27/12/2019 20:14 GMT+7 Email Print Like 0

ດົ່ງນາຍ - ຕົວແບບ ຊົນນະບົດໃໝ່ທີ່ພົ້ນເດັ່ນ ຂອງ ຫວຽດນາມ

ຫຼັງຈາກປະຕິບັດເປົ້າໝາຍແຫ່ງຊາດ ກ່ຽວກັບ ການສ້າງ ຊົນນະບົດ ໃໝ່ ໄລຍະ 2010-2020 ເປັນເວລາເກືອບ 10 ປີ, ແຂວງ ດົ່ງນາຍ ໄດ້ສຳເລັດໜ້າທີ່ກ່ອນກຳນົດ ໃນປີ 2019 ກັບ 100% ຈຳນວນຕາ ແສງ ແລະ ເມືອງ ບັນລຸມາດຕະຖານ ຊົນນະບົດໃໝ່ ແລະ ຖືວ່າ ເປັນຈຸດເດັ່ນໃນຂະບວນການ ສ້າງຊົນນະບົດໃໝ່ ຢູ່ ຫວຽດນາມ. 
ບັນດາເຂດ ປູກ ຕົ້ນໄມ້ກະສິກຳ ຄຸນນະພາບສູງ

ພວກຂ້າພະເຈົ້າ ມາຢ້ຽມຢາມເຂດຊົນນະບົດຈຳນວນໜຶ່ງ ສັງກັດ ບັນດາເມືອງພູດອຍ, ເຂດຫ່າງໄກສອກຫຼີກ ຂອງແຂວງ ດົ່ງນາຍ ຫຼັງຈາກ ນາຍົກລັດຖະມົນຕີ ຮັບຮອງ ສຳເລັດການສ້າງຊົນນະບົດ ໃໝ່ ໃນປີ 2019. 
ຫຼັງຈາກປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການ ສ້າງ ຊົນນະບົດໃໝ່ ເປັນເວລາເກືອບ 10 ປີ, ແຂວງ ດົ່ງນາຍ ໄດ້ມີ 133/133 ຕາແສງ (100%) ບັນລຸມາດຕະຖານ ຊົນນະບົດໃໝ່ ກ່ອນ 2 ປີ ເມື່ອທຽບກັບເປົ້າໝາຍ ທີ່ແຂວງ ກຳນົດໄວ້ໃນ ເບື້ອງ ຕົ້ນ. 
ລົດຂອງ ພວກຂ້າພະເຈົ້າແລ່ນ ຜ່ານບັນດາ ເສັ້ນທາງ ທີ່ໄດ້ປູຢາງ ຢ່າງກວ້າງຂວາງ ແລະ ຮາບພຽງ. ຢູ່ຕາມ ສອງ ຝາກທາງ ເຂົ້າຫາ ຕາແສງ ເຕິນບິ່ງ, ເຕິນຈ່ຽວ ຂອງ ເມືອງ ຫວີ໊ງກືວ ແມ່ນຕົ້ນໄມ້ມົງຄຸນ ພວມແຂ່ງຂັນກັນ ເບ່ັງບານສີ ເຫຼືອງ ເໝືອນ ດັ່ງເພີ່ມສະເໜ່ ໃຫ້ພາບພົດ ທີ່ເຕັມໄປດ້ວຍ ພະລັງຊີວິດ ຂອງເຂດ ຊົນນະບົດໃໝ່. 

ໄປຜ່ານຫຼາຍເຂດປູກສະເພາະຕົ້ນໄມ້ກິນໝາກ ທີ່ກວ້າງໃຫຍ່ ເຊິ່ງ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ເປັນເອກະລັກຂອງທ້ອງຖິ່ນເຊັ່ນ: ໝາກຟຸກ ເຕິນຈ່ຽວ; ໝາກກ້ຽງນ້ອຍ, ໝາກມ່ວງ ຫວີ໊ງກືວ, ຊວນ ລົກ; ໝາກຖົ່ວລຽນ ເກີ່ມໝີ໊, ລອງແຄ໋ງ, ເຕິນຝູ໋... ຈຶ່ງເຫັນໄດ້ ພື້ນຖານກະສິກຳຂອງແຂວງ ດົ່ງນາຍ ໄດ້ມີການພັດທະນາ ຕາມທິດໝັ້ນຄົງ. 






ແຂວງ ດົ່ງນາຍ ມີຄວາມໄດ້ປຽບ ກ່ຽວກັບດິນ ແລະ ພູມອາກາດ ໃນການຈັດສັນ ເຂດປູກຕົ້ນໄມ້ ກິນໝາກ ຄຸນນະພາບສູງເຊັ່ນ: ກາກາວ, ໝາກກ້ຽງນ້ອຍ, ໝາກເງາະ.
ພາບ: ຫງວຽນລວນ, ທົງຫາຍ



ກໍາມະກອນເກັບ ໝາກມັງກອນ ທີ່ສະຫະກອນ ໝາກ ມັງ ກອນ ຊວນຮຶງ, ເມືອງ ຊວນລົກ, ແຂວງ ດົ່ງນາຍ, ຊຶ່ງເປັນ ທ້ອງຖິ່ນ ມີເນື້ອປູກໝາກມັງກອນ
ທີ່ໃຫຍ່ສຸດ ຢູ່ແຂວງ ດົ່ງ ນາຍ. ພາບ: ຫງວຽນລວນ

 

ປີ 2019, ດົ່ງນາຍ ໄດ້ສົ່ງໝາກມ່ວງ ຊຸດທຳອິດ ໄປຍັງ ຕະຫຼາດ ສ ອາເມລິກາ ປະສົບຜົນສຳເລັດ. ພາບ: ຫງວຽນລວນ


ໝາກຟຸກ ຂອງ ສະຫະກອນ ເຕິນຈ່ຽວ ໄດ້ປູກຕາມແບບ ກະສິກຳອິນຊີ, ປອດໄພ ອັນໄດ້ສ້າງເຄື່ອງໝາຍການຄ້າ ທີ່ມີ ຊື່ສຽງ ທັງຢູ່ໃກ້ ແລະ ຢູ່ໄກ. ພາບ: ຫງວຽນລວນ


ການລ້ຽງສິນໃນນໍ້າ ຄຸນນະພາບສູງ ຢູ່ແມ່ນໍ້າ ດົ່ງນາຍ. ພາບ: ທົງຫາຍ


ລ້ຽງໄກ່ສະໝູນໄພ ແມ່ນຕົວແບບການລ້ຽງແບບໃໝ່ໂດຍ ບໍ່ໃຊ້ຢາ ຕ້ານເຊື້ອ, ຊ່ວຍໃຫ້ຊີ້ນໄກ່ມີຄວາມຫອມແຊບ ເປັນ ພິເສດ,
ປັດຈຸບັນ ປະຊາຊົນ ເມືອງ ດິ້ງກວ໋ານ ໄດ້ຂະຫຍາຍ ການລ້ຽງຢ່າງກວ້າງຂວາງ. ພາບ: ທົງຫາຍ



ຕົວແບບປູກ ເຫັດຫຼິນຈື່ແດງ ຢູ່ບ້ານດົງຮ່ວາ, ເມືອງ ຈ໊າງ ບອມ) ປັດຈຸບັນ ມີຂັ້ນຕອນການຜະລິດ ແບບຕ່ອງໂສ້ ຄົບ ວົງຈອນປິດ ນັບແຕ່ການເພາະພັນ
ໄປຈົນເຖິງ ການປູກ ແລະ ປຸງແຕ່ງ. ພາບ: ຫງວຽນລວນ

ພວກຂ້າພະເຈົ້າແວ່ຢ້ຽມຢາມສວນໝາກຟຸກກວ້າງ 2 ເຮັກຕາ ຂອງ ທ່ານ ໂງວັນເຊີນ (ບ້ານ ຫວີງຮຽບ, ຕາແສງ ເຕິນບິ່ງ, ເມືອງ ຫວີ໊ງ ກືວ) ທີ່ພວມໃນໄລຍະອອກໝາກ. ນອກຈາການປູກໝາກຟຸກ, ໝາກຟຸກໃບໝາກກ້ຽງ ແລ້ວ, ທ່ານ ເຊີນ ຍັງສ້າງຮູບຊົງ ໃຫ້ໝາກ ຟຸກ ນັບຫຼາຍ ຮ້ອຍໜ່ວຍ ຕ່າງກັນເຊັ່ນ:  
ປັດຈຸບັນ, ທົ່ວແຂວງ ດົ່ງນາຍ ມີເນື້ອທ່ີປູກພືດກວ່າ 573 ເຮັກຕາ ທ່ີ ໄດ້ມາດຕະຖານ GAP, ໃນນີ້ 210 ເຮັກຕາ ກາກາວ ໄດ້ຮັບໃບ ຢັ້ງ ຢືນ UTZ (ໂຄງການຮັບຮອງທົ່ວໂລກ ກ່ຽວກັບ ການເພາະປູກທີ່ ໝັ້ນຄົງ), 282 ເຮັດຕາ ກາເຟ 4 C (ຮັບຮອງການຜະລິດທີ່ປອດໄພ ທົ່ວໂລກ). ບັນດາພື້ນທີ່ຜະລິດ ໝາກມ່ວງ, ໝາກເງາະ ຂອງເມືອງ ດິ້ງກວ໋ານ, ຊວນລົກ ແລະ ນະຄອນ ລອງແຄ໋ງ ໄດ້ສະໜອງ 8 ເລກ ລະຫັດ ເຂດເພາະປູກ ຊຶ່ງມີເນື້ອທ່ີກວ່າ 92 ເຮັກຕາ ລວມມີ: ກວ່າ 70 ເຮັກຕາ ເພື່ອສົ່ງອອກໄປຍັງປະເທດ ອົດສະຕຣາລີ; ເກືອບ 22 ເຮັກຕາໝາກເງາະ ເພື່ອ ສົ່ງອອກໄປຍັງ ຕະຫຼາດ ສ ອາເມລິກາ. 
(ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ດົ່ງນາຍ)
ຮູບໝາກນໍ້າເຕົ້າ, ຮູບແທ່ງຄຳ, ຮູບໜັງສື ໂຊກລາບ... ເພື່ອຮັບໃຊ້ຄວາມຕ້ອງການ ທີ່ຫຼາກຫຼາຍ ຂອງລູກຄ້າ. ທ່ານ ເຊີນ ໃຫ້ຮູ້ວ່າ: “ໝາກຟຸກ ທີ່ສ້າງ ຮູບແປກໆ ມີຄຸນຄ່າສູງ ໃນ ໂອກາດບຸນເຕັດ, ມີລາຄາແຕ່ 8 ແສນ - 1 ລ້ານດົ່ງ/ໜ່ວຍ. ໄລ່ສະເລັ່ຍ, ປູກໝາກຟຸກ 1 ເຮັກຕາ ຂ້າພະເຈົ້າ ຈະເກັບລາຍຮັບໄດ້ ປະມານ 750 ລ້ານດົ່ງ/ລະດູ, ຫັກລາຍຈ່າຍ, ຄ່າແຮງງານອອກ ກໍ່ຍັງເຫຼືອກວ່າເຄິ່ງໜຶ່ງ”. 

ທ່ານ ເຊີນກໍໃຫ້ຮູ້ຕື່ມອີກວ່າ ແຕ່ກ່ອນຢູ່ແຫ່ງນີ້ ແມ່ນເຂດ ປູກອ້ອຍ ແຕ່ລາຍຮັບບໍ່ສູງ, ໃນປີ 2008, ທ່ານ ຫັນໄປສູ່ ການປູກ ຕົ້ນໝາກ ຟຸກ. ຫຼັງຈາກນັ້ນ ທ່ານ ເຂົ້າ ເປັນສະມາຊິກຂອງ ສະຫະກອນໝາກ ຟຸກ ເຕິນຈ່ຽວ. ທ່ານ ໄດ້ໝູນໃຊ້ວິທະຍາສາດ ຫຼາຍຢ່າງເຂົ້າໃນ ການຜະລິດເຊ່ັນ: ລະບົບຫົດນໍ້າປະຢັດ, ລະບົບຂຸມຝຸ່ນ ອິນຊີ. ປັດ ຈຸບັນ, ສະຫະກອນ ເຕິນຈ່ຽວ ໄດ້ມີເນື້ອທ່ີປູກຕົ້ນໝາກຟຸກ 20 ເຮັກ ຕາຂອງສະມາຊິກ 45 ຄົນ. ເຄື່ອງໝາຍການຄ້າ ໝາກຟຸກ ເຕິນ ຈ່ຽວ ໄດ້ຮັບໃບຢັ້ງຢືນ ຂອງ VietGAP, ໄດ້ວາງຂາຍ ຢູ່ສັບພະສິນ ຄ້າຫຼາຍ ແຫ່ງໃນທົ່ວປະເທດ.

ໃນຂະບວນວິວັດແຫ່ງການສ້າງຊົນນະບົດໃໝ່, ແຂວງ ດົ່ງນາຍ ຖື ສຳຄັນ ການພັດທະນາຜະລິດກະສິກຳທີ່ໝັ້ນຄົງ, ພິເສດແມ່ນ ຕາມ ທິດຜະລິດທີ່ປອດໄພ, ສ້າງເຄື່ອງໝາຍການຄ້າ ຜະລິດຕະພັນກະສິ ກໍາ ທ່ີມີຄຸນນະພາບ, ຈາກນັ້ນ ໄດ້ຍົກສູງຊີວິດການເປັນຢູ່ ຂອງ ຊາວກະສິກອນ. ປະຈຸບັນ ມີຫຼາຍຕົວແບບ ເຮັດກະສິກຳສະອາດ, ໝັ້ນຄົງ ແລະ ໄດ້ກຳໄລສູງ ຢູ່ ບັນດາເຂດຊົນນະບົດທີ່ຫ່າງໄກ ສອກຫຼີກ ຂອງແຂວງ ດົ່ງນາຍ ໄດ້ຮັບການຜັນຂະຫຍາຍ.


ໂສມໜ້າໃໝ່ຢູ່ເຂດຊົນນະບົດ ແຂວງ ດົ່ງນາຍ

ປັດຈຸບັນ, ຖ້າໃຜ ໄດ້ມາແຂວງ ດົ່ງນາຍ ແລ້ວຜ່ານໄປບັນດາເຂດ ຊົນນະບົດ ຈະຮູ້ສຶກປະທັບໃຈ ຕໍ່ໂສມໜ້າໃໝ່ ຂອງ ຊົນນະບົດ ໄດ້ ມີຄວາມ “ປ່ຽນເນື້ອແປງຕົວ” ແລະ ມີພະລັງຊີວິດໃໝ່ຢ່າງເຫັນ ໄດ້ ຊັດ.

ລະບົບການຄົມມະນາຄົມຢູ່ຊົນນະບົດ ໄດ້ມີການຂະຫຍາຍຕົວ ໃນ ດ້ານຈຳນວນ ກໍຄືໄດ້ຍົກລະດັບ ດ້ານຄຸນນະພາບ, ປະກອບສ່ວນ ອຳນວຍຄວາມສະດວກ ດຶງດູດການລົງທຶນ ເຂົ້າມາ ພື້ນທີ່ຕ່າງໆ, ນຳມາຊຶ່ງໂສມໜ້າໃໝ່ໃຫ້ແກ່ເຂດຊົນນະບົດ. ແຂວງ ດົ່ງນາຍ ໄດ້ ໃຫ້ການຍົກລະດັບ ແລະ ສ້ອມແປງຖະໜົນຫົນທາງ ເກືອບ 4.000 ກິໂລແມັດ. 133/133 ຕາແສງ ມີທາງປູຢາງ ຫຼື ເທເບຕົງ. ເສັ້ນທາງ ເຊື່ອມຕໍ່ລະຫວ່າງຕາແສງ ໄດ້ສ້າງ ທາງ ຄືນໃໝ່ ດ້ວຍການປູຢາງ ຫຼື ເບຕົງ ໄດ້ມາດຕະຖານ ຂອງກະຊວງ ການຄົມມະນາຄົມຂົນສົ່ງ 100%, ເພີ່ມຂຶ້ນ 72% ເມື່ອທຽບກັບປີ 2011.



ເຂື່ອນໄຟຟ້ານ້ຳຕົກ ຈີ້ອານ ສັງກັດ ເມືອງ ຫວີງກືວ ແຂວງ ດົ່ງນາຍ ໄດ້ປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການເຊື່ອມ ໂຍງຕາຂ່າຍໄຟຟ້າ ແຫ່ງຊາດ ພ້ອມກັບໂຮງງານ
ແຫ່ງອື່ນໆ, ທັງຮັບປະກັນແຫຼ່ງນຳ້ ຮັບໃຊ້ການດຳລົງຊີວິດ, ກະສິກຳ, ພັກ ດັນນໍ້າເຄັມ ແລະ ຄວບຄຸມນໍ້າຖ້ວມ. ພາບ: ຫງວຽນລວນ



ສວນສາທາລະນະ ຊ໋ວຍເມີ (ຕາແສງ ຈ່າໂກ໊, ເມືອງ ເຕິນຝູ໋) ເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຊຶ່ງ ດຶງດູດເພື່ອນຊາວໜຸ່ມ ຜູ້ຮັກມັກການຄົ້ນຫາ. ພາບ: ທົງຫາຍ


ນັກສຶກສາ ມະຫາວິທະຍາໄລ ລາກຮົ່ງ, ແຂວງ ດົ່ງນາຍ ສືບຕໍ່ ປ້ອງກັນແຊ້ມ ໃນງານແຂ່ງຂັນລົດ ປະຢັດເຊື້ອເພີງ ອາ ຊີ- Á – Shell Eco Marathon Asia 2019
ຊຶ່ງໄດ້ຈັດຂຶ້ນ ຢູ່ ປະເທດ ມາເລເຊຍ. ພາບ: ທົງຫາຍ



ເຂດອຸດສາຫະກໍາ ລອງແຄ໋ງ ຢູ່ ແຂວງ ດົ່ງນາຍ ໄດ້ດຶງ ດູດນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດ. ພາບ: VNP


ບັນດານ້ອງນ້ອຍນັກຮຽນ ຂອງ ໂຮງຮຽນ ອະນຸບານ ຢູ່ ນະຄອນ ບຽນຮ່ວາ ໃນຊົ່ວໂມງຮຽນນອກຫຼັກສູູດ. ພາບ: ທົງຫາຍ


ໃນຊົ່ວໂມງຮຽນກຸ່ມ ທີ່ໂຮງຮຽນອະນຸບານ ຮວາຮົ່ງ, ໂຮ໋ ນາຍ, ເມືອງ ຈ໊າງບອມ. ພາບ: ຫງວຽນລວນ


ຊົ່ວໂມງອອກກໍາລັງກາຍ ຂອງບັນດານ້ອງນ້ອຍ ໂຮງ ຮຽນ ອະນຸບານ ຮວາຮົ່ງ (ເມືອງ ຈ໊າງບອມ). ພາບ: ຫງວຽນລວນ


ໂຮງຮຽນອະນຸບານ ຮວາຮົ່ງ (ເມືອງ ຈ໊າງບອມ) ໄດ້ຮັບ ການ ກໍ່ສ້າງທັນສະໄໝ, ດຶງດູດ ນັກຮຽນ 600 ຄົນ ເຂົ້າມາ ຮຽນ. ພາບ: ຫງວຽນລວນ


ຫ້ອງກວດພະຍາດຫຼາຍຂະແໜງ ເຂດ ຊວນຮຶງ (ເມືອງ ເຮົ້າລົກ) ໄດ້ຕິດຕັ້ງສິ່ງອໍານວຍຄວາມສະດວກ ແລະ ທັນສະ ໄໝ. ພາບ: ຫງວຽນລວນ

ພວກຂ້າພະເຈົ້າມາຢ້ຽມຢາມຕາແສງ ຊວນຮຶງ, ເມືອງ ຊວນລົກ ຈຶ່ງ ເຫັນໄດ້ຊິວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈ ຂອງ ພໍ່ແມ່ ຊາວ ຊົນເຜົ່າ ຈຳ ຢູ່ທີ່ນີ້ ໄດ້ຍົກສູງຢ່າງເຫັນໄດ້ຊັດ. ທ່ານ Abdohamit, ຫົວໜ້າຮັບຜິດຊອບ ໂບດ ອິດສະລາມ ໝູ່ບ້ານຈຳ ໃຫ້ຮູ້ວ່າ ໂຮງຮຽນ ທີ່ສະຫງວນ ສະເພາະໃຫ້ແກ່ ລູກຂອງ ຊາວເຜົ່າ ຈຳ ໄດ້ ຮັບ ການກໍ່ສ້າງ ຢ່າງສວຍງາມ ຢູ່ໃຈກາງໝູ່ ບ້ານ, ອຳນວຍ ຄວາມສະດວກ ໃຫ້ເດັກນ້ອຍເຜົ່າ ຈໍາ ໃນການສຶກສາ. ໂບດ ໄດ້ ມີການປະກອບສ່ວນ ຂອງ ອຳນາດ ການປົກຄອງ ທ້ອງຖິ່ນ, ປະຊາຊົນ ແລະ ບັນດາຜູ້ອຸປະຖໍາ ຊຶ່ງສະຫຼອງການສຳເລັດໃນເມື່ອ ປີ 2006 ໄດ້ ກາຍເປັນສູນກາງ ແຫ່ງການດຳເນີນຊີວິດ ດ້ານເຊື່ອຖື ທາງໃຈ ອັນສຳຄັນ ຂອງ ພໍ່ແມ່ພີ່ນ້ອງປະຊາຊົນ ຊາວເຜົ່າ ຈຳ. 

ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບ ການສ້າງຊົນນະບົດໃໝ່ ແມ່ນໂຄງການທີ່ລະອຽດ ກ່ຽວກັບ ການພັດທະນາເສດຖະກິດ-ສັງ ຄົມ, ການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍ ລັດ ຖະບານ ຫວຽດນາມ ເປັນຜູ້ກໍ່ສ້າງ ແລະ ຜັນຂະຫຍາຍ ໃນທົ່ວ ປະເທດ ແຕ່ປີ 2008. ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບ ການສ້າງ ຊົນນະບົດໃໝ່ ໄລຍະ 2010 – 2020, ສູ້ຊົນ ຮອດປີ 2020 ຈະມີ 50% ຈຳນວນຕາແສງ ບັນລຸມາດຕະຖານ ຊົນນະບົດໃໝ່ ໂດຍ ອີງໃສ່ມາດຕະຖານ ແຫ່ງຊາດ ກ່ຽວກັບ ຊົນນະບົດໃໝ່. 
ແຂວງ ດົ່ງນາຍ ຍັງໄດ້ຊຸກຍູ້ ແລະ ເສີມຂະຫຍາຍບົດບາດ ຂອງ ພໍ່ແມ່ ປະຊາຊົນ ທ່ີນັບຖືສາສະໜາ ກາໂຕລິກ ຢູ່ທ້ອງຖິ່ນ ໃນການ ຊ່ວຍໜູນ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ ຢ່າງແຂງແຮງ. ພົ້ນເດັ່ນຄື ໂຮງຮຽນ ຮວາຮົ່ງ, ຕາແສງ ໂຮ໋ນາຍ 3, ເມືອງ ຈ໊າງບອມ ໄດ້ຕີລາຄາ ເປັນໂຮງຮຽນ ບັນລຸມາດຕະຖານ ໃນຫຼາຍດ້ານ ຍ້ອນມີການປະກອບສ່ວນ ທັງດ້ານການເງິນ ແລະ ເຫື່ອແຮງ ເພື່ອ ການກໍ່ສ້າງ. ຄຸນແມ່ ເລທິມົ້ງຕວ່ຽນ, ຜູ້ອຳນວຍການ ໂຮງຮຽນໃຫ້ ຮູ້ວ່າ ໂຮງຮຽນ ມີຄູສອນ 39 ຄົນ ແລະ ມີຫຼານນ້ອຍ ເຂົ້າຮຽນ ປະມານ 600 ຄົນ. ນີ້ໄດ້ຖືວ່າເປັນສະຖານທີ່ ແຫ່ງການສຶກສາ ທ່ີໄວ້ເນື້ອເຊື່ອໃຈ ຂອງ ພໍ່ແມ່ ຜູ້ປົກຄອງ ຢູ່ທ້ອງຖິ່ນ.

ລາຍຮັບສະເລັ່ຍຕໍ່ຄົນ ຢູ່ເຂດຊົນນະບົດປີ 2018 ບັນລຸເກືອບ 52 ລ້ານດົ່ງ/ຄົນ/ປີ, ເພີ່ມຂຶ້ນເກືອບ 3 ເທົ່າເມື່ອທຽບໃສ່ປີ 2010, ມູນ ຄ່າ ຜະລິດຕະພັນຕໍ່ 1 ເຮັກຕາເນື້ອທ່ີກະສິກຳ, ປ່າໄມ້ ແລະ ການ ປະມົງ ບັນລຸເກືອບ 229 ລ້ານດົ່ງ/ເຮັກຕາ, ເພີ່ມຂຶ້ນກວ່າ 2,3 ເທົ່າ ເມື່ອທຽບໃສ່ປີ 2010.

ຈາກບັນດາຜົນສຳເລັດ ທ່ີໜ້າຊື່ນຊົມ ຊຶ່ງ ດົ່ງນາຍ ບັນລຸໄດ້, ທາງ ແຂວງ ໄດ້ສືບຕໍ່ວາງອອກ ບັນດາເປົ້າໝາຍໃໝ່, ກ້າວເຖິງການ ປະ ຕິບັດຊົນນະບົດໃໝ່ຢູ່ລະດັບສູງກວ່າ. ໃນນັ້ນ ຖືສຳຄັນ ພັດທະນາ ການຜະລິດກະສິກຳ ຕາມທິດໝັ້ນຄົງ ຕິດພັນກັບ ອຸດສາຫະກຳ ປຸງ ແຕ່ງ, ບໍລິການ, ທ່ອງທ່ຽວ ແນໃສ່ຍົກສູງ ຄຸນນະພາບ ຜະລິດ ຕະພັນ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ; ຄຽງຄູ່ກັນນັ້ນ ແມ່ນ ວຽກງານ ປົກປັກຮັກສາສິ່ງແວດລ້ອມ, ສ້າງສິ່ງແວດລ້ອມ ໃຫ້ ກາຍເປັນ ຂຽວ-ສະອາດ-ສວຍງາມ-ທັນສະໄໝ.

 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ, ທົງຫາຍ
ບັນດາບົດທີ່ຖືກນຳສະເໜີ