• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

HNV– ສະຖານທີ່ຫຼິ້ນດົນຕີ ສຳລັບເພື່ອນມິດສາກົນ

ວົງດົນຕີປະສານສຽງສາກົນ- Hanoi Voices (HNV) ເປັນວົງດົນ ຕີ ພິເສດ ແລະ ແປກ, ມີສະມາຊິກ ສ່ວນຫຼາຍ ເປັນຄົນຕ່າງປະ ເທດ ກຳລັງໃຊ້ຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ທີ່ມີຄວາມ ຫຼົງ ໄຫຼ ກັບດົນຕີ. 
ຜູ້ກໍ່ຕັ້ງ HNV ທັງເປັນຜູ້ບັນຊາວົງດົນຕີ ທ່ານ ດົ່ງກວາງວິງ, ຊຶ່ງໄດ້ ຮັບເລືອກຈາກລັດຖະບານ ສ ອາເມລິກາ ໃຫ້ເປັນຜູ້ຕາງໜ້າ ໜ່ຶງ ດຽວ ຂອງ ASEAN ເຂົ້າຮ່ວມໂຄງການ “ຊຸກຍູ້ການປ່ຽນແປງ ສັງ ຄົມ ຜ່ານສິລະປະ”. ປີ 2016, ທ່ານ ໄດ້ກໍ່ຕັ້ງ Hanoi Voices ຂຶ້ນຈາກສານທີ່ວ່າ: ພ້ອມກັນຮ້ອງເພງ, ຫຼິ້ນດົນຕີ, ພົບປະສັງສັນ ແລະ ແບ່ງປັນຄຸນຄ່າ ຂອງ ດົນຕີ ເຖິງໝູ່ມະຫາຊົນ.

ເບື້ອງຕົ້ນ HNV ມີສະມາຊິກພຽງ 14 ຄົນ ແລະ ປັດຈຸບັນມີສະມາ ຊິກ 40 ຄົນ (70% ເປັນຄົນຕ່າງປະເທດ) ແຕ່ຈຳນວນສະມາຊິກ ມີການປ່ຽນແປງຢ່າງຕໍ່ເນື່ອງ ຍ້ອນຄົນຕ່າງປະເທດ ມາເຮັດວຽກ ຢູ່ ຫວຽດນາມ ໄລຍະໜຶ່ງ ແລ້ວກັບຄືນປະເທດ.

ທ່ານ Cyril ເປັນຊາວ ຝຣັ່ງ ກໍາລັງເຮັດວຽກ ຢູ່ອົງການຈັດຕັ້ງ ມະ ຫາວິທະຍາໄລ ພາສາ ຝຣັ່ງ (AUF) ເລົ່າສູ່ຂ້າພະເຈົ້າຟັງວ່າ ທ່ານ ໄດ້ຢູ່ກັບ HNV ໄດ້ 2 ປີ ແລ້ວ ແລະ ໄດ້ຖື ແຫ່ງນີ້ເໝືອນດັ່ງຄອບ ຄົວຂອງຕົນ. ທ່ານ Cyril ໃຫ້ຮູ້ວ່າ ທ່ານເຄີຍ ເຂົ້າຮ່ວມຫຼາຍລາຍ ການໃຫຍ່ ທີ່ HNV ສະແດງຢູ່ ຫວຽດນາມ, ແຕ່ລະຄັ້ງການສະ ແດງ, ຕົວທ່ານເອງ ຕ່າງກໍມີຄວາມຮູ້ສຶກທີ່ຍາກ ຈະພັນລະນາໄດ້. ເມື່ອບໍ່ດົນມານີ້, ທ່ານ ພ້ອມກັບ HNV ທໍາການ ສະແດງລະຄອນ “ຜູ້ຄົນທີ່ລຳບາກຍາກເຂັນ” ແລະ ລະຄອນ ດັ່ງກ່າວໄດ້ກາຍເປັນ ເຫດການ ວັດທະນະທຳ ຂອງ ຮ່າໂນ້ຍໃນປີ 2020.
 

ທ່ານ ດົ່ງກວາງວິງ ຜູ້ບັນຊາ ວົງດົນຕີ (ເສື້ອສີແດງ), ທັງເປັນຜູ້ກໍ່ ຕັ້ງ HanoiVoices ພ້ອມກັບສະມາຊິກ ກໍາລັງສະແດງ ເທິງເວທີ ຂອງ ໂຮງລະຄອນ ຫວຽດນາມ. 


ແຕ່ລະອາທິດ, ສະມາຊິກ ຂອງ Hanoi Voices ຕ່າງກໍ ຝຶກແອບ ບັນດາບົດຂັບລຳພື້ນເມືອງ ຫວຽດນາມ ໄປຈົນເຖິງບັນດາບົດ ລະຄອນ ສາກົນ. 


ທ່ານ Cyris (ຊາວ ຝຣ່ັງ-ເສື້ອສີແດງ) ກຳລັງຝຶກຊ້ອມ ພ້ອມກັບ ບັນດາສະມາຊິກໃນກຸ່ມ Hanoi Voices.


ກຸ່ມ Hanoi Voices ສະແດງບົດລະຄອນ “ຜູ້ຄົນທີ່ ລຳບາກຍາກ ເຂັນ” ຢູ່ໂຮງມະຫໍລະສົບ ຮ່າໂນ້ຍ. 


ບັນດາສະມາຊິກຂອງ Hanoi Voices ມີຫຼາຍໂອກາດສະແດງ ເທິງເວທີທີ່ເປັນມືອາຊີບ ຢູ່ ຮ່າໂນ້ຍ. 
 

ສຽງດົນຕີທີ່ເປັນເອກະລັກ ກັບແບບລີລາການສະແດງ ທີ່ຫຼາກ ຫຼາຍສີສັນຂອງ ກຸ່ມ Hanoi Voices ເຮັດໃຫ້ຜູ້ຊົມໃນ ໂຮງມະຫໍ ລະສົບ ຮ່າໂນ້ຍ ຟົດຟື້ນ ທຸກຄັ້ງທ່ີກຸ່ມສະແດງ. 


ສະມາຊິກຂອງ Hanoi Voices ມາຈາກຫຼາຍປະເທດທົ່ວໂລກ, ແຕ່ເມື່ອຂຶ້ນເວທີສະແດງ ເຂົາເຈົ້າມີຄວາມຮັກດຽວກັນ ກັບດົນຕີ ແລະ ລະຄອນ. 


ກຸ່ມ Hanoi Voices ຝຶກແອບດ້ວຍຄວາມຫຼົງໄຫຼ ແລະ ໄດ້ສ້າງ ຄວາມປະທັບໃຈທີ່ຍາກຈະຫຼົງລືມຕໍ່ຜູ້ຊົມ. 

ປັດຈຸບັນ Hanoi Voices ໄດ້ກາຍເປັນກຸ່ມໜຶ່ງດຽວ ໃນແຕ່ລະຄັ້ງການສະແດງ. 

ເພື່ອເປັນສະມາຊິກ ຂອງ HNV, ຜູ້ເຂົ້າຮ່ວມຕ້ອງມີພອນສະ ຫວັນ, ມີຄວາມຫຼົງໄຫຼກັບດົນຕີ ແລະ ຕ້ອງຜ່ານການຄັດເລືອກ ຫຼາຍຮອບ ຢ່າງລະອຽດຮອບຄອບ. ຜູ້ບັນຊາວົງດົນຕີ ດົ່ງກວາງ ວິງ ແລະ ທ່ານ Cyril ຈະເປັນຜູ້ ກວດກາຄວາມສາມາດ ດ້ານສຽງ ກໍຄືເຕັກນິກ ກ່ຽວກັບ ດົນຕີ ຂອງ ຜູ້ທ່ີເຂົ້າມາໃໝ່, ເມື່ອໄດ້ຕາມ ມາດຕະຖານແລ້ວ ຈຶ່ງຮັບເຂົ້າເປັນສະມາຊິກຂອງກຸ່ມ. ທ່ານນາງ Maria Gunder, ທ່ານ Has Wovmgoor, ທ່ານ ນາງ Katja Sailer… ເປັນສະມາຊິກ ຂອງ HNV ກ່າວວ່າ ຄວາມຫ້າວຫັນ ຂອງ ທ່ານ ດົ່ງກວາງວິງ ໄດ້ເຊື່ອມຕໍ່ພວກ ຂ້າພະເຈົ້າໃຫ້ມີຄວາມ ຊະໜິດຊິດເຊື້ອ ຊຶ່ງກັນ ແລະກັນ ກໍຄື ເປີດໂອກາດ ໃຫ້ພວກຂ້າ ພະເຈົ້າ ໄດ້ສະແດງຢູ່ບັນດາເວທີສະແດງໃຫຍ່ອີກດ້ວຍ.

ທຸກໆ ອາທິດ, HNV ແມ່ນມີຊົ່ວໂມງຝຶກແອບ ໃນຕອນຄໍ່າ. ຄວາມຊິນເຄີຍ ກັບການຝຶກແອບ ແລະ ສະແດງດົນຕີ ແບບມືອາ ຊີບ ໄດ້ສ້າງຜົນສຳເລັດ ຂອງ HNV ເທິງເວທີສະແດງໃຫຍ່ຫຼາຍ ແຫ່ງ ເຊັ່ນ: L’Espace (ສູນວັດທະນະທຳ ຝຣັ່ງ ທີ່ຮ່າໂນ້ຍ), ໂຮງ ມະຫໍລະສົບ, ສະຖານທູດ ຫຼື ມະຫາວິທະຍາໄລແຫ່ງຕ່າງໆ. ບັນດາສະມາຊິກ ເມື່ອເຂົ້າຮ່ວມໃນ HNV ຕ່າງກໍຖືວ່າ ນ້ີແມ່ນເວທີ ແຫ່ງ ນໍ້າໃຈທີ່ລໍ້າຄ່າ. ເຂົາເຈົ້າທຳການຝຶກແອບ, ສະແດງສຸດ ຄວາມສາມາດ ແລະ ໃຫ້ຄວາມເຄົາລົບມະຫາຊົນ. ຈາກທີ່ນີ້, ບັນດາສະມາຊິກ ຂອງ HNV ໄດ້ເຜີຍແຜ່ຄວາມຮັກ ຕໍ່ວັດທະນະ ທຳ ຫວຽດນາມ, ປະເທດ ຫວຽດນາມ ເຖິງເພື່ອນມິດສາກົນ ດ້ວຍຈິດໃຈ: ໃຊ້ຊີວິດຢູ່ ຫວຽດນາມ ແລະ ຄືກັບຄົນ ຫວຽດນາມຄົນໜຶ່ງ.

ໃນແຕ່ລະຄັ້ງຝຶກແອບ ຂັບລຳພື້ນເມືອງ ຫວຽດນາມ ເຊັ່ນ: ແບ່ວ ຢາດໄມໂຈຍ, ຈົ໋ງເກີມ, Hello ຫວຽດນາມ... ບັນດາສະມາຊິກ ຕ່າງກໍມີຄວາມຫ້າວຫັນ. ເຂົາເຈົ້າຊອກຮູ້ ຫຼື ຄົ້ນຫາຕາມ ເອກະ ສານຕ່າງໆ ເພື່ອເຮັດແນວໃດ ສະແດງໃຫ້ຕ້ອງຖືກກັບ “ຮູບແບບ ຫວຽດນາມ”, ເມື່ອບົດເພງ ຫວຽດນາມ ດັງຂຶ້ນ ກໍແມ່ນ ເວລາ ວັດ ທະນະທຳ ຫວຽດນາມ ໄດ້ແຜ່ກະຈາຍ ດ້ານຄຸນຄ່າ ຂອງ ມັນ.
 
ບົດ: ບິກເວິນ - ພາບ: ແທງຢາງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top