ນະຄອນແຫ່ງທະເລ ຍາຈາງ

ນະຄອນແຫ່ງທະເລ ຍາຈາງ

ນະຄອນ​ແຄມ​ຝັ່ງ​ທະ​ເລ​ ຍາຈາງ ​ແມ່ນ​ສູນ​ການ​ເມືອງ, ​ເສດຖະ ກິດ, ວັດທະນະ​ທຳ​ ຂອງ ແຂວງ ແຄ໋ງຮ່ວາ, ​ດິນ​ແດນ​ທີ່ໄດ້ຮັບຂະ ໜາມນາມວ່າ ເປັນເຂດ “ປ່າ​ເກດສະໜາ, ທະເລນົກແອ່ນ”. ນະ ແຫ່ງ ນີ້ມີຮ່ອງຮອຍປະຫວັດສາດ, ວັດທະນະທຳຫຼາຍແຫ່ງ ທີ່ມີ ມາແຕ່ດົນນານ ແລະ ເຂັ້ມຂົ້ນໄປດ້ວຍ ຂີດໝາຍ ຂອງພື້ນຖານ ອາລິຍະທຳ ຈຳປາບູຮານ. ພິ​ເສດ, ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມຊວນຝັນ, ອ່າວ ຍາຈາງ​ ແມ່ນອ່າວ​ທີ​ສອງ​ຂອງ ​ຫວຽດ​ນາມ - ຖັດ​ຈາກ​ອ່າວ ຮ້າ​ລອງ - ຖືກ​ຮັບ​ຮູ້​ວ່າ​ ແມ່ນ​ອ່າວທະເລ​ທີ່ສວຍງາມ​ທີ່​ສຸດ​ໂລກ. ດ້ວຍຄວາມງາມທີ່ເປັນເອກະລັກ ແບບ “ເທິງຖະໜົນ ໃຕ້ທະເລ”, ນະຄອນ ຍາຈາງ ຍາມໃດ ກໍ່ເຮັດໃຫ້ ຈິດໃຈ ຄົນຫຼົງໄຫຼ ແລະ ກາຍເປັນສະຖານທີ່ ທ່ອງທ່ຽວທະເລ ທີ່ ໜ້າຈັບໃຈ ສຳລັບນັກທ່ອງທ່ຽວ, ໂດຍສະເພາະຢ່າງຍິ່ງ ແມ່ນນັກທ່ອງທ່ຽວ ຕ່າງປະເທດ ເມື່ອມີໂອກາດ ມາຍັງ ຫວຽດນາມ.

ມຸມ​ໜຶ່ງ​ ຂອງ ​ນະຄອນ​ແຄມ​ທະ​ເລ ຍາຈາງ (ແຂວງ ແຄ໋ງ​ຮວ່າ). ພາບ: ຮວ່າງຮ່າ/VNP

ຮ່ອງຮອຍເກົ່າ ໃນເມືອງ​ແຄມ​ທະ​ເລ​

ມາ​ຍັງນະ​ຄອນ​ແຄມ​ທະ​ເລ​ ຍາຈາງ ທີ່​ສວຍ​​ງາມ​ ແລະ ​ມີ​ຊີ​ວິດ​ຊີ​ວາ, ນອກຈາກການພັກຜ່ອນ ແລະ ​ໄປ​ຢ້ຽມ​ຢາມ​ ທິວທັດທະເລ,​ ນັກທ່ອງທ່ຽວ ຍັງມີໂອກາດ ໄດ້ຄົ້ນພົບ ປູສະນີຍະສະຖານ ປະ ຫວັດສາດ ແລະ ກິດຈະການ ວັດທະນະທຳຫຼາຍແຫ່ງທີ່​ມີ​ຊື່​ສຽງ ດ້ວຍຮູບແບບ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຫຼາຍຢ່າງ ທີ່​ແຕກ​ຕ່າງ​ກັນ.

ເປັນດິນແດນ ເຄີຍເປັນຈຸດທີ່ຕັ້ງສຳຄັນທາງປະຫວັດສາດ ຂອງ ອານາຈັກ ຈຳປາ ບູຮານ, ນະຄອນ ຍາຈາງ ໃນປັດຈຸບັນ ຍັງຄົງ ຮັກສາ ມໍລະດົກວັດທະນະທຳ ຈໍາປາ ໄວ້ໄດ້ຫຼາຍຢ່າງ. ​ພົ້ນ​ເດັ່ນ ສຸດ ແມ່ນທາດ ບ່າ Ponagar (ທາດ Ponagar), ກິດຈະການ ສະ ​ຖາ​ປັດ​ຕະ​ຍະ​ກຳ​ ຈຳ​ປາ​ບູຮານ ທີ່​ແສນສວຍ​ງາມ ຖືກ​ສ້າງ​ຂຶ້ນ​ກາງ​ສະ​ຕະ​ວັດ​ທີ VIII ເທິງ ຈອມ​ພູ​ນ້ອຍ,​ ສູງ​ປະມານ 20 ມ ເມື່ອ ທຽບກັບໜ້ານ້ຳ​ທະ​ເລ, ຫ່າງ​ຈາກ​ຕົວ​ເມືອງ​ບໍ່​ໄກ. ສະຖານ​ແຫ່ງທີ່​ນີ້​ເຄີຍ​ເປັນສູນກາງ​ທາງ​ສາສະໜາ​ ສັກກາລະບູຊາ​ ນາງ ເທວະດາ Ponagar, ​ແມ່​ຂອງ​ດິນແດນຊາວ​ເຜົ່າ​ ຈຳ. ຕໍ່ມາ ຄົນ ຫວຽດ ໄດ້ສືບທອດ, ອະນຸລັກຮັກສາ ແລະ ພັດທະນາ ເປັນເທວະດາ ມີຊື່ໃໝ່ວ່າ ທຽນ ອີ ແທ່໋ງ ເມົ໊າ ຫຼື ເມົ໊າ ທຽນ ອີ ອາ ນາ, ນາງເທວະດາ ທີ່ໄດ້ ຮັບຄວາມເຄົາລົບນັບຖື ຈາກຊາວເຜົ່າ ຫວຽດ ແລະ ຊາວເຜົ່າ ຈຳ ຢູ່ເຂດພາກກາງຕອນໃຕ້.

ທາງໄປຫາທາດ ບ່າ Ponagar (ທາດ Ponagar). ພາບ: ໂດ໊ຕ໋ວນຫງອກ

ທາດ Ponagar ເປັນກຸ່ມສະຖາປັດຕະຍະກຳ ຈຳທີ່ເປັນເອກະລັກ, ສ່ວນຫຼາຍແມ່ນໄດ້ຮັບການກໍ່ສ້າງ ດ້ວຍດິນຈີ່, ໂຟມ, ມີນໍ້າໜັກ ເບົາ ແລະ ຕິດກາວເຂົ້າກັນ ດ້ວຍວິທີພິເສດ ເຮັດໃຫ້ຕິດກັນ ເຖິງ ຂັ້ນເກືອບວ່າ ບໍ່ສະແດງໃຫ້ເຫັນ ການນຳໃຊ້ວັດສະດຸຕິດຈອດ ທົ່ວໄປ ຄື ປູນຊາຍ. ທາດບູຊາຫຼັກ ຕັ້ງຢູ່ ເຂດໃຈກາງ, ສູງປະ ມານ 23, ມີຊື່ວ່າ ທາດ Ponagar ຫຼືເອີ້ນ ວ່າ ທາດ ບ່າ, ເພື່ອ ບູຊາ ນາງ Parvati, ພັນລະຍາ ຂອງ ພະ Shiva. ບັນດາຮູບປັ້ນ, ຮູບແກະສະຫຼັກ ແລະ ລາຍລະອຽດ ປະດັບປະດາ ຢູ່ໃນເຂດ ຫໍ ທາດ ຕ່າງກໍມີຄວາມສວຍງາມ ແລະ ແນບນຽນທີ່ສຸດ, ຊຶ່ງບັນດາ ນັກຄົ້ນຄ້ວາ ສິລະປະ ຖືວ່າ ເປັນຜົນການປະດິດແຕ່ງ ອັນລ້ຳຄ່າ ກ່ຽວກັບສິລະປະ ແກະສະຫຼັກ ຈຳປາບູຮານ. 

ໜຶ່ງໃນ​ບັນດາ​ ສະຖາປັດຕະຍະກຳ ​ທີ່ພົ້ນເດັ່ນ​ ຊຶ່ງ​ນັກ​ທ່ອງ​ທ່ຽວ​ບໍ່​ສາມາດ​ເບິ່ງຂ້າມ ​ເມື່ອ​ມາ​ຍັງ​ນະຄອນ​ແຄມ​ທະ​ເລ​ ຍາຈາງ ​ແມ່ນ ໂບດໃຫຍ່ ຍາຈາງ. ໂບດ​ຕັ້ງ​ຢູ່​ໃຈກາງ​ເມືອງ, ​ເທິງ​ພູ​ສູງ,​ເລີ່ມໄດ້ຮັບການກໍ່ສ້າງ​ໃນ​ປີ 1928 ​ແລະ ​ສຳ​ເລັດ​ໃນ​ປີ 1941. ​ໃນ​ເມື່ອ​ກ່ອນ, ​​ເຂດນີ້​ ເປັນປ່າແບບປະຖົມປະຖານ. ເພື່ອສ້າງ ສະຖາປັດຕະຍະກໍານີ້, ເຂົາເຈົ້າໄດ້ໃຊ້ລະເບີດ 500 ລູກ ເພື່ອປັບໜ້າດິນ ໃຫ້ພຽງ ດ້ວຍເນື້ອທີ່ ເຖິງ 4.500 2.


ເປັນເວລາ ກວ່າ ສອງສ່ວນສາມສະຕະວັດ ໄດ້ຜ່ານໄປ, ໂບດ ໃຫຍ່ ຍາຈາງ ຍັງຄົງ ຮັກສາໄວ້ໄດ້ຮູບຊົງ ກໍຄືການສະຖາປັດຕະ ຍະກຳ Gotic ທີ່ເປັນເອກະລັກ ສະເພາະເບື້ອງຕົ້ນ. ປັດຈຸ​ບັນ, ນອກຈາກການ​ທຳພິທີທາງ ສະສາໜາແລ້ວ, ໂບດ​ ຍັງ​ໄດ້​ຕ້ອນ ຮັບ​ນັກ​ທ່ອງ​ທ່ຽວ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ທີ່ມາ​ຢ້ຽມຊົມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນອກຈາກໄດ້ຄົ້ນພົບຄວາມງາມ ຂອງ ໂບດແລ້ວ, ຈາກ ບ່ອນສູງຂອງພູໜ່ວຍນີ້, ນັກທ່ອງທ່ຽວ ຍັງສາ ມາດ ຊົມທິວທັດ ຂອງ ເມືອງແຄມທະເລ ຍາຈາງ ທີ່ສວຍງາມ ແຫ່ງນີ້.

ເມືອງ​ຊາຍ​ຝັ່ງ​ທະ​ເລ ຍາຈາງ ເຖິງຈະແມ່ນເວລາກາງຄືນ ຫຼື ກາງ ເວັນ ​ລ້ວນ​ແຕ່​ມີ​ສະ​ເໜ່​ ດ້ວຍ​ຮູບພາບ​ຖະໜົນ​ຢູ່​ດ້້ານ​ໜຶ່ງ ​ແລະ​ ທະ​ເລ ​ຢູ່​ອີກດ້ານ​ໜຶ່ງ. ພິ​ເສດ, ຫາດ​ຊາຍ​ທະ​ເລ​ ຍາ​ຈາງ - ໜຶ່ງ​ໃນ​ຫາດ​ຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ ​ຫວຽດ​ນາມ ມີ​ຄວາມຍາວກວ່າ 10 ກມ, ມີ​ຮູບ​ຮ່າງ​ຄ້າຍຄື ສ້ຽວ ໜຶ່ງ ຂອງ ດວງເດືອນ​ ທີ່​ມີ​ສະ​ເໜ່ ແລະ ອ່ອນ​ຊ້ອຍ​ໂອບ​ອ້ອມ​ອ່າວ​ ຍາ​ຈາງ​ ຂຽວ​ສະ​ອາດ, ​ເຊິ່ງ​ແມ່ນ​ຈຸດ​ໝາຍປາຍທາງ​ອັນ​ດັບ​ໜຶ່ງ​ ຂອງ​ນັກ​ທ່ອງ​ທ່ຽວ ຜູ້ຮັກມັກສຳ ຜັດ ກັບບັນ ຍາກາດທີ່ປອດໂປ່ງ ໃສສະອາດ ຂອງທະເລ. 


ສຳຫຼວດອ່າວ ຍາຈາງ

ເພື່ອຄົ້ນພົບຄວາມງາມ ທັງໝົດ ຂອງ ຍາຈາງ ຢ່າງສົມບູນແບບ, ມັນຄົງຈະຂາດຕົກບົກພ່ອງ ຖ້າບໍ່ກ່າວເຖິງອ່າວ ຍາຈາງ, ບ່ອນທີ່ ຖືວ່າ ເປັນ “ແດນສະຫວັນ” ແຫ່ງການທ່ອງທ່ຽວທາງທະເລ ຂອງ ເຂດພາກກາງຕອນໃຕ້. ອ່າວ ຍາຈາງ ຫຼື ເອີ້ນອີກຊື່ໜຶ່ງວ່າ ອ່າວ ບິ່ງກາງ ແມ່ນອ່າວທະເລ ຕັ້ງຢູ່ທາງທິດຕາເວັນອອກ ຂອງນະ ຄອນ, ມີເນື້ອທີ່ທັງໝົດປະມານ 24.965 ເຮັກຕາ. ໃນອ່າວມີ 19 ເກາະໃຫຍ່, ນ້ອຍທີ່ແຕກຕ່າງກັນ, ໃຫຍ່ທີ່ສຸດ ແມ່ນເກາະ ຮ່ອນ ແຈ, ມີເນື້ອທີ່ 3.250 ເຮັກຕາ ແລະ ນ້ອຍທີ່ສຸດແມ່ນ ເກາະ ຮ່ອນ ນອ໋ກ ມີເນື້ອທີ່ປະມານ 4 ເຮັກຕາ.

ອ່າວ​ຍາ​ຈາງ​ ເປັນທີ່​ຮັບ​ຮູ້​ວ່າ ​ແມ່ນ​ໜຶ່ງ​ໃນ 29 ອ່າວທະເລ​ທີ່​ສວຍ​ງາມ​ທີ່​ສຸດ​​ໂລກ. ໂດຍສະເພາະ, ສະຖານທີ່ແຫ່ງນີ້ ມີຊື່ສຽງ ກ່ຽວ ກັບລະບົບນິເວດ ຂອງ ເຂດຮ້ອນເອກະລັກ ທີ່ມີ ຄ່າຫາຍາກ ກັບ ກຸ່ມປະກາລັງຕິດຕໍ່ນໍ່ເນື່ອງກັນ ທີ່ແສນສວຍງາມ ຕັ້ງຢູ່ພາຍໃຕ້ ສາຍນ້ໍາໃສສະອາດ ພ້ອມກັບ ສິ່ງທີ່ມີຊີວິດໃຕ້ທ້ອງທະເລ ທີ່ ມີ ຄ່າຫາຍາກ ແລະ ຫຼາກຫຼາຍສີສັນ ນັບຫຼາຍຮ້ອຍຊະນິດ. 

ນັກ​​ທ່ອງ​ທ່ຽວຄົ້ນພົບ​ຫາດ​ຊາຍ ຮ່ອນ​ໂນ້ຍ. ພາບ: VNP

ໃນອ່າວ ມີເກາະ ຮ່ອນມູນ ກັບທະເລ ອ້ອມຮອບ ໄດ້ຖືກ ຕີລາຄາ ວ່າ ມີຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ທີ່ສຸດ ອາຊີຕາເວັນ ອອກສ່ຽງໃຕ້. ຕາມ​ການ​ສຳ​ຫຼວດ ​ແລະ ຜົນ​ການ​ຄົ້ນ​ຄວ້າ, ເຂດ​ທະ​ເລ​ ຢູ່​ທີ່​ນີ້​ ມີ​ປະ​ກາ​ລັງ 350 ຊະນິດ, ປາ coral reef fishes 230 ກວ່າ​ຊະນິດ, ສັດບໍ່ມີກະດູກສັນຫຼັງ 112 ຊະນິດ, ສັດທະເລ ຂະໜາດນ້ອຍ 112 ຊະນິດ, ເທົາ 69 ຊະນິດ ແລະ ຫຍ້າທະເລ 7 ຊະນິດ. ນະແຫ່ງນີ້ຍັງມີຊື່ສຽງ ຍ້ອນມີບໍລິການ ທາງທະເລ, ຄົ້ນ ພົບໃຕ້ທ້ອງທະເລ ໂດຍກຳປັ່ນພື້ນແກ້ວ ແລະ ການບໍລິການ ດໍາ ນ້ໍາທະເລ. ​ປັດຈຸ​ບັນ, ຮ່ອນ​ມູນ ​ຍັງ​ເປັນ​ບ່ອນ​ດຳ​ ນ້ຳທະເລ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ ຫວຽດ​ນາມ.

ເກາະນົກແອ່ນ ຮ່ອນ​ໂນ້ຍ ກໍແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ບໍ່​ຄວນ ພາດ ເມື່ອ​ໄປ​ຢ້ຽມ​ຢາມ​ ເກາະ ທະເລຢູ່ ຍາຈາງ. ມາ​ຍັງ ຮ່ອນ ໂນ້ຍ, ນັກ​ທ່ອງ​ທ່ຽວ​ ຈະໄດ້​ຢ້ຽມ​ຢາມ ຫໍວິຫານ ສັກກາລະບູຊາ ບັນພະບຸລຸດ ຂອງ ອາຊີບຂຸດຄົ້ນຮັງນົກແອ່ນ, ຮັບຟັງ​ເລື່ອງລາວ ​ກ່ຽວ​ກັບ​ປະ​ຫວັດຄວາມເປັນມາ ຂອງ ອາຊີບ​ຂຸດ​ຄົ້ນ​ຮັງ​ນົກແອ່ນ, ຊົມຖ້ຳ​ຕ່າງໆ ມີຮັງ​ນົກແອ່ນ ​ເທິງ​ໜ້າ​ຜາຫີນ ແລະ ແຊ່ຕົວ ໃນນໍ້າ ທະເລ ບໍລິສຸດສີຟ້າ ຕາມໃຈຊອບ. 


ພິ​ເສດ, ເກາະ​ ຮ່ອນແຈ ໄດ້ຖື​ວ່າ​ ເປັນ “ແດນສະຫວັນ” ແຫ່ງ​ການ ມ່ວນຊື່ນ, ບັນເທີງ ແລະ ການ​ພັກຜ່ອນ​ຢ່ອນ​ຄາຍອາລົມ ​ຢູ່​ອ່າວ ​ຢາ​ຈາງ ຍ້ອນນະແຫ່ງນີ້​ມີ Vinpearl ຍາຈາງ - ກຸ່ມສະຖານ​ທີ່​ທ່ອງ​ທ່ຽວ ມ່ວນຊື່ນ, ​ບັນ​ເທີງ ​ແລະ ຄົ້ນພົບ​ທະ​ເລ​ ແຖວ​ໜ້າ​ໃນ​ອາຊີຕາ​ເວັນ​ອອກ​ສ່ຽງໃຕ້.

ເຊື່ອມຕໍ່ຈາກນະຄອນ ຍາຈາງ ໄປຫາ ເກາະ ຮ່ອນແຈ ແມ່ນ ລະ ບົບກະເຊົ້າລອຍຟ້າ ຂ້າມທະເລທີ່ມີຊື່ສຽງ ມີຄວາມຍາວ ກວ່າ 3 ກິໂລແມັດ, ໄດ້ຮັບການຮັບຮອງຈາກ ອົງການສະຖິຕິ Guinness ວ່່າ ເປັນລະບົບກະເຊົ້າລອຍຟ້າ ຂ້າມທະເລ ຍາວທີ່ສຸດໂລກ. ຈາກກະເຊົ້າລອຍຟ້າຂ້າມທະເລ, ນັກທ່ອງທ່ຽວຈະໄດ້ ຊົມພາບ ທິວທັດທີ່ໃຫຍ່ໂຕໂອ້ຖົງ ແລະ ສວຍງາມຂອງ ອ່າວ ຍາຈາງ ດ້ວຍ ນ້ຳທະເລ ທີ່ຂຽວສົດໃສ, ພາບເຮືອແພໄປມາຢ່າງຄວັກໄຄ່ວ ແລະ ເກາະຫຼາຍໜ່ວຍຕັ້ງສະຫຼັບຊັບຊ້ອນກັນ ໃນຫຼາຍຮູບຊົງ. 

ມາຍັງ Vinpearl ຍາຈາງ ເທິງເກາະ ຮ່ອນແຈ, ນັກທ່ອງທ່ຽວ ຈະ ໄດ້ສຳຜັດກັບກຸ່ມສະຖານທີ່ມ່ວນຊື່ນ, ບັນເທີງອັນດັບຕົ້ນໆ Vinwonder ກັບເກມທີ່ໜ້າຈັບໃຈ, ແປກໃໝ່ ແລະ ທັນສະໄໝ ຫຼາຍຊະນິດ ເພື່ອໃຫ້ນັກທ່ອງທ່ຽວຄົ້ນພົບ ແລະ ຜ່ານປະສົບການ ຕົວຈິງເຊັ່ນ: ລອງກຳລັງກັບລະບົບລານ ສະໄລເດີ້ zipline 880, ຍາວທີ່ສຸດ, ຊັນທີ່ສຸດ ແລະ ສູງທີ່ສຸດ ຫວຽດນາມ; ຄົ້ນພົບ ຄວາມສວຍງາມ ຢ່າງເລິກລັບ ມະຫັດສະຈັນ ຂອງ ພື້ນອ່າວ ຍາ ຈາງ ດ້ວຍກຳປັ່ນດຳນ້ຳ Vinpearl Submarine ຍາຈາງ, ຊຶ່ງເປັນ ກຳປັ່ນດຳນ້ຳ ສຳຫຼວດພື້ນທະເລ ໃຊ້ພະລັງງານໄຟຟ້າ ລຳທຳ ອິດ ຂອງໂລກ ມີຝາແກ້ວທີ່ໂປ່ງໃສ ດ້ວຍໄລຍະເບິ່ງ 360 ອົງສາ; ຊົມການສະແດງດົນຕີນໍ້າ ແລະ ລາຍການສະແດງ Tata Show “ລ້ານໂດລາ”; ເພີດເພີນກັບຄວາມງາມ ຂອງ ສວນດອກໄມ້ 5 ທະວີບ ມີດອກໄມ້ທີ່ແປກປະຫຼາດ ຫຼາຍຊະນິດໃນໂລກ; ຜ່ານ ປະສົບການຕົວຈິງ ໃນໂລກທໍາມະຊາດ ຢູ່ທີ່ສວນສັດ ເຄິ່ງ ທໍາມະຊາດ King's Garden, ບ່ອນມີສັດ ທີ່ມີຄ່າຫາຍາກ ຫຼາຍ ຊະນິດໃນໂລກ; ຢ້ຽມ​ຊົມ ເມືອງບາດານ ກວ້າງ 3.4002 ກັບ​ສັດ​ທະ​ເລ ​ທີ່ມີຄ່າ​ຫາ​ຍາກ ​ແລະ ​ແປກຕາ​ກວ່າ 300 ຊະ​ນິດ... ແລະ ​ເກມ​ຜະ​ຈົນ​ໄພ​ ອື່ນໆ​..


ໂດຍສະເພາະ, ມາຍັງ ຮ່ອນແຈ ນັກທ່ອງທ່ຽວກໍບໍ່ຄວນພາດ ໂອ ກາດທີ່ຈະເພີດເພີນ ກັບການພັກຜ່ອນ ລະດັບ 5 ດາວ ຂອງ Vinpearl. ນັກທ່ອງທ່ຽວພັກຜ່ອນ ຢູ່ທີ່ນີ້ ບໍ່ພຽງແຕ່ ໄດ້ນຳໃຊ້ ບໍລິ ການດູແລ ລະດັບໂລກເທົ່ານັ້ນ, ແຕ່ຍັງມີ ໂອກາດ ໄດ້ປະລອງ ກຳລັງຢູ່ ສະໜາມກ໊ອຟ 18 ຂຸມ ທີ່ໄດ້ມາດຕະຖານ ສາກົນ ແລະ ການບໍລິການ ທີ່ສະດວກລໍ້າຍຸກ ອື່ນໆ ອີກດ້ວຍ. 

ເມືອງ​​ທະ​ເລ​ ຍາຈາງ ​ປັດຈຸບັນ ​ພວມ​ມີ​ການ​ປ່ຽນ​ແປງ​ໃນ ແຕ່ລະມື້ ພ້ອມກັບ ຈັງຫວະແຫ່ງການດຳລົງຊີວິດ ທີ່ໜຸ່ມແໜ້ນ, ທັນ​ສະ​ໄໝ, ຂະຫຍັນ​ຂັນ​ເຄື່ອນ, ປ່ຽນໃໝ່ ​ແລະ ພັດທະນາ. ທຸກສິ່ງທີ່ ເມືອງ ແຄມຝັ່ງທະເລ ທີ່ສວຍງາມນີ້ໄດ້ ແລະ ກຳລັງມີ ຈະສ້າງ ຄວາມປະທັບໃຈ ອັນດີງາມ ຢູ່ໃນໃຈຂອງນັກທ່ອງທ່ຽວ, ເຖິງວ່າ ຈະມາຄັ້ງດຽວ ກໍຄົງຈະບໍ່ມີວັນລືມ.

ສວນສະໜຸກ Vinpearl ເທິງເກາະ ຮ່ອນແຈ (ນະຄອນ ຍາ ຈາງ, ແຂວງ ແຄ໋ງຮ່ວາ) ແມ່ນໜຶ່ງ ໃນບັນດາຈຸດນັດພົບ ທີ່ໜ້າສົນໃຈ ຂອງ ນະຄອນແຫ່ງນີ້. ພາບ: ຮວ່າງຮ່າ/VNP

ບົດ: ທົງຫາຍ - ພາບ: ຮວ່າງຮ່າ, ໂດ໊ຕ໋ວນຫງອກ ແລະ ເອກະສານ VNP- ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ 


top