ໝູ່ບ້ານອາຊີບ ແກະສະຫຼັກຫີນ ສິລະປະກຳ ນິງເວິນ

ອາຊີບ ຫວຽດ

ໝູ່ບ້ານອາຊີບ ແກະສະຫຼັກຫີນ ສິລະປະກຳ ນິງເວິນ

ດ້ວຍປະຫວັດຄວາມເປັນມາກວ່າ 400 ປີ, ບັນດາ ນາຍຊ່າງສີມືແກະສະຫຼັກຫີນ ສິລະປະກຳ ນິງເວິນ, ເມືອງ ຮວາລື, ແຂວງ ນິງບິ່ງ ໄດ້, ພວມ ແລະ ຈະປະໄວ້ ໃຫ້ຄົນຮຸ່ນຫຼັງ ບັນດາເຄື່ອງແກະສະຫຼັກຫີນ ທີ່ເປັນຜົນງານສັ້ນເອກ, ສ້າງສັນຍະລັກ ສະເພາະ ແລະ ຊື່ສຽງໂດ່ງດັງໃຫ້ແກ່ໝູ່ບ້ານ ຢ່າງແທ້ຈິງ.

ດ້ວຍປະຫວັດຄວາມເປັນມາກວ່າ 400 ປີ, ບັນດາ ນາຍຊ່າງສີມືແກະສະຫຼັກຫີນ ສິລະປະກຳ ນິງເວິນ, ເມືອງ ຮວາລື, ແຂວງ ນິງບິ່ງ ໄດ້, ພວມ ແລະ ຈະປະໄວ້ ໃຫ້ຄົນຮຸ່ນຫຼັງ ບັນດາເຄື່ອງແກະສະຫຼັກຫີນ ທີ່ເປັນຜົນງານສັ້ນເອກ, ສ້າງສັນຍະລັກ ສະເພາະ ແລະ ຊື່ສຽງໂດ່ງດັງໃຫ້ແກ່ໝູ່ບ້ານ ຢ່າງແທ້ຈິງ.

ໂບດ​ຫີນ ຟາດຢ້ຽມ -ກິມເຊິນ - ນິງບິ່ງ ແມ່ນ​ກິດຈະກຳ​ດ້ານສະຖາປັດຕະຍະກຳ​ ທີ່​ເກ່ົາແກ່ ​ໂດຍ​ຊ່າງ​ແກະ​ສະຫຼັກ​ຫີນ ນິງເວິນ ເປັນຜູ້ປະດິດສ້າງ. ພາບ: ຫງວຽນຫງອກລິງ

ຈາກ​ໝູ່​ບ້ານ​ຫັດຖະກຳ​ ທີ່​ມີ​ການ​ຜະລິດ​ເຄື່ອງ​ຫັດຖະກຳ​ຂະໜາດ​ນ້ອຍ​ເປັນ​ຕົ້ນຕໍ, ມາ​ຮອດ​ປັດຈຸ​ບັນ, ໝູ່​ບ້ານ​ແກະສະຫຼັກຫີນ​ ນິງ​ເວິນ ໄດ້​ມີການພັດທະນາ ​ຢ່າງ​ຟົດ​ຟື້ນ ດ້ວຍ​ບັນດາວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ເຄື່ອນໄຫວໃນຂົງເຂດ ແກະສະຫຼັກຫີນ ສິລະປະກຳ. ຕາມສະ ຖິຕິ, ປັດຈຸ​ບັນ, ນິງເວິນ ​ມີ​ວິ​ສາ​ຫະກິດ​ ປະມານ 80 ​ແຫ່ງ, ​ໜ່ວຍງານ​ຜະລິດ 600 ​ແຫ່ງ, ມີ 10 ໝູ່​ບ້ານ​ໃນ​ຕາ​ແສງ​ ຖືກ​ຮັບຮອງ​ວ່າ​ ແມ່ນ​ໝູ່​ບ້ານ​ອາຊີບ ຫັດຖະກຳ​ມູນເຊື້ອ. ຍອດລາຍ​ຮັບ​ຂອງ​ໝູ່​ບ້ານອາຊີບ​ຫັດຖະກຳ​ແຫ່ງນີ້ ບັນລຸໄດ້​ເກືອບ 200 ຕື້​ດົ່ງຕໍ່ປີ.

ມາ​ຮອດ​ປັດຈຸ​ບັນ, ຍັງ​ບໍ່​ທັນ​ມີ​ໃຜ​ຮູ້​​ເທື່ອ​ວ່າ​ ອາຊີບ​ແກະສະຫຼັກຫີນ ນິງເວິນ ​ໄດ້​ປະກົດ​ຕົວ​ແຕ່ເມື່ອໃດ, ​ຮູ້ແຕ່ວ່າ ບັນພະບຸລຸດ​ ຜູ້ສ້າງອາ ຊີບແກະສະຫຼັກ​ຫີນຢູ່ ນິງເວິນ ​ແມ່ນທ່ານ ຮວ່າງຊຸ່ງ, ຊາວ​ເມືອງ ແທງຮວາ (ບ້ານ​ໂຍ່ຍ) ​ແມ່ນ​ນາຍຊ່າງ​ແກະສະຫຼັກຫີນ ​ທີ່​ມີຄວາມສາມາດ, ​ເມື່ອ​ຍັງໜຸ່ມ, ເພິ່ນໄດ້ຍົກຍ້າຍ ມາຢູ່ທີ່ນີ້ ແລະ ເປັນ ລູກ ເຂີຍຂອງບ້ານ, ສ້າງອາຊີບ, ຈາກນັ້ນໄດ້ສອນ ອາຊີບໃຫ້ຊາວທ້ອງ ຖິ່ນ.

ບາງ​ກິດຈະການໂດດເດັ່ນ​ຂອງ​ໝູ່​ບ້ານ​ແກະສະຫຼັກຫີນ ນິງ​ເວິນ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢູ່​ບັນ​ດາ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຄື: ນະ​ຄອນ​ຫຼວງ​ເກົ່າ ຮວາລື, ສຸ​ສານ ເຈົ້າຍິງ ຫຼຽວ (ຫວູ໊ ບານ, ນາມດິ້ງ), ໂບດ​ຫີນ ຟາດຢ້ຽມ (ກິມເຊີນ, ນິງບິ່ງ), ພະລາຊະວັງ ຂາຍດິ້ງ (ເຫວ້), ຮູບປັ້ນ ພະພຸດທະຮູບ ຢູ່ວັດ ເຮືອງຕິກ (ຮ່າໂນ້ຍ), ວິຫານ ຖາຍວີ (ຮວາລື, ນິງບິ່ງ)...

 
 

ເພື່ອເຮັດໃຫ້ສຳເລັດຜະລິດຕະພັນຫີນສິລະປະກຳ ໃດໜຶ່ງຕ້ອງຜ່ານຫຼາຍຂັ້ນຕອນ, ໃນນັ້ນ ການຄັດເລືອກວັດຖຸດິບ ແມ່ນຂັ້ນຕອນທີ່ຄວາມສຳຄັນທີ່ສຸດ ເພາະຖ້າວັດຖຸດິບ ບໍ່ຮັບປະກັນ, ຄຸນນະພາບຂອງ ຜະລິດຕະພັນ ກໍ່ຈະບໍ່ສູງ. ຊ່າງ​ເລືອກ​ຫີນ ​ຕ້ອງ​ມີ​ປະສົບ​ການ​ຫຼາຍປີ, ເລືອກ​ເອົາ​ກ້ອນ​ຫີນ​ທີ່​ສະອາດ, ບໍ່ມີ​ຮອຍ​ແຕກ...

ໃນ​ຖານະ​ເປັນ​ຜູ້​ມີ​ປະສົບ​ການ​ໃນ​ອາຊີບ​ມາ​ດົນ​, ນາຍຊ່າງ ເຢືອງວັນ​ຖັ໋ງ ​ແບ່ງປັນ​ວ່າ: ອາຊີບ​ນີ້​ ຕ້ອງ​ມີ​ຄວາມ​ລະອຽດ​ອ່ອນ ​ແລະ ຄວາມ​ຄ່ອງ​ແຄ້ວ​ ຂອງ​ ຊ່າງ​ຫັດຖະກຳ, ຜູ້​ທ່ີເຂົ້າມາໃໝ່ ຈະ​ຂຶ້ນ​ກັບ​ຄວາມ​ສາມາດ​ ແລະ ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງດຸໝັ່ນໃນການ​ຮຽນ​ຮູ້​, ຍິ່ງ​ເຮັດ​ຫຼາຍ ຍິ່ງເຮັດໄດ້​ໄວ ແລະ ສວຍງາມກວ່າ”.

 

ບັນດາ​ຜະລິດ​ຕະພັນ ​ຢູ່​ໝູ່​ບ້ານແກະສະຫຼັກ​ຫີນ ​ສິລະ​ປະກຳ ​ນິງ​ເວິນ ມີ​ຫຼາຍ​ຮູບ ​ຫຼາຍ​ແບບ​ເຊັ່ນ: ອະນຸສາວະລີ, ສຸສານ, ໂບດ, ​ພະພຸດທະ​ຮູບ, ໂຖປັກທູບ... ຈາກ​ຫີນກ້ອນໜຶ່ງ ທ່ີຫຍາບໆ, ຊ່າງແກະສະ ຫຼັກ​ຫີນ ນິງເວິນ ໄດ້​ຜະລິດອອກມາ ​ບັນດາ​ຜະລິດ​ຕະພັນ​ຫີນ​ ສິລະ​ປະ​ ທີ່​ເປັນ​ເອກະລັກ​ສະ​ເພາະ, ​ໄດ້​ຮັບ​ຄວາມ​ນິຍົມຊົມຊື້ຈາກ ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ.

ກ່ອນ​ໜ້ານີ້, ທຸກ​ຂັ້ນ​ຕອນ ​ຂອງ​ການ​ປຸງ​ແຕ່ງ​ຫີນ​ຢູ່ ນິງ​ເວິນ ລ້ວນແຕ່​ເຮັດ​ດ້ວຍ​ມື, ລຳບາກຫຼາຍ. ຫຼັງ​ຈາກ​ນັ້ນ, ເມື່ອເຕັກ​ໂນ​ໂລ​ຊີ​ ເຄື່ອງ​ຈັກ​ທັນສະໄໝ ເຂົ້າມາເຖິງ, ກຳລັງການຜະລິດ​ ຂອງ​ນາຍຊ່າງ​​ດີຂຶ້ນ​ ຢ່າງ​ເຫັນເດັ່ນ​ຊັດ.

ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ແກະສະຫຼັກ​ຫີນ​ສິລະປະກຳ ນິງເວິນ ບໍ່​ພຽງ​ແຕ່​ມີ​ຄຸນຄ່າ ​ຜະລິດຕະພັນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ບັນດາ​ຄຸນຄ່າ​ດ້ານວັດທະນະທຳ, ຈິດ​ໃຈ​ອຸດົມສົມບູນ​ ໄປດ້ວຍ​ເອກະລັກ​ມູນເຊື້ອ​ຂອງ​ປະຊາຊົນ ທີ່ ທຳອາຊີບດັ່ງກ່າວ ຢູ່ທີ່ນີ້ ອີກດ້ວຍ. 

ບົດ ແລະ ພາບ: ຫງວຽນຫງອກລິງ - ແປໂດຍ: ຢືຟຽນ

ຮ່າໂນ້ຍ ສົ່ງເສີມລະບົບຕ່ອງໂສ້ການສະໜອງ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ປອດໄພ

ຮ່າໂນ້ຍ ສົ່ງເສີມລະບົບຕ່ອງໂສ້ການສະໜອງ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ປອດໄພ

ປັດຈຸ​ບັນ, ຮ່າ​ໂນ້ຍ ມີ​ພົນລະ​ເມືອງ​ປະມານ 10 ລ້ານ​ຄົນ ພວມ​ດຳລົງ​ຊີວິດ, ເຮັດ​ວຽກ, ສຶກສາ​ ​ແລະ ​​ແຕ່ລະ​ປີ​ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ນັບ​ລ້ານ​ເທື່ອ​ຄົນ​ມາ​ຢ້ຽມຢາມ, ສະ​ນັ້ນ ຄວາມ​ຕ້ອງການ​ຜະລິດ​ຕະພັນ​ກະສິກຳ ທີ່​ປອດ​ໄພ ແມ່ນ​ໃຫຍ່​ຫຼວງ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ຂະ​ແໜງ​ກະສິກຳ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ບັນດາ​ແຂວງ, ນະຄອນ ​ເພື່ອ​ຊອກ​ຮູ້​ຕົ້ນ​ກຳ​ເນີ​ດ ຂອງ​ ຜະລິດ​ຕະພັນ​ທີ່​​ອອກ​ສູ່​ຕະຫຼາດ, ຊຸກຍູ້​ການ​ພັດທະນາ​ ລະບົບຕ່ອງ​ໂສ້ສະໜອງຜະລິດ ຕະພັນກະເສດ ແລະ ​ສະບຽງ​ອາຫານ​ທີ່​ປອດ​ໄພ...

Top