ແຮງຜັກດັນໃໝ່ ໃຫ້ແກ່ສຸຂະພາບຊຸມຊົນ ຂອງ ຫວຽດນາມ

ແຮງຜັກດັນໃໝ່ ໃຫ້ແກ່ສຸຂະພາບຊຸມຊົນ ຂອງ ຫວຽດນາມ

ການຍົກສູງສຸຂະພາບຊຸມຊົນ ພວມແມ່ນໜຶ່ງໃນບັນດາ ບຸລິມະສິດ ການພັດທະນາ ຂອງ ຫວຽດນາມ. ມະຕິສະບັບ ເລກທີ 72-NQ/TW ລົງວັນທີ 9 ກັນຍາ 2025 ຂອງ ກົມການເມືອງ ໄດ້ວາງພື້ນຖານ ໃຫ້ແກ່ຂະບວນການປະຕິຮູບ ຢ່າງຮອບດ້ານ ຂອງລະບົບ ສາທາລະນະສຸກ, ແນໃສ່ເປົ້າໝາຍ ເບິ່ງ ແຍງຮັກສາສຸຂະພາບ ຂອງປະຊາຊົນທຸກຄົນ ໃຫ້ດີຂຶ້ນ.

 

ພາຍຫຼັງ 40 ປີ ແຫ່ງພາລະກິດປ່ຽນແປງໃໝ່, ລະບົບສາທາ ລະນະສຸກ ຂອງ ຫວຽດນາມ ໄດ້ຮັບຜົນສຳເລັດຫຼາຍຢ່າງ ທີ່ປະຊາຄົມສາກົນ ໃຫ້ການຍອມຮັບ. ຕາໜ່າງ ສາທາລະນະສຸກ ໄດ້ຂະຫຍາຍຕົວ ຢ່າງກວ້າງຂວາງ ແຕ່ຕົວເມືອງ ຈົນຮອດເຂດຫ່າງໄກສອກຫຼີກ; ອາຍຸຍືນສະເລ່ຍ ຂອງ ປະຊາຊົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ; ຫຼາຍຕົວຊີ້ບອກ ກ່ຽວກັບສຸຂະພາບ ຂອງແມ່ ແລະ ເດັກ, ພ້ອມທັງ ການປ້ອງກັນ ແລະ ສະກັດກັ້ນ ພະຍາດລະບາດ ກໍບັນລຸຜົນ ໄດ້ຮັບໃນທາງບວກ. ປັດຈຸບັນ, ບັນດາ ໂຮງໝໍໃຫຍ່ ຂອງ ຫວຽດນາມ ສາມາດເປັນເຈົ້າການ ໃນເຕັກນິກສະເພາະລະດັບສູງ ຫຼາຍຢ່າງ ເຊັ່ນ: ການປູກຖ່າຍ ອະໄວຍະວະຫຼາຍສ່ວນ, ການຜ່າຕັດ ດ້ວຍຫຸ່ນຍົນ, ການປິ່ນປົວ ພະຍາດຫົວໃຈ ແລະ ເສັ້ນເລືອດ, ການປູກຖ່າຍ ຈຸລັງຕົ້ນ (Stem cells) ແລະ ການຜະລິດ ວັກຊີນ ທີ່ສຳຄັນ ບາງຊະນິດ.  

ແນວໃດກໍຕາມ, ການພັດທະນາເສດຖະກິດ - ສັງຄົມ ກໍໄດ້ວາງ ອອກ ຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍປະການ. ຫວຽດນາມ ພວມຈັດຢູ່ ໃນກຸ່ມປະເທດ ທີ່ມີອັດຕາການ ກ້າວເຂົ້າສູ່ ສັງຄົມ ຜູ້ສູງອາຍຸຢ່າງວ່ອງໄວ, ໃນຂະນະທີ່ພະຍາດຊໍ້າເຮື້ອ ເຊັ່ນ: ພະຍາດຫົວໃຈ, ມະເຮັງ, ເບົາຫວານ ແລະ ຄວາມຜິດປົກກະຕິ ທາງສຸຂະພາບຈິດ ນັບມື້ນັບແຜ່ຫຼາຍ. ນອກຈາກນັ້ນ, ສະພາບ ການແອອັດ ຢູ່ບາງໂຮງໝໍຂັ້ນເທິງ, ຄວາມແຕກໂຕນ ດ້ານຄຸນະພາບ ການບໍລິການ ລະຫວ່າງເຂດແຄວ້ນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຫັນເປັນ ດີຈີຕອນ ກໍຮຽກ ຮ້ອງໃຫ້ມີວິທີການແກ້ໄຂທີ່ມີລັກສະນະບຸກທະລຸ.

ແຂວງ ນິງບິ່ງ ຈັດຕັ້ງການກວດສຸຂະພາບ ຕາມກຳນົດ, ກວດຄັດກອງ ຟຣີ ໃຫ້ແກ່ ປະຊາຊົນ. ພາບ: VNA 
ກຳລັງແພດໝໍ ຕາແສງ ເວິນໂຮ່ (ແຂວງ ເຊີນລາ) ຢອດ ວັກຊິນ ໂຣຕາ ໃຫ້ເດັກນ້ອຍ ເຜົ່າ ມົ້ງ ໃນໂຄງການ ສັກຢາ ກັນພະຍາດ ແບບເປີດກວ້າງ ແຫ່ງຊາດ. ພາບ: ຫວຽດເກື່ອງ/VNP  
ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ຈັດຕັ້ງ ພິທີມິດຕິງ ພາຍໃຕ້ຫົວຂໍ້ “ເປັນເຈົ້າການກັນພະຍາດ - ເພື່ອ ຫວຽດນາມ ທີ່ມີສຸຂະພາບແຂງແຮງ”. ນີ້ແມ່ນກິດຈະກຳ ເປີດງານ ໃນຊຸດກິດຈະກຳຕ່າງໆ ແນໃສ່ຮັບປະກັນ ໃຫ້ ປະຊາຊົນທຸກຄົນ ລ້ວນ ແຕ່ໄດ້ເຂົ້າເຖິງ ການບໍລິການ ເບິ່ງແຍງຮັກສາ ສຸຂະພາບ ທີ່ມີຄຸນນະພາບ, ມີຄວາມ ສະເໝີພາບ, ທັນທີ ແລະ ຍືນຍົງ, ບໍ່ມີໃຜຖືກປະໄວ້ ຢູ່ເບື້ອງຫຼັງ ໃນເສັ້ນທາງ ເບິ່ງແຍງ ຮັກສາສຸຂະພາບ. ພາບ: VNA  

ໃນສະພາບການດັ່ງກ່າວ, ມະຕິສະບັບເລກທີ 72-NQ/TW ໄດ້ກຳນົດວ່າ ການປ່ຽນແປງໃໝ່ທາງດ້ານຈິນຕະນາການ ແມ່ນຮາກຖານ ຂອງຂະບວນການປະຕິຮູບ. ແທນທີ່ຈະສຸມໃສ່ ແຕ່ການປິ່ນປົວພະຍາດພຽງຢ່າງດຽວ, ລະບົບສາທາລະນະສຸກ ຈະຫັນປ່ຽນຢ່າງແຂງແຮງໄປສູ່ ການເບິ່ງແຍງຮັກສາສຸຂະພາບ ຢ່າງຮອບດ້ານ, ໂດຍຖືເອົາການກັນພະຍາດ, ການຍົກສູງສຸ ຂະພາບທາງກາຍ ແລະ ການກວດພົບພະຍາດ ແຕ່ຫົວທີ ເປັນຈຸດສຸມ. ນີ້ຖືວ່າແມ່ນວິທີການເຂົ້າເຖິງ ທີ່ຊ່ວຍຫຼຸດຜ່ອນ  ພາລະຄ່າໃຊ້ຈ່າຍດ້ານການແພດ, ພ້ອມທັງຍົກສູງຄຸນະພາບ ຊີວິດຂອງປະຊາຊົນ.  

ທັດສະນະດັ່ງກ່າວ ໄດ້ຮັບການເນັ້ນໜັກຫຼາຍຄັ້ງ ຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມວ່າ: ສາທາລະນະສຸກ ບໍ່ພຽງແຕ່ແມ່ນການປິ່ນປົວພະຍາດເທົ່ານັ້ນ, ແຕ່ສິ່ງສຳຄັນກວ່ານັ້ນແມ່ນ ການເບິ່ງແຍງຮັກສາສຸຂະພາບ ເພື່ອຈຳກັດ ແລະ ຫຼຸດຜ່ອນການເຈັບເປັນ. ຕາມທ່ານແລ້ວ, ຂະແໜງການແພດ ຈຳເປັນຕ້ອງ ສ້າງຍຸດທະສາດລວມ ກ່ຽວກັບສຸຂະພາບຊຸມຊົນ, ເພີ່ມທະວີ ວຽກງານ ສາທາລະນະສຸກ ກັນພະຍາດ, ສົ່ງເສີມແບບແຜນການດຳລົງຊີ ວິດ ທີ່ຖືກຕ້ອງຕາມຫຼັກອະນາໄມ, ການກວດສຸຂະພາບ ຕາມກຳນົດ ແລະ ການກວດພົບພະຍາດແຕ່ຫົວທີ, ໂດຍຜ່ານນັ້ນ ກໍແມ່ນ ສ່ວນຮ່ວມ ເຂົ້າໃນການຍົກສູງອາຍຸຍືນ ແລະ ຄຸນະພາບ ຂອງ ແຫຼ່ງຊັບພະຍາກອນມະນຸດ.

ໂຮງໝໍ FV, ນະຄອນ ໂຮ່ຈີມິນ ຜ່າຕັດ ດ້ວຍຫຸ່ນຍົນ FV Da Vinci ໃນຫຼາຍຂົງເຂດ ເຊັ່ນ: ມະເຮັງປອດ, ເນື້ອງອກ ໃນຊ່ອງເອິກ  (Mediastinum), ເນື້ອງອກຕ່ອມໄທມັສ (Thymoma), ຜ່າຕັດ ທໍ່ອາຫານ, ຜ່າຕັດລະບົບຍ່ອຍອາຫານ - ຕັບ - ຖົງນໍ້າບີ - ຕັບອ່ອນ, ຕ່ອມລູກໝາກ... ພາບ: ດິງຮັ່ງ/VNA
 

ຈຸດເດັ່ນທີ່ສຳຄັນອັນໜຶ່ງ ຂອງມະຕິເລກທີ 72 ແມ່ນ ການຊຸກຍູ້ ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ໃນຂະແໜງການ ສາທາລະນະສຸກ. ຫວຽດນາມ ໄດ້ວາງເປົ້າໝາຍ ຍູ້ແຮງ ການນຳໃຊ້ ປັນຍາປະດິດ (AI), ຖານຂໍ້ມູນຂະໜາດໃຫຍ່ (Big Data), ອິນເຕີເນັດ ແຫ່ງສັບພະສິ່ງ (IoT) ແລະ ປຶ້ມບັນທຶກ ປະຫວັດສຸຂະພາບ ເອເລັກໂຕຣນິກ ແນໃສ່ຍົກສູງປະສິດ ທິພາບການຄຸ້ມຄອງ, ຊ່ວຍໜູນ ໃຫ້ແກ່ການບົ່ງມະຕິພະຍາດ ແລະ ຂະຫຍາຍຄວາມສາມາດ ໃນການເຂົ້າເຖິງການບໍລິການ ທາງການແພດ ທີ່ມີຄຸນະພາບສູງ. ບັນດາລະບົບການກວດ ແລະ ປິ່ນປົວພະຍາດ ທາງໄກ ກໍຈະໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ຊ່ວຍໃຫ້ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດເກາະດອນ ມີໂອກາດ ໄດ້ເຂົ້າເຖິງ ຜູ້ຊ່ຽວຊານ ຢູ່ບັນດາໂຮງໝໍຂັ້ນສູນກາງ ໂດຍບໍ່ຈຳເປັນຕ້ອງເດີນທາງໄກ.

ການຜະລິດ ວັກຊີນ ຢູ່ ໂຮງງານ ຂອງ ສູນຄົ້ນຄວ້າ, ຜະລິດ ວັກຊີນ ແລະ ຜະລິດຕະພັນ ຊີວະພາບ ທາງການແພດ. ພາບ: ຫວຽດເກື່ອງ/VNP  
 

ໄປຄວບຄູ່ກັບການຫັນເປັນ ດີຈີຕອນ, ຫວຽດນາມ ໄດ້ໃຫ້ ບຸລິມະສິດ ໃນການລົງທຶນ ແກ່ການຄົ້ນຄວ້າ ແລະ ພັດທະນາ ຢາປິ່ນປົວພະຍາດ, ວັກຊີນ, ຜະລິດຕະພັນ ຊີວະພາບ ແລະ ອຸປະກອນການແພດ, ແນໃສ່ ຍົກສູງ ຄວາມສາມາດ ໃນການກຳມະສິດ ແລະ ຮັບປະກັນ ຄວາມໝັ້ນຄົງ ດ້ານສາທາລະນະສຸກ ແຫ່ງຊາດ. ທິດທາງ ເຫຼົ່ານີ້ ໄດ້ຮັບການ ຄາດຫວັງວ່າ ຈະສ້າງຮາກຖານ ໃຫ້ແກ່ ລະບົບ ສາທາລະນະສຸກ ທີ່ທັນສະໄໝ, ມີຄວາມສາມາດ ປັບຕົວ ເຂົ້າກັບ ສິ່ງທ້າທາຍໃໝ່ໆ ໃນອະນາຄົດ.  

ດ້ວຍທິດທາງການປະຕິຮູບຢ່າງຮອບດ້ານ, ມະຕິສະບັບເລກທີ 72-NQ/TW ບໍ່ພຽງແຕ່ສ້າງເປັນແຮງຜັກດັນ ການປ່ຽນແປງໃໝ່ ໃຫ້ແກ່ຂະແໜງສາທາລະນະສຸກ ເທົ່ານັ້ນ, ແຕ່ຍັງສະແດງ ໃຫ້ເຫັນເຖິງ ຄວາມໝາຍໝັ້ນຂອງ ຫວຽດນາມ ໃນການສ້າງ ສັງຄົມ ທີ່ມີສຸຂະພາບແຂງແຮງ, ເຊິ່ງເປັນບ່ອນທີ່ປະຊາຊົນ ທຸກຄົນ ລ້ວນແຕ່ໄດ້ ເຂົ້າເຖິງ ການບໍລິການ ເບິ່ງແຍງ ຮັກສາສຸ ຂະພາບ ທີ່ມີຄຸນນະພາບ, ປອດໄພ ແລະ ມີຄວາມສະເໝີພາບ ນັບມື້ນັບສູງຂຶ້ນ. ນີ້ແມ່ນຮາກຖານທີ່ສຳຄັນ ເພື່ອຍົກສູງ ຄຸນະພາບຊີວິດ ແລະ ຊຸກຍູ້ການພັດທະນາແບບຍືນຍົງ ຂອງ ປະເທດຊາດ ໃນຊຸມປີຕໍ່ໜ້າ.

ບົດ: ແທັງຮ່ວາ - ພາບ: ຫວຽດເກື່ອງ/VNP, VNA


top