄ໋ງຮ່ວາ, ດິນແດນທີ່ໄດ້ຮັບຂະ ໜາມນາມວ່າ ເປັນເຂດ “ປ່າເກດສະໜາ, ທະເລນົກແອ່ນ”. ນະ ແຫ່ງ ນີ້ມີຮ່ອງຮອຍປະຫວັດສາດ, ວັດທະນະທຳຫຼາຍແຫ່ງ ທີ່ມີ ມາແຕ່ດົນນານ ແລະ ເຂັ້ມຂົ້ນໄປດ້ວຍ ຂີດໝາຍ ຂອງພື້ນຖານ ອາລິຍະທຳ ຈຳປາບູຮານ. ພິເສດ, ດ້ວຍທິວທັດທຳມະຊາດທີ່ສວຍງາມຊວນຝັນ, ອ່າວ ຍາຈາງ ແມ່ນອ່າວທີສອງຂອງ ຫວຽດນາມ - ຖັດຈາກອ່າວ ຮ້າລອງ - ຖືກຮັບຮູ້ວ່າ ແມ່ນອ່າວທະເລທີ່ສວຍງາມທີ່ສຸດໂລກ. ດ້ວຍຄວາມງາມທີ່ເປັນເອກະລັກ ແບບ “ເທິງຖະໜົນ ໃຕ້ທະເລ”, ນະຄອນ ຍາຈາງ ຍາມໃດ ກໍ່ເຮັດໃຫ້ ຈິດໃຈ ຄົນຫຼົງໄຫຼ ແລະ ກາຍເປັນສະຖານທີ່ ທ່ອງທ່ຽວທະເລ ທີ່ ໜ້າຈັບໃຈ ສຳລັບນັກທ່ອງທ່ຽວ, ໂດຍສະເພາະຢ່າງຍິ່ງ ແມ່ນນັກທ່ອງທ່ຽວ ຕ່າງປະເທດ ເມື່ອມີໂອກາດ ມາຍັງ ຫວຽດນາມ.
ຮ່ອງຮອຍເກົ່າ ໃນເມືອງແຄມທະເລ
ມາຍັງນະຄອນແຄມທະເລ ຍາຈາງ ທີ່ສວຍງາມ ແລະ ມີຊີວິດຊີວາ, ນອກຈາກການພັກຜ່ອນ ແລະ ໄປຢ້ຽມຢາມ ທິວທັດທະເລ, ນັກທ່ອງທ່ຽວ ຍັງມີໂອກາດ ໄດ້ຄົ້ນພົບ ປູສະນີຍະສະຖານ ປະ ຫວັດສາດ ແລະ ກິດຈະການ ວັດທະນະທຳຫຼາຍແຫ່ງທີ່ມີຊື່ສຽງ ດ້ວຍຮູບແບບ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຫຼາຍຢ່າງ ທີ່ແຕກຕ່າງກັນ.
ເປັນດິນແດນ ເຄີຍເປັນຈຸດທີ່ຕັ້ງສຳຄັນທາງປະຫວັດສາດ ຂອງ ອານາຈັກ ຈຳປາ ບູຮານ, ນະຄອນ ຍາຈາງ ໃນປັດຈຸບັນ ຍັງຄົງ ຮັກສາ ມໍລະດົກວັດທະນະທຳ ຈໍາປາ ໄວ້ໄດ້ຫຼາຍຢ່າງ. ພົ້ນເດັ່ນ ສຸດ ແມ່ນທາດ ບ່າ Ponagar (ທາດ Ponagar), ກິດຈະການ ສະ ຖາປັດຕະຍະກຳ ຈຳປາບູຮານ ທີ່ແສນສວຍງາມ ຖືກສ້າງຂຶ້ນກາງສະຕະວັດທີ VIII ເທິງ ຈອມພູນ້ອຍ, ສູງປະມານ 20 ມ ເມື່ອ ທຽບກັບໜ້ານ້ຳທະເລ, ຫ່າງຈາກຕົວເມືອງບໍ່ໄກ. ສະຖານແຫ່ງທີ່ນີ້ເຄີຍເປັນສູນກາງທາງສາສະໜາ ສັກກາລະບູຊາ ນາງ ເທວະດາ Ponagar, ແມ່ຂອງດິນແດນຊາວເຜົ່າ ຈຳ. ຕໍ່ມາ ຄົນ ຫວຽດ ໄດ້ສືບທອດ, ອະນຸລັກຮັກສາ ແລະ ພັດທະນາ ເປັນເທວະດາ ມີຊື່ໃໝ່ວ່າ ທຽນ ອີ ແທ່໋ງ ເມົ໊າ ຫຼື ເມົ໊າ ທຽນ ອີ ອາ ນາ, ນາງເທວະດາ ທີ່ໄດ້ ຮັບຄວາມເຄົາລົບນັບຖື ຈາກຊາວເຜົ່າ ຫວຽດ ແລະ ຊາວເຜົ່າ ຈຳ ຢູ່ເຂດພາກກາງຕອນໃຕ້.
ທາດ Ponagar ເປັນກຸ່ມສະຖາປັດຕະຍະກຳ ຈຳທີ່ເປັນເອກະລັກ, ສ່ວນຫຼາຍແມ່ນໄດ້ຮັບການກໍ່ສ້າງ ດ້ວຍດິນຈີ່, ໂຟມ, ມີນໍ້າໜັກ ເບົາ ແລະ ຕິດກາວເຂົ້າກັນ ດ້ວຍວິທີພິເສດ ເຮັດໃຫ້ຕິດກັນ ເຖິງ ຂັ້ນເກືອບວ່າ ບໍ່ສະແດງໃຫ້ເຫັນ ການນຳໃຊ້ວັດສະດຸຕິດຈອດ ທົ່ວໄປ ຄື ປູນຊາຍ. ທາດບູຊາຫຼັກ ຕັ້ງຢູ່ ເຂດໃຈກາງ, ສູງປະ ມານ 23ມ, ມີຊື່ວ່າ ທາດ Ponagar ຫຼືເອີ້ນ ວ່າ ທາດ ບ່າ, ເພື່ອ ບູຊາ ນາງ Parvati, ພັນລະຍາ ຂອງ ພະ Shiva. ບັນດາຮູບປັ້ນ, ຮູບແກະສະຫຼັກ ແລະ ລາຍລະອຽດ ປະດັບປະດາ ຢູ່ໃນເຂດ ຫໍ ທາດ ຕ່າງກໍມີຄວາມສວຍງາມ ແລະ ແນບນຽນທີ່ສຸດ, ຊຶ່ງບັນດາ ນັກຄົ້ນຄ້ວາ ສິລະປະ ຖືວ່າ ເປັນຜົນການປະດິດແຕ່ງ ອັນລ້ຳຄ່າ ກ່ຽວກັບສິລະປະ ແກະສະຫຼັກ ຈຳປາບູຮານ.
ໜຶ່ງໃນບັນດາ ສະຖາປັດຕະຍະກຳ ທີ່ພົ້ນເດັ່ນ ຊຶ່ງນັກທ່ອງທ່ຽວບໍ່ສາມາດເບິ່ງຂ້າມ ເມື່ອມາຍັງນະຄອນແຄມທະເລ ຍາຈາງ ແມ່ນ ໂບດໃຫຍ່ ຍາຈາງ. ໂບດຕັ້ງຢູ່ໃຈກາງເມືອງ, ເທິງພູສູງ,ເລີ່ມໄດ້ຮັບການກໍ່ສ້າງໃນປີ 1928 ແລະ ສຳເລັດໃນປີ 1941. ໃນເມື່ອກ່ອນ, ເຂດນີ້ ເປັນປ່າແບບປະຖົມປະຖານ. ເພື່ອສ້າງ ສະຖາປັດຕະຍະກໍານີ້, ເຂົາເຈົ້າໄດ້ໃຊ້ລະເບີດ 500 ລູກ ເພື່ອປັບໜ້າດິນ ໃຫ້ພຽງ ດ້ວຍເນື້ອທີ່ ເຖິງ 4.500 ມ2.
ເປັນເວລາ ກວ່າ ສອງສ່ວນສາມສະຕະວັດ ໄດ້ຜ່ານໄປ, ໂບດ ໃຫຍ່ ຍາຈາງ ຍັງຄົງ ຮັກສາໄວ້ໄດ້ຮູບຊົງ ກໍຄືການສະຖາປັດຕະ ຍະກຳ Gotic ທີ່ເປັນເອກະລັກ ສະເພາະເບື້ອງຕົ້ນ. ປັດຈຸບັນ, ນອກຈາກການທຳພິທີທາງ ສະສາໜາແລ້ວ, ໂບດ ຍັງໄດ້ຕ້ອນ ຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ. ນອກຈາກໄດ້ຄົ້ນພົບຄວາມງາມ ຂອງ ໂບດແລ້ວ, ຈາກ ບ່ອນສູງຂອງພູໜ່ວຍນີ້, ນັກທ່ອງທ່ຽວ ຍັງສາ ມາດ ຊົມທິວທັດ ຂອງ ເມືອງແຄມທະເລ ຍາຈາງ ທີ່ສວຍງາມ ແຫ່ງນີ້.
ເມືອງຊາຍຝັ່ງທະເລ ຍາຈາງ ເຖິງຈະແມ່ນເວລາກາງຄືນ ຫຼື ກາງ ເວັນ ລ້ວນແຕ່ມີສະເໜ່ ດ້ວຍຮູບພາບຖະໜົນຢູ່ດ້້ານໜຶ່ງ ແລະ ທະເລ ຢູ່ອີກດ້ານໜຶ່ງ. ພິເສດ, ຫາດຊາຍທະເລ ຍາຈາງ - ໜຶ່ງໃນຫາດຊາຍທີ່ສວຍງາມທີ່ສຸດຂອງ ຫວຽດນາມ ມີຄວາມຍາວກວ່າ 10 ກມ, ມີຮູບຮ່າງຄ້າຍຄື ສ້ຽວ ໜຶ່ງ ຂອງ ດວງເດືອນ ທີ່ມີສະເໜ່ ແລະ ອ່ອນຊ້ອຍໂອບອ້ອມອ່າວ ຍາຈາງ ຂຽວສະອາດ, ເຊິ່ງແມ່ນຈຸດໝາຍປາຍທາງອັນດັບໜຶ່ງ ຂອງນັກທ່ອງທ່ຽວ ຜູ້ຮັກມັກສຳ ຜັດ ກັບບັນ ຍາກາດທີ່ປອດໂປ່ງ ໃສສະອາດ ຂອງທະເລ.
ສຳຫຼວດອ່າວ ຍາຈາງ
ເພື່ອຄົ້ນພົບຄວາມງາມ ທັງໝົດ ຂອງ ຍາຈາງ ຢ່າງສົມບູນແບບ, ມັນຄົງຈະຂາດຕົກບົກພ່ອງ ຖ້າບໍ່ກ່າວເຖິງອ່າວ ຍາຈາງ, ບ່ອນທີ່ ຖືວ່າ ເປັນ “ແດນສະຫວັນ” ແຫ່ງການທ່ອງທ່ຽວທາງທະເລ ຂອງ ເຂດພາກກາງຕອນໃຕ້. ອ່າວ ຍາຈາງ ຫຼື ເອີ້ນອີກຊື່ໜຶ່ງວ່າ ອ່າວ ບິ່ງກາງ ແມ່ນອ່າວທະເລ ຕັ້ງຢູ່ທາງທິດຕາເວັນອອກ ຂອງນະ ຄອນ, ມີເນື້ອທີ່ທັງໝົດປະມານ 24.965 ເຮັກຕາ. ໃນອ່າວມີ 19 ເກາະໃຫຍ່, ນ້ອຍທີ່ແຕກຕ່າງກັນ, ໃຫຍ່ທີ່ສຸດ ແມ່ນເກາະ ຮ່ອນ ແຈ, ມີເນື້ອທີ່ 3.250 ເຮັກຕາ ແລະ ນ້ອຍທີ່ສຸດແມ່ນ ເກາະ ຮ່ອນ ນອ໋ກ ມີເນື້ອທີ່ປະມານ 4 ເຮັກຕາ.
ອ່າວຍາຈາງ ເປັນທີ່ຮັບຮູ້ວ່າ ແມ່ນໜຶ່ງໃນ 29 ອ່າວທະເລທີ່ສວຍງາມທີ່ສຸດໂລກ. ໂດຍສະເພາະ, ສະຖານທີ່ແຫ່ງນີ້ ມີຊື່ສຽງ ກ່ຽວ ກັບລະບົບນິເວດ ຂອງ ເຂດຮ້ອນເອກະລັກ ທີ່ມີ ຄ່າຫາຍາກ ກັບ ກຸ່ມປະກາລັງຕິດຕໍ່ນໍ່ເນື່ອງກັນ ທີ່ແສນສວຍງາມ ຕັ້ງຢູ່ພາຍໃຕ້ ສາຍນ້ໍາໃສສະອາດ ພ້ອມກັບ ສິ່ງທີ່ມີຊີວິດໃຕ້ທ້ອງທະເລ ທີ່ ມີ ຄ່າຫາຍາກ ແລະ ຫຼາກຫຼາຍສີສັນ ນັບຫຼາຍຮ້ອຍຊະນິດ.
ໃນອ່າວ ມີເກາະ ຮ່ອນມູນ ກັບທະເລ ອ້ອມຮອບ ໄດ້ຖືກ ຕີລາຄາ ວ່າ ມີຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ທີ່ສຸດ ອາຊີຕາເວັນ ອອກສ່ຽງໃຕ້. ຕາມການສຳຫຼວດ ແລະ ຜົນການຄົ້ນຄວ້າ, ເຂດທະເລ ຢູ່ທີ່ນີ້ ມີປະກາລັງ 350 ຊະນິດ, ປາ coral reef fishes 230 ກວ່າຊະນິດ, ສັດບໍ່ມີກະດູກສັນຫຼັງ 112 ຊະນິດ, ສັດທະເລ ຂະໜາດນ້ອຍ 112 ຊະນິດ, ເທົາ 69 ຊະນິດ ແລະ ຫຍ້າທະເລ 7 ຊະນິດ. ນະແຫ່ງນີ້ຍັງມີຊື່ສຽງ ຍ້ອນມີບໍລິການ ທາງທະເລ, ຄົ້ນ ພົບໃຕ້ທ້ອງທະເລ ໂດຍກຳປັ່ນພື້ນແກ້ວ ແລະ ການບໍລິການ ດໍາ ນ້ໍາທະເລ. ປັດຈຸບັນ, ຮ່ອນມູນ ຍັງເປັນບ່ອນດຳ ນ້ຳທະເລທີ່ສວຍງາມທີ່ສຸດຢູ່ ຫວຽດນາມ.
ເກາະນົກແອ່ນ ຮ່ອນໂນ້ຍ ກໍແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ຄວນ ພາດ ເມື່ອໄປຢ້ຽມຢາມ ເກາະ ທະເລຢູ່ ຍາຈາງ. ມາຍັງ ຮ່ອນ ໂນ້ຍ, ນັກທ່ອງທ່ຽວ ຈະໄດ້ຢ້ຽມຢາມ ຫໍວິຫານ ສັກກາລະບູຊາ ບັນພະບຸລຸດ ຂອງ ອາຊີບຂຸດຄົ້ນຮັງນົກແອ່ນ, ຮັບຟັງເລື່ອງລາວ ກ່ຽວກັບປະຫວັດຄວາມເປັນມາ ຂອງ ອາຊີບຂຸດຄົ້ນຮັງນົກແອ່ນ, ຊົມຖ້ຳຕ່າງໆ ມີຮັງນົກແອ່ນ ເທິງໜ້າຜາຫີນ ແລະ ແຊ່ຕົວ ໃນນໍ້າ ທະເລ ບໍລິສຸດສີຟ້າ ຕາມໃຈຊອບ.
ພິເສດ, ເກາະ ຮ່ອນແຈ ໄດ້ຖືວ່າ ເປັນ “ແດນສະຫວັນ” ແຫ່ງການ ມ່ວນຊື່ນ, ບັນເທີງ ແລະ ການພັກຜ່ອນຢ່ອນຄາຍອາລົມ ຢູ່ອ່າວ ຢາຈາງ ຍ້ອນນະແຫ່ງນີ້ມີ Vinpearl ຍາຈາງ - ກຸ່ມສະຖານທີ່ທ່ອງທ່ຽວ ມ່ວນຊື່ນ, ບັນເທີງ ແລະ ຄົ້ນພົບທະເລ ແຖວໜ້າໃນອາຊີຕາເວັນອອກສ່ຽງໃຕ້.
ເຊື່ອມຕໍ່ຈາກນະຄອນ ຍາຈາງ ໄປຫາ ເກາະ ຮ່ອນແຈ ແມ່ນ ລະ ບົບກະເຊົ້າລອຍຟ້າ ຂ້າມທະເລທີ່ມີຊື່ສຽງ ມີຄວາມຍາວ ກວ່າ 3 ກິໂລແມັດ, ໄດ້ຮັບການຮັບຮອງຈາກ ອົງການສະຖິຕິ Guinness ວ່່າ ເປັນລະບົບກະເຊົ້າລອຍຟ້າ ຂ້າມທະເລ ຍາວທີ່ສຸດໂລກ. ຈາກກະເຊົ້າລອຍຟ້າຂ້າມທະເລ, ນັກທ່ອງທ່ຽວຈະໄດ້ ຊົມພາບ ທິວທັດທີ່ໃຫຍ່ໂຕໂອ້ຖົງ ແລະ ສວຍງາມຂອງ ອ່າວ ຍາຈາງ ດ້ວຍ ນ້ຳທະເລ ທີ່ຂຽວສົດໃສ, ພາບເຮືອແພໄປມາຢ່າງຄວັກໄຄ່ວ ແລະ ເກາະຫຼາຍໜ່ວຍຕັ້ງສະຫຼັບຊັບຊ້ອນກັນ ໃນຫຼາຍຮູບຊົງ.
ມາຍັງ Vinpearl ຍາຈາງ ເທິງເກາະ ຮ່ອນແຈ, ນັກທ່ອງທ່ຽວ ຈະ ໄດ້ສຳຜັດກັບກຸ່ມສະຖານທີ່ມ່ວນຊື່ນ, ບັນເທີງອັນດັບຕົ້ນໆ Vinwonder ກັບເກມທີ່ໜ້າຈັບໃຈ, ແປກໃໝ່ ແລະ ທັນສະໄໝ ຫຼາຍຊະນິດ ເພື່ອໃຫ້ນັກທ່ອງທ່ຽວຄົ້ນພົບ ແລະ ຜ່ານປະສົບການ ຕົວຈິງເຊັ່ນ: ລອງກຳລັງກັບລະບົບລານ ສະໄລເດີ້ zipline 880 ມ, ຍາວທີ່ສຸດ, ຊັນທີ່ສຸດ ແລະ ສູງທີ່ສຸດ ຫວຽດນາມ; ຄົ້ນພົບ ຄວາມສວຍງາມ ຢ່າງເລິກລັບ ມະຫັດສະຈັນ ຂອງ ພື້ນອ່າວ ຍາ ຈາງ ດ້ວຍກຳປັ່ນດຳນ້ຳ Vinpearl Submarine ຍາຈາງ, ຊຶ່ງເປັນ ກຳປັ່ນດຳນ້ຳ ສຳຫຼວດພື້ນທະເລ ໃຊ້ພະລັງງານໄຟຟ້າ ລຳທຳ ອິດ ຂອງໂລກ ມີຝາແກ້ວທີ່ໂປ່ງໃສ ດ້ວຍໄລຍະເບິ່ງ 360 ອົງສາ; ຊົມການສະແດງດົນຕີນໍ້າ ແລະ ລາຍການສະແດງ Tata Show “ລ້ານໂດລາ”; ເພີດເພີນກັບຄວາມງາມ ຂອງ ສວນດອກໄມ້ 5 ທະວີບ ມີດອກໄມ້ທີ່ແປກປະຫຼາດ ຫຼາຍຊະນິດໃນໂລກ; ຜ່ານ ປະສົບການຕົວຈິງ ໃນໂລກທໍາມະຊາດ ຢູ່ທີ່ສວນສັດ ເຄິ່ງ ທໍາມະຊາດ King's Garden, ບ່ອນມີສັດ ທີ່ມີຄ່າຫາຍາກ ຫຼາຍ ຊະນິດໃນໂລກ; ຢ້ຽມຊົມ ເມືອງບາດານ ກວ້າງ 3.400 ມ2 ກັບສັດທະເລ ທີ່ມີຄ່າຫາຍາກ ແລະ ແປກຕາກວ່າ 300 ຊະນິດ... ແລະ ເກມຜະຈົນໄພ ອື່ນໆ..
ໂດຍສະເພາະ, ມາຍັງ ຮ່ອນແຈ ນັກທ່ອງທ່ຽວກໍບໍ່ຄວນພາດ ໂອ ກາດທີ່ຈະເພີດເພີນ ກັບການພັກຜ່ອນ ລະດັບ 5 ດາວ ຂອງ Vinpearl. ນັກທ່ອງທ່ຽວພັກຜ່ອນ ຢູ່ທີ່ນີ້ ບໍ່ພຽງແຕ່ ໄດ້ນຳໃຊ້ ບໍລິ ການດູແລ ລະດັບໂລກເທົ່ານັ້ນ, ແຕ່ຍັງມີ ໂອກາດ ໄດ້ປະລອງ ກຳລັງຢູ່ ສະໜາມກ໊ອຟ 18 ຂຸມ ທີ່ໄດ້ມາດຕະຖານ ສາກົນ ແລະ ການບໍລິການ ທີ່ສະດວກລໍ້າຍຸກ ອື່ນໆ ອີກດ້ວຍ.
ເມືອງທະເລ ຍາຈາງ ປັດຈຸບັນ ພວມມີການປ່ຽນແປງໃນ ແຕ່ລະມື້ ພ້ອມກັບ ຈັງຫວະແຫ່ງການດຳລົງຊີວິດ ທີ່ໜຸ່ມແໜ້ນ, ທັນສະໄໝ, ຂະຫຍັນຂັນເຄື່ອນ, ປ່ຽນໃໝ່ ແລະ ພັດທະນາ. ທຸກສິ່ງທີ່ ເມືອງ ແຄມຝັ່ງທະເລ ທີ່ສວຍງາມນີ້ໄດ້ ແລະ ກຳລັງມີ ຈະສ້າງ ຄວາມປະທັບໃຈ ອັນດີງາມ ຢູ່ໃນໃຈຂອງນັກທ່ອງທ່ຽວ, ເຖິງວ່າ ຈະມາຄັ້ງດຽວ ກໍຄົງຈະບໍ່ມີວັນລືມ.
ບົດ: ທົງຫາຍ - ພາບ: ຮວ່າງຮ່າ, ໂດ໊ຕ໋ວນຫງອກ ແລະ ເອກະສານ VNP- ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ