ແສ່ວຮູບ ເທິງໃບໂພ

ສິລະປະ

ແສ່ວຮູບ ເທິງໃບໂພ

ດ້ວຍ​ຄວາມ​ຮັກ​​ຕໍ່​ອາຊີບປັກ​ແສ່ວ​ ມູນເຊື້ອ ຂອງ​ ຄອບຄົວ, ນາງ ກວ໊ານ​ທິ​ກຸກ (ຢູ່ເມືອງ ລິງດ່າມ, ຮວ່າງມາຍ, ຮ່າໂນ້ຍ) ໄດ້ສືບ​ຕໍ່ ​ພັດທະນາ​ຍິ່ງຂຶ້ນ ​ບັນດາ​ຜະລິດ​ຕະພັນ​ປັກ​ແສ່ວ​ ເທິງໃບໂພ ທີ່ມີຄຸນຄ່າ ດ້ານຄວາມງາມສູງ ທັງຮັກສາໄວ້ ເອກະລັກ ຂອງ ຄົນ ຫວຽດ. 

ບົດ: VNP/ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ

ເກີດຢູ່​ໝູ່ບ້ານ​ ຫັດຖະກຳ ປັກ​ແສ່ວ ທີ່​ ຕາ​ແສງ ຟຸກ​ແທ່ງ, ​ເມືອງ ວູ໊​ທື, ​ແຂວງ ​ຖ໋າຍ​ບິ່ງ, ​ແຕ່​ຍັງ​ນ້ອຍ, ນາງ ກຸກ​ ໄດ້ຮັບ​​ສອນ​ການ​ປັກ​ແສ່ວ​ຄັ້ງ​ທຳ​ອິດ​ຈາກ​ແມ່. ​ເມື່ອ​ອາຍຸ 10 ປີ, ນາງ ​ສາມາດ​ປັກແສ່ວ ຜົນງານໜຶ່ງທີ່ສົມບູນ​ດ້ວຍ​ຕົນ​ເອງ. ​ໃນ​ຊຸມ​ປີ​ມໍ່ໆ ​ນີ້, ຕໍ່ໜ້າ ການຂະຫຍາຍຕົວ ຂອງ ເຄື່ອງຈັກ ແລະ ເຕັກໂນໂລຊີ ປັກແສ່ວ ດ້້ວຍເຄື່ອງຈັກ, ມີຄົນ​ຈຳນວນ​​ຫຼາຍ ​ຕ້ອງ​ຮື້ກອບ​ປັກ​ແສ່ວ​ ອອກ ​ຍ້ອນ​ບໍ່​ສາມາດ​ດຳລົງ​ຊີວິດ​ຢູ່​ກັບ​ອາ ຊີບ. ​ແຕ່​ຍ້ອນ​ຢາກ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ ສິ່ງຍອດຍິ່ງ ໃນສິລະປະ ປັກແຊ່ວ ຫັດຖະກຳ ອັນເປັນມູນເຊື້ອນີ້, ນາງ ກຸກ ໄດ້​ນຳ​ເອົາ​ຈິດ​ໃຈ​ຂອງ​ຊາວ​ໜຸ່ມ​ ເພື່ອປະດິດ​ສ້າງບັນດາຜົນງານ ກ່ຽວກັບ ດອກໄມ້ປັກແສ່ວ 3D ​ແລະ ​ໄດ້​ເປີດຫ້ອງສອນ ປັກແສ່ວ ຕາມຮູບແບບທາງໄກ ນຳອີກ. 


ໃນ​ປີ 2019, ເມື່ອ​ມີນັກຮຽນຄົນໜຶ່ງຖາມ ກ່ຽວກັບວິທີປັກແສ່ວ ເທິງໃບໄມ້, ນາງ ຈ່ຶງເລີ່ມຕົ້ນ ທົດລອງກັບວັດສະດຸໃໝ່ນີ້. ຫຼັງ​ຈາກ​ໄດ້ຊອກ​ຮູ້ ​ກ່ຽວກັບຄວາມ​ໝາຍ ​ຂອງ ​ໃບ​ໂພ, ນາງ ​ເລີ່ມ​ສຸມ​ໃສ່​ພັດ​ທະ​ນາ​ເຕັກ​ນິກ​ການ​ປັກ​ແສ່ວ ຕົວແບບຜະລິດຕະພັນ​ໃໝ່​ນີ້.

ການປັກແສ່ວເທິງໃບໂພ ຈະໃຊ້ເສັ້ນດ້າຍທຳມະດາ.              

ປັດຈຸ​ບັນ ນາງ ກວ໊ານທິກຸກ ກຳລັງເປັນຄູສອນ ຢູ່ສູນຝຶກອົບຮົມ ປັກແສ່ວຫັດຖະກຳ ທູກຸກ, ທັງເປັນຜູ້ອຳນວຍການ​ບໍ​ລິ​ສັດ​ປັກ​ແສ່ວ​ ຫັດຖະກຳ ​ຫວຽດ​ນາມ ຈຳ​ກັດ.

ກ່າວກ່ຽວ​ຂັ້ນ​ຕອນ​​ແຕ້ມ​ຮູບ​ເທິງ​ໃບ​ໂພ​, ນາງ ກຸກ ​ໃຫ້​ຮູ້​ວ່າ ​ໂດຍ​ພື້ນ ຖານ, ຂັ້ນຕອນ​ຕ່າງໆ ແມ່ນ​ຄື​​ກັບ​ການ​ປັກ​ແສ່ວ ​ໃສ່​ບັນດາ​ວັດສະດຸ​. ​ຂັ້ນ​ຕອນ​ທຳ​ອິດ​ ​ຍັງແມ່ນ​ຊອກ​ຫາ​ແນວ​ຄວາມຄິດ ​ແລະ ວາດ​ພາບ​ໃສ່​ເຈ້ຍ, ດັດ​ແກ້ລາຍດອກ ໃຫ້ຖືກກັບ ແນວຄວາມຄິດ, ເມື່ອເໝາະສົມແລ້ວແຕ້ມຕົວແບບ ແລະ ພິມຮູບ ໃສ່ໃບໄມ້. ໂດຍທົ່ວໄປແລ້ວ, ພາບປັກແສ່ວ ຢູ່ເທິງຜ້າ ສາມາດດັດປັບ ​ຕາມ​ຄວາມ​ມັກ ​ຂອງ​ ຊ່າງ​ປັກ, ​ແຕ່ສຳ ລັບ​ໃບ​ໂພ, ຜູ້​ປັກ​ແສ່ວ​ ຕ້ອງ​ມີໄຫວພິກ ​ແລະ ປ່ຽນ​ແປງ​ ເພື່ອ​ໃຫ້ຮູບປັກແສ່ວ​ເໝາະ​ສົມ​ກັບຮູບຊົງ ຂອງ​ໃບໄມ້ ແຕ່ລະ​ໃບ. ການປັກແສ່ວໃສ່ໃບໄມ້ ແມ່ນບໍ່ງ່າຍ, ພຽງແຕ່ເຮັດມືໜັກ ກໍຈະເຮັດໃຫ້ເອັນໃບໄມ້ ຂາດ ເນື່ອງຈາກວ່າ ເສັ້ນປັກແສ່ວ ຂ້ອນຂ້າງເບາະບາງ, ຂະໜາດ ຂອງ ໃບໄມ້ພັດ ມີຄວາມຈໍາກັດ ແລະ ເບາະບາງຫຼາຍ, ຈີກຂາດໄດ້ງ່າຍ, ພຽງແຕ່ ບໍ່ລະມັດລະວັງ ເລັກນ້ອຍກໍ່ສາມາດເຮັດໃຫ້ຜົນງານທັງໝົດພັງໄດ້.


 

ປັກແສ່ວເທິງໃບໂພ ແມ່ນຜະລິດຕະພັນ ທີ່ມີຄວາມໝາຍທາງດ້ານຈິດ ໃຈອັນໃຫຍ່ຫຼວງ, ສະນັ້ນ ນາງ ກຸກ ເຊື່ອວ່າ ຕ້ອງມີຄວາມດຸໝັ່ນ, ຮອບຄອບ, ລະອຽດ ແລະ ບໍ່ຟ້າວຟັ່ງ ເມື່ອປັກແສ່ວ ເຮັດໃຫ້ຄຸນຄ່າ ຂອງຜົນ ງານ ມີຜົນສະທ້ອນ. ນອກຈາກນັ້ນ, ນີ້ແມ່ນຜະລິດຕະພັນທີ່ຕ້ອງການເຕັກນິກທີ່ກ້າວໜ້າ, ດັ່ງນັ້ນທຸກໆ ມື້ຕ້ອງການຄວາມຄິດ ປັບປຸງຄຸນຄ່າ ແລະ ລັກສະນະດ້ານສະຫງວນຄວາມງາມ ໃນແຕ່ລະຜະລິດຕະພັນ.

 

ຫົວ​ຂໍ້​ຫຼັກ​ໃນຜົນງານ​ຂອງ​ນາງ​ ແມ່ນ​​ຕົວ​ໜັງ​ສືແບບລວດລາຍ, ມີ​ຈຸດ ລວດລາຍດອກໄມ້ ຕື່ມອີກ ​ຢູ່​ເທິງ​ຜະ​ລິດ​ຕະ​ພັນ, ພ້ອມດຽວກັນ ຍັງມີີສັດສັກສິດ ຖືຫຼັກຮວງຈຸ້ຍ ເຊ່ັນ: ດອກບົວ- ປາ, ຕົ້ນສົນ-ນົກກະຣ່ຽງ, ມັງ ກອນ-ນົກຫົງ ແລະ ອື່ນໆ... ເພື່ອເຮັດໄດ້ ຜະລິດຕະພັນ ແບບງ່າຍໆ ກໍຕ້ອງໃຊ້ເວລາ ໜ້ອຍສຸດໜຶ່ງມື້, ຖ້າຍາກແດ່ຈະຕ້ອງໃຊ້ເວລາແຕ່ 2 ຫາ 4 ທິດຈຶ່ງສຳເລັດ. ໃນນັ້ນ ຜະລິດຕະພັນ ຍາກທີສຸດ ທີ່ນາງ ເຄີຍເຮັດ ແມ່ນການຖັກແສ່ວ ຮູບພະພຸດທະເຈົ້າ, ເພາະວ່າ ມັນບໍ່ງ່າຍທີ່ຈະສະ ແດງ ເຖິງສີໜ້າ ຂອງ ພະພຸດທະເຈົ້າ ໃນຂະນະທີ່ກຳລັງມືນຕາ. ​ຍ້ອນ​ຂະ​ບວນການ ​ປັກ​ແສ່ວ​ ແມ່ນ​ລະອຽດ​ລະ​ອໍ ແລະ ພິຖີພິຖັນ, ເພາະສະ ນັ້ນ​ຜະລິດ​ຕະພັນ ໜ່ຶງຈະມີ ລາຄາ​ແຕ່ 400.000 ດົ່ງ​ ເຖິງ​ຫຼາຍ​ລ້ານ​ດົ່ງ. ຜະລິດຕະພັນ ການປັກແສ່ວເທິງໃບໂພ ຂອງ ນາງ ສ່ວນຫຼາຍແມ່ນໃຊ້ ເປັນເຄື່ອງທີ່ລະນຶກ ໃນໂອກາດມີບຸນ ແລະ ນາງ ກໍໄດ້ຂາຍ ຜະລິດຕະພັນໄປຍັງປະເທດ ຍີ່ປຸ່ນ ແລະ ສ ອາເມລິກາ ອີກດ້ວຍ. 





ນາງ ກຸກ​ໃຫ້​ຮູ້​ວ່າ ປັດຈຸບັນ ເພິ່ນຍັງ​ເປີດ​ຮຽນຊຸດ​ປັກ​ແສ່ວ​ ທາງ​ອອນລາຍ ​ເພື່ອ​ໃຫ້ມີຫຼາຍ​ຄົນ ​ໄດ້ມີ​ໂອກາດ​ຫາ​ເງິນ​ດ້ວຍ​ການ​ປັກ​ແສ່ວ. ແນວ ໃດກໍ່ຕາມ, ຄວາມມຸ່ງມາດປາດຖະໜາ ຕົ້ນຕໍ ຂອງ ນາງແມ່ນ ຮັກສາ ແລະ ພັດທະນາອາຊີບປັກແສ່ວ ມູນເຊື້ອ ຂອງຊາດ, ເຜີຍແຜ່ເຕັກນິກການປັກແສ່ວ ດ້ວຍມື ເຖິງແມ່ຍິງ ນັບພັນໆ ຄົນ ທີ່ຮັກການປັກແສ່ວ ແລະ ຮູ້ວິທີການປັກແສ່ວ, ເພື່ອໃຫ້ອາຊີບມູນເຊື້ອນີ້ ບໍ່ຖືກສູນຫາຍໄປ. 

ຈາກໃບໂພ ທໍາມະດາ, ດ້ວຍມື ທີ່ມີຄວາມຊຳນານ, ນາງ ກຸກ ໄດ້ປ່ຽນໃບໂພ ໃຫ້ກາຍເປັນງານສິລະປະ ທີ່ເປັນເອກະລັກສະເພາະ ແລະ ມີຄຸນຄ່າ. 

ບົດ: VNP/ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top