ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ-ແຫຼ່ງຮ່ວມສິລະປະ ແລະ ວັດທະນະທໍາ ເຜົ່າຈໍາ
ປະຫວັດຄວາມເປັນມາ ຂອງ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນໄດ້ຕິດພັນກັບຊຸມຊົນ ຊາວເຜົ່າຈໍາ ມາເປັນເວລາ ຫຼາຍຮ້ອຍປີ. ບໍ່ຄືກັບໝູ່ບ້ານ ເຄື່ອງປັ້ນດິນເຜົາ ອື່ນໆ, ເບົ່າຈຸກ ຍັງຄົງຮັກສາ ວິທີການຜະລິດ ແບບຫັດຖະກໍາພື້ນເມືອງ. ຜະລິດຕະພັນ ເຄື່ອງປັ້ນດິນເຜົ່າ ແຕ່ລະສິ້ນ ຖືກຜະລິດຂຶ້ນດ້ວຍມື ທັງໝົດ, ໂດຍບໍ່ໃຊ້ເຄື່ອງຈັກໃດໆ. ຊ່າງສີມື ຢູ່ທ່ີນີ້ ຍັງໃຊ້ເຕັກນິກ ການໝູນເຄື່ອງປັ້ນດິນ ດ້ວຍມື, ຕົກແຕ່ງລວດລາຍ ຕາມແບບສະເພາະ ຂອງ ຊາວເຜົ່າ ຈໍາ.
ເອກະລັກພິເສດ ຂອງ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນແຫຼ່ງດິນດາກ ທ່ີມີເອກະລັກສະເພາະ, ຊຶ່ງນໍາມາຈາກພື້ນທ່ີຂອງໝູ່ບ້ານ. ດິນດາກ ໄດ້ຖືກຄັດເລືອກ ຢ່າງພິຖີພິຖັນ ແລ້ວຈິ່ງຖືກນໍາມາປຸງແຕ່ງ ແບບພື້ນເມືອງ. ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ຢູ່ທ່ີນີ້ ຈະມີລັກສະນະສີແດງອິດ, ພ້ອມກັບລວດລາຍຕົກແຕ່ງ ທ່ີສະທ້ອນເຖິງວັດທະນະທໍາ ແລະ ຄວາມເຊື່ອຖືທາງສາສະໜາ ຂອງ ຊາວເຜົ່າ ຈໍາ.
ຜະລິດຕະພັນ ຂອງ ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນມີຄວາມຫຼາກຫຼາຍ ຕັ້ງແຕ່ໂຖ, ໄຫ, ໂຖດອກໄມ້ ໄປຈົນເຖິງເຄື່ອງໃຊ້ຕ່າງໆ ພາຍໃນຄອບຄົວ ເຊັ່ນ: ເຕົາໄຟ, ໝໍ້, ຖ້ວຍ, ຈານ. ຜະລິດຕະພັນ ແຕ່ລະຢ່າງມີເລື່ອງລາວ ທາງວັດທະນະທໍາ, ສະແດງເຖິງຄວາມຄິດສ້າງ ສັນ ແລະ ຄວາມພິຖີພິຖັນ ຂອງ ນາຍຊ່າງສີມື ໝູ່ບ້ານ. ເຄື່ອງປັ້ນດິນເຜົ່າ ແຕ່ລະອັນ ມີລວດລາຍຕົກແຕ່ງຕ່າງກັນ ມັກຈະເປັນພາບ ກ່ຽວກັບວິຖີຊີວິດ, ວັດທະນະທໍາ ແລະ ຄວາມເຊື່ອ ຂອງຊາວ ຈໍາ ເຊັ່ນ: ຮູບພາບນາງສາວເຕັ້ນລໍາ, ບັນດາເທບພະເຈົ້າ ຫຼື ສັນຍາລັກ ທ່ີກ່ຽວຂ້ອງກັບການກະເສດ ແລະ ວິຖີຊີວິດ ປະຈໍາວັນ.
ຂັ້ນຕອນການຜະລິດເຄື່ອງປັ້ນດິນເຜົາ ຢູ່ ເບົ່າຈຸກ ຖືເປັນງານສິລະປະໜຶ່ງ ທ່ີສືບທອດກັນມາ ຈາກຮຸ່ນສູ່ຮຸ່ນ. ການນວດດິນ, ການຂຶ້ນຮູບ, ການຕົກແຕ່ງ ແລະ ການເຜົາ ເຄື່ອງປັ້ນດິນເຜົາ ລ້ວນແຕ່ທໍາໂດຍຊ່າງສີມື ທ່ີມີຄວາມລະອຽດ ປານີດ. ຜູ້ຍິງຊາວຈໍາ ມີບົດບາດ ສໍາຄັນ ໃນການຂຶ້ນຮູບ ແລະ ຕົກແຕ່ງຜະລິດຕະພັນ, ສ້າງລວດລາຍ ທ່ີຊັບຊ້ອນ ແລະ ມີເອກະລັກ ສະເພາະ. ຜະລິດຕະພັນ ແຕ່ລະອັນ ທ່ີສ້າງຂຶ້ນ ບໍ່ພຽງແຕ່ເປັນສິ່ງຂອງ ທໍາມະດາ, ແຕ່ຍັງເປັນງານສິລະປະ ທ່ີອະນຸລັກ ຄຸນຄ່າ ທາງວັດທະນະທໍາ ທ່ີເລິກເຊິ່ງ ອີກດ້ວຍ.
ໃນບໍ່ເທົ່າໃດປີຜ່ານມາ, ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ ໄດ້ເລີ່ມ ປະສົມ ປະສານ ກັບກິດຈະກໍາ ການທ່ອງທ່ຽວ ດ້ານວັດທະນະທໍາ. ນັກທ່ອງທ່ຽວ ເມື່ອມາທ່ີນີ້ ບໍ່ພຽງແຕ່ ຊື້ ຜະລິດຕະພັນ ເທົ່ານັ້ນ, ແຕ່ຍັງໄດ້ສໍາຜັດ ປະສົບການ ຂັ້ນຕອນການຜະລິດ ແບບພື້ນບ້ານ ແລະ ຮຽນຮູ້ກ່ຽວກັບວັດທະນະທໍາ ຂອງ ຊາວເຜົ່າ ຈໍາ ອີກດ້ວຍ. ມີການຈັດງານວາງສະແດງ, ຫ້ອງຮຽນ ກ່ຽວກັບເຄື່ອງປັ້ນດິນເຜົາ ເພື່ອຊ່ວຍດຶງດູດຄົນໜຸ່ມສາວ ແລະ ອະນຸລັກ ອາຊີບຫັດຖະກໍາ ພື້ນເມືອງ ນີ້ໄວ້.
ຢ່າງໃດກໍ່ຕາມ, ອາຊີບເຄື່ອງປັ້ນດິນເຜົາ ເບົ່າຈຸກ ກໍາລັງປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງ; ຈຳນວນຊ່າງສີມື ມີອາຍຸ ສູງຂຶ້ນ, ໃນຂະນະທ່ີຄົນຮຸ່ນໜຸ່ມ ບໍ່ຄ່ອຍສົນໃຈ ຫັດຖະກໍາ ພື້ນເມືອງ ນັບມືໜ້ອຍລົງ. ຕົ້ນທຶນການຜະລິດ ນັບມື້ສູງຂຶ້ນ ແລະ ການແຂ່ງຂັນກັບຜະລິດຕະພັນ ຜະ ລິດຕະພັນ ອຸດສາຫະກໍາ ເຮັດໃຫ້ ອາຊີບພື້ນເມືອງນີ້ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ເພື່ອປົກປັກຮັກສາ ແລະ ພັດທະນາ, ໝູ່ບ້ານເຄື່ອງປັ້ນດິນ ເຜົາ ເບົ່າຈຸກ ກໍາລັງມີການປ່ຽນແປງ ເທື່ອລະກ້າວ. ບັນດາການເຄື່ອນໄຫວ ເຊັ່ນ:ການທ່ອງທ່ຽວ, ການແນະນໍາ ຜະລິດຕະພັນ ໃນງານຕະຫຼາດນັດ, ງານວາງ ສະແດງ ໄດ້ຖືກຈັດຂຶ້ນເພື່ອສົ່ງເສີມ ແລະ ດຶງດູດຄວາມສົນໃຈຂອງຊຸມຊົມ. ບັນດາອົງການຈັດຕັ້ງ ໄດ້ມີນະໂຍບາຍສະໜັບສະໜູນ ເພື່ອອະນຸລັກ ແລະ ພັດທະນາໝູ່ບ້ານ ອາຊີບມູນເຊື້ອ ນີ້.
ເບົ່າຈຸກ ບໍ່ພຽງແຕ່ເປັນໝູ່ບ້ານ ເຄື່ອງປັ້ນດິນເຜົາ ເທົ່ານັ້ນ, ແຕ່ຍັງເປັນມໍລະດົກທາງວັດທະນະທໍາ ທ່ີມີຊີວິດຊີວາ, ເປັນບ່ອນເກັບຮັກສາຄຸນ ຄ່າ ມູນເຊື້ອເອົາໄວ້ ທ່າມກາງກະແສ ຄວາມທັນສະໄໝ ເຄື່ອງປັ່ນດິນເຜົາ. ຜະລິດຕະພັນ ແຕ່ລະອັນ ຢູ່ທ່ີນີ້ ຄືງານສິລະປະໜຶ່ງ, ເປັນກະ ບອກສຽງ ຂອງຊຸມຊົນ ກ່ຽວກັບເອກະລັກ ທາງວັດທະນະທໍາ ແລະ ປະເພນີຂອງຕົນ.
ບົດ: ເຊີນເຫງ້ຍ/VNP - ພາບ: ກົງດາດ - ແປໂດຍ: ຢືຟຽນ