18/07/2020 15:42 GMT+7 Email Print Like 0

ຄວາມຍອດຍິ່ງ ຂອງ ເຄື່ອງປັ້ນດິນເຜົາ ຈູເດົ້າ

ບັນດາພາບນູນ, ລວດລາຍປະດັບປະດາ, ຮູບປັ້ນ ນາງ ອາບຊາຣາ... ດ້ວຍເຄື່ອງປັ້ນດິນເຜົາ ທີ່ຍັງຄົງຕົວ ມານານກວ່າ 1000 ປີ ໄດ້ຮັບການຕົບແຕ່ງ ໃນບັນດາວິຫານ ທີ່ເກົ່າແກ່ ປົກຄຸມ ໄປດ້ວຍໄຄນຳ້ ຂອງ ຊາວຊົນເຜົ່າ ຈຳ ຢູ່ເຂດພາກກາງ ຕອນໃຕ້ ຫວຽດນາມ. ນອກຈາກນັ້ນ ບັນດາ ວາດຟ້ອນ ໃນສະໄໝບູຮານເຊັ່ນ: ຟ້ອນໄຫ, ຟ້ອນຖືນໍ້າ ແລະ ອື່ນໆ ກໍໄດ້ບັນດາ ນາງລະບໍາ ນຳໃຊ້ເຄື່ອງປັ້ນດິນເຜົາ ເປັນເຄື່ອງມື ການສະແດງ ເພື່ອລອກແບບ ຄືນໃໝ່ ບັນດາ ວັດທະນະທຳ ທີ່ເປັນເອກະລັກຂອງຊາວຊົນເຜົ່າ ຈຳ ຊຶ່ງ ດຶງດູດ ນັກທ່ອງທ່ຽວ ທັງຢູ່ໃກ້ ແລະ ຢູ່ໄກ. ອາດສາມາດເວົ້າໄດ້ວ່າ ເຄື່ອງປັ້ນດິນເຜົາ ບໍ່ພຽງແຕ່ ເປັນເຄື່ອງມື ຮັບໃຊ້ຊີວິດການເປັນຢູ່ ປະຈຳວັນເທ່ົານັ້ນ, ແຕ່ຍັງຖືວ່າ “ເປັນຕົວກາງ” ເພື່ອໃຫ້ ຊາວຊົນເຜົ່າ ຈຳ ສື່ສານກັບໂລກແຫ່ງສະຫວັນ. ແຫຼ່ງຂໍ້ມູນຂ່າວສານ ດັ່ງກ່າວ ໄດ້ດຶງດູດ ພວກຂ້າພະເຈົ້າ ໄປຍັງໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ຢູ່ ແຂວງ ນິງຖ້ວນ ເພື່ອຄົ້ນພົບ ຄວາມຍອດຍິ່ງ ໃນອາຊີບ ຜະລິດ ເຄື່ອງປັ້ນດິນເຜົາ ຂອງ ຊາວຊົນເຜົ່າຈຳ. 
ເອກະລັກ ເຄື່ອງປັ້ນດິນເຜົາ ເບົ່າຈຸກ

ພວກຂ້າພະເຈົ້າ ໄປຍັງແຂວງ ນິງຖ້ວນ, ເຂດດິນແຫ້ງແລ້ງ ທີ່ສຸດ ຫວຽດນາມ ໃນຊຸມມື້ແດດຮ້ອນສູງສຸດ. ເຖິງວ່າ ການເຄື່ອນໄຫວທາງ ເສດຖະກິດ, ທ່ອງທ່ຽວ ຫຼາຍຢ່າງ ຖືກຢຸດສະຫງັກ ຍ້ອນການແຜ່ລະ ບາດ ໂຄວິດ-19 ແລະ ໄພແຫ້ງແລ້ງ, ແຕ່ຢູ່ໝູ່ບ້ານ ເຄື່ອງປັ້ນດິນເຜົາ ບູຮານ ເບົ່າຈຸກ (ເທດສະບານ ເຟືອກເຢິນ, ເມືອງ ນິງເຟືອກ, ແຂວງ ນິງ ຖ້ວນ) ຍັງຄົງມີບັນຍາກາດທີ່ຄຶກຄັກກັບ ການຜະລິດ. ຢູ່ແຕ່ລະຄອບຄົວ ບັນດານາຍຊ່າງ ຍັງຄົງຂະຫຍັນກັບການປັ້ນດິນ ແລະ ບັນດາເຕົາ ເຜົາຍັງຄົງ ດັງໄຟ ເພື່ອຜະລິດອອກ ບັນດາຊຸດເຄື່ອງປັ້ນດິນເຜົາໃໝ່. 

ໝູ່ບ້ານ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ຖືວ່າ ເປັນໜຶ່ງໃນບັນດາໝູ່ບ້ານ ເຄື່ອງປັ້ນດິນເຜົາ ທີ່ເກົ່າແກ່ທີສຸດ ອາຊີຕາເວັນອອກສ່ຽງໃຕ້ ທີ່ຍັງຄົງ ຕົວ ມາເຖິງທຸກວັນນີ້. ປັດຈຸບັນ, ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ ມີ ປະມານ 500 ຄອບຄົວ  ແລະ ກວ່າ 90% ຄອບຄົວ ຢຶດໝັ້ນກັບອາຊີບ ຜະລິດ ເຄື່ອງປັ້ນດິນເຜົາ.
ຕາມເລື່ອງລາວທີ່ເລົ່າຂານຕໍ່ໆກັນ ໃນໝູ່ຊຸມຊົນເຂດ ເບົ່າຈຸກ ວ່າ ບັນພະບຸລຸດຂອງອາຊີບຜະລິດເຄື່ອງປັ້ນດິນເຜົາ ຄືທ່ານ ໂປກລອງແຈງ. ກ່ອນໜ້ານີ້ກວ່າພັນປີ, ທ່ານ ໂປກລອງແຈງ ໄດ້ປະຕິເສດ ການເປັນເຈົ້ານາຍ ແລ້ວກັບເມືອບ້ານ ສອນໃຫ້ແມ່ຍິງ ວິທີການເອົາດິນ ມາປັ້ນແລ້ວເຜົາເປັນເຄື່ອງໃຊ້ສອຍ, ເຄື່ອງປະດັບປະດາ ຢູ່ໃນຫ້ອງເຮືອນ. ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ບັນພະລຸລຸດ ຂອງ ອາຊີບ, ປະຊາຊົນໝູ່່ບ້ານ ເບົ່າຈຸກ ໄດ້ສ້າງວິຫານຂຶ້ນ ເພື່ອລະນຶກ ແລະ ຈັດພິທີບູຊາເພິ່ນໃນງານບຸນ ກາເຕ ຊຶ່ງເປັນງານບຸນ ໃຫຍ່ທີສຸດ ຂອງຊາວຊົນເຜົ່າຈຳ. ອາຊີບຜະລິດເຄື່ອງປັ້ນດິນເຜົາ ໄດ້ສືບທອດ ແຕ່ຮຸ່ນຄົນນີ້ ຫາຮຸ່ນຄົນ ຕໍ່ໆ ມາຈົນເຖິງປັດຈຸບັນ.

ພວກຂ້າເຈົ້າ ພົບກັບທ່ານນາງ ເຈືອງທິແງ໋ກ (ອາຍຸ 80 ປີ) ຢູ່ໝູ່ບ້ານ ເບົ່າຈຸກ, ຜູ້ທີ່ຢຶດໝັ້ນ ກັບອາຊີບ ຜະລິດເຄື່ອງປັ້ນດິນເຜົາມູນເຊື້ອ ແຕ່ຄາວອາຍຸ 10 ປີ. ທ່ານນາງ ແງ໋ກ ໃຫ້ຮູ້ວ່າ: “ແມ່ຕູ້ ໄດ້ສອນ ອາຊີບນີ້ໃຫ້ແມ່, ແມ່ສອນອາຊີບນີ້ ໃຫ້ຂ້າພະເຈົ້າ ແລະ ມາບັດນີ້ ຂ້າພະເຈົ້າສອນອາຊີບນີ້ໃຫ້ພວກລູກຫຼານ. ອາຊີບຜະລິດ ເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ມີແຕ່ແມ່ຍິງເຮັດເທົ່ານັ້ນ, ສ່ວນຜູ້ຊາຍພຽງ ໄປຫາຟືນ, ຂຸດດິນ, ຫາເຟືອງ  ແລະ ຊ່ວຍວຽກ ໃນເວລາເຜົາເຄື່ອງປັ້ນດິນເຜົາເທົ່ານັ້ນ. ທ່ານນາງ ແງ໋ກ ໃຫ້ຮູ້ວ່າ ເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ທຸກຂັ້ນຕອນ ແມ່ນ ເຮັດດ້ວຍມື ແລະ ມີຄວາມແຕກຕ່າງ ເມື່ອທຽບກັນ ບໍ່ວ່າປະເພດເຄື່ອງປັ້ນດິນເຜົາໃດໆ ຢູ່ໃນໂລກ.



ນາຍຊ່າງ ເຈືອງທິແງ໋ກ (ອາຍຸ 80 ປີ) ກຳລັງເຮັດໃຫ້ຜົນງານ ເຄື່ອງ ປັ້ນດິນເຜົາສິລະປະ ຮູບປັ້ນນາງ ອາບຊາຣາ ໄດ້ສົມບູນແບບ. ພາບ: ຫງວຽນລວນ


ນາຍຊ່າງໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ ກັບຄູ່ມືທີ່ເຕັມໄປ ດ້ວຍດິນ ກຳລັງເຮັດໃຫ້ ກ້ອນດິນໜຽວ ກາຍເປັນບັນດາ ຜົນງານ ປະດິດແຕ່ງທີ່ເປັນເອກະລັກ ຢ່າງຄ່ອງແຄ້ວ. ພາບ: ຫງວຽນລວນ


ນາຍຊ່າງ ດ່າງທິຈັ໋ງ (ອາຍຸ 48 ປີ) ໃຊ້ແພ ຈຸ່ມນຳ້, ພັນໃສ່ມື ລູບ ໃສ່ເຄື່ອງປັ້ນ ເພື່ອສ້າງ ສ່ວນປາກ ຂອງ ຜະລິດຕະພັນ. ພາບ: ເລມິງ


ເຄື່ອງປັ້ນດິນເຜົາ ທ່ີປັ້ນແລ້ວ ຈະນໍາໄປຕາກ ຢູ່ບ່ອນທ່ີຮົ່ມເຢັນ ແລະ ມີລົມ, ເມື່ອແຫ້ງແລ້ວຈະໄດ້ປັບປຸງ ຕົບແຕ່ງໃຫ້ສົມບູນແບບ. ພາບ: ເລມິງ


ບັນດານາຍຊ່າງ ຕົບແຕ່ງດ້ານຮູບຊົງ, ຈັດໂຄງປະກອບ ຂອງ ຜົນງານປະດິດແຕ່ງ. ພາບ: ເລມິງ




ເຄື່ອງປັ້ນດິນເຜົາ ເບົ່າຈຸກ ບໍ່ໃຊ້ເຕົາເຜົາ, ໃຊ້ແຕ່ເຟືອງ, ຟືນ ກອງຂຶ້ນແລ້ວ ເຜົາຢູ່ກາງແຈ້ງ. ພາບ: ຫງວຽນລວນ


ເຜົາເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ແຕ່ລະຄັ້ງ ຕ້ອງໃຊ້ເວລາ ປະ ມານ 5-8 ຊົ່ວໂມງ ຂຶ້ນຢູ່ກັບຂະໜາດ ຂອງ ເຄື່ອງປັ້ນດິນເຜົາ. ພາບ: ເລມິງ


ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ສິລະປະ ຫຼັງການເຜົາ ດ້ວຍເຟືອງ. ພາບ: ຫງວຽນລວນ


ວິທີການເຜົາດ້ວຍເຟືອງ ເຮັດໃຫ້ຜະລິດຕະພັນ ຮັກສາໄດ້ ສີສັນ ທີ່ເປັນເອກະລັກຂອງດິນ. ພາບ: ຫງວຽນລວນ

ຊີ້ມືໃສ່ໄຫ ນ້ອຍໜ່ວຍໜຶ່ງ ທ່ີປັ້ນຍັງບໍ່ທັນ ສຳເລັດ, ທ່ານນາງ ແງ໋ກ ອະ ທິບາຍ ເຄັດລັບເຮັດເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ວ່າ: “ມີຫຼາຍຂັ້ນຕອນ ເຮັດເຄື່ອງປັ້ນດິນເຜົາ, ແຕ່ກ່ອນອື່ນໝົດ ແລະ ສຳຄັນທີ່ສຸດ ແມ່ນຂັ້ນຕອນເລືອກດິນ ເພື່ອໃຊ້ເປັນວັດຖຸດິບ. ດິນເພື່ອເຮັດເຄື່ອງປັ້ນດິນເຜົາ ຕ້ອງແມ່ນດິນທີ່ເອົາ ຈາກແມ່ນໍ້າ ຢູ່ໃກ້ໆ ໝູ່ບ້ານ,ເອົາມາຕາກແຫ້ງແລ້ວເອົາມ່ານໍ້າ ເພື່ອໃຫ້ ດິນອ່ອນ, ຈາກນັ້ນເອົາເສດຕ່າງໆ ອອກເຊ່ັນ: ຂີ້ເຫຍື້ອ, ຫີນ... ຫຼັງຈາກນັ້ນເອົາດິນ ມາປົນກັບຂີ້ຊາຍ ແລະ ນໍ້າຕາມມາດຕະສ່ວນທີ່ແນ່ນອນ ແລ້ວໃຊ້ຕີນເປົ່າ ເພື່ອປະສົມດິນ ໃຫ້ລະອຽດ ຊຶ່ງເຂົາເຈົ້າມັກເອີ້ນວ່າ “ດິນສຸກ” ຈຶ່ງໃຊ້ເພື່ອປັ້ນ ເຄື່ອງປັ້ນດິນເຜົາໄດ້”.

ຈຸດພິເສດ ໃນການເຮັດເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ແມ່ນ ນາຍຊ່າງ ບໍ່ໃຊ້ ໂຕະປິ່ນ ຄື ຢູ່ທ້ອງຖິ່ນອື່ນໆ, ແຕ່ໃຊ້ຕີນ ເຄື່ອນຍ້າຍໄປອ້ອມຮອບ, ທັງໃຊ້ມື ດັດແປງດິນໜຽວນັ້ນ ໃຫ້ເປັນຮູບຊົງຢ່າງຄ່ອງແຄ່ວ. ຢູ່ ເບົ່າຈຸກ ບໍ່ມີເບົ້າຫຼໍ່ ເພື່ອເຮັດເຄື່ອງປັ້ນດິນເຜົາ, ຜະລິດຕະພັນ ທັງໝົດຕ່າງກໍໄດ້ ປະດິດອອກ ຈາກຄວາມຊຳນານງານ ດ້ວຍສີມື ລ້ວນໆ.

ເຄື່ອງປັ້ນດິນເຜົາ ເບົ່າຈຸກ ສ່ວນຫຼາຍມີລາຍດອກ ສະແດງເຖິງຫົວຂໍ້ ຕ່າງໆ  ກ່ຽວກັບແມ່ນໍ້າລຳເຊ, ຮູບຫອຍ, ລຸກຂະຊາດ ຫຼື ຮູບພາບ ກ່ຽວກັບທຳມະຊາດ, ດິນຟ້າອາກາດ ຫຼື ສາສະໜາ. ວິທີເຜົາ ເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ກໍມີຈຸດສະເພາະ ບໍ່ໍຊຳ້ແບບໃຜ ຄື ເຜົາດ້ວຍຟືນ ແລະ ເຟືອງ. ເຜົາແຕ່ລະຄັ້ງ ຈະໃຊ້ເວລາ 5-8 ຊົ່ວໂມງ ແລ້ວແຕ່ຂະໜາດ ຂອງ ຜະລິດຕະພັນ.

ໂດຍສະເພາະ, ຈາກອະດີດ ສົ່ງຕໍ່ກັນມາວ່າ ກ່ອນເຜົາເຄື່ອງປັ້ນດິນ ເຜົາ, ທາງຄອບຄົວຈະເລືອກ ມື້ງາມຍາມດີ ແລະ ກະກຽມ ເຄື່ອງບູຊາຈໍານວນໜຶ່ງ ເພື່ອບູຊາ ບັນພະບຸລຸດຂອງອາຊີບເຄື່ອງປັ້ນດິນເຜົາ ແລະ ເທວະດາຟ້າແຖນ, ເພື່ອສະແດງຄວາມປາດຖະໜາວ່າ ຜະລິດຕະພັນເຄື່ອງປັ້ນດິນເຜົາ ຈະ “ສຸກ” ສະເໝີ ແລະ ບໍ່ເປ່ເພເສຍຫາຍ ອີກດ້ວຍ.

ບັນດາຜະລິດຕະພັນ ທີ່ເປັນເອກະລັກ ຂອງ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ເຂັ້ມຄົ້ນໄປດ້ວຍ ລັກສະນະທ້ອງຖິ່ນ ແນໃສ່ຮັບໃຊ້ຊີວິດການເປັນຢູ່ ປະຈໍາວັນ ຂອງ ປະຊາຊົນ, ໃນນີ້ມີ ຜະລິດຕະພັນມູນເຊື້ອ ຈຳນວນໜຶ່ງ ເຊ່ັນ: ໝໍ້ເຮັດເຂົ້າໜົມ, ໄຫໃສ່ນໍ້າ, ໝໍ້ຫຸງເຂົ້າ, ໝໍ້ອົບປາ, ກາຕົ້ມນໍ້າ ແລະ ອື່ນໆ ອີກຫຼາຍຢ່າງ.


ເຄື່ອງປັ້ນດິນເຜົາ ໃນກະແສວັດທະນະທຳ ຂອງ ຊາວຊົນເຜົ່າ ຈຳ

ທຸກວັນນີ້, ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ ບໍ່ພຽງແຕ່ ເປັນໝູ່ບ້ານ ອາຊີບຢ່າງດຽວ, ແຕ່ໄດ້ກາຍເປັນສະຖານທີ່ວັດທະນະທໍາ ແລະ ທ່ອງທ່ຽວຄົ້ນພົບສິ່ງທີ່ໜ້າດຶງດູດໃຈ ຂອງ ທ້ອງຖິ່ນ. ສະຫະກອນ ໝູ່ບ້້ານ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ໄດ້ຮັບການສ້າງຕັ້ງ ເມື່ອປີ 2008 ເໝືອນດັ່ງໄມ້ງັດ ໃນການຍົກລະດັບ ຄຸນນະພາບ ແລະ ຄວາມຫຼາກຫຼາຍ ໃນການປະດິດຄິດສ້າງ ເຄື່ອງປັ້ນດິນເຜົາ. ພ້ອມດຽວກັນນັ້ນ ກໍເປັນບ່ອນສະແດງ ອາຊີບເຮັດເຄື່ອງປັ້ນດິນເຜົາ ຈຳ ໃຫ້ນັກທ່ອງທ່ຽວເມື່ອມາຍັງ ນິງຖ້ວນ. ຕົວແບບ ເຄື່ອງປັ້ນດິນເຜົາ ນັບຫຼາຍພັນສິ້ນ ຂອງໝູ່ບ້ານ ເບົ່າຈຸກ ໄດ້ຮັບການວາງສະແດງ ຢູ່ ສະຫະກອນ ໝູ່ບ້້ານເພື່ອໃຫ້ນັກທ່ອງທ່ຽວ ຊົມຄວາມສວຍງາມ ຫຼື ເລືອກຊື້ ຜະລິດຕະພັນທີ່ຕົນເອງຖືກໃຈ. 
"ຂ້າພະເຈົ້າໄດ້ພົບເຫັນ ຢູ່ບັນດາວິຫານ ຢູ່ເຂດຕາເວັນອອກສ່ຽງໃຕ້ ຂອງ ໄທ ຜະລິດຕະພັນຈາກ ເຄື່ອງປັ້ນດິນເຜົາຈຳ ດ້ວຍຈຳນວນຫຼວງຫຼາຍ. ການປະກົດຕົວ ຢູ່ບັນດາ ສະຖານທີ່ສັກສິດນັ້ນ ເປັນສິ່ງທີ່ ສະແດງ ໃຫ້ເຫັນຄວາມດຶງດູດ ຂອງ ບັນດາປະເພດ ເຄື່ອງປັ້ນດິນເຜົາ ຂອງ ຊາວຊົນເຜົ່າ ຈຳ ໃນໂລກ ແຫ່ງ ຄວາມເຫຼື້ອມໃສ ສັດທາ ບໍ່ພຽງແຕ່ ຢູ່ປະເທດໄທ ເທົ່ານັ້ນ, ແຕ່ຍັງຢູ່ ຫຼາຍປະເທດ ໃນຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ". 
ປອ Atthasit Sukkham (ໄທ) 

ສຳລັບບັນດານັກຄົ້ນຄວ້າ, ຊາວຊົນເຜົ່າ ຈຳ ແລະ ບັນດາມໍລະດົກ ດ້ານວັດທະນະທຳ ທີ່ເຂົາເຈົ້າສືບທອດ ຈົນມາເຖິງປັດຈຸບັນ ຍາມໃດ ກໍມີຄວາມເລິກລັບ ແລະ ມີຄວາມເປັນເອກະລັກ, ຄືອາຊີບ ເຄື່ອງປັ້ນດິນເຜົາເປັນຕົວຢ່າງໜຶ່ງ.

ຮອງ ສຈ. ປອ ShimokaSakaya, ຜູ້ຕ່າງໜ້າ ກຸ່ມນັກຄົ້ນຄວ້າ ຍີ່ປຸ່ນ ໃຫ້ຮູ້ວ່າ: “ສິ່ງທີ່ພິເສດ ກໍ່ຄື ໃນຂະນະທີ່ ອາຊີບຜະລິດເຄື່ອງປັ້ນດິນເຜົາ ບູຮານຢູ່ໃນໂລກ ໄດ້ຄ່ອຍຫາຍສາບສູນແລ້ວ, ແຕ່ເຄື່ອງປັ້ນດິນເຜົາ ຈຳ ຍັງຄົງຕົວ ແລະ ຮັກສາໄວ້ໄດ້ຄວາມຍອດຍິ່ງ ແລະ ຄວາມງາມ ທີ່ລຽບງ່າຍ ຂອງ ເຄື່ອງປັ້ນດິນເຜົາບູຮານ ທີ່ມີຢູ່ ຫ່າງຈາກນີ້ ນັບຫຼາຍຮ້ອຍປີ. ນັ້ນແມ່ນ ຄຸນຄ່າທີ່ເປັນເອກະລັກ ແລະ ຍືນຍົງຄົງຕົວ ຂອງ ເຄື່ອງປັ້ນດິນເຜົາຈຳ ຊຶ່ງສົມຄວນໄດ້ ຢູແນັສໂກ ຮັບຮອງ. ຫວັງວ່າ ອີກເທື່ອໜ່ຶງເຄື່ອງປັ້ນດິນເຜົາ ຈຳ ມີການຟື້ນຊີບຄືນໃໝ່ ແລະ ສືບຕໍ່ ມີການແຜ່ຂະຫຍາຍຢ່າງກວ້າງຂວາງ”.



ກຸ່ມທາດ ໂປ ໂກຼງ ກາຣາຍ ໄດ້ຮັບຮອງວ່າ ເປັນ ຮ່ອງຮອຍ ດ້ານການສະຖາປັດຕະຍະກຳ ສິລະປະ ແຫ່ງຊາດ ໂດຍມີ ການຕົບແຕ່ງ ລາຍດອກ
ເຄື່ອງປັ້ນດິນເຜົາ ຈຳ ຫຼາຍ ທີ່ເປັນເອກະລັກ. ພາບ: ຫງວຽນລວນ







ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ທີ່ໃຊ້ພາຍໃນຄອບຄົວ ຢູ່ໝູ່ ບ້ານ ຮັບໃຊ້ ຊີວິດການເປັນ ຢູ່ ຂອງ ຊາວຊົນເຜົ່າ ຈຳ ຢູ່ທ້ອງຖິ່ນ. ພາບ: ຫງວຽນລວນ


ຜະລິດຕະພັນເຄື່ອງປັ້ນດິນເຜົາ ເບົ່າຈຸກ ຈະຕິດຄວັນໄຟ ໃນເວລາເຜົາ, ເພາະສະນັ້ນ ບັນດານາຍຊ່າງ ໄດ້ສ້າງເປັນຮອຍສີ ທ່ີ ເປັນເອກະລັກ ໃນແຕ່ລະຜະລິດຕະພັນເຊັ່ນ:
ສີເຫຼືອງແດງ, ສີ ບົວແດງ, ສີເທົ່າດໍາ, ສີໝາກກະເບົາ... ພາບ: ຫງວຽນລວນ





 
ບັນດາເຄື່ອງປັ້ນດິນເຜົາ ທ່ີສ່ອງແສງ ເຖິງຊີວິດ ດ້ານ ຄວາມເຊື່ອຖືສາສະໜາ ທີ່ຫຼາກຫຼາຍ ຂອງ ຊາວຊົນເຜົ່າ ຈຳ ຢູ່ ແຂວງ ນິງຖ້ວນ. ພາບ: ຫງວຽນລວນ
 

ບັນດາຍິງສາວ ຊົນເຜົ່າ ຈໍາ ຕັ້ງໄຫ ຢູ່ເທິງຫົວ, ໃນໄຫ ບັນຈຸ ນໍ້າບໍລິສຸດ ຫຼື ນຳ້ຊາຂຽວ ສະແດງວາດຟ້ອນຖືນຳ້ ເພື່ອຖະຫວາຍ ເທວະດາ ຫຼື ເຊື້ອເຊີນແຂກ... ພາບ: ເອກະສານ


ນັກທ່ອງທ່ຽວ ໄດ້ຜ່ານປະສົບການຕົວຈິງ ກັບວິທີເຮັດ ເຄື່ອງ ປັ້ນດິນເຜົາ ເບົ່າຈຸກ. ພາບ: ເອກະສານ

ສຈ Leedom Lefferts (ຊາວ ອາເມລິກາ)ໃຊ້ເວລາກວ່າ 20 ປີ ເພື່ອການໄປສຳຫຼວດ ພື້ນທີ່ຕົວຈິງ ຢູ່ ບັນດາໝູ່ບ້ານອາຊີບ ຢູ່ ແຄມຝັ່ງທະເລ ພາກກາງ ເພື່ອຊອກຮູ້ ກ່ຽວກັບເຄື່ອງປັ້ນດິນເຜົາ ຂອງ ຊາວຊົນ ເຜົ່າ ຈຳ. ສຈ Leedom Lefferts ໄດ້ຕີລາຄາວ່າ: “ແຕ່ລະຜະລິດຕະ ພັນ ເປັນຜົນງານປະດິດແຕ່ງທ່ີເປັນເອກະລາດ, ບໍ່ມີອັນໃດ ຄືອັນໃດ. ນັ້ນແມ່ນຄວາມແຕກຕ່າງ ລະຫວ່າງ ເຄື່ອງປັ້ນດິນເຜົາ ຂອງ ຊາວຊົນ ເຜົ່າ ຈຳ ກັບ ເຄື່ອງປັ້ນດິນເຜົາ ປະເພດອື່ນໆ.

ເດືອນ ມີນາ 2019, ນາຍົກລັດຖະມົນຕີ ໄດ້ຕົກລົງໃຫ້ ກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ເຮັດສໍາເນົາເອກະສານ “ສິລະປະ ເຮັດ ເຄື່ອງປັ້ນດິນເຜົາ ຂອງ ຊາຊົນເຜົ່າ ຈຳ” ເພື່ອຍື່ນຕໍ່ອົງການ ວິທະຍາ ສາດ, ສຶກສາ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ພິຈາລະນາ ເຄື່ອງປັ້ນດິນເຜົາເບົ່າຈຸກເຂົ້າບັນຊີ ລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳຈຳເປັນຕ້ອງໄດ້ຮັບການປົກປັກຮັກສາ ໂດຍດ່ວນ.
ປອ ດ່ວານຫງອກຄອຍ ນັກບູຮານຄະດີ ໃຫ້ຮູ້ວ່າ ມີຄວາມຕໍ່ເນື່ອງ ໃນ ການໄຫຼວຽນ ຂອງ ກະແສວັດທະນະທຳ, ແຕ່ວັດທະນະທໍາ ຊາຮີ່ວນ ເຖິງ ວັດທະນະທຳ ຈຳ, ແຕ່ຄວາມເປັນເອກະລັກ ໃນອາຊີບຜະລິດເຄື່ອງປັ້ນດິນເຜົາ ຂອງ ຊາວເຜົ່າຈໍາ ຍັງສະແດງໃຫ້ເຫັນ ຢູ່ບ່ອນວ່າ 300 ຄົນ ຢູ່ເບົ່າຈຸກ ພ້ອມກັນເຮັດໜຶ່ງຜະລິດຕະພັນ (ເຊັ່ນ: ໂຖດອກໄມ້), ຖ້າຫາກວ່າ ໃຫ້ຜະລິດຕະພັນ ທັງໝົດນັ້ນ ສັບປົນກັນ, ຫຼັງຈາກນັ້ນ ແຕ່ລະຄົນຍັງສາມາດຮູ້ໄດ້ ຜະລິດຕະພັນ ທີ່ຕົນເອງເຮັດ ເຖິງວ່າ ບັນດາຜະລິດຕະພັນ ທັງໝົດນັ້ນ ມີຄວາມຄ້າຍຄືກັນ. 

ເມື່ອບໍ່ເທົ່າໃດປີ ຜ່ານມາ, ໃນຄັ້ງໜຶ່ງ ມາຢ້ຽມຢາມ ເບົ່າຈຸກ, ນັກສະຖາປານິກ ເຈິ່ນຮຸ່ງ (ຊາວ ຫວຽດນາມ ອາໄສ ຢູ່ ສ ອາເມລິກາ) ໄດ້ມີແນວຄວາມຄິດ ນຳເອົາເຄື່ອງປັ້ນດິນເຜົາ ເບົ່າຈຸກ ເຂົ້າຕົບແຕ່ງ ຢູ່ສວນສາທາລະນະ, ສະຖານທ່ີພັກຜ່ອນ ແລະ ໂຮງແຮມ ຢູ່ ສ ອາເມລິກາ. ສິນຄ້າຊຸດ ທຳອິດ ກວ່າ 500 ປະເພດເຊັ່ນ: ຮູບປັ້ນເທບຊີວະ, ຮູບປັ້ນເທບພະເຈົ້າ Ganesa, ແມ່ຍິງຂໍຝົນ, ພາບນູນ ອາບຊາຣາ, ຍິງສາວຟ້ອນ ອາບຊາຣາ, ໂຄມໄຟທຸກຊະນິດ...ໄດ້ອັດເປັນແກັດ ເພື່ອສົ່ງໄປຍັງ ສ ອາເມລິກາ.

ປັດຈຸບັນ, ຫ້ອງວາງສະແດງ ແລະ ຂາຍຜະລິດຕະພັນເຄື່ອງປັ້ນດິນເຜົາ ເບົ່າຈຸກ ຢູ່ລັດ California, Texas ແລະ Arizona (ສ ອາເມລິກາ) ຍັງຄົງດຶງດູດຜູ້ຄົນເຂົ້າມາຢ້ຽມຊົມ ແລະ ຊື້ສິນຄ້າ ເປັນຈຳນວນຫຼາຍ.

 
ບົດ: ເຊີນເງ້ຍ - ພາບ: ເລມິງ, ຫງວຽນລວນ ແລະ ເອກະສານ
ບັນດາບົດທີ່ຖືກນຳສະເໜີ