ແຟຊັ່ນ

ຊຸດປະຈໍາ ເຜົ່າ ຂອງ ຊາວ ເຜົ່າ ເມີນົງ

ພ້ອມກັບ​ວົງຄະນາຍາດ ຊາວ​ເຜົ່າ ​ສ່ວນ​ໜ້ອຍ​ຢູ່​ເຂດ ໄຕງວຽນ, ຊາວ​ເຜົ່າ ເມີນົງ, ​​ໜຶ່ງ​ໃນບັນດາ​ຊົນເຜົ່າ​ ປະຈຳ​ຖິ່ນ ມາແຕ່ດົນນານ ຍັງ​ຄົງ​ຮັກສາ​ໄວ້ໄດ້ ຮີດຄອງ​ປະ​ເພນີ ແລະ ສີສັນວັດທະນະທຳ ຫຼາຍຢ່າງ​ທີ່​ເປັນ​ເອກະລັກ​ສະເພາະ, ໜຶ່ງ​ໃນ​ນັ້ນກໍ່ຄື ຊຸດ​ປະຈໍາເຜົ່າ​.

ຊາວ​ເຜົ່າ​ ເມີນົງ​ ນຸ່ງ​ຊຸດ​​ ປະຈໍາເຜົ່າ ມູນເຊື້ອ ໃນພິທີຂໍສຸຂະພາບ. 

ເພື່ອໃຫ້ມີຜ້າແພ ລາຍດອກພື້ນເມືອງ ທີ່ສວຍງາມເປັນເອກະລັກ ແມ່ນຂະບວນການ ອອກແຮງງານ ທີ່ຕ້ອງໃຊ້ເຫື່ອແຮງຫຼາຍພໍຄວນ ນັບແຕ່ການປູກຝ້າຍ, ອິ້ວຝ້າຍ, ເຂັນຝ້າຍ, ຍ້ອມສີ ແລະ ຕໍ່າຫູກ ແລະ ແພລາຍດອກພື້ນເມືອງຢູ່ໃນຂະບວນການ ເຮັດໃຫ້ສຳເລັດ. 

ການ​ຕໍ່າຜ້າ, ຕັດຫຍິບເສື້ອຜ້າ ໃຫ້ທຸກຄົນ ໃນຄອບຄົວ​​​ແມ່ນວຽກສຸດທີ່ສຳຄັນ​ ສຳລັບ​ແມ່ຍິງ​ເຜົ່າ ເມີນົງ. ຂັ້ນຕອນຜະລິດເຄື່ອງແຕ່ງກາຍ, ນັບແຕ່ການອິ້ວຝ້າຍ, ປັ່ນຫຼອດ, ເຂັນຝ້າຍ, ຍ້ອມຜ້າ, ໂດຍສະເພາະແມ່ນການຕົກແຕ່ງລວດລາຍ ຕ້ອງໃຊ້ເວລາ ແລະ ເຫື່ອແຮງຫຼາຍພໍຄວນ. ຊຸດເຄື່ອງນຸ່ງ ຂອງ ແມ່ຍິງຊາວເຜົ່າ ເມີນົງ ຈະປະກອບດ້ວຍກະໂປງສັ້ນ ແລະ ເສື້ອທີ່ເຂົ້າຊຸດກັນ, ຊ່ວຍໃຫ້ຜູ້ນຸ່ງມີຄວາມງາມທີ່ອ່ອນໂຍນ ແຕ່ຍັງສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ວ່ອງໄວ. ເພື່ອຫຍິບເສື້ອ, ຕ້ອງການແພ ຕອນໜຶ່ງ ມີຄວາມຍາວປະມານ 3 ແມັດ. ຫຼັງຈາກຕັດເອົາໄວ້ສ່ວນໜຶ່ງ ເພື່ອເຮັດເປັນແຂນເສື້ອ, ສ່ວນທີ່ເຫຼືອ ຍາວປະມານ 1,5 ມ ຈະເຮັດເປັນຕົວເສື້ອ. ສ່ວນນີ້ ຈະພັບເປັນຄູ່ຕາມລວງຍາວ ໃຫ້ດ້ານຫຼັງ ຍາວກວ່າ ດ້ານໜ້າ. ບ່ອນທີ່ພັບເປັນຄູ່ຈະຕັດເປັນຮູບວົງມົນ ອຽງໄປທາງດ້ານໜ້າເພື່ອ ສຸບຫົວໃສ່. ຄຽງຄູ່ກັບຂັ້ນຕອນຂ້າງເທິງ, ຮູບແບບປະສົມສີ ໃຫ້ຊຸດເສື້ອຜ້າອາພອນ ກໍແມ່ນຂັ້ນຕອນທີ່ສຳຄັນຫຼາຍ ເພາະວ່າສີເຂັ້ມ ແລະ ສິ້ນສ່ວນປະກອບ ຈະຊ່ວຍໃຫ້ເຄື່ອງນຸ່ງ ທັງຮັກສາຄວາມງາມ ແບບດັ້ງເດີມ ທັງມີຄວາມງາມແບບ ລໍ້າຍຸກອີກດ້ວຍ. ເພາະສະນັ້ນ, ຜະລິດຕະພັນ ແຕ່ລະຢ່າງ ຕ່າງກໍມີ ມູນຄ່າ ດ້ານວັດຖຸ.

ນອກ​ຈາກ​ເຄື່ອງ​ນຸ່ງ​ຫົ່ມ, ແມ່​ຍິງ ເຜົ່າ ເມີນົງ ຍັງ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ໃນ​ການ​ປະ​ສານ​ກັບ​ເຄື່ອງ​ປະ​ດັບ. ເຂົາເຈົ້າມັກຈະໃສ່ຕ້າງຫູ ຂະໜາດໃຫຍ່ ທີ່ເຮັດດ້ວຍໄມ້ ຫຼື ເງິນ, ຢູ່ຂ້າງລຸ່ມແມ່ນແຂວນດອກໄມ້ ຄູ່ໜຶ່ງເຮັດດ້ວຍທອງ ຫຼື ເງິນ, ຄຳ ແລະ ຢູ່ລຸ່ມດ້ານສຸດ ແມ່ນແຂວນ ຫິ່ງຫໍ້ ນ້ອຍສອງສາມອັນ. ນອກຈາກນັ້ນ, ສາຍຄໍ, ສາຍແຂນ ທີ່ເຮັດດ້ວຍ ໝາກປັດ, ແຫວນເງິນ, ທອງ ຫຼື ເຂົາຄວາຍ ກໍເປັນທີ່ນິຍົມຂອງແມ່ຍິງຊາວເຜົ່າ ເມີນົງ.

 


ເຄື່ອງ​ນຸ່ງ​ປະຈຳ​ວັນ ​ຂອງ​ ຜູ້​ຊາຍ ​ຊາວເຜົ່າ ເມີນົງ ລວມມີ​ ກະຕ່ຽວ​ ແລະ ເສື້ອຍາວ. ເສື້ອ ຄໍມົນ ຍາວເຖິງບ່າ ແລະ ຢູ່ໜ້າເອິກ ຈະມີກະ ດຸມ. ເສື້ອ ຄໍເປີດ ດ້ານຫຼັງຈະຍາວກວ່າ ດ້ານໜ້າເລັກໜ້ອຍ, ແຂບເສື້ອ ຖືກຕົກແຕ່ງລາຍດອກ. ກະຕ່ຽວ​ ຖືກ​ມັດ​ຮອບ​ແອວ​ຢ່າງ​ເປັນ​ລະ ບຽບຮຽບຮ້ອຍ, ສ່ວນຍອຍ​ດ້ານ​ໜ້າ ​ແລະ​ ຫຼັງ​ຍາວ 30-50 ຊມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຄວາມ​ສະດວກ​ໃນ​ການ​ອອກ​ແຮງ​ງານ​ ປະຈຳ​ວັນ, ຜູ້ຊາຍ​ຊາວ ເຜົ່າ ເມີນົງ ມັກ​ນຸ່ງ​ໂສ້ງຂາ​ສັ້ນ​ ແລະ​ ເສື້ອ​ແຂນ​ສັ້ນ.


ໃນ​ໂອກາດ​ງານ​ບຸນ, ຜູ້ເຖົ້າແກ່ພາຍໃນບ້ານ, ເຈົ້າພາບຈັດພິທີ​ ແລະ ໝໍເຢົາ ຈະນຸ່ງກະຕ່ຽວລາຍດອກ, ຜູ້​ຕີ​ຄ້ອງ​ ນຸ່ງ​ກະຕ່ຽວ ບໍ່ນຸ່ງເສື້ອ, ​ແມ່ ຍິງ​ທີ່​ເຂົ້າ​ຮ່ວມ​ການ​ສະ​ແດງ​ ຈະ​ນຸ່ງ​ສິ້ນລາຍ​ດອກ​ ​ແລະ ​ເສື້ອແຂນສັ້ນ ​ເພື່ອ​ຄວາມ​ສະດວກ​​ໃນ​ການ​ຕີ​ຄ້ອງ, ຟ້ອນ ​ແລະ ຮ້ອງ​ເພງ. ສຳລັບຜູ້​ເຂົ້າ​ຮ່ວມ ​ຜູ້​ຊາຍ​ຈະນຸ່ງ​ກະຕ່ຽວ, ສ່ວນ​ຜູ້​ຍິງ​ຈະນຸ່ງ​ສິ້ນ ​ແລະ ເສື້ອ.

ປັດຈຸ​ບັນ, ​ຊຸດປະຈຳຊົນເຜົ່າ ​ແລະ ​ເຄື່ອງ​ປະດັບ​ຂອງ​ຊາວ​ເຜົ່າ ເມີນົງ ​ແມ່ນໄດ້ໃຊ້​ໃນ​ໂອກາດມີງານ​ບຸນ, ຈັດ​ພິທີ​ຕ່າງໆ ຕາມ​ຮີດຄອງ​ປະ​ເພນີ ຫຼື ຕ້ອນຮັບ​ແຂກ​ ທີ່ຮັກແພງຂອງ​ຄອບຄົວ.

ຊາວ​ເຜົ່າ​ ເມີນົງ ນຸ່ງຊຸດ​ ປະຈໍາເຜົ່າ ໃນ​ງານ​ບຸນ​ຕາມ​ທ້ອງ​ຖະໜົນ ຂອງ​ ແຂວງ ​ດັກ​ນົງ.

ບົດ: ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ


top