ໝາກສົ້ມໂອ ແດງ ດົງກາວ

ໝາກສົ້ມໂອ ແດງ ດົງກາວ

ບ້ານ ດົງກາວ, ຂຶ້ນກັບຕາແສງ ຈ໋າງຫວຽດ, ເມືອງ ເມລິງ, ຮ່າໂນ້ຍ, ແມ່ນບ່ອນກໍາເນີດ ຂອງ ໝາກສົ້ມໂອ ສາຍພັນພິເສດ ມີຊື່ວ່າ ໝາກສົ້ມໂອ ແດງ ດົງກາວ-ເປັນຜະລິດຕະພັນພິເສດ ທີ່ເປັນເອກະລັກ ແລະ ມີຄວາມໝາຍ ຂອງ ເຂດຊານເມືອງ ຮ່າໂນ້ຍ. ໝາກສົ້ມໂອ ສາຍພັນນີ້ ບໍ່ພຽງແຕ່ເປັນໝາກໄມ້ ທໍາມະດາເທົ່ານັ້ນ, ແຕ່ຍັງເປັນຜະລິດຕະພັນ ທີ່ເຕັມໄປດ້ວຍເອກະລັກ ວັດທະນະທໍາ ຊົນນະບົດ ແລະ ປະເພນີອາຫານ ຂອງຊາວ ຮ່າໂນ້ຍ ອີກດ້ວຍ.

ໝາກສົ້ມໂອ ແດງ ດົງກາວ ມີຕົ້ນກໍາເນີດມາຈາກຕົ້ນ ໝາກສົ້ມ ໂອ ທີ່ກາຍພັນ ໂດຍທໍາມະຊາດ, ຖືກຄົ້ນພົບ ແລະ ຂະຫຍາຍພັນ ໂດຍຊາວກະສິກອນ ພາຍໃນບ້ານ. ໝາກສົ້ມໂອ ຊະນິດນີ້ແຕກຕ່າງຢ່າງສິ້ນເຊີງຈາກ ໝາກສົ້ມໂອ ທົ່ວໄປ ຍ້ອນສີເປືອກທີ່ແດງ ແລະ ເນື້ອໃນສີບົວແດງ ທີ່ເປັນເອກະລັກ. ເມື່ອສຸກ, ເປືອກໝາກສົ້ມໂອ ຈະປ່ຽນເປັນສີແດງສົ້ມ, ສ້າງຄວາມງາມດຶງດູດ ແລະ ແປກຕາເມື່ອທຽບໃສ່ກັບໝາກສົ້ມໂອ ສາຍພັນດັ້ງເດີມ.

ພາບທົ່ວໄປ ຂອງ ສວນປູກ ໝາກສົ້ມໂອ ແດງຢູ່ບ້ານ ດົງກາວ, ຕາແສງ ຈາ໋ງຫວຽດ, ເມືອງ ເມລິງ (ຮ່າໂນ້ຍ) ກໍາລັງຢູ່ໃນລະດູເກັບກ່ຽວ. ພາບ: ກົງດາດ/ VNP

ກ່ຽວກັບລົດຊາດ, ໝາກສົ້ມໂອ ແດງ ດົງກາວ ມີລົດຊາດຫວານສົດ ຊື່ນ, ບໍ່ສົ້ມເກີນໄປ, ມີຄວາມກອບ ແລະ ມີນໍ້າຫຼາຍ ທີ່ເປັນເອກະ ລັກ. ເນື້ອໝາກສົ້ມໂອ ຖືກຕີລາຄາວ່າ ໜາ, ມີເສັ້ນໃຍໜ້ອຍ, ເຮັດໃຫ້ມີລົດຊາດ ທີ່ຫອມຫວານ ແລະ ສົດຊື່ນ.

ເພື່ອສ້າງໝາກສົ້ມໂອ ແດງ ທີ່ມີຄຸນນະພາບ, ຊາວກະສິກອນ ດົງກາວ ຕ້ອງນຳໃຊ້ເຕັກນິກການປູກ ທີ່ຊັບຊ້ອນ ແລະ ເປັນມືອາ ຊີບທີ່ສຸດ. ຕັ້ງແຕ່ຂັ້ນຕອນການຄັດເລືອກສາຍພັນ, ການດູແລ, ໄປຈົນເຖິງການເກັບກ່ຽວ ລ້ວນແຕ່ຖືກປະຕິບັດ ຢ່າງພິຖີພິຖັນ ແລະ ວິທະຍາສາດ.

ຊາວສວນ ບ້ານ ດົງກາວ ກຳລັງດູແລ, ຫໍ່ໝາກສົ້ມໂອ ຢ່າງມິດຊິດໃນໄລຍະການຈະເລີນເຕີບໂຕ. ພາບ: ກົງດາດ/ VNP

ຂະບວນການດູແລ ໝາກສົ້ມໂອ ຮຽກຮ້ອງຕ້ອງມີຄວາມອົດທົນ ແລະເອົາໃຈໃສ່ ເປັນພິເສດ ເຊັ່ນ: ການຕັດງ່າ, ການໃສ່ຝຸ່ນ, ການ ປ້ອງກັນ ແລະ ກໍາຈັດສັດຕູພືດ ລ້ວນແຕ່ຖືກປະຕິບັດ ຕາມຂັ້ນຕອນເຕັກນິກ ທີ່ຖືກຕ້ອງ. ດິນປູກ ຢູ່ ດົງກາວ ແມ່ນດິນຊາຍ ປົນຕົມທີ່ອຸ ດົມສົມບູນ, ເໝາະສົມຫຼາຍ ສຳລັບການປູກຕົ້ນໄມ້ກິນໝາກ, ໂດຍສະເພາະ ໝາກສົ້ມໂອ.

ໝາກສົ້ມໂອ ແດງ ດົງກາວ ບໍ່ພຽງແຕ່ເປັນໝາກໄມ້ເທົ່ານັ້ນ, ແຕ່ຍັງມີຄວາມໝາຍເລິກເຊິ່ງ ໃນວັດທະນະທໍາ ຂອງ ຊາວ ຮ່າໂນ້ຍ ອີກດ້ວຍ. ການມອບ ໝາກສົ້ມໂອ ເປັນໜຶ່ງໃນປະເພນີ ທີ່ສະແດງເຖິງຄວາມເຄົາລົບນັບຖື, ຄວາມປາດຖະໜາ ທີ່ຈະນໍາຄວາມໂຊກດີ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ຜູ້ຮັບ.


ຜະລິດຕະພັນ ໝາກສົ້ມໂອ ແດງ ດົງກາວ ຖືກວາງສະແດງ ແລະ ແນະນໍາໃນງານ ວາງສະແດງ ຜະລິດຕະພັນກະສິກໍາ, ຜະລິດຕະພັນ OCOP. ພາບ: ກົງດາດ/ VNP

ສີແດງຂອງ ໝາກສົ້ມໂອ ເປັນສັນຍາລັກ ຂອງ ຄວາມອຸດົມສົມບູນ, ຄວາມໂຊກດີ ໃນປີໃໝ່. ຮູບຮ່າງກົມມົນ ຂອງ ໝາກສົ້ມໂອ ຍັງຖືວ່າ ເປັນສັນຍາລັກ ຂອງ ຄວາມສາມັກຄີ, ການເຕົ້າໂຮມຄອບຄົວ. ດັ່ງ ນັ້ນ, ໝາກສົ້ມໂອແດງ ດົງກາວ ຈຶ່ງກາຍເປັນໜຶ່ງໃນຕົວເລືອກຂອງ ຂວັນ ທີ່ມີຄວາມໝາຍ ແລະ ເປັນເອກະລັກ.

ສີແດງ ຂອງ ໝາກສົ້ມໂອ ເປັນສັນຍາລັກ ຂອງຄວາມອຸດົມສົມບູນ, ຄວາມໂຊກດີ ໃນປີໃໝ່. ຮູບຮ່າງກົມມົນ ຂອງ ໝາກສົ້ມໂອ ຍັງເປັນສັນຍາລັກ ຂອງ ຄວາມສາມັກຄີ, ການເຕົ້າໂຮມກັນພາຍໃນຄອບ ຄົວ. ພາບ: ກົງດາດ/ VNP

ເຖິງວ່າ ຈະມີຂໍ້ດີຫຼາຍຢ່າງ, ໝາກສົ້ມໂອ ແດງ ດົງກາວ ຍັງຄົງປະເຊີນກັບສິ່ງທ້າທາຍ ໃນການຂະຫຍາຍຕະຫຼາດ ແລະ ພັດທະນາເຄື່ອງໝາຍການຄ້າ. ການຮັກສາຄຸນນະພາບ ທີ່ໝັ້ນຄົງ, ຮັບປະກັນລັກສະນະພິເສດ ຂອງ ໝາກສົ້ມໂອ ສາຍພັນນີ້ ແມ່ນບູລິມະສິດອັນດັບຕົ້ນໆ ຂອງ ຊາວກະສິກອນ ຢູ່ທີ່ນີ້.

ໝາກສົ້ມໂອ ແດງ ດົງກາວ ບໍ່ພຽງແຕ່ເປັນໝາກໄມ້ ເທົ່ານັ້ນ, ແຕ່ຍັງມີຄວາມໝາຍເລິກເຊິ່ງໃນວັດທະນະທໍາ ບຸນປີໃໝ່ ຂອງ ຊາວ ຫວຽດນາມ ອີກດ້ວຍ. ພາບ: ກົງດາດ/ VNP

ໝາກສົ້ມໂອ ແດງ ດົງກາວ ແມ່ນຫຼັກຖານ ຂອງ ຄວາມຄິດສ້າງສັນ ແລະ ຈິດໃຈການປະດິດສ້າງ ຂອງ ຊາວກະສິກອນ ຫວຽດນາມ. ຈາກຕົ້ນ ໝາກສົ້ມໂອ ທີ່ກາຍພັນ, ຊາວກະສິກອນ ໄດ້ສ້າງຕົ້ນໝາກໄມ້ສາຍພັນພິເສດ, ເຕັມໄປດ້ວຍເອກະລັກ ວັດທະນະທໍາ ແລະ ປະເພນີ. ບໍ່ພຽງແຕ່ເປັນໝາກໄມ້ ເທົ່ານັ້ນ, ໝາກສົ້ມໂອແດງ ດົງກາວ ຍັງເປັນເລື່ອງລາວ ຂອງ ຄວາມອົດທົນ, ຄວາມມຸ່ງໝັ້ນ ແລະ ຄວາມປາດຖະໜາ ທີ່ຈະກ້າວຂຶ້ນ ຂອງ ຊາວກະສິກອນ ຫວຽດນາມ ອີກດ້ວຍ.

ບົດ ແລະ ພາບໂດຍ: ກົງດາດ/ VNP - ແປໂດຍ: ຢືຟຽນ

 


top