ໃນຂອບເຂດເທສະການທ່ອງທ່ຽວ ເກາະທະເລ ກວາງຫງ໊າຍ ປີ 2026, ໃນຕອນບ່າຍ ແລະ ຕອນຄ່ຳ ຂອງວັນທີ 1 ມິຖຸນາ 2026, ຢູ່ທີ່ສະໜາມຫຼວງ ຟ້າມວັນດົ່ງ (ຕາແສງ ເກີ໋ມແທ່ງ), ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ກວາງຫງ໊າຍ ໄດ້ຈັດກິດຈະກໍາ ພິເສດຫຼາຍຢ່າງ, ລວມມີ ງານ Carnival ພາຍໃຕ້ຫົວຂໍ້ "ສີສັນເກາະທະເລ ກວາງຫງ໊າຍ" ແລະ ເທສະການແຟຊັ່ນ, ດົນຕີ ພາຍໃຕ້ຫົວຂໍ້ “ສີສັນ”. ໂຄງການດັ່ງກ່າວ ມີການເຂົ້າຮ່ວມຂອງບັນ ດານັກສິລະປິນ, ນາງງາມ, ນາງແບບ ຫຼາຍກວ່າ 300 ຄົນ ພ້ອມດ້ວຍຜູ້ຮັກມັກສິລະປະ 3.000 ຄົນ.

ຂະບວນແຫ່ສິງໂຕ ມັງກອນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ບັນດາລົດດອກໄມ້ ເຂົ້າຮ່ວມການແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ຂະບວນນາງແບບ ເຂົ້າຮ່ວມການແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ກິດຈະກໍາຕ່າງໆ ໄດ້ປ່ຽນເສັ້ນທາງສາຍຫຼັກ ອ້ອມຮອບສະໜາມຫຼວງ ຟ້າມວັນດົ່ງ ໃຫ້ກາຍເປັນສະຖານທີ່ຈັດງານເທສະການ ທີ່ຄຶກຄື້ນ, ສີສັນສົດໃສ ແລະ ຟົດຟື້ນມ່ວນຊື່ນ ຢ່າງບໍ່ເຄີຍມີມາກ່ອນ. ສຽງກອງ ທີ່ດັງສະໜັ່ນຫັ່ນໄຫວ ສົມທົບກັບທ່າຟ້ອນທີ່ ມີຊີວິດຊີວາ ຂອງ ບັນດານັກເຕັ້ນ ໃນຊຸດເຄື່ອງນຸ່ງເທສະການ ທີ່ເປັນເອກະລັກ
ໄດ້ດຶງດູດປະຊາຊົນ ທ້ອງຖິ່ນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ມາເຕົ້າໂຮມກັນ
ຢູ່ສອງຝາກທາງ ເພື່ອຮ່ວມຊົມ ຮ່ວມເຊຍ, ສ້າງບັນຍາກາດ
ທີ່ມີຄວາມຕື່ນເຕັ້ນເປັນຢ່າງຍິ່ງ. ການປາກົດຕົວ ຂອງ ບັນດານາງງາມ, ນາງແບບ ທີ່ສະຫງ່າງາມ ໃນຊຸດສະສົມແຟຊັ່ນ ທີ່ເຂັ້ມຂຸ້ນໄປດ້ວຍ ກິ່ນອາຍ ຂອງ ມະຫາສະໝຸດ
ແມ່ນຈຸດເດັ່ນທາງດ້ານສິລະປະ ທີ່ຍອດຢ້ຽມ, ເພື່ອເຊີດຊູຄວາມງາມ
ທາງທຳມະຊາດ ແລະ ຜູ້ຄົນ ຂອງ ເຂດດິນແດນແຫ່ງນີ້.
ຂະບວນນັກສິລະປິນ, ນັກສະແດງ ເຂົ້າຮ່ວມການແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ – VNA
ລາຍການສະແດງສິລະປະ ເປີດສາກ ດ້ວຍການເຂົ້າຮ່ວມ ຂອງບັນ ດາ ນັກສິລະປິນ, ນັກສະແດງ
ແລະ ມວນຊົນ ເປັນຈຳນວນຫຼາຍ. ພາບ: ດິງເຮືອງ – VNA
ບັນດານັກສິລະປິນ, ນັກເຕັ້ນລຳ ແຫ່ຂະບວນ ຢູ່ຕາມທ້ອງຖະໜົນ. ພາບ: ດິງເຮືອງ - VNA
ຄວາມສຳເລັດ ຂອງງານ Carnival ແລະ
ເທສະການດົນຕີ - ແຟຊັ່ນ 2026
ບໍ່ພຽງແຕ່
ນຳເອົາຄວາມສຸກທາງດ້ານຈິດໃຈ ລະດັບສູງ ມາສູ່ມວນຊົນເທົ່ານັ້ນ, ແຕ່ຍັງແມ່ນແຮງຍູ້ທີ່ສຳຄັນ ເພື່ອຊຸກຍູ້ການ ທ່ອງທ່ຽວ ກວາງຫງ໊າຍ ໃນລະດູການທ່ອງທ່ຽວ
ໄລຍະພັກແລ້ງ. ຜ່ານການນຳໃຊ້ ສື່ມວນຊົນ ທາງສາຍຕາ ຢ່າງມີປະສິດທິຜົນ ແລະ
ບັນດາຮູບແບບສິລະປະ ຕາມທ້ອງຖະໜົນ ທີ່ທັນສະໄໝ, ທາງແຂວງ
ໄດ້ສົ່ງສານຢ່າງແຮງກ່ຽວກັບສະຖານທີ່ທ່ອງທ່ຽວ ທີ່ມີຄວາມປອດໄພ, ເປັນມິດ, ຫ້າວຫັນ ແລະ ເຕັມໄປດ້ວຍທ່າແຮງໃນການພັດທະນາ.
ນີ້ແມ່ນບາດກ້າວເດີນ ທາງດ້ານຍຸດທະສາດ ແນໃສ່ ຫັນເປົ້າໝາຍ ການພັດທະນາການ ທ່ອງທ່ຽວເກາະທະເລ
ໃຫ້ກາຍ ເປັນຂະແໜງເສດຖະກິດ ປາຍແຫຼມ, ຢັ້ງຢືນເຖິງຖານະ
ຍີ່ຫໍ້ການ ທ່ອງທ່ຽວ ກວາງຫງ໊າຍ ເທິງແຜນທີ່ມໍລະດົກ ແຫ່ງຊາດ ແລະ ສາກົນ.