ໂຮ້ຍອານ - ເມືອງມໍລະດົກ ທີ່ໜ້າດຶງດູດໃຈ ເປັນພິເສດ

ໂຮ້ຍອານ - ເມືອງມໍລະດົກ ທີ່ໜ້າດຶງດູດໃຈ ເປັນພິເສດ

 ມີຄວາມງາມເກົ່າແກ່ທີ່ສະຫງ່າ​ຄື ລີຈຽງ ຂອງ ສຈ ​ຈີນ, ​ໂຣ​ແມນ​ຕິກ​ຄື Venice ຂອງ​ ອີ​ຕາ​ລີ ​ແລະ ສະຫງົບ​ສຸກ​ຄື Giethoorn ຂອງ ​  ໂຮ​ນລັງ... ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ ຂອງ ​ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ ​ເມື່ອ​ ມາ​ຍັງຄຸ້ມເມືອງເກົ່າ ໂຮ້ຍອານ ​ແຂວງ ​ກວ໊າງ​ນາມ, ບ່ອນທີ່ ໄດ້ຖືວ່າ ເປັນ “ຕົວເມືອງ ຂອງ ນາມມະຍົດ”. ດ້ວຍເຫດ​ນັ້ນ, ​ບໍ່ມີຫຍັງ ທີ່ເປັນຕາ ງຶດງ້ໍ ເມື່ອ​ຈຳນວນ​ນັກ​ທ່ອງ​ທ່ຽວ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ກັບ​ຄືນມາຍັງ​ ໂຮ້ຍອານ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ຫຼັງ​ຈາກ ຫວຽດນາມ ​ໄດ້​ເປີດ​ຄືນ ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ ພາຍຫຼັງ​ໄດ້​ປິດ​ເປັນ​ເວລາ​ດົນ​ນານ ​ຍ້ອນ​ຜົນ​ກະທົບ​ຈາກ​ການແຜ່ລະບາດ​ ໂຄ​ວິດ-19.

ຕົວເມືອງ ທີ່ບໍ່ອາດ ຖືກຫຼົງລືມ

ມໍລະດົກໂລກ ​ເມືອງ​ບູຮານ​ ໂຮ້ຍ​ອານ ເຄີຍ​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ຫຼາຍ​ເທື່ອ​ວ່າ ​ເປັນ​ເມືອງ​ເກົ່າ​ແກ່​ທີ່​ມີ​ສະ​ເໜ່​ ແລະ ໂຣແມນຕິກທີ​ສຸດ​​ໂລກ, ​ເປັນ​ສະຖານ​ທີ່​ຖ່າຍຮູບ​ທີ່​ປະ​ທັບ​ໃຈ​ສຳລັບ​ນັກ​ທ່ອງ​ທ່ຽວ... ພິເສດ, ໃນສອງປີຜ່ານມາ ເຖິງວ່າ ການແຜ່ລະບາດ ໂຄວິດ-19 ເຮັດ​ໃຫ້​ທຸກກິດ​ຈະ​ກຳ​ ການ​ທ່ອງ​ທ່ຽວ ແລະ ຊີ​ວິດ​ຢູ່ໃນ​ທົ່ວ​ໂລກ ​ຖືກ​ຢຸດ​ສະ​ງັກ ແຕ່ຊື່​ ໂຮ້ຍ​ອານ ​ບໍ່​​ເຄີຍຖືກຫຼົງ​ລືມ​ ແຕ່​ຍັງ​ໄດ້​ວົງການ​ທ່ອງ​ທ່ຽວ​ສາ​ກົນ ສົນໃຈ​ເວົ້າ​ເຖິງ.

 

ໃນ​ໄລຍະ​ສອງ​ປີ​ ທີ່​ມີ​ການ​ແຜ່​ລະບາດ, ​​ສື່​ມວນ​ຊົນ ​ແລະ ລາງວັນ​ສາກົນທີ່ຊົງກຽດ​ຫຼາຍລາງວັນ ຍັງ​ຖືກ​ປະກາດຊື່​ເປັນ​ປະຈຳ ​ເພື່ອ​ເຊີດ ຊູມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້ເຊັ່ນ: ແມ່ນໜຶ່ງ ໃນຈຳນວນ 25 ​ເມືອງ​ທ່ອງ​ທ່ຽວ ​ດີ​ທີ່​ສຸດໃນ​ໂລກ ​ປີ 2020 (Travel & Leisure), ໜຶ່ງໃນ15 ​ເມືອງທີ່​ດີ​ເລີດທີ່​ສຸດ ​ອາຊີ 2021 (Travel & Leisure), ແມ່ນຈຸດໝາຍປາຍທາງ ກ່ຽວກັບ ຕົວເມືອງວັດທະນະທຳ ແຖວໜ້າ ອາຊີ 2021 (World Travel Awards)... ແລະ ເມື່ອມໍ່ໆ ມານີ້ ແມ່ນໜຶ່ງໃນ 10 ຕົວເມືອງ ທີ່ມີຄວາມຮັກແຂກແພງ ຄົນທີ່ສຸດໂລກ ປີ 2022 ຈາກລາງວັນ Traveller Review Award ແລະ ແມ່ນໜຶ່ງ ໃນ ບັນດາ ຈຸດໝາຍປາຍທາງ ໂຣແມນຕິກ ທີ່ສຸດໂລກ ໂດຍ ວາລະ ສານ ທີ່ມີຊື່ສຽງ Time Out ຂອງ ອັງກິດ ເປັນຜູ້ເລືອກເຟັ້ນ... ສິ່ງດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ ​ໂຮ້ຍອານ ມີພະລັງດຶງດູດ​ ພິ​ເສດ​ທີ່​ສຸດ​ ສໍາລັບ​ນັກ​ທ່ອງ​ທ່ຽວ ​ແລະ ວົງການເຮັດບໍລິການທ່ອງທ່ຽວ ໃນ​ທົ່ວ​ໂລກ.

ນັກທ່ອງທ່ຽວຜ່ານປະສົບການຕົວຈິງ ກັບການຂ່ີເຮືອ ເທິງແມ່ນຳ້ຮວ່າຍ. ພາບ: ແທງຮ່ວາ/VNP 

ຕັ້ງຢູ່ຕາມຝັ່ງ​ແມ່​ນ້ຳ ​ຮ່​ວາຍ​ ໄຫຼລົງ​ສູ່​ທະ​ເລ, ເມືອງ​ບູ​ຮານ ​ໂຮ້ຍ​ອານ​ ​ອາ​ຍຸ ກວ່າ 400 ປີ​ ມີຄວາມປະທັບໃຈຢູ່ສະ​ເໝີ ເນື່ອງຈາກ​ມີ​ຄວາມ​ສວຍງາມແບບສະ​ຫງົບ ​ແລະ​ ​ເກົ່າ​ແກ່​ ກັບແຖວເຮືອນບູຮານ ຖືກ​ມຸງ​ດ້ວຍ​ກະ​ເບື້ອງ​ ປົກຄຸມເຕັມແຕ່ໄຄນໍ້າ ແລະ​ ຝາຜະໜັງທາປູນ ສີເຫຼືອງ. ​ຜ່ານການ ຕາກແດດຕາກຝົນ ນັບ​ຫຼາຍ​ຮ້ອຍ​ປີ​, ​ມາຮອດ ປັດຈຸບັນ ໂຮ້ຍອານ ​ຍັງ​ຄົງ​ຮັກສາໄວ້ໄດ້​ຮູບ​ພາບ​ຂອງ​ທ່າ​ເຮືອ​ການ​ຄ້າ​ເກົ່າ​ແກ່​ທີ່​ຄຶກຄັກ​ ​ພ້ອມ​ດ້ວຍ​ຮ່ອງຮອຍປະຫວັດສາດທີ່​ສວຍ​ງາມ​ກວ່າ 1.000 ​ແຫ່ງ​ ນັບແຕ່​ຖະໜົນ​ຫົນທາງ, ​ເຮືອນຊານ, ສຳນັກສະ ມາຄົມ, ສາລາ​ ວັດວາອາຮາມ, ຫໍບູຊາ ວົງຕະກຸນ, ສ້າງນໍ້າທີ່ເກົ່າ ແກ່ ແລະ ອື່ນໆ... ຕະຫຼອດຮອດບັນດາເສັ້ນທາງຮ່ອມ, ອາຫານ ພື້ນເມືອງ ພ້ອມກັບຮູບແບບການສື່ສານທີ່ສຸພາບຮຽບຮ້ອຍ ແລະ ວິຖີຊີວິດທີ່ເປັນມິດ ແລະ ຮັກແຂກແພງຄົນ ຂອງ ປະຊາຊົນ ຢູ່ແຖບ ດິນແຫ່ງນີ້.

 

ໂຮ້ຍອານ​ ແມ່ນ​ຕົວ​ແບບ​ທີ່ມີ​ລັກສະນະ​ຈຳເພາະ​ ແລະ ພົ້ນເດັ່ນ ກ່ຽວກັບ ຮູບແບບຕົວເມືອງ​ບູຮານ ​ແລະ ທ່າເຮືອ​ການ​ຄ້າ​ແຄມ​ທະ​ເລ​ຢູ່ເຂດ ​ອາຊີຕາເວັນອອກ, ​ເພາະວ່າ​ແຕ່​ທ້າຍ​ສະຕະວັດ​ທີ XVI ​ນະແຫ່ງນີ້ ໄດ້​ມີ​ການການປະສົມປະສານ ທີ່ເປັນໜ້າຈັບໃຈ ລະ ຫວ່າງ ບັນດາພື້ນຖານວັດທະນະທຳ ທີ່ແຕກຕ່າງ​ກັນ​ໃນ​ໂລກ. ດ້ວຍ ເຫດ​ນັ້ນ, ນອກ​ຈາກ​ຂີດໝາຍ ທີ່ເຕັມໄປດ້ວຍ ວັດທະນະທຳ ທ້ອງ ຖິ່ນຂອງຄົນ ຫວຽດ ແລ້ວ, ຄົນທັງຫຼາຍ ຍັງສາມາດເຫັນໄດ້ ການປະ ກົດຕົວຂອງ ສີສັນ ວັດທະນະທຳ ຈີນ, ຍີ່ປຸ່ນ ແລະ ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ຍ້ອນ​ມີການໄປມາ ພົວພັນແລກປ່ຽນ​ຄ້າ​ຂາຍ ຂອງ ບັນ ດາກອງ​ເຮືອ​ຂົນສົ່ງສິນຄ້າ ຊາວ ປ໋ອກ​ຕຸຍ​ການ, ແອັດ​ສະ​ປາຍ, ໂຮນ​ລັງ, ຝຣັ່ງ... ເມື່ອຫຼາຍສະຕະວັດ ຜ່ານມາ.

ຮ້ານ​ອາ​ຫານ​ຢູ່ ໂຮ້ຍອານ ໄດ້​ເປີດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ຄືນ ໃໝ່. ພາບ: ບ໊າວອວຽນ

ເຖິງ​ວ່າ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ ​ຕາມ​ຮູບ​ແບບ​ມໍລະດົກ​ພິ​ເສດ, ​ແຕ່​ເມືອງເກົ່າ ໂຮ້ຍອານ ​ໃນ​ທຸກ​ມື້​ນີ້​ ບໍ່​ຄືກັນ ກັບ​ຫໍພິພິທະ​ພັນ ແຫ່ງໜຶ່ງ ແຕ່ຍັງຄົງຕົວຢ່າງມີຊີວິດ​ຊີວາ ເໝືອນດ່ັງ​ເມືອງ​ບູຮານແຫ່ງ ໜຶ່ງ. ຢູ່ທີ່ນັ້ນ, ທຸກໆ ການເຄື່ອນໄຫວ ໃນຊີວິດປະຈໍາວັນ ຂອງ ປະ ຊາຊົນ ຍັງຖືກ ດໍາເນີນໄປເປັນປົກກະຕິ. ປະຊາຊົນ ເປັນເຈົ້າຂອງ ມໍລະດົກ, ດຳລົງຊີວິດຢູ່ກັບມໍລະດົກ, ປົກປັກຮັກສາມໍລະດົກ ແລະ  ນັບມື້ນັບມີຄວາມສະໜິດຕິດແທດ ກັບພື້ນທີ່ວັດທະນະທຳ ເມືອງ ເກົ່າແຫ່ງນີ້ ເໝືອນດັ່ງ ມັນເຄີຍມີມາເປັນເວລາຫຼາຍຮ້ອຍປີແລ້ວ. ດ້ວຍເຫດນັ້ນ, ຢູ່ ​ໂຮ້ຍອານ, ​ນັກທ່ອງ​ທ່ຽວ​ສາມາດ ​ພົບ​ເຫັນ ໄດ້ ງ່າຍ​ ບັນດາ​ຮູບ​ພາບ​ຊີວິດ​ປະຈຳ​ວັນ​ທີ່​ໜ້າ​ປະ​ທັບ​ໃຈ ​ແລະ ​ດຶງດູດ​ໃຈ ​ຄື​ຢູ່​ໃນ​ສະຖານທີ່ຖ່າຍທຳ​ຮູບ​ເງົາ​ບູຮານ ​ທີ່​ຫາ​ຍາກ​ຢູ່​ບ່ອນ​ອື່ນ ​ເຊັ່ນ​ຮູບພາບປະຊາຊົນ​ ດຳລົງ​ຊີວິດ, ດຳ​ເນີນ​ທຸລະ​ກິດ, ຫຼິ້ນ​ມ່ວນ​ຊື່ນ ຫຼື ຮູບພາບຕະຫຼາດ, ​ເຮືອແພ, ຮ້ານ​ຄ້າ ຊຶ່ງໄດ້ຮັບການ​ດຳ​ເນີນ​ໄປ​ຄຽງ​ຄູ່​ກັນກັບການ​ເຄື່ອນ​ໄຫວ​ທຸລະ​ກິດ ​ແລະ ທ່ອງ​ທ່ຽວອື່ນໆ.

ສີສັນ, ສຽງ ແລະ ຈັງຫວະແຫ່ງການດຳລົງຊີວິດ ໄດ້ປະສົມປະສານ ເຂົ້າກັນເພື່ອສ້າງເປັນ ໂຮ້ຍອານ ທີ່ອົບອຸ່ນ, ໃກ້ຊິດສະໜິດສະໜົມ, ສະຫງົບສຸກ ແລະ ໂຣແມນຕິກ ທີ່ເປັນເອກະລັກ ພິເສດ. ສຳນັກ ຂ່າວ BBC ຂອງ ອັງກິດ ເຄີຍພັນລະນາເມືອງເກົ່າ ໂຮ້ຍອານ ວ່າ ເປັນ “ເມືອງສີເຫຼືອງ ທີ່ເຕັມໄປດ້ວຍຄວາມປະທັບໃຈ” (A bewitching town drenched in yellow) ຫຼື ດາລາ ໂທລະພາບ ດ້ານອາຫານ ທ່ານ Anthony Bourdain ຂອງ CNN (ຊ່ອງໂທລະ ພາບ ທີ່ມີຊື່ສຽງ ຂອງ ສ ອາເມລິກາ) ໄດ້ກ່າວອອກມາປະໂຫຍກ ໜຶ່ງ ເມືື່ອຄັ້ງທໍາອິດ ໄດ້ຊີມ ລາຍການອາຫານ ເຂົ້າຈີ່ ທີ່ເປັນອາ ຫານທົ່ວໄປ ຂອງເມືອງເກົ່າ ໂຮ້ຍອານ ວ່າ: “ນີ້ແມ່ນເຂົ້າຈີ່ແທ້ໆ!”. ໜັງສືພິມ​ ທີ່​ມີ​ຊື່​ສຽງ​ຫຼາຍ​ສະບັບ ​ໃນ​ໂລກ​ໄດ້​ປຽບທຽບ​ ໂຮ້ຍອານ ຄ້າຍ​ຄື​ “ນະຄອນ Venice ຫຍໍ້ສ່ວນ ​ຂອງ​ ອາຊີ”, ​ສະຖານ​ທີ່​ທ່ອງ​ທ່ຽວແຫ່ງໜຶ່ງ​ ທີ່​ມີ​ສະ​ເໜ່ ​ແລະ ​ໂລ​ແມນ​ຕິກ​ທີ່​ສຸດ​​ໂລກ...

 

ທັງໝົດສິ່ງດັ່ງກ່າວນັ້ນ ໄດ້ສ້າງເປັນເມືອງ ໂຮ້ຍອານ ທີ່ເຕັມໄປດ້ວຍ ພະລັງຈູງໃຈ ແລະ ໜ້າສົນໃຈ, ເປັນເມືອງເກົ່າແກ່ທີ່ສວຍງາມ ແລະ ບໍ່ອາດຫຼົງລືມ, ບ່ອນທີ່ໄດ້ສ້າງຄວາມຮັກ ແລະ ຄວາມຄິດຮອດ ຄິດເຖິງ ໃນໃຈ ຂອງ ນັກທ່ອງທ່ຽວ ເຖິງວ່າ ເຂົາເຈົ້າ ຕ້ອງໄດ້ຜ່ານ ຜ່າ ຄວາມຫຍຸ້ງຍາກ ລຳບາກເປັນເວລາ ຍາວນານ ຍ້ອນຜົນກະທົບ ຈາກ ການແຜ່ລະບາດຂອງ ໂຄວິດ​-19 ໃນໄລຍະຜ່ານມາກໍຕາມ. 

ນະຄອນຫວຍຫວນ ວັນກັບຄືນມາ

ປີ 2022, ການທ່ອງທ່ຽວ ຫວຽດນາມ ເລີ່ມຟື້ນຕົວ​​ຄືນ​ໃໝ່ ​ໂດຍ​ເລີ່​ມ ຈາກ​ຂະ​ແໜງ​ການ​ ການບິນ ​ໄດ້​ເປີດ​ ທຸກ​ເສັ້ນທາງ​ການບິນ​ສາກົນ​ ແຕ່​ວັນ​ທີ 15 ກຸມພາ. ພິ​ເສດ, ການທີ່ ຫວຽດນາມ ​ປະກາດ ​ເປີດ​ຄືນ​ໃໝ່ ບັນດາ​ການເຄື່ອນໄຫວ​ທ່ອງ​ທ່ຽວ ​ຢ່າງ​ຄົບ​ຊຸດ​ ນັບ​ແຕ່​ວັນ​ທີ 15 ມີນາ ແລະ ພ້ອມກັນນັ້ນ ​ແມ່ນເຫດການ ກວ໊າງ​ນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ ປີ​ທ່ອງ​ທ່ຽວ​ ແຫ່ງ​ຊາດ 2022 ກັບ 60 ກວ່າກິດຈະກໍາ ​ທີ່​ມີ ກຳລັງແຮງ ດຶງດູດ ແລະ ຄຶກຄື້ນ​ຕະຫຼອດ​ປີ​ ໃຫ້​ຄຳ​ໝັ້ນໝາຍຈະ ເປັນເງື່ອນໄຂເບື້ອງຕົ້ນ ຮັບປະກັນໃຫ້ການທ່ອງທ່ຽວ ໂຮ້ຍອານ ຟື້ນຕົວ ຢ່າງແຂງແຮງ ໃນປີນີ້. 

ວາດ​ຟ້ອນ ຂໍ່ານັບຮັບຕ້ອນປີ​ທ່ອງ​ທ່ຽວ ​ແຫ່ງ​ຊາດ 2022 ຂອງ ປະຊາຊົນ ກວ໊າງນາມ. ພາບ: ແທງຮ່ວາ/VNP

ມາ​ຮອດ​ປັດຈຸ​ບັນ, ມີໂຮງແຮມປະມານ 70% ໃນພື້ນທີ່ ໄດ້ເປີດ ການເຄື່ອນໄຫວຄືນໃໝ່,  ມີ​ບາງ​ໂຮງ​ແຮມ ​ມີ​ອັດຕາ​ການ​ຈອງ​ຫ້ອງ ໃນ​ທ້າຍ​ອາທິດ ​ເຖິງ 80-90%. ​ໃນ​ຕົ້ນ​ເດືອນ​ເມສາ ຜ່ານມາ, ໝາຍ ຄວາມວ່າ ພຽງ​​ປະມານ 10 ວັນ​ພາຍຫຼັງ​ ແຂວງ ກວ໊າງ​ນາມ ​ຈັດຕັ້ງ​ຄືນເປີດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ດ້ວຍ​ຫົວ​ຂໍ້​ “ກວ໊າງ​ນາມ- ​ແຫຼ່ງ ທ່ອງ​ທ່ຽວ​ສີຂຽວ” ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ນອກຈາກ ຈຳນວນ ນັກທ່ອງທ່ຽວ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂຮ້ຍອານ ຍັງໄດ້ ຕ້ອນຮັບ ຄະນະນັກທ່ອງທ່ຽວ ອາເມລິກາ 126 ຄົນ ແລະ ນັກທ່ອງທ່ຽວ ເຢຍລະມັນ 50 ຄົນ ມາຢ້ຽມຢາມ. ກ່ອນ​ໜ້າ​ນັ້ນ, ມີຄະນະ famtrip, presstrip ທີ່ຕາງໜ້າໃຫ້ບັນດາບໍລິສັດທ່ອງທ່ຽວ, ໜັງສືພິມ ແລະ blogger ຂອງ ສ.​ເກົາຫຼີ ​ແລະ ​ໄທ… ກໍ່​ໄດ້​ມາ​ຢ້ຽມຢາມ, ​ສຳ​ຫຼວດ ຊອກຫາ ທົວ​ທ່ອງ​ທ່ຽວ​ ຢູ່​ພື້ນທີ່. ນັ້ນ​ຖືໄດ້ ວ່າ ເປັນສັນຍານບົ່ງບອກ ທີ່ຕັ້ງໜ້າ ​ສະແດງ ໃຫ້ເຫັນ​ວ່າ​ ການທ່ອງ ທ່ຽວ​ເມືອງ ໂຮ້ຍອານ ຈະ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໃນ​ໄວໆ ​ນີ້.

ຄະນະ​ນັກທ່ອງທ່ຽວ ​ອາ​ເມ​ລິ​ກາ ​ແລະ ​ແມ່ນ​ຄະນະ ນັກທ່ອງທ່ຽວ​​ສາກົນ​ທຳ​ອິດ​ ທີ່​ມາ​ຢ້ຽມຢາມ ​ໂຮ້ຍອານ ຫຼັງຈາກ ຫວຽດນາມ ໄດ້ເປີດຄືນ ການເຄື່ອນໄຫວທ່ອງທ່ຽວບໍ່ດົນ. ພາບ: ສູນວັດທະນະທຳ-ກິລາ ແລະ ສື່ສານ-ໂທລະພາບ ໂຮ້ຍອານ
 

ມາຍັງ ໂຮ້ຍອານ ໃນທຸກມື້ນີ້, ນອກຈາກຈະໄດ້ຊົມ ຄວາມສວຍງາມ ແບບ ໂຣແມນຕິກ ຂອງ “Venice ຫຍໍ້ສ່ວນ ຂອງ ອາຊີ” ແລ້ວ ໃນລັດສະໝີ ປະມານກວ່າ 10 ກິໂລແມັດ ອ້ອມຮອບເມືອງບູຮານ ແຫ່ງນີ້, ນັກທ່ອງທ່ຽວ ຍັງມີໂອກາດຄົ້ນພົບຕື່ມອີກ ສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງ ທີ່ດຶງດູດໃຈ ແລະ ເປັນເອກະລັກສະເພາະຄື: ປ່າພ້າວ ນໍ້າເກີ໊ມແທງ ຊຶ່ງໄດ້ປຽບທຽບກັບເຂດດິນ ພາກຕາເວັນຕົກສຽງໃຕ້ ຫຍໍ້ສ່ວນຢູ່ ໂຮ້ຍອານ, ໝູ່ບ້ານ ຈ່າເກ໋ວ ກັບອາຊີບປູກຜັກ ນັບຫຼາຍຮ້ອຍປີ ໄດ້ຖືກ ຮັບຮອງເປັນ ມໍລະດົກ ວັດທະນະທຳ ທີ່ເປັນນາມ ມະທຳ ຂອງຊາດ, ໝູ່ບ້ານຊ່າງໄມ້ ກິມບົ່ງ ມີມາແຕ່ສະຕະວັດທີ XVI ຫຼື ໄກອີກໜ້ອຍໜຶ່ງ ແມ່ນມໍລະດົກວັດທະນະທຳໂລກ ຄື ແຜ່ນ ດິນສັກສິດ ໝີ໊ເຊີນ, ບ່ອນທ່ີທຽບໄດ້ກັບ ບັນດາຮ່ອງຮອຍ ປະຫວັດ ສາດທີ່ ມີຊື່ສຽງຄື Angkor ຂອງ ກຳປູເຈຍ, Pagan ຂອງ ມຽນມາ ຫຼື Borobudur ຂອງ ອິນໂດເນເຊຍ...

ຄຸນຄ່າທີ່ພົ້ນເດັ່ນທາງດ້ານທັດສະນີຍະພາບ, ວັດທະນະທຳ, ສິ່ງ ແວດລ້ອມ, ການບໍລິການ… ແມ່ນເງື່ອນໄຂ ຊ່ວຍໃຫ້ ໂຮ້ຍອານ ໄດ້ ຮັບການຕີລາຄາສູງ ຈາກບັນດາຜູ້ຊ່ຽວຊານ ແມ່ນຈຸດໝາຍປາຍ ທາງທີ່ມີເງື່ອນໄຂຢ່າງຄົງຖ້ວນ ເພື່ອຕອບສະໜອງ ຮູບແບບ ການ ທ່ອງທ່ຽວ ທີ່ຫຼາກຫຼາຍປະສົບການ, ປະສົມປະສານບໍລິການ ທີ່ສະ ດວກຫຼາຍຢ່າງ ຄື ວັດທະນະທຳ-ນິເວດ-ບັນເທີງ ຄາດວ່າຈະໄດ້ ຮັບ ຄວາມນິຍົມ ໃນໄລຍະ “ຫຼັງການລະບາດ”. ດ້ວຍເຫດນັ້ນ ເໜືອກວ່າບ່ອນໃດ, ໂຮ້ຍອານ- ຈະເປັນສິ່ງທີ່ດີເລີດ ສໍາລັບ ການເດີນທາງ ຄົ້ນພົບ ທີ່ພໍໃຈ ທຸກຄວາມຮູ້ສຶກ ຂອງ ນັກທ່ອງທ່ຽວ ​ ພາຍຫຼັງ​ທີ່ “​ຖືກ​ກັກ”​ ມາເປັນເວລາ​ດົນນານ ​ຍ້ອນ​ການແຜ່ລະບາດ ໂຄວິດ-19.

  • ບົດ: ແທງຮ່ວາ - ພາບ: ບ໊າວອວຽນ, ແທງຮ່ວາ, ຮວ່າງຮ່າ, ເຕິດເຊີນມິງ  ແລະ ເອກະສານ ສູນວັດທະນະທຳ-ກິລາ             ແລະ ສື່ສານ-ໂທລະພາບ ໂຮ້ຍອານ ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

top