• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ພັດລົມແຂວນເພດານ Royal Home

ພັດລົມແຂວນເພດານ ເປັນເຄື່ອງໃຊ້ສອຍທີ່ທຳມະດາ ຊິນ ເຄີຍ ຂອງ ໝົດທຸກຄົນ, ແຕ່ສຳລັບພັດລົມແຂວນເພດານຍີ່ຫໍ້ Royal Home ໄດ້ອອກແບບຕາມຮູບຊົງຂອງດອກ ບົວ ຫຼື ໄດ້ປະດັບພາບຕົ້ນໄຜ່ ເຊິ່ງນຳມາ ຈຸດພິເສດ ດ້ານ ວັດທະນະທຳ ທີ່ໜ້າຈັບໃຈ. 
ເລີ່ມຕົ້ນຈາກການໄປທ່ອງທ່ຽວ ໃນຄັ້ງໜຶ່ງ, ທ່ານນາງ ເລ ລານເຮືອງ, ຜູ້ອຳນວຍການໃຫຍ່ບໍລິສັດ Royal Home ຮູ້ ສຶກປະທັບໃຈ ຕໍ່ພັດລົມແຂວນເພດານຫຼາຍໜ່ວຍ ເຊິ່ງໄດ້ ປະດັບຢ່າງລະອຽດຖີ່ຖ້ວນ, ແຂວນໃນໂຮງແຮມທີ່ ທັນສະ ໄໝ. ກັບມາ, ເພິ່ນເລີ່ມລົງມືຊອກຮູ້ກ່ຽວກັບພັດລົມແຂວນ ເພດານ ແລະ ຄິດໃນໃຈເຖິງການອອກແບບພັດລົມແຂວນເພດານ ມີລັກສະນະວັດທະນະທຳ ຫວຽດ.  ທ່ານນາງເຮືອງ ໄດ້ໄຂ ຄວາມໃນໃຈອອກມາວ່າ:  “ຂ້າພະເຈົ້າຢາກຄົ້ນຄືນຄວາມຊິນເຄີຍໃນການນຳໃຊ້ພັດລົມແຂວນເພດານຂອງຄົນຫວຽດ ໂດຍໃສ່ຈິດວິນຍານ ແລະ ວັດທະນະທໍາ ເຂົ້າໄປ ໃນ ຜະລິດຕະພັນ ເຫຼົ່ານັ້ນ”. 

ການຈັດວາງ ຕຳແໜ່ງ ຜະລິດຕະພັນພັດລົມ ແຂວນເພ ດານ ຂອງ ຕົນ ໄປສູ່ລູກຄ້າຊັ້ນສູງ, ໃຊ້ໃນສະຖານທ່ີ ທັນ ສະໄໝ, ເພາະສະນັ້ນເກືອບໜຶ່ງປີ ຫຼັງຈາກທີ່ທ່ານນາງ ເຮືອງ ມີຄວາມໄຝ່ຝັນໃນໃຈ, ຜະລິດຕະພັນໜ່ວຍ ທຳ ອິດ ຂອງ ທ່ານນາງ ເຮືອງ ຈຶ່ງໄດ້ຜະລິດອອກມາ, ນັ້ນແມ່ນ ພັດ ລົມ Lotus ຂອງ Royal Home ທີ່ມີຮູບຊົງ ດອກບົວ. Lotus ໄດ້ອອກແບບຕາມ ແບບເກົ່າ, ລວມມີໃບພັດ 5 ອັນ ທີ່ເຮັດດ້ວຍໄມ້ມີຄ່າ, ປະດັບດອກໄຟ 5 ດອກ, ມີແຂນ ຮູບ ດອກບົວ ກໍາລັງບານ ແລະ ມີສີທອງ. 

ທ່ານນາງ ເລລານເຮືອງ ເປັນຜູ້ອອກແບບ ບັນດາ ລວດລາຍ, ລາຍດອກ ຖືວັດທະນະທຳ ຫວຽດ ໃຫ້ແກ່ ພັດລົມແຂວນເພດານ. ພາບ: ທົງຫາຍ


ຂັ້ນຕອນການອອກແບບຜ່ານຄອມຜິວເຕີ. ພາບ: ທົງຫາຍ



ນາງ ເຮືອງ ປະກອບພັດລົມໂດຍຕົນເອງ ເພື່ອກວດກາເຄື່ອງຈັກພັດລົມ. ພາບ: ທົງຫາຍ



ບັນດາລວດລາຍຖືວັດທະນະທຳ ຫວຽດ ໄດ້ຕິດເຖິງພັດລົມແຂວນເພດານ Royal Home. ພາບ: ທົງຫາຍ


ລາຍດອກບົວໄດ້ອອກແບບເທິງພັດລົມແຂວນ ເພດານ. ພາບ: ທົງຫາຍ



 ເຄື່ອງໝາຍການຄ້າ Royal Home ໄດ້ຕິດເຖິງພັດລົມ. ພາບ: ທົງຫາຍ



ຜະລິດຕະພັນພັດລົມແຂວນ ເພດານ Royal Home ຈຳນວນໜຶ່ງ. ພາບ: ທົງຫາຍ

ທ່ານນາງ ເຮືອງ ໃຫ້ຮູ້ວ່າ ການອອກແບບດອກບົວ - ດອກໄມ້ ປະຈໍາຊາດຫວຽດນາມ ເຊິ່ງເຮັດໃຫ້ ພັດລົມ ດັ່ງກ່າວ ມີ ຄວາມໝາຍທ່ີບໍ່ຄືໃຜ. ສຳລັບວັດຖຸ, ໃບພັດໄດ້ເຮັດດ້ວຍ ໄມ້ທຳມະຊາດ. ບໍ່ພຽງແຕ່ Lotus ເທົ່ານັ້ນ, ບັນດາປະເພດ ພັດລົມແຂວນເພດານຂອງ Royal Home ລ້ວນແຕ່ໄດ້ ເຮັດດ້ວຍໄມ້, ເພາະວ່າ ຄົນຫວຽດ ເປັນຄົນມັກນຳໃຊ້ເຄື່ອງ ຕົບແຕ່ງພາຍໃນເຮືອນທີ່ເຮັດ ດ້ວຍໄມ້, ມັນຈະສ້າງ ຄວາມ ສະບາຍ ແລະ ໃກ້ຊິດກັບ ທຳມະຊາດ. 

ແຕ່ລະປີ, Royal Home ໄດ້ນໍາສະເໜີ ພັດລົມແຂວນ ເພ ດານ 1-2 ແບບ, ທ່ີມີຄວາມງາມທາງດ້ານວັດທະນະທໍາ ຫວຽດ, ພ້ອມກັບພາບລັກທ່ີຄຸ້ນເຄີຍ ເຊັ່ນ: ແບບໄມ້ໄຜ່. ບັນ ດາຜະລິດຕະພັນ ລ້ວນແຕ່ມີການຄິດໄລ່ຢ່າງລະອຽດ, ກົນ ຈັກໄດ້ຜະລິດຕ່າງຫາກ, ວັດຖຸ ທັນສະໄໝ, ເໝາະສົມ ກັບ ສະຖານທີ່ ແລະ ເປົ້າໝາຍໃນການນຳໃຊ້.

ຈາກບັນດາຜະລິດຕະພັນທີ່ມີຄວາມຊັບຊ້ອນ, ມີສັນຍາລັກ ຫວຽດ, Royal Home ໄດ້ສ້າງຫ້ອງວາງສະແດງ ໃນ ບັນ ດາ ສະຖານທ່ີ ທ່ີເຕັມໄປດ້ວຍສີສັນດ້ານວັດທະນະທຳ, ເໝາະສົມເພື່ອວາງສະແດງ ບັນດາຜະລິດຕະພັນ. ຕົ້ນປີ 2019, ທ່ານນາງ ເຮືອງ ໄດ້ປ່ຽນການອອກແບບ ຂອງ ຫ້ອງ ວາງສະແດງ 16 ແຫ່ງໃນທົ່ວປະເທດ, ຫັນໄປສູ່ເປົ້າໝາຍ ການສ້າງ ຫ້ອງວາງສະແດງ ໃຫ້ກາຍ ເປັນສະຖານທ່ີ ບໍ່ພຽງ ແຕ່ເພື່ອວາງສະແດງຜະລິດຕະພັນ ເທົ່ານັ້ນ, ຫາກຍັງກາຍ ເປັນພື້ນທ່ີ ເຕັມໄປດ້ວຍສີສັນ ດ້ານສິລະປະ, ຄວາມ ລະ ອຽດ ແລະ ຄວາມງາມ ອີກດ້ວຍ. 





ຜະລິດຕະພັນພັດລົມແຂວນເພດານ Royal Home ຈຳນວນໜຶ່ງ ໄດ້ປະດັບໃນຫວ່າງເວຫາທີ່ທັນສະໄໝ
ໃນເຮືອນ ຂອງຊາວ ຫວຽດນາມ ຄົນໜຶ່ງ. ພາບ: ທົງຫາຍ

ປັດຈຸບັນ, ພັດລົມແຂວນເພດານ Royal Home ໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກ ເປັນຈຳນວນຫຼວງຫຼາຍ. ທ່ານ ນາງ ເຮືອງ ໃຫ້ຮູ້ວ່າ ຈະສົ່ງຜະລິດຕະພັນອອກສູ່ບັນດາປະ ເທດ ອາຊີຕາເວັນອອກສ່ຽງໃຕ້. ເພາະວ່າ ຄົນຕ່າງປະ ເທດ ມັກຊື້ບັນດາຜະລິດຕະພັນຖື ວັດທະນະທຳ ຫວຽດ. ປັດຈຸ ບັນ ໄດ້ມີລູກຄ້າຫຼາຍຄົນມາຊື້ພັດລົມ ແຂວນເພດານຂອງ Royal Home, ນີ້ແມ່ນທ່າແຮງ ບົ່ມຊ້ອນ ແລະ ກຳລັງໃຈ ເພື່ອໃຫ້ Royal Home ສືບຕໍ່ ການພັດທະນາໃນ ອະນາ ຄົດ”. 
 
ບົດ ແລະ ພາບ: ທົງຫາຍ 

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ທ່າມກາງທາງເລືອກ ຢ່າງຫຼວງຫຼາຍ ໃນຕະຫຼາດເຄື່ອງສໍາອາງ, ມົກເຮືອງ ປາກົດຂຶ້ນຄືກັບສາຍລົມອັນສົດຊື່ນ ດ້ວຍຜະລິດຕະພັນບໍາລຸງຄວາມງາມທີ່ເປັນສານສະກັດຈາກສະໝຸນໄພ ຫວຽດ ແທ້ໆ. ບໍ່ພຽງແຕ່ເປັນຍີ່ຫໍ້ ເຄື່ອງສໍາອາງສີຂຽວ ພາຍໃນທ້ອງຖິ່ນເທົ່ານັ້ນ, ແຕ່ ມົກເຮືອງ ຍັງເປັນເລື່ອງລາວ ກ່ຽວກັບການໃຫ້ຄວາມເຄົາລົບນັບຖືຕໍ່ຄຸນຄ່າອັນເປັນມູນເຊື້ອ, ຄວາມພາກພູມໃຈຕໍ່ແຫຼ່ງຊັບພະຍາກອນ ທ່ີອຸດົມສົມບູນຂອງແຜ່ນດິນ ຫວຽດ ແລະ ຄວາມປາດຖະໜາ ທີ່ຈະບໍາລຸງສ້າງຄວາມງາມທີ່ແຂງແຮງ ແລະ ຍືນຍົງໃຫ້ແກ່ຄົນ ຫວຽດ.

Top