ກວ້າງຫງາຍ: ງານ Carnival ແລະ ເທສະການດົນຕີ - ແຟຊັ່ນ 2026

ກວ້າງຫງາຍ: ງານ Carnival ແລະ ເທສະການດົນຕີ - ແຟຊັ່ນ 2026

ໃນຂອບເຂດເທສະການທ່ອງທ່ຽວເກາະທະເລ ກວ້າງຫງາຍ ປີ 2026, ໃນຕອນບ່າຍ ແລະ ຕອນຄ່ຳ ຂອງວັນທີ 1 ມິຖຸນາ 2026, ຢູ່ທີ່ສະໜາມຫຼວງ ຟ້າມວັນດົ່ງ (ຕາແສງ ເກີ໋ມແທ່ງ), ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ກວ້າງຫງາຍ ໄດ້ຈັດຊຸດເຫດການທີ່ເປັນເອກະລັກສະເພາະ, ລວມມີ ງານ Carnival ພາຍໃຕ້ຫົວຂໍ້ "ສີສັນເກາະທະເລ ແລະ ກວ້າງຫງາຍ" ແລະ ເທສະການແຟຊັ່ນ, ດົນຕີ ພາຍໃຕ້ຫົວຂໍ້ “ສີສັນ”. ໂຄງການດັ່ງກ່າວ ມີການເຂົ້າຮ່ວມ ຂອງບັນດານັກສິລະປິນ, ນາງງາມ, ນາງແບບ ຫຼາຍກວ່າ 300 ຄົນ ພ້ອມດ້ວຍຜູ້ຮັກມັກສິລະປະ 3.000 ຄົນ.

ຂະບວນແຫ່ສິງໂຕ ມັງກອນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ບັນດາລົດດອກໄມ້ ເຂົ້າຮ່ວມການແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ຂະບວນນາງແບບ ເຂົ້າຮ່ວມການແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA

ຊຸດເຫດການດັ່ງກ່າວ ໄດ້ປ່ຽນບັນດາເສັ້ນທາງສາຍຫຼັກ ອ້ອມຮອບສະນາມຫຼວງ ຟ້າມວັນດົ່ງ ໃຫ້ກາຍເປັນສະຖານທີ່ຈັດງານເທສະການ ທີ່ຄຶກຄື້ນ, ສີສັນສົດໃສ ແລະ ຟົດຟື້ນມ່ວນຊື່ນ ຢ່າງບໍ່ເຄີຍມີມາກ່ອນ. ສຽງກອງງານບຸນ ທີ່ດັງສະໜັ່ນຫັ່ນໄຫວ ສົມທົບກັບທ່າຟ້ອນທີ່ ມີຊີວິດຊີວາ ຂອງບັນດານັກເຕັ້ນ ໃນຊຸດເຄື່ອງນຸ່ງເທສະການ ທີ່ເປັນເອກະລັກ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ມາເຕົ້າໂຮມກັນ ຢູ່ສອງຝາກທາງ ເພື່ອຮ່ວມຊົມຮ່ວມເຊຍ, ສ້າງບັນຍາກາດ ທີ່ມີຄວາມຕື່ນເຕັ້ນເປັນຢ່າງຍິ່ງ. ການປາກົດຕົວ ຂອງບັນດານາງງາມ, ນາງແບບ ທີ່ສະຫງ່າງາມ ໃນຊຸດສະສົມແຟຊັ່ນ ທີ່ເຂັ້ມຂຸ້ນໄປດ້ວຍ ກິ່ນອາຍຂອງມະຫາສະໝຸດ ກໍ່ແມ່ນຈຸດເດັ່ນທາງດ້ານສິລະປະ ທີ່ຍອດຢ້ຽມ, ເພື່ອເຊີດຊູຄວາມງາມ ທາງທຳມະຊາດ ແລະ ມະນຸດ ຂອງເຂດດິນແດນແຫ່ງນີ້.  

ຂະບວນນັກສິລະປິນ, ນັກສະແດງ ເຂົ້າຮ່ວມການແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ລາຍການສະແດງສິລະປະເປີດສາກ ດ້ວຍການເຂົ້າຮ່ວມ ຂອງນັກສິລະປິນ, ນັກສະແດງ ແລະ ມວນຊົນ ເປັນຈຳນວນຫຼາຍ. ພາບ: ດິງເຮືອງ – VNA
ບັນດານັກສິລະປິນ, ນັກເຕັ້ນລຳ ແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ - VNA

ຄວາມສຳເລັດ ຂອງງານ Carnival ແລະ ເທສະການດົນຕີ - ແຟຊັ່ນ 2026 ບໍ່ພຽງແຕ່ ນຳເອົາຄວາມສຸກທາງດ້ານຈິດໃຈ ລະດັບສູງ ມາສູ່ມວນຊົນເທົ່ານັ້ນ, ແຕ່ຍັງແມ່ນແຮງຍູ້ທີ່ສຳຄັນ ເພື່ອຊຸກຍູ້ການທ່ອງທ່ຽວ ກວ້າງຫງາຍ ໃນລະດູການທ່ອງທ່ຽວ ໄລຍະພັກແລ້ງ. ຜ່ານການນຳໃຊ້ ສື່ມວນຊົນທາງສາຍຕາ ຢ່າງມີປະສິດທິຜົນ ແລະ ບັນດາຮູບແບບສິລະປະຕາມທ້ອງຖະໜົນ ທີ່ທັນສະໄໝ, ທາງແຂວງ ໄດ້ສົ່ງສານຢ່າງແຮງ ກ່ຽວກັບສະຖານທີ່ທ່ອງທ່ຽວ ທີ່ມີຄວາມປອດໄພ, ເປັນມິດ, ຫ້າວຫັນ ແລະ ເຕັມໄປດ້ວຍທ່າແຮງໃນການພັດທະນາ. ນີ້ແມ່ນບາດກ້າວເດີນ ທາງດ້ານຍຸດທະສາດ ແນໃສ່ຫັນເປົ້າໝາຍ ການພັດທະນາການທ່ອງທ່ຽວເກາະທະເລ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ຢັ້ງຢືນເຖິງຖານະ ຍີ່ຫໍ້ການທ່ອງທ່ຽວ ກວ້າງຫງາຍ ເທິງແຜນທີ່ມໍລະດົກ ແຫ່ງຊາດ ແລະ ສາກົນ.

 

Top