26/03/2019 10:41 GMT+7 Email Print Like 0

“ໝາກຫົວໃຈ” ຂອງວົງຄະນາຍາດ ເຜົ່າຂະແມ ພາກໃຕ້ ຫວຽດນາມ

ພຸດທະສາສະໜາ ນິກາຍເທຣະວະມີບົດບາດ ແລະ ທີ່ຕັ້ງ ອັນສໍາຄັນ ໂດຍໄດ້ຄອບງໍາທຸກຂົງເຂດໃນຊີວິດ ຂອງຊາວ ເຜົ່າຂະແມ ຢູ່ ພາກໃຕ້ ຫວຽດນາມ. ນິກາຍ ເທຣະວະ ມີ ລັກສະນະມະຫາຊົນ, ຊັກຈູງຄົນເຮົາ ກະທຳໃນສິ່ງທີ່ດີ “ຖືສາສະໜາ” ແລະ ບໍາເພນສ້າງໃຫ້ລູກຫຼານ ຂອງເຜົ່າ ຂະແມ ກາຍເປັນ ຜູ້ມີຄຸນວຸດທິ ແລະ ຈະລິຍະທໍາ. ດ້ວຍເຫດນັ້ນ, ພຸດທະສາສະໜານິກາຍເທຣະວະ ປຽບເໝືອນ “ໝາກຫົວໃຈ” ຂອງ ວົງຄະນາຍາດ ເຜົ່າຂະແມ ຢູ່ພາກໃຕ້ ຫວຽດນາມ.
ຊີວິດ ຂອງ ຜູ້ຄົນ ຕ່າງຕິດພັນກັບວັດ

ພວກຂ້າພະເຈົ້າໄດ້ມີໜ້າຢູ່ ແຂວງ ຈ່າວິງ ເພື່ອເຂົ້າຮ່ວມ ງານດອງ ຂອງເພື່ອນຜູ້ໜຶ່ງ ເຜົ່າຂະແມຊື່ວ່າ ແທກຣິເກີນ. ໃນງານວິວາ, ພາຍຫຼັງເຈົ້າບ່າວເຈົ້າສາວ ທໍາພິທີບູຊາ ບັນພະຊົນ ແລະ ຮັບຄໍາອວຍພອນ ຈາກພີ່ນ້ອງທັງ ສອງກໍ້າ ສອງຝ່າຍ ຍັງມີອີກພິທີໜຶ່ງ ທີ່ຂາດບ່ໍໄດ້ນັ້ນແມ່ນ ຮັບຟັງ ການເທສະໜາ ຈາກບັນດາຄູບາອາຈານ ກ່ຽວກັບ ສິນທໍາ ຂອງ ຜູ້ເປັນຜົວເປັນເມຍ, ຂອງຜູ້ເປັນລູກ ທີ່ມີຕ່ໍພ່ໍແມ່.

ຊາວເຜົ່າຂະແມ ນັບແຕ່ມື້ກຳເນີດ, ໃຫຍ່ຂຶ້ນມາ, ເຖົ້າແກ່ ຈົນເຖິງມື້ສຸດທ້າຍ ຂອງ ຊີວິດ, ທຸກຄວາມໂສກເສົ້າ ມ່ວນຊື່ນ ຂອງ ຊີວິດລ້ວນແຕ່ສະໜິດຕິດແໜ້ນ ກັບວັດ. ວັດ ແມ່ນສັນຍະລັກ ທາງຈິດໃຈ ຂອງ ເຜົ່າຂະແມ ຢູ່ພາກໃຕ້ຫວຽດນາມ. ແຕ່ລະຊຸມຊົນ ລ້ວນມີວັດ, ຊຶ່ງເປັນສູນກາງທາງດ້ານຈິດໃຈ ກະທຳໃນສິ່ງດີງາມ.
(ທີ່ມາ: ຈາກສະມາຄົມສາສະໜາພຸດ ຫວຽດນາມ)
ທ່ານ ແທກອຸດ-ຜູ້ເປັນເຈົ້າພາບຈັດງານວິວາໃຫ້ຮູ້ວ່າ: “ບັນດາຄູບາອາຈານ ລ້ວນແຕ່ແມ່ນຜູ້ມີຄວາມຮູ້ ແລະ ໄດ້ຮັບການເຄົາລົບນັບຖື ໃນວົງຄະນາຍາດ, ເພາະສະນັ້ນ ເຂົາເຈົ້າ ກໍມີ ສ່ວນຮັບຜິດຊອບໃນການສຶກສາ ໃຫ້ຄົນໜຸ່ມ”.

ໃນງານດອງ, ມີສິ່ງໜຶ່ງ ທີ່ເປັນຄວາມປະທັບໃຈ ສໍາລັບ ພວກຂ້າພະເຈົ້າ ແມ່ນເຮືອນທັງເຈົ້າບ່າວ ແລະ ເຈົ້າສາວ ຕ່າງກໍຖະຫວາຍເຂົ້າໃຫ້ບັນດາຄູບາອາຈານ ທີ່ມາ ເທສະ ໜາ ດ້ວຍຄວາມມຸ່ງຫວັງຢ່າງຍິ່ງວ່າ ພວກເພິ່ນ ສັນເຂົ້າ ຈະເປັນສິລິມຸງຄຸນອັນໃຫຍ່ຫຼວງ ໃຫ້ແກ່ຄອບຄົວ. ເມື່ອຂ້າພະເຈົ້າ ເລົ່າຄືນວ່າ ບົນເສັ້ນທາງເດີນ ກໍເຫັນຫຼາຍຄົນ ທໍາພິທີຕັກບາດ ໃຫ້ຄູບາ, ອ້າຍ ແທກຣິເກີນ ໃຫ້ຮູ້ວ່າ ນີ້ແມ່ນ ຈຸດດີງາມ ໃນວິຖີຊີວິດຂອງ ຊາວເຜ່ົາຂະແມ. ເຂົາເຈົ້າຖືວ່າ ການເຮັດ ສິ່ງທີ່ດີ, ຖວາຍເຄື່ອງ ສັງຄະທານ ເຂົ້າວັດ ແມ່ນນໍ້າໃຈ ຂອງ ຜູ້ມີຄຸນນະທໍາ. ຍ້ອນເຫດນັ້ນ, ຈັນຍາບັນ ຂອງ ພຸດທະສາສະໜາ ຈຶ່ງໄດ້ໄປຄວບຄູ່ ກັບການປະພືດຕົວ ໃນຊີວິດປະຈໍາວັນ ຂອງຊາວເຜົ່າ ຂະແມ ອັນໄດ້ ສ້າງເປັນຄຸນຄ່າວັດທະນະທໍາ ທີ່ມີລັກສະນະ ມະນຸດສະທໍາ ຂອງ ເຜົ່າຂະແມ ຊຶ່ງຍາມໃດກໍຕ້ອງ ມີຄວາມເອື້ອເຟື້ອເຜື່ອແຜ່ໃຫ້ກັນ.



ຄອບຄົວທ່ານ ແທກຣິເກີນ ທໍາພິທີສົ່ງຂ່າວ ໃຫ້  ບັນພະຊົນກ່ອນຈະແຕ່ງງານ.  ພາບ: ທົງຫາຍ


ພິທີຜູກຂ່ໍຕ່ໍແຂນໃຫ້ເຈົ້າບ່າວເຈົ້າສາວຢູ່ເຮືອນຝ່າຍ ຊາຍ . ພາບ: ຫງວຽນລວນ


ເຊົ້າມື້ໃໝ່ຈະແມ່ນພິທີແຫ່ເຈົ້າສາວ.  ພາບ: ຫງວຽນລວນ


ເຈົ້າອາວາດວັດ ໃຫ້ພອນແດ່ ຄູ່ຜົວເມຍ ແທກຣິເກີນ ໃນງານວິວາ. ພາບ: ທົງຫາຍ


ໃນບຸນປີໃໝ່ Chol Chnam Thmay, ຄອບຄົວທ່ານ ແທກຣິເກີນ ທີ່ເມືອງ ຈ່າກູ໋ (ແຂວງ ຈ່າວິງ) ໄປວັດເພື່ອເອົານໍ້າສັກສິດ ເມືອເຮືອນ ເພື່ອເຮັດພິທີລ້າງຕີນ
ໃຫ້ພ່ໍເຖົ້າ ແມ່ເຖົ້າ ແລະ ພ່ໍແມ່ ເພື່ອສະແດງນ້ໍາໃຈເຄົາລົບຮັກ ຕ່ໍພວກເພິ່ນ. ພາບ: ຫງວຽນລວນ


ຜັດຖູພະພຸດທະຮູບເພື່ອກະກຽມຕ້ອນຮັບປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ


ແທ່ນບູຊາພະພຸດທະເຈົ້າໃນເຮືອນຂອງເຜົ່າຂະແມ ຖືກ ປະດັບປະດາຢ່າງຈົບງາມໃນມື້ປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ


ພະພິກຂຸສົງ, ພະພິກສຸນິ ຮຽນໜັງສືຂະແມ ທີ່ໂຮງ ຮຽນ ຊັ້ນກາງ ບາລີ ແຂວງ ຈ່າວິງ. ພາບ: ຫງວຽນລວນ


ພີ່ນ້ອງເຜົ່າຂະແມເຂົ້າວັດເພື່ອຮັບຟັງການເທສະໜາ. ພາບ: ເອກະສານVNP

ເມື່ອງານດອງສິ້ນສຸດ, ພວກຂ້າພະເຈົ້າແວ່ຢ້ຽມ ວັດຫຼັງໜຶ່ງ ຢູ່ໃກ້ກັບເຮືອນ ຂອງ ອ້າຍແທກຣິເກີນ.  ທ່ານ ແທກອຸດ ທັງພາພວກຂ້າພະເຈົ້າໄປ ທັງເລ່ົາສູ່ ຟັງວ່າ: “ຊີວິດຂອງ ຊາວຂະແມ ແຕ່ລະຄົນເກືອບຄືວ່າ  ຖືກຕິດພັນ ກັບ ວັດ ແຫ່ງໃດແຫ່ງໜຶ່ງ. ໃນຄວາມຄິດຂອງ ທຸກຄົນ, ວັດ ແມ່ນ ບ່ອນເຕົ້າໂຮມທາງດ້ານຈິດໃຈ ຂອງ ວົງຄະນາຍາດ, ສ້າງ ໃຫ້ທຸກຄົວເຮືອນມີຄວາມ ສະໜິດຕິດພັນກັນ. ຍ້ອນແນວນັ້ລະ, ເຖິງຈະໄປໃສ, ເຂົາເຈົ້າກໍມຸ່ງຫາວັດ ຢູ່ ທາງບ້ານເກີດ ຂອງຕົນ ແລະ ເຕັມໃຈທີ່ຈະປະກອບ ເຫື່ອແຮງ, ຊັບສິນເຂົ້າໃນການ ສ້າງວັດ ໃຫ້ນັບມື້ນັບ ໃຫຍ່ໂຕໂອ້ໂຖງຂຶ້ນ”.

ສິ່ງໂດດເດັ່ນໃນສະຖາປັດຕະຍະກໍາຂອງວັດເຜົ່າຂະແມ ແມ່ນປະຕູໂຂງ ແລະ ຝາຜະໜັງອ້ອມຮອບວັດ ຊຶ່ງ ປະດັບເອ້ ດ້ວຍຮູບແຕ້ມປະຍຸກ ກ່ຽວກັບຄວາມເປັນມາຂອງ ພະພຸດທະເຈົ້າ. ແຖມເຂົ້ານັ້ນ, ທາງໃນຂອງ ວັດ ຍັງມີເຈດີ ຫຼາຍລູກເຊິ່ງເປັນບ່ອນ ວາງອັດຖິ ຂອງ ຜູ້ເສຍຊີວິດ ໂດຍ ຄອບຄົວ ເປັນຜູ້ສ້າງຂຶ້ນ. ທັງນີ້ກໍເພາະວ່າ, ຕາມຄວາມເຊື່ອ ຂອງເຜົ່າຂະແມ, ເມື່ອມືນຕາ ເບິ່ງໂລກ ກໍມີຄູບາອາຈານ ມາທຳພິທີກໍາ ໃຫ້ຢູ່ດີມີແຮງ, ເມື່ອໃຫຍ່ຂຶ້ນມາ ພັດ ໄດ້ ຄູບາອາຈານ ທຳພິທີ ຂໍໃຫ້ພະພຸດທະເຈົ້າ ດູແລເບິ່ງແຍງ. ສະນັ້ນຍາມຈາກໂລກໄປ ກໍມີແຕ່ຄວາມປາຖະໜາ ຢ່າງດຽວວ່າ ໄດ້ສົ່ງເຂົ້າວັດ ເພື່ອຈະໄດ້ຢູ່ກັບພະພຸດທະເຈົ້າ.

ທ່ານ ແທກອຸດ ຍັງເລົ່າຕື່ມອີກວ່າ ຜູ້ຊາຍເຜົ່າຂະແມ ເມື່ອ ເຖິງກະສຽນ ຈະຕ້ອງບວດເຂົ້າວັດ ເພື່ອສຶກສາທາງທໍາມະ. ໂດຍທົ່ວໄປແລ້ວ, ບັນດາຄອບຄົວມັກໃຫ້ລູກເຂົ້າ ວັດ ຕັ້ງແຕ່ອາຍຸ 12-13 ປີ. ບວດເປັນຈົວ ບ່ໍພຽງແຕ່ແມ່ນ ມີ ລັກສະນະເຊື່ອ ຖືທາງໃຈເທົ່ານັ້ນ ຫາກວ່າ ໃນເວລາ ເຂົ້າວັດ ຕ່າງຄົນຕ່າງ ມີ ສະຕິຮໍ່າຮຽນໜັງສື, ເຝິກຝົນ ຈະລິຍະທໍາ. ນັ້ນກໍ ແມ່ນ ວິທີໜຶ່ງເພື່ອ ບໍາເພນກຸສົນ ໃຫ້ແກ່ຄອບຄົວ, ຕົນເອງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ບັງເກີດເກົ້າ. ຫຼັງໄລຍະໜຶ່ງ ທີ່ເຂົ້າສຶກສາ  ທໍາມະ ໃນວັດ, ຜູ້ຊາຍ ເຜົ່າຂະແມ ອາດຈະເລືອກການບວດ ເປັນຄູບາ ຫຼື ສິກ ເພ່ືອກັບມາຢູ່ນໍາ ຄອບຄົວ ຫາລ້ຽງຊີບ.


ເຂົ້າວັດມ່ວນຊື່ນງານບຸນ 

ຊຸມຊຸມມື້ຢູ່ ຈ່າວິງ, ພວກຂ້າພະເຈົ້າມີໂອກາດໄດ້ຮັບຟັງ  ເທບນິຍາຍ, ຕໍານານ, ເລື່ອງລາວຕ່າງໆ ກ່ຽວກັບ     ງານບຸນ ຂອງເຜົ່າຂະແມ ຊຶ່ງໃນນັ້ນ ຕ່າງກໍສ່ອງແສງ ໃຫ້ເຫັນ ບົດຮຽນ ອັນເລິກເຊິ່ງ ໃນການປະພຶດຕົວຕາມວິຖີພຸດ.

ສໍາລັບເຜົ່າຂະແມ ຈໍານວນ 1,3  ລ້ານຄົນ,            ວັດວາອາຮາມ ບໍ່ພຽງແຕ່ແມ່ນສູນກາງແຫ່ງການດໍາເນີນຊິວິດ ຕາມຄວາມເຊ່ືອຖື ຫາກຍັງແມ່ນ “ສູນວັດທະນະທໍາ-ສັງຄົມ”, ແມ່ນ “ເຮືອນ ລວມໝູ່” ຂອງພີ່ນ້ອງ ເຜົ່າຂະແມ ອີກດ້ວຍ.
(ທີ່ມາ: ຈາກສະມາຄົມສາສະໜາພຸດ ຫວຽດນາມ)
ໃນປີໜຶ່ງ, ວົງຄະນາຍາດເຜົ່າຂະແມ ມີງານບຸນ ທັງໝົດປະມານ ສິບປາຍງານບຸນ, ໃນນັ້ນ ງານຫຼັກໆ ມີ: ງານບຸນໂດນຕາ, ບຸນ Chol Chnam Thmay, ພີທີໄຫວ້ດວງຈັນ-ອອກອອມບອກ. ບຸນ Chol Chnam Thmay ແມ່ນບຸນປີໃໝ່ ຂອງ ເຜົ່າຂະແມ ກົງກັບວັນທີ 14-16 ເດືອນ 4 ແຕ່ລະປີ ຕາມຈັນທະປະຕິທິນ. ນີ້ແມ່ນໂອກາດ ເພື່ອໃຫ້ ຊົນເຜົ່າຂະແມ ສະແດງສັດທາ ຂອງຕົນ ຕໍ່ພະພຸດທະເຈົ້າ, ບັນພະບຸລຸດ ແລະ ພໍ່ແມ່.

ກ່ອນບຸນ Chol Chnam Thmay, ຊາວເຜົ່າຂະແມ ໄດ້ຈັບຈ່າຍ ຫ້າງຫາສິ່ງຂອງກິນບຸນໃຫ້ຄອບຄົວ, ທັງບ່ໍລືມ ກິດທຸລະທີ່ສໍາຄັນແມ່ນນໍາເຫື່ອແຮງ ແລະ ເງິນຄໍາ ໂມທະນາ ເພື່ອສ້ອມແປງວັດວາ ຢູ່ໃນໝູ່ບ້ານຂອງຕົນ. ຄໍ່າຄືນສຸດ ທ້າຍຂອງ ປີເກົ່າ, ຫຼັງການຈູດທູບທຽນ  ຢູ່ຄອບຄົວແລ້ວ, ພິທີການຮັບຕ້ອນປີໃໝ່ ທັງໝົດລ້ວນ ແຕ່ໄດ້ ປະຕິບັດຢູ່ ໃນວັດ ເພື່ອສະແດງ ຄວາມສັດທາ ຕໍ່ພະພຸດທະເຈົ້າ ແລະ ປູ່ຍ່າຕາຍາຍ, ຂໍໃຫ້ຄອບຄົວ ໃນປີໃໝ່ ຈົ່ງຢູ່ເຢັນເປັນສຸກ, ຢູ່ດີມີແຮງທຸກປະການ.



ພິທີຖະຫວາຍຜ້າສະບົງ ແລະ ເຄື່ອງສັງຄະທານ ຂອງ ພີ່ນ້ອງເຜົ່າຂະແມ ໃຫ້ແກ່ ຄູບາອາຈານ. ພາບ : ຫວຽດເກື່ອງ


ພິທີຫົດສົງ ພະພຸດທະຮູບ ໃນງານບຸນປີໃໝ່ Chol Chnam Thmay ຂອງເຜ່ົາຂະແມ. ພາບ: ຫງວຽນລວນ


ພະສົງທີ່ວັດກອມໂປງ (ແຂວງ ຈ່າວິງ) ໃຊ້ດິນໜຽວ ປ້ານແທ່ນເພື່ອຈູດທູບຕ່ໍໜ້າພະພຸດທະຮູບ. ພາບ: ຫງວຽນລວນ


ພິທີສົງນຳ້ ໃຫ້ພະສົງຜູ້ເປັນເຈົ້າອາວາດ ໃນງານບຸນປີໃໝ່ Chol Chnam Thmay ຂອງພີ່ນ້ອງເຜົ່າຂະແມ. ພາບ: ຫງວຽນລວນ


ຄູບາອາຈານ ຮັບເຄ່ືອງສັງຄະທານ ຈາກສາສະນີກະຊົນ ໃນມື້ບຸນປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ


ວັດ ຊວ່າຍຊຽມ ໃໝ່ມີສັນຍະລັກສະຖາປັດຕະຍະກໍາ ຂອງ ວັດ 600 ກວ່າແຫ່ງ ຢູ່ເຂດພາກໃຕ້ ຫວຽດນາມ.  ພາບ: ຫງວຽນລວນ


ຊາວເຜົ່າຂະແມພ້ອມກັບຄູບາອາຈານທໍາພິທີ ບາສີສູ່ຂວັນຢູ່ກັບເຈດີ ເພື່ອກາບໄຫວ້ວິນຍານ ຜູ້ທີ່ ໄດ້ລ່ວງລັບ. ພາບ: ຫງວຽນລວນ


ໃນໂອກາດງານບຸນ, ພີ່ນ້ອງເຜົ່າຂະແມ ເຂົ້າຮ່ວມ ທຸກ ການລະຫຼິ້ນໃນວັດຄື ຫຼິ້ນບານສົ່ງ, ດຶງເຊືອກ… ດ້ວຍຄວາມກະຕືລີລົ້ນ. ພາບ: ເອກະສານVNP
 


ແຂ່ງງົວທີ່ ໄບ໋ນຸຍ ຢູ່ ເມືອງ ຕິ້ງບຽນ, ແຂວງ ອານຢາງ. ພາບ: ເອກະສານVNP 

ບຸນປີໃໝ່ Chol Chnam Thmay ຂອງເຜົ່າຂະແມ   ດໍາເນີນ ໄປໃນສາມມື້. ມື້ທໍາອິດ, ທໍາພິທີບູຊາພະພຸດທະເຈົ້າ, ສູດມົນຕ້ອນຮັບປີໃໝ່. ມື້ທີສອງ,      ສາສະນິກະຊົນ ຖະຫວາຍ ເຂົ້າໃຫ້ຄູບາອາຈານ ແລະ ຕົບພະຊາຍ. ຄູບາອາຈານ ຈະ ສູດອະນິຈາ ໃຫ້ຜູ້ທີ່ໄດ້ລ່ວງລັບໄປແລ້ວ ແລະ ໃຫ້ພອນ ຜູ້ມີຊີວິດ ໄດ້ຢູ່ໃນຄວາມສະຫງົບ. ມື້ທີສາມ ແມ່ນ ພິທີຫົດສົງ ແລະ ຫົດໃຫ້ຜູ້ທີ່ເປັນ ພະເຖລະນຸເຖລາ.

ໃນຊຸມມື້ບຸນປີໃໝ່, ຮູ້ສຶກວ່າ ວັດຂອງເຜົ່າຂະແມ ມີ ຊີວິດຊີວາຂຶ້ນ. ພະພຸດທະຮູບ, ຫໍທໍາມະສະພາ, ປະຕູໂຂງ ຖືກ ໂອບດ້ວຍຄໍາປີວ, ບໍລິເວນວັດ ຖືກປະດັບປະດາຢ່າງສະຫວ່າງສະໄຫວ ແລະ ມີບັນຍາກາດ ຄຶກຄື້ນ ຍ້ອນ ຜູ້ຄົນ ໜ້າຕາສົດໃສມ່ວນຊື່ນ, ເສື້ອຜ້າ ອາພອນສຸດສາດ ນໍາເຄື່ອງຂອງທູບທຽນ ພາກັນໄປເຂົ້າວັດຢ່າງເປັນຂະບວນ.

ຕາມຮີດຄອງປະເພນີຂອງເຜົ່າຂະແມ, ຜູ້ທີ່ລ່ວງລັບໄປໃນ ຄອບຄົວ ລ້ວນແຕ່ໄດ້ສົ່ງສະການດ້ວຍວິທີຈູດ ແລ້ວເອົາ ອັດຖິ ເຂົ້າໄວ້ຢູ່ວັດ. ຍ້ອນແນວນີ້ ໃນສາມມື້      ບຸນປີໃໝ່, ເຂົາເຈົ້າຄິດວ່າ “ຕົນເອງໄດ້ກິນຫຍັງ ປູ່ຍ່າຕາຍາຍທີ່ໄດ້ລ່ວງລັບໄປແລ້ວ ກໍ່ຈະໄດ້ກິນຄືກັນ”. ເຄື່ອງສັງຄະທານຢ່າງໜ້ອຍ ກໍມີເຂົ້າຕົ້ມຄູ່ໜຶ່ງ, ໝາກໄມ້ ໃນສວນ, ຜ້າແພສີຂາວ ພໍໃຫ້ພ່ໍເຖົ້າແມ່ເຖົ້າ, ພໍ່ແມ່ເພິ່ນໃຊ້. ການຈັດບຸນ ຢູ່ວັດ ຈະໃຊ້ເວລາ ສາມມື້ຈິ່ງສິ້ນສຸດ, ຫຼັງຈາກນັ້ນທຸກຄົນຈຶ່ງກັບເມືອເຮືອນຕົນເອງ ເພື່ອທໍາການຫົດສົງພະພຸດທະຮູບ ປະຈຳເຮືອນ, ເຊີນພ່ໍແມ່ພີ່ນ້ອງ ມາອວຍພອນ, ຂໍຂະມາແລ້ວເອົາເຂົ້າຕົ້ມ    ເຂົ້າໜົມຂອບໃຈ ພໍ່ແມ່ຜູ້ທີ່ໃຫ້ກໍາເນີດ.


ສາມາດເວົ້າໄດ້ວ່າ ຜ່ານຫຼາຍສະຕະວັດ, ສາສະໜາພຸດ ໄດ້ປະກອບສ່ວນສ້າງເປັນສີສັນວັດທະນະທໍາ ທີ່ເປັນເອກະລັກຂອງວົງຄະນາຍາດ ບັນດາເຜົ່າຊົນ ຫວຽດນາມ ເວົ້າລວມ ແລະ ເຜົ່າຂະແມ ເວົ້າສະເພາະ.
ປັດຈຸບັນ, ຢູ່ທາງພາກໃຕ້ຫວຽດນາມ ມີວັດຂອງເຜົ່າ ຂະແມ ທັງໝົດ ປະມານ 600 ກວ່າແຫ່ງ, ມີຄູບາອາຈານ ປະມານ 10.000 ກວ່າ ພະອົງ. ໃນນັ້ນ, ມີວັດຫຼາຍແຫ່ງຖືກສ້າງຂຶ້ນ ກ່ອນໜ້ານີ້ 2-3 ສະຕະວັດ ແລະ ໄດ້ຮັບການຮັບຮອງ ແມ່ນ ບູຮານສະຖານ ວັດທະນະທໍາ, ສະຖາປັດຕະຍະກໍາ ລະດັບຊາດ ເຊັ່ນ: ວັດເອີງ, ວັດແມັດ, ວັດຮາງ, ວັດເຢີຍ...
(ທີ່ມາ: ຈາກສະມາຄົມສາສະໜາພຸດ ຫວຽດນາມ)
 
Bài: Ngân Hà - Ảnh: VNP
ບັນດາບົດທີ່ຖືກນຳສະເໜີ