ເຮືອນ ອັດສະລິຍະ Lumi ຫວຽດນາມ

ເສດຖະກິດ

ເຮືອນ ອັດສະລິຍະ Lumi ຫວຽດນາມ

10 ປີແຫ່ງການພັດທະນາ ແລະ ສ້າງຍີ່ຫໍ້ເຮືອນ ອັດສະລິຍະ (Smart Home), Lumi ຫວຽດນາມ  ໄດ້ຢືນຢັນວ່າ ແມ່ນວິສາ ຫະກິດ ຂະໜາດໃຫຍ່ແຖວໜ້າຂອງ ຫວຽດນາມ, ໂດຍເປັນຜູ້ບຸກເບີກ ໃນການຜະລິດ ບັນດາ ຜະລິດຕະພັນ ເຮືອນ ອັດສະລິຍະ ແລະ ຄ່ອຍໆ ສົ່ງອອກ ໄປທົ່ວໂລກ.

10 ປີແຫ່ງການພັດທະນາ ແລະ ສ້າງຍີ່ຫໍ້ເຮືອນ ອັດສະລິຍະ (Smart Home), Lumi ຫວຽດນາມ  ໄດ້ຢືນຢັນວ່າ ແມ່ນວິສາ ຫະກິດ ຂະໜາດໃຫຍ່ແຖວໜ້າຂອງ ຫວຽດນາມ, ໂດຍເປັນຜູ້ບຸກເບີກ ໃນການຜະລິດ ບັນດາ ຜະລິດຕະພັນ ເຮືອນ ອັດສະລິຍະ ແລະ ຄ່ອຍໆ ສົ່ງອອກ ໄປທົ່ວໂລກ.

ຜະລິດຕະພັນ “Make in Viet Nam”

ປີ 2011, ນັກ​ສຶກ​ສາ 3 ຄົນ (ຫງວຽນ​ຕວັນ​ແອ໋ງ, ຫງວຽນ​ດຶກ​ຕ່າຍ, ດ່າມ​ດຶກ​ກວາງ) ທີ່​ເປັນ​ສະ​ມາ​ຊິກ​ຂອງ​ທີມ Robocon BK-TNT ທີ່​ຮຽນໃນຂະແໜງ​ອັດ​ຕະ​ໂນ​ມັດ K50 ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ສັບ ພະວິຊາ ຮ່າ​ໂນ້ຍ ໄດ້​ເຕົ້າ​ໂຮມ​ຫົວ​ຄິດ​ປະ​ດິດ​ສ້າງ​​ ເຮືອນອັດສະລິຍະ ເພື່ອ​ຫັນຄວາມຝັນເປັນຕົວຈິງ​ ດ້ວຍການເອົາປັນຍາ​ສະຕິ ​ເຂົ້າ​ມາ​ນຳ​ໃຊ້​ໃນ​ຊີວິດ. Lumi ຫວຽດນາມ ​ໄດ້​ກຳ​ເນີດ​ຂຶ້ນ​ ເພື່ອ​ຢືນຢັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ທາງ​ປັນຍາ​ ຂອງ​ ຫວຽດນາມ ​ໃນ​ການ​ເດີນທາງ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ ເຮືອນອັດສະລິຍະ, ​ແມ່ນ​ເຮືອນ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ພຽງ​ແຕ່​ໃນ​ຈິນຕະນາການ​ຂອງ​ຊາວ ຫວຽດນາມ.

ສຳລັບສະມາຊິກ Lumi ຫວຽດນາມ, ບາດກ້າວທຳອິດເມື່ອເລີ່ມ ດຳເນີນທຸລະກິດໃນຂົງເຂດນີ້ ມີຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ກໍ່ຍັງມີໂອກາດ ແລະ ບົດຮຽນຫຼາຍຢ່າງເພື່ອການເຕີບໂຕ. ທ່ານ ຫງວຽນດຶກຕ່າຍ, ຜູ້ອຳນວຍການດ້ານບໍລິຫານ ຂອງ ບໍລິສັດ Lumi ຫວຽດນາມ ກ່າວວ່າ: “ປີ 2011, ບາງປະເທດໃນໂລກ ມີເຮືອນ ອັດສະລິຍະ ຢູ່ແລ້ວ, ແຕ່ຢູ່ ຫວຽດນາມ ປະຊາຊົນບໍ່ເຄີຍໄດ້ຍິນ ແນວຄວາມຄິດນີ້ ຫຼື ໄດ້ຍິນແລ້ວ ແຕ່ບໍ່ເຄີຍໄດ້ນຳໃຊ້. ໃນວລານີ້, ໂທລະສັບສະຫຼາດ (Smart Phone) iPhone 3 ໄດ້ເລີ່ມຕົ້ນການນໍາໃຊ້, ຊ່ວຍເຮັດໃຫ້ຜູ້ບໍລິໂພກ ໄດ້ຮຽນຮູ້ ກ່ຽວກັບເຕັກໂນໂລຊີ ການສັ່ນສະເທືອນ ໂດຍການສໍາຜັດ ແລະ ລູບໜ້າຈໍ. ທີມງານວິສະວະກອນ Lumi ຂອງ ພວກຂ້າພະເຈົ້າມີຄວາມຄິດທີ່ຈະປະດິດສ້າງຜະລິດຕະພັນໃດໜຶ່ງ ສາມາດນໍາໃຊ້ໄດ້ ເຕັກໂນໂລຊີນີ້. ສະວິດເຊັນເຊີ ແມ່ນຜະລິດຕະພັນທໍາອິດ ຂອງ Lumi ຫວຽດນາມ ແລະ ກໍ່ເປັນຈິດວິນຍານ ໃນການແກ້ໄຂ ເຮືອນ ອັດສະລິຍະ ຫຼັງທໍາອິດ ທີ່ນໍາໃຊ້ຢູ່ ຫວຽດນາມ”.

 

 

ຍາກ​ທີ່​ຈະ​ບອກ​ເຖິງ​ຄວາມ​ລຳບາກ​ ທັງ​ໝົດ ​ຂອງ​ ຜູ້​ກໍ່​ຕັ້ງ Lumiຫວຽດນາມ ​ໃນ​ຊຸມ​ປີ​ທຳ​ອິດ​ຂອງ​ການ​ເລີ່​ມດຳ​ເນີນ​ທຸລະ​ກິດ. ພວກ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ເປັນ​ ຜູ້ສ້າງ ໂປຣ​ແກມ, ຜູ້​ສ້າງ, ຜູ້​ອອກ​ແບບ, ຜູ້​ຜະ​ລິດ ​ອຸ​ປະ​ກອນຕ່າງໆ ໃນເຮືອນອັດສະລິຍະ ເທົ່ານັ້ນ, ແຕ່​ຍັງ​ເປັນ​ວິ​ສະ​ວະ​ກອນ ຂາຍເຄື່ອງ ເພື່ອ​ສ້າງ​ຮູບ​ຮ່າງ​ຕະຫຼາດ ແລະ ນຳ​ຜະ​ລິດ​ຕະ​ພັນ​ໄປ​ໃຫ້​ເຈົ້າ​ຂອງ​ເຮືອນ ຫຼື ກິດຈະການຮັບໃຊ້ປະຊາ ຊົນ.

ທ່ານ ຫງວຽນ​ດຶກຕ່າຍ ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະເຈົ້າ ໄດ້​ວາງ​ແຜນ ​ເຂົ້າ​ຫາ​ລູກ​ຄ້າ 4 ຄົນຕໍ່ມື້ ເພື່ອ​ເຊື່ອມ​ໂຍງ ​ແລະ ແນະນຳ​ຜະລິດ​ຕະພັນ. ເຮືອນອັດສະລິຍະ Lumi ແມ່ນຍັງໃໝ່ເກີນໄປຢູ່ ຫວຽດນາມ ໃນເວລານັ້ນ, ພວກຂ້າພະເຈົ້າ ຂາຍດ້ວຍຄວາມຮັກ, ດ້ວຍຄວາມເຊື່ອໝັ້ນວ່າ ຜະລິດຕະພັນເຕັກໂນໂລຊີຂອງຕົນ ຈະນຳມາເຊິ່ງພື້ນຖານ ແລະ ການແກ້ໄຂທີ່ດີທີ່ສຸດໃຫ້ແກ່ເຈົ້າຂອງເຮືອນ”.

ພາຍຫຼັງ 3 ປີ​ແຫ່ງ​ການ​ສ້າງ​ຕະຫຼາດ, ຮອດ​ປີ 2015, Lumi ຫວຽດ ນາມ ​ໄດ້​ຜັນ​ຂະຫຍາຍ​ລະບົບ​ການຂາຍເຄື່ອງ, ​ຜູ້ຈຳໜ່າຍ ​ແລະ ​ເລີ່​ມຢືນຢັນ​ເຄື່ອງ​ໝາຍການຄ້າ ​ຢູ່​ໃນງານ​ວາງສະ​ແດງ Vietbuild ພ້ອມ​ທັງ​ແນະນຳ​ສິນຄ້າ​ຢູ່​ບັນດາ​ ເວັບໄຊ ​ການ​ຄ້າ​ສາກົນເຊັ່ນ: Alibaba, Amazon...

 

 

Lumi ໄດ້ກ້າວໄປຂ້າງໜ້າຂອງແນວໂນ້ມເຕັກໂນໂລຊີໃໝ່ ຂອງໂລກ, ຢືນຢັນຈຸດຢືນຂອງຕົນ ກັບສາຍຜະລິດຕະພັນທີ່ມີຄວາມສາມາດເຊື່ອມໂຍງເຂົ້າກັບລະບົບ ນິເວດ ຊັ້ນນໍາ ສາກົນເຊັ່ນ: Apple, Google, Amazon... ອະນຸຍາດໃຫ້ຜູ້ນຳໃຊ້ ຄວບຄຸມອຸປະກອນທີ່ ອັດສະລິຍະ ໃນເຮືອນໂດຍຜ່ານລະບົບ Siri, ຄວບຄຸມຢ່າງຄົບຊຸດ ກັບ ຜະລິດຕະພັນ Apple ຜ່ານ iPhone, iPad, Apple Watch. Lumi ຜະລິດ 65 ຜະລິດຕະພັນເຊັ່ນ: ສະວິດ ເຊັນເຊີ ອັດສະລິຍະ, ລະບົບຄວບຄຸມສູນກາງ, ລອັກປະຕູ ອັດສະລິຍະ, ດອກໄຟ LED ອັດສະລິຍະ, ຜ້າມ່ານ ອັດສະລິຍະ, ເຊັນເຊີ ຄວບຄຸມ ອິນຟາເລດ, ໂມດູນ, ເຕົ້າສຽບ... ແລະ ຕໍ່ມາແມ່ນລະ ບົບໄຟຟ້າ SmartLighting.

Lumi ແມ່ນຍີ່ຫໍ້ເຮືອນອັດສະລິຍະ ທຳອິດຂອງ ຫວຽດນາມ ທີ່ໄດ້ຮັບໃບຢັ້ງຢືນ ບັນລຸມາດຕະຖານ ເອີຣົບ CE ແລະ ໃບຢັ້ງຢືນ QUACERT ຢັ້ງຢືນບັນດາຜະລິດຕະພັນ ທາງປັນຍາຂອງ ຫວຽດນາມ, “ຜະລິດຢູ່ ຫວຽດນາມ”. ປັດຈຸ​ບັນ, Lumi ມີ​ຜູ້​ຈັດ​ຈຳໜ່າຍ 150 ​ແຫ່ງ​ຢູ່​ຫວຽດນາມ, ​ໄດ້​ສະໜອງ​ການ​ແກ້​ໄຂ​ເຮືອນ​ອັດສະລິຍະ ​ໃຫ້​ແກ່​ລູກ​ຄ້າ 50.000 ກວ່າ​ຄົນ.

Lumi ພິຊິດຕະຫຼາດສາກົນ

ໃນປີ 2022, Lumi ໄດ້ປະກາດຜະລິດຕະພັນໃໝ່ ທີ່ພັດທະນາຈາກພື້ນຖານທີ່ມີຢູ່ແລ້ວ, ນຳມາໃຫ້ຜູ້ໃຊ້ມີ ທາງເລືອກຫຼາຍຂຶ້ນເຊັ່ນ: Camera Ai, Smart Lighting, WallPad, Smartlook ລຸ້ນທີ 2 ແລະ ອື່ນໆ. ໃນແຕ່ລະປີ ບໍລິສັດ ຈະໃຊ້ລາຍຮັບ 11-14% ເຂົ້າໃນການລົງທຶນ ຄົ້ນຄວ້າ ພັດທະນາຜະລິດຕະພັນ.

ປັດຈຸ​ບັນ, Lumi ພວມ​ລົງທຶນ​ກໍ່ສ້າງ​ໂຮງງານ​ແຫ່ງ​ໃໝ່​ ທີ່​ຄາດ​ວ່າ ​ຈະ​ເປີດການເຄື່ອນໄຫວ​ໃນ​ປີ 2023, ພ້ອມ​ກັນ​ນັ້ນ ​ກໍ່​ຮ່ວມ​ມື​ກັບ​ມະຫາວິທະຍາ​ໄລ FuNix ​ເພື່ອ​ນຳ​ຫຼັກສູດ​ການ​ຝຶກ​ອົບຮົມ Smarthome ​ກາຍເປັນ​ວິຊາ​ທີ່​ສອນ​ຢູ່​ທີ່​ນີ້, ​ຮ່ວມມື​ກັບ​ມະຫາວິທະຍາ​ໄລ​ ເຕັກ​ໂນ​ໂລ​ຊີ ​ອຸດສາຫະກຳ​ ຖ໋າຍງວຽນ - ເປີດ​ຫ້ອງ​ການ​ຄົ້ນ​ຄວ້າ ​ແລະ ​ພັດ​ທະ​ນາ​ ພະ​ແນກ Smarthome- IoT, ປະ​ກອບ​ສ່ວນເຂົ້າ​ໃນ​ການ ບຳລຸງສ້າງຖັນແຖວວິ​ສະ​ວະ​ກອນ Smarthome ໃນ​ອະ​ນາ​ຄົດ​ ໃຫ້ແກ່​ປະ​ເທດຊາດ.

 

Lumi ເລີ່ມຂະຫຍາຍຕະຫຼາດສາກົນດ້ວຍການສັ່ງຊື້ ຜະລິດຕະພັນສະບັບທຳອິດຈາກ ອິນເດຍ ແລະ ມາຮອດ ປັດຈຸບັນ, ເຮືອນອັດສະລິຍະ Lumi ໄດ້ສົ່ງອອກໄປຍັງ ສິງກະໂປ, ກໍາປູເຈຍ, ອົດສະຕຣາລີ, ບຣາຊິນ, ອິດສະຣາແອນ... ຍຸດທະສາດ ໃນຊຸມປີ ຕໍ່ໜ້າ ແມ່ນບາດກ້າວບຸກທະລຸໃນຕະຫຼາດປະເທດ ໄທ, ອິນໂດເນເຊຍ ແລະ ມາເລເຊຍ. Lumi ແມ່ນຍີ່ຫໍ້ smarthome ທີ່ຊື່ນຊອບທີ່ສຸດເປັນເວລາ 2 ປີຕິດຕໍ່ກັນທີ່ Tech Awards (2020, 2021), ໄດ້ຮັບເລືອກເປັນເຮືອນ ອັດສະລິຍະ ຂອງ ຫວຽດນາມ ດີເດັ່ນ ໃນປີ 2020 ໂດຍ Vnexpess ແລະ ໄດ້ຮັບລາງວັນ ຊາວເຄວ 3 ຄັ້ງ.

ເອົາຄຸນນະພາບຂອງຜະລິດຕະພັນເປັນເງື່ອນໄຂເບື້ອງຕົ້ນ, Lumi ວາງຕໍາແໜ່ງທີ່ເປັນຍີ່ຫໍ້ - ສະຫຼາດ, ສ້າງສັນ, ຄວາມງາມ. ທ່ານ Leslie, ຜູ້ອໍານວຍການບໍລິສັດ Innotel Solutions, ຜູ້ຈໍາໜ່າຍເຮືອນອັດສະລິຍະ Lumi ໃນປະເທດ ສິງກະໂປ ໃຫ້ຮູ້ວ່າ: “ເຮືອນ ອັດສະລິຍະ Lumi ຫວຽດນາມ ເຮັດໃຫ້ຂ້າພະເຈົ້າມີເສັ້ນ ທາງທີ່ສະດວກໃນການເຂົ້າໃກ້ ກັບຕະຫຼາດ ເມື່ອພວກເພິ່ນເປັນເຈົ້າຂອງ ຂອງພື້ນຖານເຕັກໂນໂລຊີທີ່ໝັ້ນຄົງ ແລະ ຂັ້ນຕອນການຜະລິດ ແບບຄົບວົງຈອນ, ແຕ່ການຄົ້ນຄວ້າ, ປະດິດສ້າງ, ຜະລິດລ້ວນ​ແຕ່​ແມ່ນ​ດ້ວຍ​ປັນຍາ​ຂອງ​ ຫວຽດນາມ, ດ້ວຍມື​ ຫວຽດນາມ”.

 

ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ - ແປໂດຍ: ຢືຟຽນ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top