ຊຸດປະຈໍາ ເຜົ່າ ຂອງ ຊາວ ເຜົ່າ ເມີນົງ
ພ້ອມກັບວົງຄະນາຍາດ ຊາວເຜົ່າ ສ່ວນໜ້ອຍຢູ່ເຂດ ໄຕງວຽນ, ຊາວເຜົ່າ ເມີນົງ, ໜຶ່ງໃນບັນດາຊົນເຜົ່າ ປະຈຳຖິ່ນ ມາແຕ່ດົນນານ ຍັງຄົງຮັກສາໄວ້ໄດ້ ຮີດຄອງປະເພນີ ແລະ ສີສັນວັດທະນະທຳ ຫຼາຍຢ່າງທີ່ເປັນເອກະລັກສະເພາະ, ໜຶ່ງໃນນັ້ນກໍ່ຄື ຊຸດປະຈໍາເຜົ່າ.
ການຕໍ່າຜ້າ, ຕັດຫຍິບເສື້ອຜ້າ ໃຫ້ທຸກຄົນ ໃນຄອບຄົວແມ່ນວຽກສຸດທີ່ສຳຄັນ ສຳລັບແມ່ຍິງເຜົ່າ ເມີນົງ. ຂັ້ນຕອນຜະລິດເຄື່ອງແຕ່ງກາຍ, ນັບແຕ່ການອິ້ວຝ້າຍ, ປັ່ນຫຼອດ, ເຂັນຝ້າຍ, ຍ້ອມຜ້າ, ໂດຍສະເພາະແມ່ນການຕົກແຕ່ງລວດລາຍ ຕ້ອງໃຊ້ເວລາ ແລະ ເຫື່ອແຮງຫຼາຍພໍຄວນ. ຊຸດເຄື່ອງນຸ່ງ ຂອງ ແມ່ຍິງຊາວເຜົ່າ ເມີນົງ ຈະປະກອບດ້ວຍກະໂປງສັ້ນ ແລະ ເສື້ອທີ່ເຂົ້າຊຸດກັນ, ຊ່ວຍໃຫ້ຜູ້ນຸ່ງມີຄວາມງາມທີ່ອ່ອນໂຍນ ແຕ່ຍັງສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ວ່ອງໄວ. ເພື່ອຫຍິບເສື້ອ, ຕ້ອງການແພ ຕອນໜຶ່ງ ມີຄວາມຍາວປະມານ 3 ແມັດ. ຫຼັງຈາກຕັດເອົາໄວ້ສ່ວນໜຶ່ງ ເພື່ອເຮັດເປັນແຂນເສື້ອ, ສ່ວນທີ່ເຫຼືອ ຍາວປະມານ 1,5 ມ ຈະເຮັດເປັນຕົວເສື້ອ. ສ່ວນນີ້ ຈະພັບເປັນຄູ່ຕາມລວງຍາວ ໃຫ້ດ້ານຫຼັງ ຍາວກວ່າ ດ້ານໜ້າ. ບ່ອນທີ່ພັບເປັນຄູ່ຈະຕັດເປັນຮູບວົງມົນ ອຽງໄປທາງດ້ານໜ້າເພື່ອ ສຸບຫົວໃສ່. ຄຽງຄູ່ກັບຂັ້ນຕອນຂ້າງເທິງ, ຮູບແບບປະສົມສີ ໃຫ້ຊຸດເສື້ອຜ້າອາພອນ ກໍແມ່ນຂັ້ນຕອນທີ່ສຳຄັນຫຼາຍ ເພາະວ່າສີເຂັ້ມ ແລະ ສິ້ນສ່ວນປະກອບ ຈະຊ່ວຍໃຫ້ເຄື່ອງນຸ່ງ ທັງຮັກສາຄວາມງາມ ແບບດັ້ງເດີມ ທັງມີຄວາມງາມແບບ ລໍ້າຍຸກອີກດ້ວຍ. ເພາະສະນັ້ນ, ຜະລິດຕະພັນ ແຕ່ລະຢ່າງ ຕ່າງກໍມີ ມູນຄ່າ ດ້ານວັດຖຸ.
ນອກຈາກເຄື່ອງນຸ່ງຫົ່ມ, ແມ່ຍິງ ເຜົ່າ ເມີນົງ ຍັງໄດ້ເອົາໃຈໃສ່ທີ່ສຸດໃນການປະສານກັບເຄື່ອງປະດັບ. ເຂົາເຈົ້າມັກຈະໃສ່ຕ້າງຫູ ຂະໜາດໃຫຍ່ ທີ່ເຮັດດ້ວຍໄມ້ ຫຼື ເງິນ, ຢູ່ຂ້າງລຸ່ມແມ່ນແຂວນດອກໄມ້ ຄູ່ໜຶ່ງເຮັດດ້ວຍທອງ ຫຼື ເງິນ, ຄຳ ແລະ ຢູ່ລຸ່ມດ້ານສຸດ ແມ່ນແຂວນ ຫິ່ງຫໍ້ ນ້ອຍສອງສາມອັນ. ນອກຈາກນັ້ນ, ສາຍຄໍ, ສາຍແຂນ ທີ່ເຮັດດ້ວຍ ໝາກປັດ, ແຫວນເງິນ, ທອງ ຫຼື ເຂົາຄວາຍ ກໍເປັນທີ່ນິຍົມຂອງແມ່ຍິງຊາວເຜົ່າ ເມີນົງ.
ເຄື່ອງນຸ່ງປະຈຳວັນ ຂອງ ຜູ້ຊາຍ ຊາວເຜົ່າ ເມີນົງ ລວມມີ ກະຕ່ຽວ ແລະ ເສື້ອຍາວ. ເສື້ອ ຄໍມົນ ຍາວເຖິງບ່າ ແລະ ຢູ່ໜ້າເອິກ ຈະມີກະ ດຸມ. ເສື້ອ ຄໍເປີດ ດ້ານຫຼັງຈະຍາວກວ່າ ດ້ານໜ້າເລັກໜ້ອຍ, ແຂບເສື້ອ ຖືກຕົກແຕ່ງລາຍດອກ. ກະຕ່ຽວ ຖືກມັດຮອບແອວຢ່າງເປັນລະ ບຽບຮຽບຮ້ອຍ, ສ່ວນຍອຍດ້ານໜ້າ ແລະ ຫຼັງຍາວ 30-50 ຊມ. ເຖິງຢ່າງໃດກໍຕາມ, ເພື່ອຄວາມສະດວກໃນການອອກແຮງງານ ປະຈຳວັນ, ຜູ້ຊາຍຊາວ ເຜົ່າ ເມີນົງ ມັກນຸ່ງໂສ້ງຂາສັ້ນ ແລະ ເສື້ອແຂນສັ້ນ.
ໃນໂອກາດງານບຸນ, ຜູ້ເຖົ້າແກ່ພາຍໃນບ້ານ, ເຈົ້າພາບຈັດພິທີ ແລະ ໝໍເຢົາ ຈະນຸ່ງກະຕ່ຽວລາຍດອກ, ຜູ້ຕີຄ້ອງ ນຸ່ງກະຕ່ຽວ ບໍ່ນຸ່ງເສື້ອ, ແມ່ ຍິງທີ່ເຂົ້າຮ່ວມການສະແດງ ຈະນຸ່ງສິ້ນລາຍດອກ ແລະ ເສື້ອແຂນສັ້ນ ເພື່ອຄວາມສະດວກໃນການຕີຄ້ອງ, ຟ້ອນ ແລະ ຮ້ອງເພງ. ສຳລັບຜູ້ເຂົ້າຮ່ວມ ຜູ້ຊາຍຈະນຸ່ງກະຕ່ຽວ, ສ່ວນຜູ້ຍິງຈະນຸ່ງສິ້ນ ແລະ ເສື້ອ.
ປັດຈຸບັນ, ຊຸດປະຈຳຊົນເຜົ່າ ແລະ ເຄື່ອງປະດັບຂອງຊາວເຜົ່າ ເມີນົງ ແມ່ນໄດ້ໃຊ້ໃນໂອກາດມີງານບຸນ, ຈັດພິທີຕ່າງໆ ຕາມຮີດຄອງປະເພນີ ຫຼື ຕ້ອນຮັບແຂກ ທີ່ຮັກແພງຂອງຄອບຄົວ.
ບົດ: ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ