• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

James Boat-ນຳໜ້າໃນການຕໍ່ກຳປັ່ນດ້ວຍວັດສະດຸໃໝ່

ນໍາເອົາຄວາມຮູ້ດ້ານເຕັກໂນໂລຊີ ຕໍ່ກຳປັ່ນ ດ້ວຍວັດສະດຸໃໝ່ ທີ່ ທັນສະໄໝທີສຸດ ຂອງໂລກ ກັບປະເທດ, ປະສານສົມທົບ ກັບເຕັກນິກ ການຕໍ່ກຳປັ່ນມູນເຊື້ອ ຂອງຄົນ ຫວຽດ, ພາຍຫຼັງ ສ້າງຕັ້ງມາເປັນ ເວລາ 6 ປີ, ບໍລິສັດຫຸ້ນສ່ວນເຕັກໂນໂລຊີ James Boat (James Boat Technology) ໄດ້ເຂົ້າເຖິງ ຕະຫຼາດຢູ່ພາຍໃນ ແລະ ຕ່າງ ປະເທດ. ຜົນສຳເລັດດັ່ງກ່າວຂອງ James Boat Technology ສົ່ງສັນຍານທີ່ດີໃຫ້ແກ່ ຂະແໜງການຕໍ່ກຳປັ່ນຂອງ ຫວຽດນາມ ທີ່ໄດ້ຮັບການ ຕີລາຄາວ່າ ມີທ່າໄດ້ປຽບ ແລະ ທ່າແຮງບົ່ມຊ້ອນຫຼາຍ. 
“ແນວຄວາມຄິດເລີ່ມຕົ້ນທຸລະກິດໃນຂະແໜງຕໍ່ກຳປັ່ນ ຂອງ ຂ້າພະເຈົ້າ ໄດ້ເກີດຂຶ້ນຫຼັງຈາກການໄປຢ້ຽມຢາມທະເລ, ແມ່ນໍ້າລຳເຊ ຢູ່ບ້ານເກີດເມືອງນອນ”, ທ່ານ ຫງວຽນກິມເຊີນ, ປະທານຄະນະ ບໍລິຫານບໍລິສັດ James Boat Technology, ຊາວ ຫວຽດນາມ ຄົນໜຶ່ງທີ່ດຳລົງຊີວິດຢູ່ ສ ເຊັກ ມາເປັນເວລາ ກວ່າ 30 ປີ ໄດ້ເວົ້າ ເຖິງເຫດຜົນທີ່ສ້າງຕັ້ງວິສາຫະກິດ ຕໍ່ກຳປັ່ນ ຢູ່ ຫວຽດນາມ.  

ເມື່ອເວົ້າເຖິງດ້ານພູມີປະເທດ, ຫວຽດນາມ ໄດ້ຮັບການ ຕີລາຄາວ່າ ເປັນປະເທດ ທີ່ມີເງື່ອນໄຂ ອຳນວຍຄວາມສະດວກ ອັນດັບໜຶ່ງ ຫຼື ສອງ ໃນພາກພື້ນ ໃນການພັດທະນາອຸດສາຫະກຳ ຕໍ່ກຳປັ່ນ ດ້ວຍຝັ່ງທະເລຍາວ ແລະ ເຂດເສດຖະກິດພິເສດ ຢູ່ທະເລຕາເວັນອອກ ກວ້າງກວ່າ 1 ລ້ານ ກິໂລຕະລາງແມັດ.  ຫວຽດນາມ ກໍ່ ເປັນໜຶ່ງໃນ 10 ປະເທດ ມີຕົວເລກສູງທີສຸດ ກ່ຽວກັບຄວາມຍາວ ຂອງຝັ່ງທະເລ ຢູ່ 3 ທິດຄື ທິດຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນຕົກສ່ຽງໃຕ້. 

ເມື່ອເຂົ້າໃຈໄດ້ຄືແນວນັ້ນ, ການເຫັນໄດ້ທ່າແຮງບົ່ມຊ້ອນ ດັ່ງກ່າວຂອງ ຫວຽດນາມ ກໍ່ເປັນໜຶ່ງ ໃນບັນດາເງື່ອນໄຂ ທີ່ສະດວກ ຂັ້ນທຳອິດ ໃນການຕັດສິນໃຈ ເລີ່ມຕົ້ນທຸລະກິດໃນ ຂະແໜງຕໍ່ກຳປັ່ນຂອງ ທ່ານ ເຊີນ.



ລະບົບເຄື່ອງຕັດ CNC ທີ່ທັນສະໄໝໃນໂຮງງານຕໍ່ກຳປັ່ນຂອງ
ບໍລິສັດຫຸ້ນສ່ວນເຕັກໂນໂລຊີ James Boat. ພາບ: ກົງດາດ/VNP




ກຳມະກອນພວມປະຕິບັດຂັ້ນຕອນການຕໍ່ກຳປັ່ນ. ພາບ: ກົງດາດ/VNP



ການປະຕິບັດຂັ້ນຕອນການຕໍ່ກຳປັ່ນໃນຫ້ອງຂັບເຮືອ. ພາບ: ກົງດາດ/VNP



ກຳມະກອນພວມອະນາໄມໃຫ້ແກ່ເຮືອລຳໜຶ່ງທີ່ໄດ້ຕໍ່ດ້ວຍ
ອຸປະກອນ Vacuum Composite. ພາບ: ກົງດາດ/VNP



ລຳເຮືອ ແລະ ສ່ວນປີກຍ່ອຍຕ່າງໆ ໄດ້ຕໍ່ດ້ວຍອຸປະກອນ Vacuum Composite. ພາບ: ກົງດາດ/VNP



ລຳເຮືອ ແລະ ສ່ວນປີກຍ່ອຍຕ່າງໆ ໄດ້ຕໍ່ດ້ວຍອຸປະກອນ Vacuum Composite. ພາບ: ກົງດາດ/VNP



ບໍລິສັດຫຸ້ນສ່ວນເຕັກໂນໂລຊີ James Boat ມອບສົ່ງເຮືອລາດຕະເວນຄວາມໄວສູງ MS 50S ໃຫ້ແກ່ກອງບັນຊາການທະຫານ ແດນ. ພາບ: ເອກະສານ


ເຮືອລາດຕະເວນຄວາມໄວສູງ MS 50S ໄດ້ຕໍ່ດ້ວຍອຸປະກອນ PPC. ພາບ: ເອກະສານ 

ທ່ານ ເຊີນ ກ່າວວ່າ ກັບເມືອ ສ ເຊັກ ພາຍຫຼັງການຢ້ຽມຢາມ ບ້ານເກີດເມືອງນອນ, ທ່ານ ເຊີນ ໄດ້ໄປຫາບໍລິສັດຫຼາຍແຫ່ງ ເພື່ອຊອກ ຮູ້ກ່ຽວກັບເຕັກໂນໂລຊີ ການຕໍ່ກຳປັ່ນ. ໃນເວລາ ຊອກຮູ້, ໂດຍຄວາມບັງເອີນ ເພິ່ນໄດ້ພົບກັບ ເຕັກໂນໂລຊີ ການຕໍ່ກຳປັ່ນ ດ້ວຍວັດສະດຸແບບໃໝ່  ຂອງ ສ ເຊັກ. ແຕ່ວ່າ ສ ເຊັກ ແມ່ນປະເທດບໍ່ ມີທະເລ, ສະນັ້ນ ເຕັກໂນໂລຊີ ດັ່ງກ່າວ ບໍ່ສາມາດພັດທະນາໄດ້. “ຂ້າພະເຈົ້າຕັດສິນໃຈ ເຮັດວຽກຢູ່ ສ ເຊັກ ເພື່ອສົ່ງເຕັກໂນໂລຊີ ທັງໝົດການຈອດແບບໃໝ່ Copolymer Polypropylene Polystone (PPC) ກັບເມືອ ຫວຽດນາມ ເພື່ອຜະລິດ”, ທ່ານ ເຊີນ ເວົ້າເຖິງເວລາ ອອກການ ຕັດສິນທີ່ສຳຄັນຄືແນວນັ້ນ. 

ເພື່ອສາມາດເຂົ້າໃຈຢ່າງລະອຽດກ່ຽວກັບເຕັກໂນໂລຊີ ດັ່ງກ່າວ, ທ່ານ ເຊີນ ສືບຕໍ່ໄປຢ້ຽມຢາມບັນດາປະເທດຄື: ເຢຍລະມັນ, ອີຕາລີ, ໂປໂລຍ , ກຣົວຊີ... ກ່ອນທີ່ຈະນຳເຕັກໂນໂລຊີ ການຈອດດ້ວຍຄວາມຮ້ອນນີ້ ກັບເມືອ ຫວຽດນາມ. ປີ 2013, James Boat Technology ໄດ້ສ້າງຕັ້ງຢ່າງເປັນທາງການ. 

ທ່ານ ເຊີນ ໃຫ້ຮູ້ວ່າ ວັດສະດຸ PPC ແມ່ນບາດກ້າວບຸກທະລຸ ຊຶ່ງ ບັນດາປະເທດພັດທະນາຢູ່ ເອີຣົບ ນຳໃຊ້ໃນການຕໍ່ກຳປັ່ນ ຍ້ອນ ມັນມີຄວາມຫົດຍືດສູງ, ທົນທານຕໍ່ແຮງປະທະ ແລະ ປະຢັດພະ ລັງ ໄດ້ແຕ່ 20-30%. ພິເສດ, ໃນເວລາເຄື່ອນໄຫວ, ກຳປັ່ນ ຈະບໍ່ເປັນຂີ້ໝ້ຽງ, ລ້າງດ້ວຍນຳ້ໄດ້ຢ່າງງ່າຍດາຍ ແລະ ຈະບໍ່ຖືກ ຫອຍນາງລົມ, ແໜ, ໄຄຕິດຢູ່ລຳ ແລະ ພື້ນກຳປັ່ນ. ສະນັ້ນ ຈະຊ່ວຍ ຫຼຸດຜ່ອນ ໄດ້ຄ່າໃຊ້ຈ່າຍຕ່າງໆ ໃນການສ້ອມແປງ ກຳປັ່ນ. ນອກຈາກນັ້ນ, ວັດສະດຸ ຍັງສາມາດຜະລິດຄືນໃໝ່ໄດ້ 100%, ສະນັ້ນ ຈະບໍ່ສ້າງຜົນສະທ້ອນຕໍ່ສິ່ງແວດລ້ອມ ຫຼື ເສຍຄ່າໃຊ້ຈ່າຍ ຕ່າງໆ ໃນການຜະລິດຄືນໃໝ່. 

ຈາກການບຸກທະລຸດ້ານວັດສະດຸນີ້, ພາຍຫຼັງ 5 ປີ ໄດ້ມີໜ້າຕາມ ທ້ອງຕະຫຼາດ, ບໍລິສັດໄດ້ສະໜອງ ເຮືອລາດຕະເວນ ຄວາມໄວສູງ MS 50S ທັງໝົດ 52 ລຳໃຫ້ ຄະນະບັນຊາການ ຕຳຫຼວດທະເລ, ຄະນະບັນຊາການ ທະຫານຊາຍແດນ; ເຮືອຈັກ ປ້ອງກັນ, ຊ່ວຍມອດໄຟ ແລະ ກູ້ຊີບ10 ລຳໃຫ້ແກ່ ກົມກູ້ຊີບ ແລະ ປ້ອງກັນ, ຊ່ວຍມອດໄຟ, ຂຶ້ນກັບກະຊວງຕຳຫຼວດ; ເຮືອນ້ອຍ, ເຮືອກູ້ຊີບ ໃຫ້ແກ່ສະຖາບັນອອກແບບກຳປັ່ນ ການທະຫານ; ເຮືອຂ້າມແມ່ນຳ້ ໃຫ້ສະຖາບັນເຕັກນິກ ທະຫານ ຊ່າງແສງ-ຄະນະບັນຊາການ ທະຫານຊ່າງແສງ; ທ່າເຮືອໃຫ້ແກ່ ຕຳຫຼວດນຳ້ ດ່າໜັງ; ທ່າເຮືອ ໃຫ້ຕຳຫຼວດນຳ້ ກວາງນິງ; ບ່ອນຂຶ້ນລົງ ຂອງເຮືອບິນໃຫ້ບໍລິສັດ ຫຸ້ນສ່ວນ ການບິນ ຫາຍເອົາ; ທ່າເຮືອ ຢູ່ເກາະ ຕ່ວນເຈົາ-ຮ້າລອງ; ກຳປັ່ນຂົນສົ່ງ ຜູ້ໂດຍສານ ໃຫ້ ກຸ່ມບໍລິສັດ Vingroup ແລະ ອ່ືນໆ. 

ຕາມທ່ານ ເຊີນ ແລ້ວ, ກຳປັ່ນທ່ອງທ່ຽວ ແລະ ກຳປັ່ນຂົນສົ່ງ ຜູ້ໂດຍສານຂອງ James Boat Technology ແມ່ນ ປະຕິບັດໄດ້ຕາມ ມາດຕະຖານຂອງສະຫະພາບ ເອີຣົບ. 

ເພາະສະນັ້ນ, ຫວ່າງແລ້ວນີ້ James Boat Technology ແລະ ບໍລິສັດຫຸ້ນສ່ວນ Vari ຂອງ ສ ເຊັກ ໄດ້ເຊັນສັນຍາຮ່ວມມື ຕໍ່ ແລະ ສົ່ງກຳປ່ັນ ທີ່ປະກອບດ້ວຍອຸປະກອນ PPC ອອກ ໄປຍັງ ສະຫະພາບ ເອີຣົບ; ລົງນາມກັບບໍລິສັດ Remia Plast ຂອງ ສ ກຣົວຊີ ກ່ຽວກັບການມອບສ່ົງເຕັກໂນໂລຊີ ຕໍ່ກຳປັ່ນດ້ວຍ ອຸປະກອນ  Vacuum Composite, ສິ່ງດັ່ງກ່າວ ໄດ້ສ້າງ ທິດພັດທະນາໃໝ່ ໃຫ້ແກ່ຂະແໜງຕໍ່ກຳປັ່ນ ຫວຽດນາມ. 

ເດືອນເມສາ 2019, James Boat Technology ແລະ ບໍລິສັດ KD Work Boats ຈຳກັດ ຂອງ ໂຮນລັງ ໄດ້ເຊັນສັນຍາຮ່ວມມື ຍຸດທະສາດ ແລະ ມອບສົ່ງເຕັກໂນໂລຊີ. ຕາມສັນຍາ, ບໍລິສັດ ຈະສົ່ງກຳປັ່ນທ່ອງທ່ຽວທີ່ປະກອບຢູ່ ຫວຽດນາມ ຕາມ ມາດຕະຖານ ຂອງສະຫະພາບ ເອີຣົບ ໄປຍັງ ໂຮນລັງ ແລະ ບາງປະເທດ ເອີຣົບ. 
 
ບົດ: ຖາວວີ - ພາບ: ເຈິ່ນກົງດາດ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top