16/02/2021 08:25 GMT+7 Email Print Like 0

ສີສັນ ຫວຽດ ໃນຊຸດ ອ໋າວຢ່າຍ

ຜ່ານການຜັນແປ ທາງອະລິຍະທໍາ ນັບພັນປີ, ຕົວແບບເຄື່ອງນຸ່ງ ກໍໄດ້ປ່ຽນແປງ ຕາມວັນເວລາ, ແຕ່ຊຸດອ໋າວຢ່າຍ (ຊຸດເສື້ອຍາວ) ມູນເຊື້ອ ຂອງ ຄົນຫວຽດ ຍັງຄົງຕົວ ແລະ ໄດ້ກາຍເປັນສັນຍາ ລັກ ສີສັນວັດທະນະທຳ ສະເພາະ ຊຶ່ງສ້າງຄວາມຮູ້ສຶກພິເສດ ບໍ່ ພຽງແຕ່ ໃຫ້ຄົນ ຫວຽດນາມ ເທົ່ານັ້ນ, ແຕ່ນັບທັງຄົນຕ່າງປະ ເທດ ອີກດ້ວຍ. 
ຊຸດອ໋າວຢ່າຍ ຈາກ ມູມມອງທາງປະຫວັດສາດ

ເຖິງວ່າຕົ້ນກຳເນີດ ຂອງ ຊຸດອ໋າວຢ່າຍ ຍັງບໍ່ທັນກຳນົດ ຢ່າງຈະ ແຈ້ງ, ແຕ່ອີງໃສ່ສະພາບແວດລ້ອມທາງປະຫວັດສາດ, ບັນດາ ນັກຄົ້ນຄວ້າປະຫວັດສາດ ໄດ້ມີຂໍ້ສະຫຼຸບ ອອກມາຢ່າງເອກະ ພາບ ໂດຍຢືນຢັນວ່າ ອ໋າວຢ່າຍ ໄດ້ກຳເນີດຂຶ້ນ ໃນໄລຍະຕົ້ນ ຄິດຕະສັກກະລາດ. ຜູ້ທຳອິດສວມໃສ່ຊຸດນີ້ ແມ່ນສອງນາຍພົນ ຍິງອົງທຳອິດ ຂອງ ຫວຽດນາມ ຄື ຮາຍບ່າຈຶງ (ປີ 40-43). ຕາມຕຳນານເລົ່າສູ່ຟັງວ່າ ເມື່ອຂີ່ຊ້າງເຂົ້າສູ່ສະໜາມຮົບ ຂັບໄລ່ ທະຫານ ຫ໋ານ, ຮາຍບ່າຈຶງ ໄດ້ສວມໃສ່ຊຸດເສື້ອຍາວ ເຄືອບຄຳ ມີສອງປ່ຽງ, ຄັນຮົ່ມຄຳ. ຕໍ່ມາ, ເພື່ອສະແດງຄວາມເຄົາລົບ ນັບ ຖື ຕໍ່ ຮາຍບ່າຈຶງ, ແມ່ຍິງ ຫວຽດນາມ ຈະບໍ່ນຸ່ງ ອ໋າວຢ່າຍ ສອງ ປ່ຽງ ແລະ ປ່ຽນດ້ວຍເສື້ອສີ່ປ່ຽງ (ອ໋າວຢ່າຍຕື໋ເທີນ).

ຜ່ານເລື່ອງລາວຕ່າງໆ ໃນປະຫວັດສາດ, ອ໋າວຢ່າຍຕື໋ເທີນ ໄດ້ ຮັບຜົນສະທ້ອນ ແລະ ປ່ຽນແປງໄປຕາມການເວລາ. ໃນລະ ຫວ່າງສະຕະວັດ ທີ XVII ເຖິງ ສະຕະວັດ ທີ XIX, ແມ່ຍິງໃນຕົວ ເມືອງ ໄດ້ປັບປ່ຽນເປັນ ເສື້ອຫ້າປ່ຽງຈາກ ເສື້ອສີ່ປ່ຽງ ເພື່ອສະ ແດງ ຄວາມຮັ່ງມີ ກໍຄືຖານະຕຳແໜ່ງ ໃນສັງຄົມ ຂອງ ແມ່ຍິງ.





ຊຸດອ໋າວຢ່າຍ ຈຳນວນໜຶ່ງ ຂອງ ຫວຽດນາມ ຜ່ານໄລຍະຕ່າງໆໄດ້ຮັບການວາງສະແດງ ຢູ່ຫໍພິພິທະພັນ ອ໋າວຢ່າຍ ຫວຽດນາມ ຢູ່ເຮືອນເລກທີ 306 ລອງຖ້ວນ,
ບ້ານ ລອງເຟືອກ, ເມືອງ 9, ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ



ອ໋າວຢ່າຍ ເປັນຊຸດນຸ່ງຕົ້ນຕໍ ຂອງ ບັນດານັກຮ້ອງ ໃນສິລະປະ ຂັບ ກາຈູ່. ເດືອນມັງກອນ 2009, ສິລະປະຂັບ ກາຈູ່ ຖືກຮັບຮອງ ໃຫ້ເປັນມໍລະດົກ ທີ່ເປັນນາມມະທຳ ຈຳເປັນຕ້ອງໄດ້ຮັບການ ປົກປັກຮັກສາໂດຍດ່ວນ ຂອງ UNESCO. ນີ້ແມ່ນນາມມະຍົດ UNESCO ທີ່ມີເຂດອິດທິພົນຢ່າງໃຫຍ່ຫຼວງໃນ 16 ແຂວງ, ນະຄອນ ຢູ່ທາງພາກເໜືອ ຫວຽດນາມ. ພາບ: ເຕິດເຊີນ


ສິລະປະຂັບຊວານ ຟູ໋ເຖາະ ໄດ້ໃຊ້ ອ໋າວຢ່າຍ ເປັນຊຸດນຸ່ງ ສຳລັບນັກຮ້ອງ. ຂັບ ຊວານ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມ ມະທຳ ທີ່ມີຄ່າ ຊຶ່ງ UNESCO ຮັບຮອງເປັນຮູບແບບ ຂັບລໍາ  ພື້ນເມືອງ ພິທີການປະເພນີ ຊຶ່ງລວບລວມເອົາຫຼາຍປັດໄຈສິລະປະ ເຊ່ັນ: ດົນຕີ, ຮ້ອງເພງ, ຟ້ອນ, ຊຸດອາພອນ... ພາບ: ເຕິດ ເຊີນ

ຕົ້ນຊຸມປີ 1930, ກະແສວັດທະນະທຳ ເອີຣົບຕາເວັນຕົກ ໄດ້ນຳ ເຂົ້າ ຫວຽດນາມ, ສ້າງຜົນສະທ້ອນເຖິງລົດນິຍົມ ຂອງ ປະຊາ ຊົນ, ໂດຍສະເພາະຢ່າງຍິ່ງແມ່ນຄວາມສຳນຶກ ກ່ຽວກັບ ຄວາມ ງາມ ຕໍ່ຊຸດອ໋າວຢ່າຍ. ໃນຊ່ວງເວລານີ້ ມີນັກສິລະປິນຄົນໜຶ່ງຊື່ ກ໋າດເຕື່ອງ ໄດ້ເປີດຕົວ ອ໋າວຢ່າຍໃໝ່ ເອີ້ນວ່າ ອ໋າວຢ່າຍ Lemur (Lemur ໃນພາສາ ຝຣັ່ງ ມີຄວາມໝາຍວ່າ “ກໍາແພງ”). ຊຸດອ໋າວຢ່າຍນີ້ ໄດ້ຕັດ ແລະ ຫຍິບ ຕາມແບບຕາເວັນຕົກ ຊຶ່ງ ມີການເຊື່ອມຕໍ່ ສ່ວນບ່າໄຫຼ່, ຍົກຄໍຂຶ້ນ ຫຼື ຄໍເປີດ. 

ຄຳສັບ ອ໋າວຢ່າຍ (ao dai /ˈaʊ ˌdʌɪ/) ຕົ້ນສະບັບ ໄດ້ຖືກນໍາ ເຂົ້າວັດຈະນານຸກົມ Oxford ແລະ ໄດ້ອະທິບາຍວ່າ ເປັນຊຸດ ອາພອນ ຂອງ ແມ່ຍິງ ຫວຽດນາມ ດ້ວຍການອອກແບບ 2 ປ່ຽງ ທາງໜ້າ ແລະ ທາງຫຼັງ ຍາວເຖິງຄໍ່ຕີນ ປົກຫຸ້ມຢູ່ ດ້ານນອກໂສ້ງ ຍາວ. 
ຊຸດອ໋າວຢ່າຍ Lemur ຫຼັງຈາກປາກົດຕົວ ໄດ້ສອງສາມປີ, ກໍ່ມີ ທັງຄຳຍ້ອງ ແລະ ຄຳຕິຊົມ. ນັກສິລະປິນ ເລໂຝ ໄດ້ດັດແປງ ຕົວ ແບບຊຸດອ໋າວຢ່າຍນີ້, ປະຖິ້ມບັນດາຮູບລວດລາຍ ຕາເວັນຕົກ ທີ່ອາດເອື້ອມ ເພື່ອເຮັດໃຫ້ປະສົມກົມກຽວ ກັບແບບ ອ໋າວຢ່າຍ ຫ້າປ່ຽງແບບເກົ່າ ເພື່ອສ້າງເປັນແບບເສື້ອຄໍປິດ, ຍາວໂອບກອດ ພໍດີຮ່າງກາຍ, ສ່ວນສອງປີກເສື້ອໄດ້ເປີດໂດຍເສລີ. ປະມານ ຊຸມປີ 1960, ຊຸດອ໋າວຢ່າຍ ແຂນ Raglan ກັບ ໂສ້ງຂາບານ ໄດ້ກາຍເປັນລົດນິຍົມ.

ມາຮອດປັດຈຸບັນ, ອ໋າວຢ່າຍ ຫວຽດນາມ ຍັງເຂັ້ມຄົ້ນໄປດ້ວຍ ທິດສະດີປັດຊະຍາ ຊີວິດຂອງມະນຸດ ຊຶ່ງໄດ້ຝາກຝັງ ໃນແຕ່ ລະ ລາຍລະອຽດ. ອ໋າວຢ່າຍ ຕື໋ເທີນ ກັບສອງປີກ ຊ່ຶງເປັນສັນຍາລັກ ໃຫ້ແກ່ບິດາ ມານດາ, ສ່ວນກະດຸມຫ້າໜ່ວຍ ຢູ່ເບື້ອງຊ້າຍຂອງ ຜືນເສື້ອ ມີຜົນປະໂຫຍດ ຮັກສາໃຫ້ປີກເສື້ອໄດ້ຊື່, ບໍ່ເປີດເຜີຍ, ມັນຍັງມີຄວາມໝາຍ ຕົວແທນໃຫ້ຄຸນສົມບັດເປັນມະນຸດ ຫ້າປະ ການເຊັ່ນ: ຄວາມເມດຕາ, ຄວາມເປັນທຳ, ກິລິຍາມາລະຍາດ, ພູມປັນຍາ ແລະ ຄວາມເຊື່ອຖື.


ແຈກຊ໋າ-ໝູ່ບ້ານບັນພະບຸລຸດ ຂອງ ອາຊີບ ຕັດຫຍິບ ອ໋າວຢ່າຍ 

ປັດຈຸບັນ, ໝູ່ບ້ານ ແຈກຊ໋າ (ເມືອງ ອຶງຮ່ວາ, ຮ່າໂນ້ຍ ໄດ້ເປັນທີ່ ຮູ້ຈັກວ່າ ເປັນໝູ່ບ້ານບັນພະບຸລຸດ ຂອງ ອາຊີບ ຕັດຫຍິບ ອ໋າວ ຢ່າຍ ຫວຽດນາມ. ບ້ານ ແຈກຊ໋າ ຫ່າງຈາກໃຈກາງ ຮ່າໂນ້ຍ 60 ກິໂລແມັດ, ປະກອບອາຊີບ ນີ້ມາກວ່າ 1000 ປີແລ້ວ.

ມາຍັງໝູ່ບ້ານ ແຈກຊ໋າ ໃນຊຸມມື້ທ້າຍປີ ແມ່ນເຕັມໄປດ້ວຍ ໃບ ສັ່ງຊື້ ທີ່ມາຈາກທົ່ວທຸກພາກ ແຕ່ເໜືອເຖິງໃຕ້. ປັດຈຸບັນມີເຖິງ 70% ຄອບຄົວ ໃນໝູ່ບ້ານ ຍັງຄົງຮັກສາອາຊີບຕັດຫຍິບ ອ໋າວ ຢ່າຍມູນເຊື້ອ. ຊາວບ້ານ ແຈກຊ໋າ ມີກົດຂໍ້ບັງຄັບວ່າ ເຖິງວ່າ ລູກເຕົ້າ ຈະຮຽນອາຊີບໃດກໍ່ຕາມ, ກ່ອນຈະອອກຈາກຄອບຄົວ ຕ່າງກໍຕ້ອງມີທຶນເອົາໄປນຳ, ນັ້ນແມ່ນ “ມືເຂັມ”.

“ມືເຂັມ”, ເຂົ້າໃຈແບບງ່າຍໆ ວ່າ ຮູ້ຈັກການຕັດຫຍິບໂສ້ງ ເສື້ອ. ແຕ່ສຳລັບຊາວບ້ານ ແຈກຊ໋າ, “ມືເຂັມ” ແມ່ນຕິດພັນກັບເລື່ອງ ລາວ ເຄັດລັບອາຊີບ, ຜູ້ໄດ້ຮັບການສຶກສາ ເພິ່ນເອີ້ນວ່າ “ມື ເຂັມ” (ໝາຍເຖິງ ຊ່າງສີມື), ເຂົາເຈົ້າຕ້ອງອົດທົນ ພະຍາຍາມ ຜ່ານຜ່າການຮຽນອາຊີບ ຢ່າງລຳບາກ ເປັນເວລາຫຼາຍປີ.



ນັບເປັນເວລາພັນປີມານີ້, ໝູ່ບ້ານ ແຈກຊ໋າ ໄດ້ກາຍເປັນສູນ ບົ່ມເຜາະ ຊ່າງຕັດຫຍິບ ທີ່ສີມືດີຫຼາຍຮຸ່ນຄົນ. ດ້ວຍຄວາມຮັກກັບ ອາຊີບ ແລະ ສີມືອັນຄ່ອງແຄ້ວ ເຂົາເຈົ້າໄດ້ປະດິດອອກ
ບັນດາຊຸດ ອ໋າວຢ່າຍ ມູນເຊື້ອ ເຮັດໃຫ້ຄວາມງາມ ຂອງຜູ້ຍິງ ຫວຽດນາມ ເດັ່ນຂຶ້ນ. ພາບ: ກົງດາດ



ເດັກນ້ອຍຢູ່ໝູ່ບ້ານ ແຈກຊ໋າ ເມື່ອອາຍຸ ປະມານ 6-7 ປີ ເລີ່ມ ໄດ້ ຄອບຄົວສອນໃຫ້ວິທີຫຍິບດ້ວຍມື, ເມື່ອ ອາຍຸປະມານ 15 – 16 ປີ ໄດ້ມີຄວາມຊໍານິຊໍານານກັບອາຊີບ,
ສາມາດ ຕັດຫຍິບໄດ້ ຊຸດ ອ໋າວຢ່າຍມູນເຊື້ອດ້ວຍຕົນເອງ. ພາບ: ກົງດາດ


ພໍ່ເຖົ້າ ຫງວຽນວັນຍຽນ (ອາຍຸ 86 ປີ), ຜູ້ຢຶດໝັ້ນກັບອາຊີບ ຕັດຫຍິບ ອ໋າວຢ່າຍ ຢູ່ໝູ່ບ້ານ ແຈກຊ໋າ ເປັນເວລາເກືອບ 70 ປີ. ພາບ: ກົງດາດ

ໃນເຮືອນທ່ີເກົ່າແກ່ ຖືກອອກແບບ ຕາມແບບສະຖາ ປັດຕະ ຍະກຳ ພາກເໜືອ ຫວຽດນາມ ໃນສະໄໝກ່ອນ, ພໍ່ເຖົ້າ ຫງວຽນ ວັນຍຽນ (ອາຍຸ 86 ປີ), ຜູ້ຢຶດອາຊີບຕັດຫຍິບອ໋າວຢ່າຍ ມາເປັນ ເວລາເກືອບ 70 ປີ. ເພິ່ນປະກອບອາຊີບນີ້ ແຕ່ອາຍຸ 16 ປີ,ເພິ່ນ ເປັນຜູ້ໄດ້ເຫັນກັບຕາ ການປ່ຽນແປງ ຂອງ ໝູ່ບ້ານອາຊີບ ໃນ ກວ່າເຄ່ິງສະຕະວັດ ຜ່ານມາ. ເພິ່ນໃຫ້ຮູ້ວ່າ ປະຊາຊົນ ໃນໝູ່ ບ້ານໄດ້ເລົ່າເລື່ອງລາວຕ່າງໆ ກ່ຽວກັບອາຊີບຕັດຫຍິບອ໋າວຢ່າຍ ຂອງ ໝູ່ບ້ານ ໃຫ້ລູກຫຼານ ຂອງ ເຂົາເຈົ້າ ຈາກລຸ້ນສູ່ລຸ້ນ ເໝືອນ ດັ່ງເປັນການຕອບບຸນແທນຄຸນ ຕໍ່ບັນພະບຸລຸດ ຂອງ ອາຊີບ. 
ເໝືອນດັ່ງການເລືອກເຟັ້ນ ທີ່ມີຂຶ້ນໂດຍມັນເອງ, ອ໋າວຢ່າຍ ຫວຽດນາມ ໄດ້ຜ່ານຜ່າ ສິ່ງທົດສອບນາໆ ປະການ, ແຕ່ຄຸນຄ່າ ຂອງມັນ ບໍ່ມີການປ່ຽນແປງແຕ່ຢ່າງໃດ. 


ຕາມຕຳນານ ກໍ່ມີຢູ່ວ່າ ປີ 968, ຫຼັງຈາກປາບປາມ ກອງກຳລັງ ກໍ່ກະບົດ 12 ເຂດແລ້ວ ຂຶ້ນຄອງລາດ, ເຈົ້າຊີວິດ ດິງຕຽນຮວ່າງ ໄດ້ໄປຍັງເຂດດິນ ເຊີນໄຕ ເພື່ອເກນ ຜູ້ມີຄວາມສາມາດ, ຄຸນ ນະທຳ ແລະ ໄດ້ພົບກັບ ນາງ ຫງວຽນທິແຊນ. ອາຍຸ 18 ປີ ນາງ ມີຄວາມສວຍງາມ ແລະ ໃຈດີ ທັງເກັ່ງໃນວຽກງານຫຍິບປັກຖັກ ແສ່ວອີກ. ນາງ ແຊນ ໄດ້ເຈົ້າຊີວິດ ດິງປະທານນາມມະຍົດ ນາງ ສະໜົມ ຜູ້ທີສີ່. ດ້ວຍຄວາມສະຫຼາດ, ຄ່ອງແຄ້ວ ນາງ ໄດ້ພັດ ທະນາອາຊີບ ຕັດຫຍິບໃນພະລາຊະວັງ ຊຶ່ງນີ້ເປັນເລື່ອງ ທີ່ບໍ່ ເຄີຍມີມາກ່ອນ. ປີ 979, ພາຍຫຼັງການປ່ຽນແປງໃນ ພະລາຊະ ວັງ ດິງ, ທ່ານນາງ ຫງວຽນທິແຊນ ໄດ້ພາລູກໆ ຈາກ ຮວາລື ກັບ ຄືນໝູ່ບ້ານ ແຈກຊ໋າ ແລະ ຖ່າຍທອດວິຊາອາຊີບຕັດຫຍິບ ໃຫ້ ແກ່ ປະຊາຊົນ ໃນໝູ່ບ້ານ.

ປັດຈຸບັນ, ເມື່ອມີໂອກາດ ສັກກະລະບູຊາບັນພະບຸລຸດ ຂອງ ອາ ຊີບ, ປະຊາຊົນ ແຈກຊ໋າ ຈາກ ພາກເໜືອ, ພາກກາງ ແລະ ພາກ ໃຕ້ ໄດ້ກັບຄືນບ້ານ ເພື່ອຖະຫວາຍທູບທຽນ ສະແດງຄວາມຮູ້ ບຸນຄຸນຕໍ່ບັນພະບຸລຸດ ຂອງ ອາຊີບ. ສ່ວນໜຶ່ງອາດແມ່ນຍ້ອນ ເຫດຜົນດັ່ງກ່າວ, ອາຊີບຕັດຫຍິບ ອ໋າວຢ່າຍ ຢູ່ແຈກຊ໋າ ຈິ່ງມີ ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ແຜ່ກະຈາຍສູ່ທ້ອງຖິ່ນ ຕ່າງໆ ໃນທົ່ວປະເທດ. ອ໋າວຢ່າຍ ແຈກຊ໋າ ບໍ່ພຽງແຕ່ ໄດ້ຮັບ ຄວາມນິຍົມຊົມຊອບ ຈາກ ລູກຄ້າ ຢູ່ ບັນດານະຄອນໃຫຍ່ໆ ເທົ່ານັ້ນ, ແຕ່ຍັງໄດ້ສົ່ງອອກໄປຍັງຕະຫຼາດ ອົດສະຕຣາລີ, ສ ອາເມ ລິກາ, ໄທ ແລະ ຊູແອດ.


ອ໋າວຢ່າຍ ໃນຊີວິດຍຸກໃໝ່ ແລະ ຂີດໝາຍບົນເວທີສາກົນ

ອ໋າວຢ່າຍ ຫວຽດ ຍາມໃດກໍເປັນການເລືອກເຟັ້ນແຖວໜ້າ ຂອງ ຄົນ ຫວຽດ ໃນໂອກາດພິເສດ ຫຼື ໃນບັນດາເຫດການ ລະດັບ ຊາດ. ເປັນແຮງບັນດານໃຈ ໃຫ້ແກ່ບັນດາອາຊີບ ແລະ ຂົງເຂດ ຕ່າງໆ ໃນສັງຄົມ. 

ສະຖານທ່ີຖືວ່າ ເປັນ “ເມືອງຫຼວງ” ຂອງ ອ໋າວຢ່າຍ, ນະຄອນ ເຫວ້, ບັນດາ ຊຸດອ໋າວຢ່າຍ ໄດ້ກາຍເປັນ ຊຸດອາພອນປະຈຳວັນ ຂອງ ບັນດານັກຮຽນຍິງ ຫຼື ຂ້າລັດຖະການເຫວ້ ໃນແຕ່ລະວັນ ຈັນ ຂອງ ທຸກສັບປະດາ ອີກດ້ວຍ. 
ອ໋າວຢ່າຍ ຫວຽດນາມ ຖືກຕີລາຄາວ່າ ເປັນຊຸດອາພອນ ປະຈຳ ຊາດ ທີ່ມີລັກສະນະຂະຫຍັນຂັນເຄື່ອນໃນສະຕະວັດທີ XXI. ຊຸດອ໋າວຢ່າຍ ແບບໃໝ່ ໃນປັດຈຸບັນ ເປັນຜະລິດຕະພັນມີລັກ ສະນະ ສ່ວນບຸກຄົນສູງ, ໝາຍຄວາມວ່າ ອ໋າວຢ່າຍ ຊຸດໜຶ່ງຈະ ຕັດຫຍິບ ສະເພາະໃຫ້ຄົນດຽວເທົ່ານັ້ນ. ນີ້ແມ່ນທ່າອຽງຂອງແຟ ຊັ່ນໂລກ. ຍ້ອນແນວນັ້ນ ອ໋າວຢ່າຍ ຫວຽດ ຍິ່ງຢືນຢັນ ຈຸດທີ່ຕັ້ງ ຂອງຕົນ ໃນວົງການແຟຊັ່ນໂລກ. ຮູບພາບ ຊຸດອ໋າວຢ່າຍ ໄດ້ ເຜີຍແຜ່ ຕໍ່ສູນແຟຊັ່ນແຫ່ງຕ່າງໆ ຢູ່ ປາຣີ, ນິວຢອກ, ມີລານ, ແອັດສະປາຍ... ຜ່ານຊຸດສະສົມຕ່າງໆ ຈາກມູມມອງ ທີ່ເຕັມ ໄປດ້ວຍ ແຮງບັນດານໃຈ ປະດິດສ້າງໃໝ່ ຈາກ ຕົວແບບ ອ໋າວ ຢ່າຍ ຫວຽດນາມ ຂອງ ບັນດານັກອອກແບບສາກົນເຊັ່ນ: Giorgio Armani, Ralph Lauren ແລະ Calvin Klein. 


ການສະແດງ ຊຸດອ໋າວຢ່າຍ ໃນງານບຸນອ໋າວຢ່າຍ ຢູ່ຖະໜົນ ຮ່າໂນ້ຍ. ພາບ: ແທງຢາງ


ຊຸດອ໋າວຢ່າຍ ໄດ້ກາຍເປັນ ຊຸດ ປະຈຳວັນ ຂອງ ບັນດານັກຮຽນຍິງ ຢູ່ນະຄອນ ເຫວ້. ພາບ: ຫງວຽນລວນ


ລັດຖະການເຫວ້ ນຸ່ງຊຸດອ໋າວຢ່າຍ ໃນແຕ່ລະວັນຈັນ ຂອງ ທຸກສັບປະດາ ຢູ່ຫ້ອງການ. ພາບ: ເອກະສານ


ອ໋າວຢ່າຍ ເປັນຊຸດນຸ່ງ ໃນພິທີສູ່ຂໍ, ງານແຕ່ງດອງ ຂອງ ຊາວ ຮ່າໂນ້ຍ. ພາບ: ແທງຢາງ


ທ່ານນາງ ເອກອັກຄະລັດຖະທູດ ອີຕາລີ Cecilia Piccioni ໃນຊຸດ ອ໋າວຢ່າຍ (ສີແດງ) ຂອງ ນັກອອກແບບ ຈູລາ, ຊຸດສະສົມ ດອກຕູລິບ
ທີ່ໄດ້ສະແດງ ຢູ່ເຂດວັນມ໋ຽວ-ກວັກຕື໊ຢ໋າມ, ຮ່າໂນ້ຍ. ພາບ: ແທງ ຢາງ



ບັນດາຊຸດສະສົມອ໋າວຢ່າຍ ຂອງ ບັນດານັກອອກແບບ ທີ່ມີ ຊື່ສຽງ ໄດ້ຮັບການສະແດງ ໃນຄືນສະແດງ ອ໋າວຢ່າຍ ຢູ່ເຂດ ວັນມ໋ຽວ-ກວັກຕື໊ຢ໋າມ, ຮ່າໂນ້ຍ. ພາບ: ແທງຢາງ


ສະແດງຊຸດອ໋າວຢ່າຍ ໃນງານມະໂຫລານ ເຫວ້ 2014. ພາບ: ແທງຢາງ

ອ໋າວຢ່າຍ ເປັນສັນຍາລັກ ໃຫ້ແກ່ການປ່ຽນແປງຂອງ ຫວຽດ ນາມ ບົນເສັ້ນທາງເຊື່ອມໂຍງ, ອາດສາມາດ ມີການປັບປ່ຽນ ເພື່ອເຊື່ອມໂຍງເຂົ້າກັບສະຖານະການ ແຕ່ຍັງຄົງຮັກສາໄວ້ໄດ້ ວາດຊົງຂອງຕົນ.

ເໝືອນດັ່ງການເລືອກເຟັ້ນ ທີ່ມີຂຶ້ນໂດຍມັນເອງ, ອ໋າວຢ່າຍ ຫວຽດນາມ ໄດ້ຜ່ານຜ່າ ສິ່ງທົດສອບນາໆ ປະການ, ແຕ່ຄຸນຄ່າ ຂອງມັນ ບໍ່ມີການປ່ຽນແປງແຕ່ຢ່າງໃດ. ບໍ່ພຽງແຕ່ເທ່ົານັ້ນ ຍັງ ປະກອບສ່ວນ ຮັກສາສີສັນວັດທະນະທຳ ແລະ ຈິດວິນຍານ ຂອງ ຄົນ ຫວຽດ, ໃຜໄດ້ນຸ່ງ ຊຸດອ໋າວຢ່າຍ ກໍມີຄວາມຮູ້ສຶກ ຢາກ ກະທໍາແຕ່ສິ່ງທີ່ດີ. ນີ້ແມ່ນຄຸນຄ່າພິເສດ ຂອງ ຊຸດອ໋າວຢ່າຍ ເພື່ອໃຫ້ຍືນຍົງຄົງຕົວ ກັບວັນເວລາ, ເປັນສັນຍາລັກ ອັນດີງາມ ຂອງ ແມ່ຍິງ ຫວຽດນາມ, ເປັນຄວາມເອກອ້າງ ທະນົງໃຈ ຂອງ ຊົນຊາດ ຫວຽດນາມ.

 
ຫວຽດນາມ ມີມໍລະດົກໂລກ 13 ແຫ່ງ  ໄດ້ UNESCO ຮັບຮອງ ເປັນມໍລະດົກ ດ້ານວັດທະນະທຳ ທີ່ເປັນນາມມະທຳ ຂອງ ມວນມະນຸດ. ໃນນັ້ນ ມີເຖິງ 7 ມໍລະດົກ ຊຶ່ງ ຊຸດອ໋າວຢ່າຍ ຫຼື ເສື້ອສີ່ປ່ຽງ ໄດ້ນຳໃຊ້ ໃນເວລາ ສະແດງ ນັ້ນຄື: ຂັບກວານຫໍ້, ກາຈຸ່, ຂັບຊວານ, ຂັບ ວີ໋-ຢຳ້, ດົນຕີໃນລາຊະວັງ ເຫວ້, ເດີ່ນກາ ຕ່າຍຕື໊, ການບູຊາເຊື່ອຖື ເຈົ້າແມ່ຜູ້ພິທັກທັງສາມ. ບໍ່ສູ່ມີຊຸດປະຈຳ ຊາດໃດ ປະກອບສ່ວນ ເຂົ້າໃນ ຂະບວນວິວັດແຫ່ງການ ເຊີດ ຊູ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທໍາ ຂອງ ມວນມະນຸດ ຄື ຊຸດອ໋າວຢ່າຍ...
ບົດ: ຖາວວີ
ພາບ: ກົງດາດ, ທົງຫາຍ, ແທງຮ່ວາ, ແທງຢາງ ແລະ ເອກະສານ
ບັນດາບົດທີ່ຖືກນຳສະເໜີ