• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Christian Levon - ຜູ້ຊ່ຽວຊານສະໜັບສະໜູນ ຄວາມຊື່ສັດສຸດຈະລິດ ຢູ່ ຫວຽດນາມ

ດ້ວຍຄວາມຮັກທີ່ມີ ຂອງ ຜູ້ທີ່ສະໜິດຕິດພັນກັບ ຫວຽດນາມ ມາເປັນເວລາກວ່າ 12 ປີຜ່ານມາ, ທ່ານ Christian Levon ເປັນໜຶ່ງໃນຜູ້ຊ່ຽວຊານ ທ່ີໄດ້ອຸທິດຕົນ ສົ່ງເສີມ, ຊຸກຍູ້ ວັດທະນະທຳ ຄວາມຊື່ສັດສຸດຈະລິດ ຢູ່ ຫວຽດນາມ, ພິເສດແມ່ນ ໃນໝູ່ ໄວໜຸ່ມ ແລະ ວິສາຫະກິດ. 
ປີ 2008, ເມື່ອທ່ານ Christian Levon ກໍາລັງດໍາລົງຕໍາແໜ່ງ ເປັນທູດເສດຖະກິດ ຂອງ ສະຖານທູດ ຝຣັ່ງ ປະຈຳ ຫວຽດນາມ, ໄດ້ມີໂອກາດເຮັດວຽກ ກັບທ່ານນາງ ກ໋ຽວວຽ໊ນ ກ່ຽວກັບບັນຫາ ຄວາມຊື່ສັດສຸດຈະລິດ. ເມື່ອຮູ້ວ່າ ທ່ານນາງ ກ໋ຽວວ໊ຽນ ກໍາລັງມີ ແຜນຈະສ້າງຕັ້ງບໍລິສັດ ທີ່ປຶກສາ ກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ ຫວຽດນາມ ໂດຍບໍ່ຫວັງຜົນກຳໄລ, ເພິ່ນສະແດງຄວາມນັບຖື ແລະ ສະໜັບສະໜູນທ່ານນາງ ກ໋ຽວ ວຽ໊ນ ປະຕິບັດຄາດໝາຍດັ່ງກ່າວ, ເພາະເພິ່ນເຂົ້າໃຈວ່າ ການສໍ້ ລາດບັງຫຼວງ ພວມເປັນບັນຫາທີ່ເຄັ່ງຮ້ອນຢູ່ຫຼາຍປະເທດ ໃນ ໂລກ, ໃນນັ້ນມີ ຫວຽດນາມ. 

ພາຍຫຼັງເຮັດວຽກມາໄດ້ໄລຍະໜຶ່ງ, ປີ 2011, ທ່ານ Christian Levon ແລະ ທ່ານນາງ ກ໋ຽວວຽ໊ນ ໄດ້ພົບເຫັນຄວາມຄ້າຍຄືກັນ ໃນແນວຄວາມຄິດ ແລະ ແບບແຜນວິທີຊີວິດ ຂອງກັນ ແລະ ກັນ, ສະນັ້ນ ຈຶ່ງຕັດສິນໃຈແຕ່ງງານ. ຫຼັງຈາກກາຍເປັນຄູ່ຜົວເມຍ, ທັງສອງ ໄດ້ໄປປະຕິບັດງານຢູ່ຫຼາຍປະເທດໃນໂລກ. ປີ 2016, ເມື່ອເຫັນ ພັນລະຍາ ຍັງຄ້າງຄາໃຈ ຕໍ່ບັນຫາຄວາມຊື່ສັດສຸດຈະລິດ ແລະ ຄວາມໂປ່ງໃສ ຂອງ ຫວຽດນາມ, ທ່ານ Christian Levon ຈຶ່ງຕັດສິນໃຈ ອອກກິນເບ້ຍບຳນານ ກ່ອນກຳນົດເວລາ ແລ້ວກັບມາ ຫວຽດນາມ ເພື່ອຊ່ວຍພັນລະຍາ ສຳເລັດຄວາມປາຖະໜາ. 

ທ່ານ Christian Levon ເປັນທີ່ປຶກສາຂັ້ນສູງ ສາກົນ ຂອງອົງການ ຫັນສູ່ ຄວາມຊື່ສັດສຸດຈະລິດ ຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ/VNP


ພ້ອມກັບພັນລະຍາ ທ່ານນາງ ຫງວຽນທິກ໋ຽວວ໊ຽນ, ຜູ້ອຳນວຍ ການ TT, ທັງສອງມີຄວາມຮັກຄືກັນ “ເພື່ອ ຫວຽດນາມ
ມີຄວາມ ຊື່ສັດສຸດຈະລິດ ແລະ ໂປ່ງໃສ”. ພາບ: ຫວຽດເກື່ອງ/VNP

 

ທ່ານ Christian Levon ຕາງໜ້າໃຫ້ອົງການ TT ປະຈໍາ ຫວຽດນາມ ກ່າວປາໄສທີ່ກອງປະຊຸມສາກົນ ບັນຫາສະເພາະ ກ່ຽວກັບ “ອາດຊະຍາກອນ ການເງິນໂລກ” ເຊິ່ງໄດ້ຈັດຂຶ້ນຢູ່ ສິງກະໂປ. ພາບ: ເອກະສານ ໂດຍອົງການຫັນໄປສູ່ ຄວາມ ໂປ່ງໃສ ຢູ່ ຫວຽດນາມ ສະໜອງໃຫ້


ທ່ານ Christian Levon ຢູ່ກອງປະຊຸມສາກົນ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (IACC) 2018 ທີ່ປະເທດ ແດນມາກ.
ພາບ: ເອກະສານໂດຍອົງການ ຫັນໄປສູ່ຄວາມໂປ່ງໃສ ຢູ່ ຫວຽດນາມ ສະໜອງໃຫ້



ທ່ານ Christian Levon ແນະນຳກ່ຽວກັບກິດຈະກຳ ຄົ້ນຄວ້າຂອງຕົນ ທີ່ພິທີປະກາດຜົນງານການສຳຫຼວດ ຄວາມຊື່ສັດສຸດຈະລິດ ໃນໄວໜຸ່ມ
ຫວຽດນາມ 2019. ພາບ: ເອກະສານໂດຍອົງການ ຫັນໄປສູ່ຄວາມໂປ່ງໃສ ຢູ່ ຫວຽດນາມ ສະໜອງໃຫ້



ຜົວເມຍທ່ານ Christian Levon ພ້ອມກັບບັນດາສະມາຊິກຂອງ TT ຈັດຕັ້ງຫຼາຍການເຄື່ອນໄຫວ “
ເພື່ອ ຫວຽດນາມ ບໍ່ມີໄພສໍ້ລາດບັງຫຼວງ”. ພາບ: ຫວຽດເກື່ອງ/VNP



ດ້ວຍນໍ້າໃຈ ແລະ ປະສົບການຂອງຕົນ,  ທ່ານ Christian Levon ໄດ້ແບ່ງປັນກ່ຽວກັບເຮັດທຸລະກິດ ດ້ວຍຄວາມ ຊື່ສັດ ສຸດຈະລິດ ກັບບັນດານັກສຶກສາ
ທີ່ມາຈາກມະຫາວິທະຍາໄລ ເສດຖະກິດ ແຫ່ງຊາດ ຮ່າໂນ້ຍ. ພາບ: ເອກະສານ ໂດຍອົງ ການຫັນໄປສູ່ຄວາມ ໂປ່ງໃສຢູ່ ຫວຽດນາມ ສະໜອງໃຫ້



ທ່ານ Christian Levon ພ້ອມກັບເພື່ອນຮ່ວມງານ TT ຢູ່ ໂຄງການຊຸກຍູ້ບົດບາດຂອງໄວໜຸ່ມ ຫວຽດນາມ ໃນການ ປ້ອງ ກັນ,
ຕ້ານການສໍ້ລາດບັງຫຼວງ. ພາບ: ເອກະສານໂດຍອົງການ ຫັນໄປສູ່ຄວາມໂປ່ງໃສ ຢູ່ ຫວຽດນາມ ສະໜອງໃຫ້



ທ່ານ Christian Levon ມອບໃບຮັບຮອງໃຫ້ແກ່ນັກຮຽນ ທີ່ເຂົ້າຮ່ວມໃນຊຸດຮຽນ ສວນປູກ ຄວາມຊື່ສັດສຸດຈະລິດ ຫວຽດ ນາມ (VIS) 2020.
ພາບ: ເອກະສານໂດຍອົງການ ຫັນໄປສູ່ ຄວາມ ໂປ່ງໃສ ຢູ່ ຫວຽດນາມ ສະໜອງໃຫ້

\ຫຼັງຈາກກັບມາ ຫວຽດນາມ, ທ່ານ Christian Levon ໄດ້ເຂົ້າ ຮ່ວມອົງການ ຫັນໄປສູ່ຄວາມຊື່ສັດສຸດຈະລິດ ຢູ່ ຫວຽດນາມ - Towards Transparency (TT), ເປັນເພື່ອນຮ່ວມທາງ ຂອງ ພັນ ລະຍາ ບົນເສັ້ນທາງຊຸກຍູ້ຄວາມຊື່ສັດສຸດຈະລິດ ແລະ ໂປ່ງໃສຢູ່ ຫວຽດນາມ. ນີ້ເປັນອົງການຕົ້ນຕໍ ຂອງ ອົງການ ໂປ່ງໃສສາກົນ (TI)-ຂະບວນການໜຶ່ງໃນໂລກ ກ່ຽວກັບການປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ, ມີ 100 ອົງການທີ່ເປັນ ສະມາຊິກ ໃນໂລກ ຢູ່ ຫວຽດນາມ. 

ຈຸດພິເສດແມ່ນ ທ່ານ Christian Levon ເຂົ້າຮ່ວມ TT ໃນຖາ ນະຕຳແໜ່ງເປັນ ທີ່ປຶກສາຂັ້ນສູງ ສາກົນ ຂອງອົງການ ຫັນສູ່ ຄວາມຊື່ສັດສຸດຈະລິດ ຢູ່ ຫວຽດນາມ, ແຕ່ເພິ່ນເຮັດວຽກດ້ວຍ ສະໝັກໃຈ, ບໍ່ເອົາເງິນເດືອນ. ເພິ່ນຕ້ອງ ພະຍາຍາມ ແກ້ໄຂ ບັນ ຫາທາງດ້ານພາສາ ເພື່ອປະຕິບັດການ ຄົ້ນຄວ້າ ແລະ ແບ່ງປັນ ກັບຄູ່ຮ່ວມງານ ກ່ຽວກັບບັນຫາຄວາມຊື່ສັດສຸດຈະລິດ. 

ນອກຈາກວຽກງານເປັນຜູ້ປຶກສາ, ເພິ່ນຍັງເປັນຫົວໜ້າບັນນາທິ ການ ແລະ ກວດແກ້ ຜະລິດຕະພັນການພິມ ຫຼາຍສະບັບຄື: ໄຈ້ ແຍກຜົນເສຍຫາຍ ຈາກການສໍ້ລາດບັງຫຼວງ ສຳລັບນັກລົງທຶນຢູ່ ຫວຽດນາມ, ສຳຫຼວດກ່ຽວກັບ ຄວາມຊື່ສັດສຸດຈະລິດ ຢູ່ ຫວຽດ ນາມ, ເຮັດບົດລາຍງານການສຳຫຼວດກ່ຽວກັບ ຄວາມຊື່ສັດສຸດ ຈະລິດ ໃນການເຮັດທຸລະ ຢູ່ບັນດາເຂດອຸດສາຫະກໍາ ລະດັບສູງ ຢູ່ ຫວຽດນາມ... ບັນດາຜົນງານການຄົ້ນຄວ້າດັ່ງກ່າວ ຖືວ່າ ເປັນ ແຫຼ່ງ ເອກະສານ ທີ່ມີປະໂຫຍດຂອງບັນດາອົງການ ຮັບຜິດຊອບ ໃນການຕີລາຄາ ວຽກງານປ້ອງກັນ ແລະ ຕ້ານ ການສໍ້ລາດບັງ ຫຼວງ ຢູ່ ຫວຽດນາມ. 

ຊຸມປີມໍ່ໆ ມານີ້, ເພິ່ນພ້ອມກັບເພື່ອນຮ່ວມງານທີ່ TT ໄດ້ທໍາການ ສຳຫຼວດ ກ່ຽວກັບຄວາມ ຊື່ສັດສຸດຈະລິດ ໃນໄວໜຸ່ມ ຫວຽດນາມ (YIS). ນີ້ແມ່ນແຫຼ່ງຂໍ້ມູນເອກະສານ ທີ່ສໍາຄັນ, ຊ່ວຍລັດຖະບານ ແລະ ບັນດາພື້ນຖານການສຶກສາດັດແປງ ຫຼັກສູດການ ສິດສອນ ກ່ຽວກັບຄວາມ ຊື່ສັດສຸດຈະລິດ ແລະ ການປ້ອງກັນ, ຕ້ານການ ສໍ້ລາດບັງຫຼວງ ໃຫ້ແກ່ໄວໜຸ່ມ. 

ນອກຈາກນັ້ນ, ທ່ານ Christian Levon ຍັງໄດ້ຮັບເຊີນໄປ ສິດ ສອນ ກ່ຽວກັບຫົວຂໍ້ ເຮັດທຸລະກິດດ້ວຍຄວາມ ຊື່ສັດ ສຸດຈະລິດ ທີ່ມະຫາວິທະຍາໄລ ຫຼາຍແຫ່ງ, ພິເສດແມ່ນຊຸດຮຽນ ສວນປູກ ຄວາມຊື່ສັດສຸດຈະລິດ (VIS) ໂດຍ TT ຈັດຂຶ້ນ ແຕ່ລະປີ. ຊຸດ ຮຽນດັ່ງກ່າວ ໄດ້ສ້າງເງື່ອນໄຂໃຫ້ໄວໜຸ່ມ ຫວຽດນາມ ມີໂອກາດ ໄດ້ຊອກຮູ້ ແລະ ປະຕິບັດຕົວຈິງ ຄຸນຄ່າ ຄວາມຊື່ສັດ ສຸດຈະລິດ ກໍ່ຄືຜັນຂະຫຍາຍບັນດາແນວຄວາມຄິດ ແລະ ໂຄງການ ຊຸກຍູ້ ຄວາມຊື່ສັດສຸດຈະລິດ ໃນປະຊາຄົມ. ປັດຈຸບັນ, ຊຸດຮຽນ VIS ໄດ້ດຶງດູດການເຂົ້າຮ່ວມຂອງໄວໜຸ່ມ ກວ່າ 300 ຄົນ ທີ່ມາຈາກ ທຸກຂົງເຂດໃນທົ່ວປະເທດ. 
 
ບົດ: ບິກເວິນ  - ພາບ: ຫວຽດເກື່ອງ ແລະ ເອກະສານ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top