21/01/2020 18:19 GMT+7 Email Print Like 0

ຂັບແຖນ - ທໍານອງເພງຂອງ “ເທວະດາ ຟ້າແຖນ”

ຂັບແຖນ ໃນຊີວິດການເປັນຢູ່ ດ້ານວັດທະນະທຳ ຄວາມເຊື່ອຖື ທາງຈິດວິນຍານ ຂອງ ບັນດາຊົນເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຢູ່ ແຂວງ ຕ່າງໆ ທາງພາກເໜືອ ຫວຽດນາມ ຖືວ່າເປັນ ທຳນອງເພງ ຂອງ “ເທວະດາຟ້າແຖນ”. ບັນດາຜູ້ຊ່ຽວຊານ ຂອງ ຢູແນັສໂກ (UNESCO) ເຫັນວ່າ ຄວາມນິຍົມ ໃນສິລະປະ ຂັບແຖນ ບໍ່ໄດ້ຖືກຈໍາກັດ ຢູ່ແຕ່ໃນເຂດໜຶ່ງ, ທ້ອງຖິ່ນໜຶ່ງ, ແຂວງ ໜຶ່ງ ຫຼື ປະ ເທດໜຶ່ງ, ແຕ່ໄດ້ກາຍເປັນ ມູນມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ຂອງ ມວນມະນຸດ.
ຕາມທັດສະນະ ຂອງ ຊົນເຜົ່າໄຕ່, ແຖນ ມີຄວາມໝາຍວ່າ “ເທ ວະດາ”. ຂັບແຖນ ແມ່ນຮູບການໜຶ່ງຂອງ ການບັນເລງ ດົນຕີພື້ນເມືອງ ສະແດງເຖິງ ຄວາມເຊື່ອຖື, ໂດຍມີເນື້ອໃນ ທົບທວນ ຄືນ ຂະບວນການ ຂອງມະນຸດ ຂຶ້ນເທິງຟ້າ ເພື່ອຂໍເທວະດາປະ ທານ ໃຫ້ມີໂຊກລາບ ແລະ ໄດ້ຢູ່ເຢັນເປັນສຸກໃນຊີວິດ. ດ້ວຍເຫດນັ້ນ, ຂັບແຖນ ຂອງ ຊົນເຜົ່າໄຕ່ ທັງສະແດງເຖິງບັນຫາໃນຊີວິດ, ບ້ານເມືອງ ໄປຈົນເຖິງຄວາມຮັກ, ງານສົບ ຫຼື ງານສູ່ຂໍ... ພິທີບູຊາແຖນ ແມ່ນສາກການສະແດງ ສິລະປະ ທີ່ດຶງດູດໃຈ, ສາມາດເຮັດໃຫ້ ຜູ້ຄົນຈົມຢູ່ໃນໂລກ ທ່ີບໍ່ເປັນຈິງ. ເພາະສະນັ້ນ, ເມື່ອຄົ້ນຄວ້າລົງເລິກ ພິທີບູຊາແຖນ, ເຂົາເຈົ້າສາມາດເຫັນແຈ້ງເຖິງ ຊີວະທັດ, ໂລກະທັດ ກໍຄືຕົ້ນສະບັບ ວັດທະນະທຳ ຂອງ ພີ່ ນ້ອງ ຊົນເຜົ່າໄຕ່.

“ອາຈານ ແຖນ ໃນຊີວິດການເປັນຢູ່ ຂອງ ຊົນເຜົ່າ ໄຕ່, ນຸ່ງ, ຜູ້ ໄທ ຍັງເປັນ ປັນຍາຊົນແຫ່ງຊາດ ຍ້ອນເຂົາເຈົ້າເປັນຜູ້ທ່ີມີ ຄວາມຮູ້ຫຼາຍຢ່າງ, ສາມາດໃຫ້ຄວາມປຶກສາ ກ່ຽວກັບ ລະດູ ການ, ຊີວິດການເປັນຢູ່ ແລະ ອື່ນໆ...”.
ສຈ.ປອ ວິທະຍາສາດ ໂຕຫງອກແທງ, ປະທານ ສະມາຄົມ ສິລະປະ ວັດທະນະທຳພື້ນເມືອງ ຫວຽດນາມ
ເພື່ອເຮັດໃຫ້ຄວາມຮູ້ ກ່ຽວກັບສິລະປະ ການຂັບແຖນ ໄດ້ ຢ່າງ ເລິກເຊິ່ງ, ພວກຂ້າພະເຈົ້າໄດ້ ຂຶ້ນໄປຍັງ ເມືອງ ພູສູງ ຈຽມຮ໋ວາ (ແຂວງ ຕວຽນກວາງ), ຊຶ່ງເປັນດິນແດນ ທີ່ຖືວ່າ ເປັນບ່ອນ ກຳ ເນີດ ບັນດາທຳນອງຂັບແຖນ ທີ່ດຶງດູດຈິດໃຈ ຂອງ ຊົນເຜົ່າໄຕ່.

ທີ່ເຮືອນຂອງອ້າຍ ນົງວັນເສບ ບ້ານ ຮ່າທອຍ, ພວກຂ້າພະເຈົ້າ ໄດ້ເຂົ້າຮ່ວມພິທີສູ່ຂວັນ ໃຫ້ຜູ້ເປັນພ່ໍ ແລະ ແມ່ ມີສຸຂະພາບແຂງ ແຮງ, ອາຍຸໝັ້ນຂວັນຍືນ ຕາມຮີດຄອງປະເພນີເກົ່າແກ່ ຂອງ ຊົນເຜົ່າໄຕ່. ພິທີຈັດຂຶ້ນ ໂດຍໝໍພອນ ກາວຊຽມ, ໝໍພອນ ທີ່ມີຊື່ສຽງໃນເຂດດັ່ງກ່າວ. ສຳລັບຊົນເຜົ່າ ໄຕ່ ແລ້ວ, ຜູ້ນໍາພາ ທໍາພິທີໄຫວ້ແຖນ ເອີ້ນວ່າ ທ້າວ ແຖນ ແລະ ນາງ ແຖນ. ເຂົາເຈົ້າ ເປັນຄົນກາງ, ເປັນຂົວຕ່ໍ, ເຮັດບົດບາດ ເປັນຜູ້ເຊື່ອມຕໍ່ ລະຫວ່າງມະ ນຸດ ກັບ ວິນຍານ ເທວະດາ ຟ້າແຖນ. ດ້ວຍເຫດນັ້ນ, ພິທີສູ່ ຂວັນ ຢູ່ເຮືອນຂອງ ອ້າຍ ນົງວັນເສບ ຄຶກຄື້ນມ່ວນຊື່ນ ເໝືອນດັ່ງ ວັນບຸນ ຂອງ ໝູ່ບ້ານ.



ໝໍພອນ ກາວຊຽມ, ໝໍພອນ ທີ່ມີຊື່ສຽງຢູ່ ເມືອງ ພູສູງ ຈຽມ ຮ໋ວາ, ແຂວງ ຕວຽນກວາງ ປະຕິບັດພິທີສູ່ຂວັນ ໃຫ້ແກ່ ຄອບ ຄົວ ຊົນເຜົ່າ ໄຕ່. ຈຸດປະສົງຂອງພິທີນີ້ແມ່ນ ອວຍພອນ
ໃຫ້ມີ ອາຍຸໝັ້ນຂວັນຍືນ, ໃຫ້ມີສຸຂະພາບເຂັ້ມແຂງແຮງ,  ຄວາມສະ ຫງົບສຸກ ແລະ ປະສົບ ແຕ່ຄວາມໂຊກລາບ ໃນຊີວິດ ໃຫ້ແກ່ຜູ້ມີ ອາຍຸແຕ່ 50 ປີຂຶ້ນໄປ. ພາບ: ຈິ້ງໂບ້



ລາຍການສະແດງຂັບແຖນ ດ້ວຍຊື່ເອີ້ນທີ່ວ່າ “ຂັບແຖນ ຫວຽດບັກ” ທີ່ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ແມ່ນ ລາຍການສິລະປະ ພິເສດ ຂອງ ບັນດານັກສິລະປິນ ຂັບແຖນ
ຊົນເຜົ່າໄຕ່, ນຸ່ງ ມາ ຈາກ ແຂວງ ລ້າງເຊີນ, ຖ໋າຍງວຽນ ແລະ ທ້ອງຖິ່ນອື່ນໆ ອີກຈຳ ນວນໜຶ່ງ ຂອງບັນດາແຂວງ ເຂດພູສູງ ທາງພາກເໜືອ. ພາບ: ເຕິດເຊີນ



ທ່ານ ມາວັນດວ່ານ, ຜູ້ຮັບຜິດຊອບສະໂມສອນຂັບແຖນ ຕາແສງ ເຕິນອານ, ເມືອງ ຈຽມຮ໋ວາ, ແຂວງ ຕວຽນກວາງ ພ້ອມກັບ ບັນດາສະມາຊິກ
ໃນສະໂມສອນ ຮຽນທຳນອງຂັບ ແຖນ ຕາມເນື້ອໃໝ່. ພາບ: ຈິ້ງໂບ້



ນັກສິລະປິນ ນົງທິເຟືອງລານ (ຊົນເຜົ່າ ໄຕ່, ແຂວງ ບັກກ້ານ) ສະແດງ ຂັບແຖນ ໃນວັນບຸນ “ຂັບແຖນ ຫວຽດບັກ”. ພາບ: ເຕິດເຊີນ
 

ທ່ານນາງ ຮ່າທິຈິ໊ງ ຢູ່ ບ້ານ ອານຖິ້ງ, ຕາແສງ ເຕິນອານ, ເມືອງ ຈຽມຮ໋ວາ, ແຂວງ ຕວຽນກວາງ ກຳລັງສອນ ຂັບແຖນ ໃຫ້ແກ່ ສະມາຊິກ
ຜູ້ມີອາຍຸນ້ອຍສຸດ ຂອງ ສະໂມສອນ ແຖນ ເຕິນອານ. ພາບ: ຈິ້ງໂບ້



ສະໂມສອນຂັບແຖນ ຂອງ ໂຮງຮຽນມັດທະຍົມຕອນຕົ້ນ ເຕິນອານ, ເມືອງ ຈຽນຮ໋ວາ, ແຂວງ ຕວຽນກວາງ ໃນຊົ່ວໂມງ ຝຶກແອບ. ພາບ: ຈິ້ງໂບ້


ວາດຟ້ອນ ລຸກລາກ (ຟ້ອນລະຄັງ) ຂອງ ບັນດາແມ່ຍິງ ຊົນ ເຜົ່າ ໄຕ່ ຢູ່ ເມືອງ ວັນບ່ານ, ແຂວງ ລາວກາຍ ເພື່ອ ເຊື້ອເຊີນ ແຖນ ລົງມາ ເມືອງມະນຸດ
ເພື່ອເຂົ້າຮ່ວມບຸນ ລົ່ງຕົ່ງ. ພາບ: ເຈິ່ນຮ໋ຽວ



ວາດຟ້ອນເຊື້ອເຊີນ ແຖນ ລົງເຂົ້າຮ່ວມບຸນ ລົ່ງຕົ່ງ ຂອງ ຊົນເຜົ່າ ໄຕ່ ຢູ່ເມືອງ ວັນບ່ານ, ແຂວງ ລາວກາຍ. ພາບ: ເຈິ່ນຮ໋ຽວ

ໃນຊຸດເສື້ອແດງ, ໝວກແດງ ມືຈັບພິນ “ຕິ໋ງ” ໝໍພອນ, ກາວຊຽມ ໄດ້ເລີ່ມຕົ້ນ ພິທີສູ່ຂວັນ ດ້ວຍທຳນອງຂັບ ແຖນ ເກົ່າແກ່. ທ່າມກາງຄວັນຂອງທູບ, ສຽງຂັບ, ສຽງພິນ ຂອງ ໝໍ ພອນ ໄດ້ດຶງດູດໃຈ ທຸກຄົນ ເຂົ້າສູ່ໂລກ ທີ່ເລິກລັບ ມະຫັດສະຈັນ, ແຕກຕ່າງ ກັບໂລກມະນຸດ ຢ່າງຂາດຂັ້ນ.  ຢູ່ທີ່ນັ້ນລູກຫຼານກຳລັງປະຕິບັດ ຂະບວນການ ເດີນຕາມເສັ້ນທາງ ອັນຍາວໄກ ໄປຫາພະຍາແຖນ, ເພື່ອ ຂໍໃຫ້ແຖນ ຈົ່ງໂປດປະທານ ຄວາມຢູ່ດີມີແຮງ, ອາຍຸໝັ້ນຂວັນຍືນ ໃຫ້ແກ່ພ່ໍແມ່.

ພວກຂ້າພະເຈົ້າ ໄດ້ຂຶ້ນໄປຍັງເມືອງ ກາວລົກ (ແຂວງ ລ້າງເຊີນ) ເພື່ອຄົ້ນພົບ ບັນດາທຳນອງ ຂັບແຖນ ທີ່ໜ້າປະທັບໃຈ ຂອງ ຊົນເຜົ່ານຸ່ງ ຢູ່ທີ່ນີ້. ໃນເມື່ອກ່ອນ, ເມື່ອພົບເຫດການປະ ຫຼາດ ໃນຊີວິດ ບໍ່ສາມາດອະທິບາຍໄດ້, ຊົນເຜົ່າ ນຸ່ງ ຢູ່ກາວລົກ ເຄີຍຈັດພິທີບູຊາ ແຖນ. ເພື່ອປະຕິບັດພິທີນີ້, ຊາວເຜົ່າ ນຸ່ງ ຈະຊອກຫາ ນາງແຖນ ເພື່ອໄດ້ຮັບຟັງ ນາງ ແຖນ ຂັບ, ດີດພິນ. ນາງ ແຖນ ໄດ້ຖືວ່າເປັນ ນາງ ເທວະດາ ຢູ່ເທິງຟ້າ, ມືເພິ່ນດີດພິນ ຕີ໋ງ, ປາກຂັບ, ບັນດາທຳນອງຂັບ ໄປຕາມເມກ ແລະ ສາຍລົມຂຶ້ນສູ່ທ້ອງຟ້າ, ໂດຍອາໄສ ສຽງຂັບ ຂອງຕົນ, ນາງ ແຖນ ໄດ້ນຳບັນດາ ຄວາມຫວັງນັ້ນຂຶ້ນສູ່ເມືອງຟ້າ.


ພິທີຖະຫວາຍເຄື່ອງບູຊາ ເຊື້ອເຊີນ ແຖນລົງມາ ເມືອງ ມະ ນຸດ ເຂົ້າຮ່ວມງານບຸນ ຂອງ ຊົນເຜົ່າ ນຸ່ງ ແຂວງ ລ້າງເຊີນ. ພາບ: ກົງດາດ


ນັກສິລະປິນ ນົງທິລີ່ມ (ຊາວຊົນເຜົ່າ ນຸ່ງ) ຢູ່ ແຂວງ ລ້າງ ເຊີນ ທຳການສະແດງ ບັນດາທຳນອງ ແຖນ ເກົ່າ. ພາບ: ກົງດາດ


ໂຮງຮຽນສິລະປະ ວັດທະນະທໍາ ຊັ້ນກາງ ຫວຽດບັກ, ກຸ່ມ ດິ່ງລ່າງ ຫວຽດ ແລະ ຄະນະຄຸ້ມຄອງ ຄຸ້ມເມືອງເກົ່າ ຮ່າໂນ້ຍ ປະສານສົມທົບຈັດຕັ້ງ ລາຍການຂັບແຖນ
“ຄຳແຖນ ຫວຽດ ບັກ” ທີ່ຄຸ້ມເມືອງເກົ່າ ຮ່າໂນ້ຍ. ພາບ: ກົງດາດ

ຕາມທຳມະດາ, ພິທີບູຊາ ແຖນ ແລະ ຂັບແຖນ ຂອງ ຊົນເຜົ່າ ນຸ່ງ ຈະດຳເນີນໄປພາຍໃນ ສອງມື້ ດ້ວຍເນື້ອໃນຫຼາຍຢ່າງເຊັ່ນ: ພິທີບູຊາ ບັນພະບຸລຸດ, ການເດີນທາງ ຂຶ້ນເຊື້ອເຊີນພະເຈົ້າ... ໃນພິທີດັ່ງກ່າວ, ການບັນເລງດົນຕີ ຍາມໃດກໍເປັນປັດໄຈກວມ ລວມ ກັບຫຼາຍທຳນອງ ທີ່ສອດຄ່ອງ ໃນແຕ່ລະສ່ວນຂອງພິທີ. ທ່ານ ຮວ່າງວັນປ໋າວ, ນັກຄົ້ນຄວ້າ ດ້ານ ວັດທະນະທຳພື້ນເມືອງ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ: “ຂັບແຖນ ມີຄວາມ ຕິດພັນກັບຮູບພາບ ພິນຕີ໋ງ ໄດ້ກາຍເປັນ ສີສັນ ວັດທະນະທຳ ຂອງ ວົງຄະນາຍາດ ຂອງ ຊົນເຜົ່າ ນຸ່ງ ຢູ່ແຫ່ງນີ້”. 

ແຖນ ເປັນຜະລິດຕະພັນດ້ານຈິດວິນຍານ ມີລັກສະນະ ເອກະ ສານ ປະຫວັດສາດ ກ່ຽວກັບ ຊີວິດການເປັນຢູ່ ດ້ານວັດທະນະ ທຳ ສັງຄົມ ຊົນເຜົ່າ, ທັງເປັນສິ່ງຍອດຍິ່ງ ຂອງ ສິລະປະ ພື້ນ ເມືອງ ຊຶ່ງໄດ້ ລວບລວມ ຜ່ານຫຼາຍເຊ່ັນຄົນ ຊຶ່ງມີຫຼາຍຮູບແບບ ວັດທະນະທຳ, ດົນຕີ, ຟ້ອນ, ລະຄອນ, ລະບາຍສີ ແລະ ອ່່ື່ນໆ...”
ນັກທິດສະດີ, ນັກວິຈານດົນຕີ ຫງວຽນທິມິງເຈົາ
ສຳລັບ ບັນດາທຳນອງຂັບແຖນ ຂອງ ຊົນເຜົ່າ ຜູ້ໄທ ເຂດຕາ ເວັນອອກສ່ຽງເໜືອ ເນື່ອງຈາກວ່າ ມັນໄດ້ກຳເນີດເກີດຂຶ້ນ ຈາກ ການດຳລົງຊີວິດ, ການອອກແຮງງານ, ສະນັ້ນ ຂັບແຖນ ປະ ກອບດ້ວຍ ບັນດາຄຸນຄ່າວັດທະນະທຳ ອັນເປັນມູນເຊື້ອ ມາແຕ່ດົນນານ ຊຶ່ງມີລັກສະນະເພື່ອມະນຸດສາດ ຢ່າງເລິກເຊິ່ງ. ຂັບແຖນ ບ່ໍພຽງແຕ່ ແກ້ໄຂບັນຫາຕ່າງໆ ໃນການເຊື່ອຖືທາງໃຈ, ແຕ່ຍັງເປັນຄຳສອນ ຕັກເຕືອນຜູ້ຄົນ; ສັນລະເສີນ ຄຸນສົມບັດ; ສ່ອງແສງ, ທັງຕຳນິຕິຕຽນນິໄສບໍ່ດີ, ສະແດງ ໃຫ້ເຫັນ ຄວາມຮັກ ຂອງບ່າວສາວ, ຄວາມຮັກທຳມະຊາດ, ຮັກປະເທດຊາດ ... ສະ ນັ້ນ, ຂັບແຖນ ຂອງ ຊາວເຜົ່າ ຜູ້ໄທ ເປັນວິຊາສິລະປະ ປະເພດໜຶ່ງ ທີ່ລວບລວມເອົາທັງກາບກອນ, ເພງ, ດົນຕີ ແລະ ການຟ້ອນລຳ ເຂົ້າໃນນັ້ນ... ເປັນການປຸກລະດົມ ຈິດໃຈ ອັນງົດງາມ, ສົ່ງເສີມຄຸນຄ່າ ອັນສູງສົ່ງຂອງມວນມະນຸດ.

“ມັດກ້າເຫຼືອງຢູ່ທົ່ວເນີນ/ຊາຍເມື່ອງ ສາວ ບ້ານ ພັດມາຍັງບຸນ ແຖນ”. ນັ້ນແມ່ນສຳນວນຄຳເວົ້າ ກ່ຽວກັບ ງານບຸນ ແຖນກິນປາງ ທີ່ມີລັກສະນະເປັນເອກະລັກ  ແລະ ມີໜຶ່ງບໍ່ມີສອງ ຂອງ ຊົນ ເຜົ່າ ຜູ້ໄທ ຢູ່ ຕາແສງ ໂຄ໊ງລາວ (ຕາແສງ ຟອງໂຖ, ເມືອງ ລາຍເຈົາ) ໄດ້ກະຕຸກໃຫ້ພວກຂ້າພະເຈົ້າ ໄປຍັງເຂດດິນ ທີ່ເຕັມໄປດ້ວຍ ສີສັນເໜືອ ຄໍາບັນຍາຍນີ້.

ຈຸດພິເສດ ຢູ່ງານບຸນ ແຖນກິນປາງ ແມ່ນສ່ອງແສງໂລກກະທັດ ຂອງ ເຜ່ົາຜູ້ໄທ ຢ່າງສົມບູນຄົບຖ້ວນເຊັ່ນ: ໂລກຈັກກະວານ ລວມມີສອງພົມແດນຄື: ໂລກມະນຸດ ແລະ ສະຫວັນຊັ້ນຟ້າ (ແຖນ). ບັນດາ ແຖນ ຕ່າງກໍມີຈິດໃຈ ກວ້າງຂວາງ ແລະ ເອື້ອເພື້ອເຜື່ອແຜ່, ດ້ວຍເຫດນັ້ນ ແຕ່ລະປີ ບັນດາເທວະດາ ຕ່າງລົງມາເມືອງມະນຸດ ເພື່ອຊ່ວຍເຫຼືອປະຊາຊົນ ອອກຈາກຄວາມ ທຸກທໍລະມານ. ງານບຸນ ແຖນກິນປາງ ເປັນໂອກາດ ເພື່ອ ປະ ຊາຊົນ ໃນໝູ່ບ້ານ ຖະຫວາຍເຄື່ອງບູຊາ ຕໍ່ເທວະດາ ຟ້າແຖນ, ພິທີໄດ້ຈັດຂຶ້ນ ໃນຕົ້ນລະດູຝົນ ຊຶ່ງກົງກັບ ວັນທີ 10 ເດືອນ ມີນາ ຂອງ ທຸກປີ.

ຈຸດເປັນເອກະລັກຍັງສະແດງໃຫ້ເຫັນ ຢູ່ບ່ອນວ່າ ບຸນ ແຖນກິນ ປາງ ຍາມໃດກໍມີພາຖາດໄຫວ້ບູຊາ ສະແດງ ຄວາມຂອບໃຈ ຕໍ່ບັນດາຜູ້ມີຄຸນງາມຄວາມດີ ໃນການສ້າງບ້ານແປງເມືອງ ກໍຄື ບັນດາວິລະບຸລຸດ ທີ່ມີຄຸນງາມຄວາມດີ ໃນການຕໍ່ສູ້ ກັບສັດຕູ ຜູ້ມາຮຸກຮານ ເພື່ອປົກປັກຮັກສາ ບ້ານເມືອງ. ແຕ່ຈຸດເດັ່ນ ສ້າງ ບັນຍາກາດຄຶກຄື້ນ ມ່ວນຊື່ນທີ່ສຸດ ໃນວັນບຸນ ແມ່ນບຸນຫົດນຳ້ ຂໍຝົນ ທີ່ຫ້ວຍນໍ້າລຸ່ມ ຊຶ່ງໄດ້ຈັດ ຂຶ້ນຫຼັງພິທີໄຫວ້ບູຊາ ແຖນ.



ພິທີ ແຖນກິນປາງ ຊຶ່ງຊົນເຜົ່າ ຜູ້ໄທຂາວ ຢູ່ຕາແສງ ໂຄ໊ງ ລາວ, ເມືອງ ຟອງໂຖ໊, ແຂວງ ລາຍເຈົາ ໄດ້ຈັດຂຶ້ນໃນ ເດືອນ 3 ເພື່ອສະແດງ ຄວາມຂອບໃຈ ທ້າວແຖນ ນາງແຖນ
ແລະ ຂໍ ຝົນ, ໃຫ້ລະດູເກັບກ່ຽວໄດ້ຮັບໝາກຜົນດີ, ຂໍຄວາມ ສະຫງົບ ສຸກ, ຄວາມໂຊກລາບ ໃຫ້ແກ່ຄອບຄົວ ແລະ ບ້ານເມືອງ. ພາບ: ທົງທ້ຽນ



ຕາມຄວາມຄິດ ຂອງ ຊາວເຜົ່າຜູ້ໄທ, ບັນດາເທວະດາ ຕ່າງລົງມາເມືອງມະນຸດ ຈະອາໄສໃນຕົ້ນກະຖິນ. ບັນດາແມ່ຍິງ ຊົນເຜົ່າ ຜູ້ໄທ ໃນວາດຟ້ອນ “ແຊ່ວ” ມູນເຊື້ອ
ຢູ່ອ້ອມຂ້າງ ຕົ້ນ ກະຖິນ ສັນລະສັນຄຸນຄວາມດີ ຂອງ ແຖນ ໃນບຸນ ແຖນກິນ ປາງ ຢູ່ເມືອງ ຟອງໂຖ໊, ແຂວງ ລາຍເຈົາ. ພາບ: ທົງທ້ຽນ



ພ່ໍເຖົ້ານາຍຊ່າງ ນົງວັນໄຍ, ຜູ້ດີດພິນຕີ໋ງ ໃຫ້ແກ່ ບັນດາ ທຳນອງຟ້ອນຂັບ ແຖນເກົ່າ ຂອງ ພໍ່ແມ່ຊາວຊົນເຜົ່າ ໄທ ຢູ່ ເມືອງ ຟອງໂຖ໊, ແຂວງ ລາຍເຈົາ. ພາບ: ທົງທ້ຽນ


ພ່ໍເຖົ້ານາຍຊ່າງ ນົງວັນມ໊າວ, ຜູ້ປະດິດສ້າງບັນດາພິນຕີ໋ງ ເພື່ອເສບດົນຕີ ໃຫ້ແກ່ບັນດາທຳນອງຂັບ ແຖນເກົ່າ ທີ່ມີຊື່ສຽງ ຢູ່ ແຂວງ ລາຍເຈົາ. ພາບ: ທົງທ້ຽນ

ປະຊາຊົນຕາແສງ ຟອງໂຖ໋ ນັບຫຼາຍພັນຄົນ ລົງເຕັມຫ້ວຍ ນຳ້ ລຸ່ມ ໄດ້ພາກັນໂຮ່ຮ້ອງ ແລະ ເຂົ້າຮ່ວມ ການແຂ່ງຂັນ ຫົດນຳ້ (ຕາມຄວາມນຶກຄິດ ຂອງ ຊາວເຜົ່າຜູ້ໄທ ທ່ີວ່າ ຫ້ວຍນ້ຳສາຍນ້ີ ເປັນບ່ອນ ເທວະດາ ຈະລົງມາຈາກທ້ອງຟ້າ ເພື່ອພົບກັບ ມະ ນຸດ). ແຕ່ລະຄົນ ເຂົ້າຮ່ວມບຸນຫົດນໍ້າ ເໝືອນວ່າ ຕ່າງກໍມີຄວາມ ຮູ້ສຶກໄດ້ ຄວາມສຳຜັດລະຫວ່າງ ດິນແດນ - ທ້ອງຟ້າ ຢ່າງຈະ ແຈ້ງ ແລະ ເຊື່ອວ່າ ຜົນລະປູກໃນປີໃໝ່ ຈະໄດ້ຮັບຜົນດີ.

ມາກັບບຸນ ແຖນກິນປາງ, ນອກຈາກ ຄວາມເພິ່ງພໍໃຈ ຄວາມຕ້ອງການ ກ່ຽວກັບຈິດວິນຍານ ແລະ ຄວາມເຊື່ອຖືທາງໃຈ ຂອງ ສະເພາະຕົນເອງ ກໍຄືຂໍພອນ ໃຫ້ໄດ້ຄວາມໂຊກລາບ, ຢູ່ເຢັນເປັນສຸກ, ຢູ່ດີມີແຮງທຸກປະການ ໃນປີໃໝ່, ບຸນ ແຖນກິນປາງ ຍັງ ເປັນບ່ອນພົບປະໝູ່ເພື່ອນ, ເປັນບ່ອນໃຫ້ຍິງ-ຊາຍ ໄດ້ຊອກຮູ້ເຂົ້າໃຈກັນ, ໂດຍຜ່ານບັນດາທໍານອງເພງ, ວາດຟ້ອນ ແລະ ການລະຫຼິ້ນພື້ນເມືອງເຊັ່ນ: ໂຍນໝາກຄ່ອນ, ດຶງເຊືອກ, ຫົດນ້ຳ ແລະ ອື່ນໆ...


ໃນວາລະປະຊຸມ ເມື່ອວັນທີ 12 ທັນວາ 2019 ຂອງ ຄະນະ ກຳ ມະການ ລະຫວ່າງ ລັດຖະບານ ສົນທິສັນຍາ 2003 ວ່າດ້ວຍ ປົກປັກຮັກສາ ວັດທະນະທຳ ທີ່ເປັນນາມມະທຳ ຄັ້ງທີ 14 ຂອງ ອົງການຈັດຕັ້ງ ການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ຊຶ່ງໄດ້ຈັດຂຶ້ນ ຢູ່ນະຄອນ ຫຼວງ ໂບໂກຕາ ປະເທດ ໂກລົມບີ, ມໍລະດົກ ຂັບແຖນ ຂອງ ຊົນເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຂອງ ຫວຽດນາມ ໄດ້ ຢູແນັສໂກ ຮັບຮອງຢ່າງ ເປັນທາງການ ເຂົ້າບັນຊີລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນ ນາມມະທຳ ຂອງ ມວນມະນຸດ. 
 
ບົດ: ຟອງທູ, ວີຖາວ
ພາບ: ຈິ້ງໂບ້, ເຕິດເຊີນ, ກົງດາດ, ເຈິ່ນຮ໋ຽວ

ບັນດາບົດທີ່ຖືກນຳສະເໜີ