30/10/2021 22:26 GMT+7 Email Print Like 0

ເຫວ້ - ສະຖານທີ່ເກັບຮັກສາ ສີມືອັນຄ່ອງແຄ້ວ ຂອງ ຫັດຖະກໍາ ຫວຽດ

ໃນຕະຫຼອດໄລຍະເວລາ ກວ່າ 300 ປີ (1636-1945), ເຫວ້ ເຄີຍມີ ບົດບາດ ເປັນເມືອງເອກ ແລ້ວເປັນເມືອງຫຼວງ ໃນສະໄໝ ລາຊະວົງ ລາຊາທິປະໄຕ ສະໄໝຕ່າງໆ, ໃນນັ້ນມີ 13 ລາຊະວົງ ຫງວຽນ- ສັກ ດີນາ ສຸດທ້າຍຂອງ ຫວຽດນາມ-ເພາະສະນັ້ນ  ນີ້ເປັນບ່ອນເຕົ້າໂຮມ ອາຊີບຫັດຖະກຳມູນເຊື້ອຫຼາຍອາຊີບ, ໃນນັ້ນມີຫຼາຍອາຊີບພິເສດ ມີຕົ້ນກຳເນີດ ມາຈາກ “ກວານເສືອງ” (ໂຮງຜະລິດເຄື່ອງຫັດຖະກຳ ໂດຍສັກດີນາ ເປັນຜູ້ຄຸ້ມຄອງ) ຫຼື ໝູ່ບ້ານອາຊີບບູຮານ ຮັບໃຊ້ສະ ເພາະ ລາຊະວົງ ແລະ ເຈົ້າຂຸນມູນນາຍ. ບາງທີດ້ວຍເຫດນັ້ນ ອາຊີບ ມູນເຊື້ອ ຢູ່ ເຫວ້ ໄດ້ປະກົດມີ ສອງຮູບແບບ ຢ່າງຈະແຈ້ງເຊັ່ນ: ອາ ຊີບໃນພະລາຊະວັງ ແລະ ອາຊີບໃນໝູ່ປະຊາ. ມາຮອດປັດຈຸບັນ, ເຖິງວ່າ ຜ່ານການຜັນແປ ຂອງ ປະຫວັດສາດ, ນະຄອນຫຼວງເກົ່າ ເຫວ້ ຍັງຄົງ ຮັກສາໄວ້ ລະບົບໝູ່ບ້ານອາຊີບ ທີ່ອຸດົມສົມບູນ, ເປັນ ເອກະລັກ ແລະ ຖືວ່າເປັນບ່ອນເກັບຮັກສາ ຄວາມຍອດຍິ່ງ ຫຼາຍຢ່າງ ໃນອາຊີບ ຫວຽດ. 
ຂີດໝາຍ ໂຮງຜະລິດ ໃນສະໄໝ ລາຊະວົງ ຫງວຽນ

ເຖິງວ່າ ຜ່ານການເວລາ ເປັນເວລາຫຼາຍຮ້ອຍປີແລ້ວກໍຕາມ, ແຕ່ ເຫວ້ ຍັງມີສີສັນທີ່ສະຫວ່າງສະໄຫວ ຊຶ່ງສ່ອງແສງ ໃຫ້ເຫັນ ຢ່າງຈະ ແຈ້ງ ຜ່ານລະບົບພະລາຊະວັງ, ກໍາແພງ, ສຸສານ ແລະ ສິ່ງລໍ້າຄ່ານັບ ບໍ່ຖ້ວນ ຂອງ ລາຊະວົງ ສັກດີນາ ໄໝຕ່າງໆ ທີ່ຄົງຍັງຕົວ ມາຮອດປັດ ຈຸບັນ, ປະກອບສ້າງເປັນມໍລະດົກ ວັດທະນະທຳ ຂອງໂລກ ໜຶ່ງບໍ່ມີ ສອງ ຂອງ ມວນມະນຸດ. 

ມະຕິເລກທີ 54-NQ/TW ຂອງ ກົມການເມືອງ ໄດ້ລະບຸຢ່າງຈະແຈ້ງ ວ່າ ເສັ້ນທາງພັດທະນາ ຂອງ ເທື່ອທຽນເຫວ້ ໄລຍະ 2021-2030, ວິໄສທັດຮອດປີ 2045 ແມ່ນອີງໃສ່ ພື້ນຖານ ວັດທະນະທຳ, ມໍລະ ດົກ ແລະ ປົກປັກຮັກສາ ສີສັນ ວັດທະນະທຳ ເຫວ້... ນັ້ນແມ່ນ ໂອ ກາດ ແລະ ເງື່ອນໄຂທີ່ຈຳເປັນ ເຮັດໃຫ້ ເຫວ້ ຕ້ອງ ທຳການອະນຸລັກ ຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າມໍລະດົກ, ໃນນັ້ນມີ ໝູ່ບ້ານ ອາ ຊີບຫັດຖະກຳ. 
ເຖິງວ່າ ຜ່ານການເວລາ ເປັນເວລາຫຼາຍຮ້ອຍປີແລ້ວກໍຕາມ, ແຕ່ ເຫວ້ ຍັງມີສີສັນທີ່ສະຫວ່າງສະໄຫວ ຊຶ່ງສ່ອງແສງ ໃຫ້ເຫັນ ຢ່າງຈະ ແຈ້ງ ຜ່ານລະບົບພະລາຊະວັງ, ກໍາແພງ, ສຸສານ ແລະ ສິ່ງລໍ້າຄ່ານັບ ບໍ່ຖ້ວນ ຂອງ ລາຊະວົງ ສັກດີນາ ໄໝຕ່າງໆ ທີ່ຄົງຍັງຕົວ ມາຮອດປັດ ຈຸບັນ, ປະກອບສ້າງເປັນມໍລະດົກ ວັດທະນະທຳ ຂອງໂລກ ໜຶ່ງບໍ່ມີ ສອງ ຂອງ ມວນມະນຸດ.

ເພື່ອສ້າງເປັນກຸ່ມສະຖາປັດຕະຍະກຳ ແລະ ມໍລະດົກອັນລໍ້າຄ່າ ແລະ ຍິ່ງໃຫຍ່ນັ້ນ, ມັນບໍ່ມີອັນໃດ ນອກເໜືອໄປຈາກ ບັນດານາຍຊ່າງຫັດ ຖະກຳ ທີ່ມີຊື່ສຽງ ຂອງ ລາຊະວົງ ຫງວຽນ. ເຂົາເຈົ້າເປັນອາຈານ ກ່ຽວ ກັບ ອາຊີບຫັດຖະກຳ ຂອງເມືອງ ເຫວ້ ແລະ ທົ່ວປະເທດ ຖືກ ອົງ ກະສັດ ຫງວຽນ ສະໄໝຕ່າງໆ ເຊີນເຂົ້າມາເມືອງຫຼວງ ເພື່ອຮັບໃຊ້ ວຽກງານໃນພະລາຊະວັງ. ດ້ວຍສີມືອັນຄ່ອງແຄ້ວ ແລະ ຄວາມປະ ດິດຄິດສ້າງອັນຍອດຍິ່ງ, ບັນດານາຍຊ່າງສີມືດີ ໄດ້ສ້າງຂຶ້ນ ຜົນງານສິ ລະປະ ອັນຍອດຍິ່ງ ຫຼາຍຢ່າງ ທີ່ບໍ່ພຽງແຕ່ ຕອບສະໜອງຄວາມ ຮຽກ ຮ້ອງຕ້ອງການ ແລະ ຄວາມຫຼົງໄຫຼທີ່ບໍ່ມີທີ່ສິ້ນສຸດ ຂອງ ບັນດາອົງກະ ສັດ ແລະ ເຈົ້າຂຸນມູນນາຍເທົ່ານັ້ນ, ແຕ່ຍັງປະໄວ້ໃຫ້ຄົນຮຸ່ນຫຼັງ ບັນ ດາ ສິ່ງລໍ້າຄ່າອີກດ້ວຍ.

ໃນສະໄໝ ລາຊະວົງ ຫງວຽນ, ມີອົງການພິເສດ ທີ່ຖືວ່າ ເປັນເຄື່ອງມື ຄຸ້ມຄອງ ບັນດາຂະແໜງການອາຊີບຫັດຖະກຳ ຂອງລາຊະວົງ, ນັ້ນ ແມ່ນລະບົບໂຮງຜະລິດ ຊຶ່ງຖືກເອີ້ນວ່າ “ກວານເສືອງ”. ວຽກງານຕົ້ນ ຕໍ ຂອງ ກວານເສືອງ ແມ່ນຄວບຄຸມ ເບິ່ງແຍງໂດຍກົງ ການກໍ່ສ້າງ ຫໍໂຮງ, ການຜະລິດເຄື່ອງໃຊ້ສອຍ ໃນລາຊະວົງ ພ້ອມທັງການ ຫຼໍ່ເງິນ, ອາວຸດ, ຕໍ່ເຮືອ... ໃນກວານເສືອງ ມີພາກສ່ວນໜຶ່ງຊຶ່ງເປັນ ບ່ອນເຕົ້າໂຮມນາຍຊ່າງ ສີມືດີ ແລະ ນັກສິລະປິນ ທີ່ມີຊື່ສຽງ ຂອງ ເຫວ້ ແລະ ທົ່ວປະເທດ. ດ້ວຍເຫດນັ້ນ, ໃນໄລຍະນີ້ ຢູ່ໃນ ກວານເສືືອງ ຂອງ ລາຊະວົງ ຫງວຽນ ຈະສາມາດພົບເຫັນອາຊີບ ຫັດຖະກຳ ທີ່ແຕກຕ່າງກັນຫຼາຍຂະແໜງເຊັ່ນ: ຊ່າງໄມ້, ຊ່າງກໍ່, ຊ່າງຫຼໍ່, ຊ່າງຜະລິດ ເຄື່ອງປັ້ນດິນເຜົາ, ຊ່າງກໍ່ດິນຈີ່ ແລະ ດິນຂໍ, ຊ່າງຕີເງິນຄຳ, ຊ່າງຫຍິບແສ່ວ, ຊ່າງແກະສະຫຼັກ, ລະບາຍສີ ແລະ ອື່ນໆ...

ຕາມບັນທຶກ ປະຫວັດສາດ, ແຕ່ສະໄໝ ກະສັດ ຢາລອງ (ປີ 1802-1820) ເຖິງສະໄໝ ກະສັດ ຕື້ດຶກ (ປີ 1802-1820), ເນື່ອງຈາກ ຄວາມຕ້ອງການ ສ້າງສາ ເມືອງຫຼວງໃຫຍ່, ເພາະສະນັ້ນ ໄລ່ສະເພາະ ນາຍຊ່າງຜູ້ຊຳນານງານ ໂດຍລາຊະວົງເປັນຜູ້ຄຸ້ມຄອງໂດຍກົງ ໄດ້ມີ ຈຳນວນຫຼາຍພັນຄົນ.



ເຕັກນິກການເຮັດແມ່ພິມ ຂອງ ນາຍຊ່າງຫຼໍ່ທອງສຳລິດ ຢູ່ໝູ່ ບ້ານ ອາຊີບ ເຟື່ອງດຸກ, ເຫວ້. ພາບ: ແທງຮ່ວາ/VNP
 

ສົມບັດ ທ່ີລໍ້າຄ່າລະດັບຊາດ “ກື໊ວດດິ໊ງ” (ຊຸດແຈກັນທອງ 9 ໜ່ວຍ)  ເປັນຈຸດສູງສຸດ ຂອງ ສິລະປະ ການຫຼໍ່່ທອງ ໃນສະໄໝ ລາຊະວົງ ຫງວຽນ. ພາບ: ຫງວຽນຖັ໋ງVNP


ປຶ້ມ ຄຳ ແລະ ກາຈໍ້າ ຄຳ ສະໄໝລາຊະວົງ ຫງວຽນ. ພາບ: ແທງຢາງ/VNP


ສົມບັດ ທ່ີລໍ້າຄ່າລະດັບຊາດ “ກື໊ວວິເທິ່ນກົງ” (ປືນໃຫຍ່ 9 ກະບອກ) ຫຼໍ່ດ້ວຍທອງສຳລິດ. ພາບ: ແທງຮ່ວາ/VNP








ເຕັກນິກການຫຍິບ, ແສ່ວ ອາພອນພິທີການ ໃນ ພະລາຊະວັງ ສະໄໝ ລາຊະວົງ ຫງວຽນ ໄດ້ບັນລຸເຖິງລະດັບ ຄວາມປານີດແນບນຽນ. ພາບ: VNP


ເກີບໄໝ ແສ່ວດ້້ວຍໄໝຫຍິບເງິນ ໂດຍບັນດານາຍຊ່າງ ຕີ ເງິນຄຳ ຜູ້ມີສີມືດີເມືອງ ເຫວ້ ເປັນຜູ້ປະຕິບັດ. ພາບ: ແທງຮ່ວາ/VNP


ເຄື່ອງຟາບລາມໃຊ້ສຳລັບອົງກະສັດ ຂອງລາຊະວົງ ຫງວຽນ. ພາບ: ກົງດາດ/VNP


ເມັງຊອນ ຖືກຟອກດ້ວຍຄຳປິວ ຂອງລາຊະວົງ ຫງວຽນ. ພາບ: ເອກະສານ VNP


ວ່າວ ພະຍາຫົງ ຕາມແບບ ຂອງພະລາຊະວັງ ເຫວ້. ພາບ: ແທງຢາງ/VNP
 

ຊ່າງກໍ່ສ້າງ ເຮັດຕາມແບບ ພະລາດຊະວັງ ເຫວ້ ດັ້ງເດີມ. ພາບ: ຈ້ອງຈິ໋ງ/VNP


ໂສມໝ້າດ້ານສະຖາປັດຕະຍະກຳ ພະລາຊະວັງ ເຫວ້ ໃນປັດຈຸບັນ ມີຂີດໝາຍຂອງສີມື ມີ ພອນສະຫວັນ ຂອງ ບັນດານາຍຊ່າງ ເຫວ້ ໃນປາງກ່ອນ. ພາບ: ແທງຮ່ວາ/VNP

ຊ່າງຫັດຖະກຳ ຂອງລາຊະວົງ ຫງວຽນ ທຸກຄົນຕ່າງກໍໄດ້ຜ່ານການ ຄັດເລືອກຢ່າງລະອຽດ, ເພາະສະນັ້ນເຂົາເຈົ້າ ຈຶ່ງມີຄວາມຊໍານານ ແລະ ຄ່ອງແຄ້ວ, ບາງຄົນມີສີມື ຈົນໄດ້ຮັບກຽດ ຈາກ ອົງກະສັດ ພະ ລາຊະທານ ໃຫ້ຕໍາແໜ່ງ, ໄຮ່ນາ, ເຮືອນຊານ. ພົ້ນເດັ່ນໃນນັ້ນຄື ສອງ ພໍ່ລູກນາຍຊ່າງຕີເງິນຄຳ ກາວດິ່ງໂດ້ ແລະ ກາວດິ່ງເຮືອງ, ຊຶ່ງຖືວ່າ ເປັນບັນພະບຸລຸດ ຂອງ ອາຊີບຕີເງິນຄຳ ຢູ່ເມືອງ ເຫວ້, ຊ່ຶງ ກ່ອນນັ້ນ ໄດ້ພະລາຊະທານ ຕຳແໜ່ງ ນາຍທະຫານປະຈຳ ແຂວງ ແລະ ຮອງ ນາຍທະຫານປະຈຳ ແຂວງ ໃນສະໄໝ ໄຕເຊີນ. ມາຮອດສະໄໝ ກະ ສັດ ຢາລອງ ຍັງໄດ້ ຮັບການເຄົາລົບ, ພະລາຊະທານເງິນຄຳ ແລະ ຮັກສາຕຳແໜ່ງເກົ່າ ເພື່ອສືບຕໍ່ການອະນຸລັກ ແລະ ພັດທະນາອາຊີບ ຕີເງິນຄຳ ໃນກຳແພງເມືອງ ເຫວ້. ຫຼື ຊ່າງໄມ້ ຫງວຽນວັນຂາ, ບ້ານ ເກີດ ຢູ່ໝູ່ບ້ານ ອານນອງ, ເມືອງ ຝູ໋ລົກ, ແຂວງ ເທື່ອທຽນເຫວ້ ໄດ້ ກະສັດ ຂາຍດິ້ງ ພະລະຊະທານໃຫ້ຕຳແໜ່ງ “ແຫຼ໊ງແຮ່ງ” ຮັບຜິດຊອບ ສະເພາະວຽກງານ ອອກແບບ ຢູ່ພາຍໃນ ແລະ ພາຍນອກ ກິດຈະກຳ, ປະຕິສັງຂອນ, ກໍ່ສ້າງຫໍບູຊາ, ພະລາຊະວັງ ເຫວ້, ໄດ້ພະລາຊະທານ ໃຫ້ 4 ຕົວໜັງສື “ເດ້ເຍິດສາວຖູ” (ສີມື ມີພອນສະຫວັນທີ່ສຸດ) ແລະ ໄດ້ຮັບສິດພິເສດຄື ບໍ່ຕ້ອງກົ້ມຂາບ ກະສັດ, ໄດ້ຂີ່ລົດລາກ ເວລາເຂົ້າ-ອອກຈາກເມືອງ ໂດຍອັດຕະຍາໄສ. ຫຼື ນັກສິລະປິນ ຟານວັນແຕ໋ງ ນອນຫງາຍ ໃຊ້ຕີນລະບາຍ ຮູບແຕ້ມທີ່ມີຊື່ສຽງ “ກື່ວລອງເອີ໊ນເວິນ” (ມັງກອນ 9 ໂຕເຊື່ອງຢູ່ໃນເມກ) ຢູ່ເທິງເພດານ ພະລາຊະວັງ ທຽນດິ້ງ ຂອງ ສຸສານ ຂາຍດິ້ງ ໄດ້ກາຍເປັນ ເລື່ອງລາວ ທີ່ມີຊື່ສຽງ ໃນວົງການ ຈິິດຕະກຳ ຫວຽດນາມ ຕັ້ງແຕ່ໃດມາ.

ສາມາດເວົ້າໄດ້ວ່າ ໂດຍອາໄສທີມງານຊ່າງຫັດຖະກຳ ທີ່ດີເລີດ ໃນ ໂຮງຜະລິດເຫຼົ່ານີ້, ລາຊະວົງ ຫງວຽນໄດ້ສ້າງຂຶ້ນ ລະບົບກຳແພງ, ພະ ລາຊະວັງ, ຫໍໂຮງ, ສຸສານ, ຫໍບູຊາ, ຫໍວິຫານ ພ້ອມກັບເຄື່ອງໃຊ້ສອຍ, ເຄື່ອງໃຊ້ສຳລັບອົງກະສັດ, ຮູບປັ້ນ, ລະຄັງ, ແຈກັນ, ຖັງ, ປືນໃຫຍ່... ເປັນຈຳນວນມາກມາຍ ຊຶ່ງມີຄຸນຄ່າພິເສດ ທາງດ້ານສະຖາປັດຕະ ຍະກຳ, ສ້າງຮູບ, ສະຫງວນຄວາມງາມ ທັງມີລັກສະນະ ປະຍຸກໃຊ້ ໃນຊີວິດປະຈຳວັນ. ປັດຈຸບັນ, ວັດຖຸບູຮານ ຫຼາຍສິ້ນນັ້ນ ໄດ້ກາຍ ເປັນສິ່ງລໍ້າຄ່າຂອງຊາດ.

ທຸກວັນນີິ້, ມາຍັງງກຸງເກົ່າ ເຫວ້ ທີ່ເກົ່າແກ່ ງຽບສະຫງົບ, ຫຼຽວເບິ່ງ ຫໍ ໂຮງຫຼາຍຫຼັງ ທີ່ແສນງົດງາມ, ຜູ້ມາຢາມ ປາສະຈາກ ບໍ່ໄດ້ຄວາມປະ ຫຼາດໃຈ ຕໍ່ຄວາມງາມ ຂອງ ສ່ວນຫຼັງຄາດິນຂໍ ມີສອງຊັ້ນ ທີ່ມີສີເຫຼືອງ ເຫຼື້ອມ, ບັນດາຜົນການປະດິດແຕ້ມ ຟາບລາມ (ເຮັດດ້ວຍທອງ ຫຼື ປະສົມທອງ ເຄືອບໜ້າ) ທີ່ສະຫວ່າງສະໄຫວ ເງົາງາມຕະຫຼອດ ວັນ ເວລາ ແລະ ຊັບສົມບັດອັນລໍ້າຄ່າອື່ນໆ ອີກຫຼາຍຢ່າງ. ທັງໝົດສິ່ງ ເຫຼົ່ານັ້ນ ເປັນຂີດໝາຍຂອງລະບົບ ກວານເສືອງ ໃຕ້ລາລະວົງ ຫງວຽນ ຫຼື ກໍສາມາດເອີ້ນວ່າ ນັ້ນແມ່ນ ຂີດໝາຍຂອງສີມື ມີ ພອນສະຫວັນ ແລະ ມີຫົວຄິດປະດິດສ້າງ ຂອງສິລະປິນ ພະລາຊະວັງ ເຫວ້.


ບັນດາໝູ່ບ້ານອາຊີບ ທີ່ມີຊື່ສຽງ ໃນດິນແດນ ເທິ່ນກິງ

ຂະບວນວິວັດແຫ່ງການອະນຸລັກມໍລະດົກຢູ່ ເຫວ້ ໄດ້ສືບຕໍ່ ບໍາລຸງ ຮັກສາ ແລະ ພັດທະນາ ທີມນາຍຊ່າງຫັດຖະກໍາມູນເຊື້ອ ຂອງ ເຫວ້ ແລະ “ຮວບໂຮມ” ບັນດານາຍຊ່າງສີມື ຂອງປະເທດ ມາຍັງ ເຫວ້ ເປັນຕົ້ນແມ່ນອາຊີບ ຊ່າງໄມ້, ຊ່າງມຸງ ດິນຂໍ, ຊ່າງຟອກ ຄຳປີວ, ຊ່າງ ເຄືອບດິນເຜົາ, ຊ່າງຖັກແສ່ວ...
(ປອ. ຟານແທງຫາຍ, ຜູ້ອຳນວຍການ ພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນເຫວ້)
ຕາມບັນດານັກຄົ້ນຄ້ວາ, ຕິດພັນກັບການຂະຫຍາຍອານາເຂດ ຂອງ ກະສັດ ຫງວຽນ, ຈາກນັ້ນແມ່ນການສ້າງຕັ້ງນະຄອນຫຼວງ ຂອງ ສອງ ລາຊະວົງ ໄຕເຊີນ ແລະ ຫງວຽນ, ຄົນຫາລ້ຽງຊີບ ດ້ວຍການຄ້າຂາຍ ແລະ ນາຍຊ່າງ ສີມືດີຢູ່ທົ່ວທຸກແຫ່ງ ໄດ້ມາເຕົ້າໂຮມກັນ ເພື່ອການ ຢູ່ອາໄສ, ທຳມາຫາກິນ ແລະ ຄ່ອຍໆ ເຮັດໃຫ້ ເມືອງ ເຫວ້ ກາຍເປັນ ສູນລວມ ໃນອາຊີບມູນເຊື້ອ ຂອງ ປະເທດ. ຈາກບ່ອນນີ້, ມີອາຊີບ ຫັດຖະກຳ ແລະ ນາຍຊ່າງສີມືດີ ຫຼາຍຄົນ ໄດ້ມີໂອກາດພັດທະນາ ຈະເລີນຮຸ່ງເຮືອງ. ເຊັ່ນ: ປີ 1868, ເມື່ອ ຝຣັ່ງ ເຂົ້າມາຍຶດຄອງ ພາກ ໃຕ້ ຫວຽດນາມ, ຜູ້ວ່າລາດຊະການ ພາກໃຕ້ Pierre-Paul Marie de La Grandière ໄດ້ຂໍໃຫ້ ລາຊະວົງ ເຫວ້ ສົ່ງນາຍຊ່າງສະຫຼັກ ຫອຍ ມຸກ ສີມືດີສອງຄົນເຂົ້າໄປຍັງ ໄງງ່ອນ ເພື່ອສອນອາຊີບ. ຮອດປີ 1877, ສິນຄ້າສະຫຼັກຫອຍມຸກ ຂອງ ຫວຽດນາມ ຖືກລາຊະວົງ ສົ່ງ ໄປຍັງ ປະເທດ ຝຣັ່ງ ເພື່ອເຂົ້າຮ່ວມ ງານວາງສະແດງສິນຄ້າ.

ໃນສະໄໝ ລາຊະວົງ ຫງວຽນ ຖືວ່າເປັນໄລຍະ ອາຊີບຫັດຖະກຳ ມູນ ເຊື້ອ ເຫວ້ ມີການພັດທະນາ ຈະເລີນຮຸ່ງເຮືອງທີສຸດ, ປະກົດຕົວ  ໝູ່ບ້ານ ອາຊີບຫຼາຍແຫ່ງ ແລະ ນາຍຊ່າງຫັດຖະກຳ ຜູ້ມີຊື່ສຽງ ຫຼາຍຄົນ ໃນທົ່ວປະເທດ. ເຊັ່ນ: ໝູ່ບ້ານ ເຟືອກຕິກ ມີອາຊີບຜະລິດ ເຄື່ອງປັ້ນດິນເຜົາ ທີ່ມີຊື່ສຽງ ຕັ້ງແຕ່ສະໄໝ ລາຊະວົງ ມິງມ້າງ (ປີ 1820-1841) ເຖິງສະໄໝ ລາຊະວົງ ຂາຍດິ້ງ (ປີ 1916-1925), ແຕ່ລະເດືອນ ຕ້ອງຖະຫວາຍ “ອອມງື້” (ໝໍ້ດິນເຜົາ) ເພື່ອໃຊ້ເປັນ ໝໍ້ ຫຸງເຂົ້າ ສຳລັບກະສັດ. ໃນເວລານັ້ນ, ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ທີ່ບໍ່ມີການເຄືອບສີ ຂອງ ໝູ່ບ້ານ ຖືກຂາຍໄປຍັງປະເທດ ຍີ່ປຸ່ນ ແລະ ຖືກນໍາໃຊ້ຢ່າງສົມກຽດ ໃນງານລ້ຽງນໍ້າ ຊາ ຂອງຊາວ ຍີ່ປຸ່ນ ຫຼື ໝູ່ ບ້ານ ຕຽນໂນ້ນ ທີ່ມີອາຊີບສີຂັດມັນ ກໍໄດ້ກະສັດ ຂາຍດິ້ງ ມອບວຽກ ສ້າງສ່ວນ ຟອກຄຳປິວ ຢູ່ພາຍໃນ ພະລາຊະວັງ ເຫວ້ ໃຫ້ກັບຄືນມາ ດັ້ງເດີມ. ພິເສດ ຕ້ອງກ່າວເຖິງ ໝູ່ບ້ານອາຊີບ ຫຼໍ່ທອງສໍາລິດ ເຟື່ອງ ດຸກ ແລະ ໝູ່ບ້ານ ອາຊີບຕີເງິນຄຳ ເກ໋ມົນ. ຕາມເລື່ອງເລົ່າ ສືບທອດ ກັນມາວ່າ ນີ້ແມ່ນ ໝູ່ບ້ານອາຊີບ ສອງແຫ່ງ ໄດ້ມີການປະກອບສ່ວນ ອັນໃຫຍ່ຫຼວງ ໃນການ ປະດິດສ້າງ ຜະລິດຕະພັນ ຖືກຈັດເປັນ ສິລະ ປະກຳ ທີ່ພົ້ົ້ນເດັ່ນ ເລີດລ້ຳ ຂອງມະນຸດ ເຊິ່ງຜະລິດຕະພັນຫຼາຍສິ້ນ ໃນຈຳນວນນັ້ນ ໄດ້ກາຍມາເປັນ ວັດຖຸທີ່ລໍ້າຄ່າ ລະດັບຊາດເຊັ່ນ: ຊຸດ ແຈກັນທອງ 9 ໜ່ວຍ, ປືນໃຫຍ່ທອງ 9 ກະບອກ, ໝໍ້ທອງ ສະໄໝ ລາຊະວົງ ຫງວຽນ, ລະຄັງທອງ ວັດ ທຽນໝູ້, ກາຈໍ້າ ຄຳ “ຊັກເມ້ງຈີບ໊າວ”, ປຶ້ມ ຄຳ “ເດ໋ເຫ້ທີ” ແລະ ອື່ນໆ ອີກຫຼາຍຢ່າງ.





ນັກສິລະປິນ ກີ່ຫື້ວເຟືອກ ຂອງ ໝູ່ບ້ານແຕ້ມພາບ ພື້ນ ເມືອງ ຊິ່ງ, ເຫວ້ ແລະ ບັນດາຜົນງານຂອງຕົນ. ພາບ: ແທງຮ່ວາ/VNP


ນັກທ່ອງທ່ຽວ ຍີ່ປຸ່ນໄດ້ ສຳຜັດ ກັບອາຊີບ ເຮັດທູບ ພື້ນ ເມືອງຂອງ ເມືອງ ເຫວ້. ພາບ: ແທງຢາງ/VNP


ງານແກະສະຫຼັກເປັນໜ່ຶງໃນບັນດາອາຊີບພື້ນເມືອງ ທີ່ມີຊື່ ສຽງ ໃນເມືອງເຫວ້. ພາບ: VNP




ຈຸກຈີ໊ (ເຈ້ຍ ທ່ີຜະລິດຈາກໄມ້ໃຜ່) ເປັນອາຊີບຫັດຖະກຳ ນັງທັງເປັນສິລະປະໃໝ່ຂອງ ເຫວ້. ພາບ: ແທງຢາງ/VNP
 

ຊຸດເຄື່ອງມື ຂອງ ຊາວໝູູ່ບ້ານ ຜະລິດດອກໄມ້ເຈ້ຍ ແທງຕຽນ, ເຫວ້. ພາບ: ແທງຢາງ/VNP


ນັກສິລະປິນ ເທີນວັນຮຸຍ ຈາກໝູ່ບ້ານເຮັດດອກໄມ້ເຈ້ຍ ແທງຕຽນ ກຳລັງຖ່າຍທອດອາຊີບ ໃຫ້ລູກຊາຍ. ພາບ: ແທງຢາງ/VNP


ໜຶ່ງໃນຈຳນວນຄອບຄົວ ຜະລິດດອກໄມ້ເຈ້ຍ ພື້ນເມືອງ ຂອງ ໝູ່ບ້ານຜະລິດດອກໄມ້ເຈ້ຍ ແທງຕຽນ, ເຫວ້. ພາບ: ແທງຮ່ວາ/VNP

ອີງຕາມຜົນການຄົ້ນຄ້ວາ ຂອງ ທ່ານ ຫວູແທ່ງຮຸຍ, ມະຫາວິທະຍາໄລ ເຫວ້, ປັດຈຸບັນ ທົ່ວແຂວງ ເທື່ອທຽນເຫ້ວ ມີໝູ່ບ້ານອາຊີບມູນເຊື້ອ 110 ແຫ່ງ, ມີເກືອບ 30 ອາຊີບ ແລະ ກຸ່ມອາຊີບມູນເຊື້ອ. ໃນນັ້ນ ມີ ໝູ່ບ້ານອາຊີບຫຼາຍແຫ່ງ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາມາເປັນ ເວລາດົນນານແລ້ວ ແລະ ຍັງມີອາຊີບຫັດທະກຳໃໝ່ ຫຼາຍອາຊີບ ຫາກໍຖືກນໍາເຂົ້າ ມາຈາກ ບ່ອນອື່ນ. ປັດຈຸບັນ ມີຫຼາຍອາຊີບ ຍັງຄົງ ໄດ້ຮັບການ ອະນຸລັກຮັກສາ ແລະ ພັດທະນາ ໄດ້ດີພໍສົມຄວນເຊັ່ນ: ຫຼໍ່ທອງສໍາລິດ, ຊ່າງໄມ້ສິລະປະ, ຈັກສານໄມ້ໄຜ່-ຫວາຍ ແລະ ປຸງແຕ່ງຜະລິດຕະພັນກະເສດ...

ປັດຈຸບັນ, ແຂວງ ເທື່ອທຽນເຫ້ວ ມີຫຼາຍນະໂຍບາຍ, ລາຍການ, ໂຄງ ການຄົ້ນຄວ້າ ຕິດພັນກັບ ການຟື້ນຟູ ແລະ ພັດທະນາ ອາຊີບ ຫັດຖະ ກໍາມູນເຊື້ອ; ກຳນົດການພັດທະນາ ຂະແໜງອຸດສາຫະກຳນ້ອຍ ຫັດ ຖະກຳ ແລະ ໝູ່ບ້ານອາຊີບ ເປັນໜຶ່ງ ໃນແຜນງານຈຸດສຸມ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ເພື່ອປະກອບສ່ວນ ເຂົ້າໃນການ ຊຸກຍູ້ ຫັນເປັນອຸດສາຫະກຳ ທັນສະໄໝ ກະສິກຳ-ຊົນນະບົດ.

ເພື່ອ ເຊີດຊູ ແລະ ໂຄສະນາ ອາຊີບມູນເຊື້ອ ຢ່າງກວ້າງຂວາງ ເລິກ ເຊິ່ງ ຢູ່ເຫວ້ ໃຫ້ໄດ້, ນັບແຕ່ປີ 2005 ເປັນຕົ້ນມາ, ແຂວງ ເທື່ອທຽນ ເຫວ້ ໄດ້ຈັດງານມະໂຫລານ ອາຊີບມູນເຊື້ອ ເຫວ້ ເປັນປະຈໍາ ໃນປີ ຄີກ, ອັນໄດ້ສ້າງເປັນເຫດການ ວັດທະນະທໍາ ທີ່ຍິ່ງໃຫຍ່ ແລະ ເຂັ້ມ ຂຸ້ນໄປດ້ວຍຂີດໝາຍ ວັດທະນະທຳ ເຫວ້. ທ່ານ ປອ ຟານແທງຫາຍ, ຜູ້ອໍານວຍການ ພະແນກ ວັດທະນະທໍາ ແລະ ກິລາແຂວງ ເທື່ອທຽນ ເຫວ້ໃຫ້ຮູ້ວ່າ ງານມະໂຫລານ ບໍ່ພຽງແຕ່ໂຄສະນາ ສົ່ງເສີມອາຊີບ ມູນເຊື້ອເທົ່ານັ້ນ, ແຕ່ຍັງສ້າງໂອກາດໃຫ້ນາຍຊ່າງຫັດຖະກໍາ ສີມືດີ ໃນທົ່ວປະເທດ ແລະ ສາກົນ ໄດ້ເຕົ້າໂຮມກັນຢູ່ ນະຄອນ ເຫວ້ ເພື່ອ ການພົບປະແລກປ່ຽນ ແລະ ຍົກສູງສີມືອີກດ້ວຍ.

ພາຍຫຼັງກວ່າ 300 ປີ ນັບຕັ້ງແຕ່ ກະສັດ ຫງວຽນ ໄດ້ເຂົ້າມາ ເມືອງ ເຫວ້ ເພື່ອບຸກເບີກຖາກຖາງ ເປີດກວ້າງທີ່ດິນ, ມີຫຼາຍອາຊີບມູນເຊື້ອ ຂອງຄົນ ຫວຽດ ໄດ້ນາຍຊ່າງ ນໍາເຂົ້າມາພັດທະນາ ຢູ່ນະແຫ່ງນີ້ ເພື່ອ ປະກອບສ່ວນ ສ້າງລັກສະນະ ທີ່ເປັນເອກະລັກ ທາງດ້ານວັດທະນະ ທຳຂອງຊາວເມືອງ ເຫວ້, ກໍຄືແບບແຜນວິທີ ທຳມາຫາກິນ ແລະ ພັດທະນາເສດຖະກິດ ສັງຄົມ ຂອງປະຊາຊົນ ນະຄອນ ເຫວ້ ໃນສະ ໄໝເກົ່າ ແລະ ປັດຈຸບັນ. 
ບົດ: ແທງຮ່ວາ - ພາບ: VNP - ແປໂດຍ: ບິກລຽນ
ບັນດາບົດທີ່ຖືກນຳສະເໜີ