ແມ່ນ້ໍາ ໄຊງ່ອນ “ເລົ່າເລື່ອງ”
ບັນດາການເຄື່ອນໄຫວ ວັດທະນະທຳ, ກິລາ, ສະແດງສິລະປະທີ່ເປັນເອກະລັກ ສະເພາະ ແລະ ປະທັບໃຈຫຼາຍຢ່າງ ໄດ້ດຳເນີນຢູ່ເຂດແມ່ນ້ຳ ໄຊງ່ອນ... ຢູ່ໃນຂອບເຂດ ຂອງ ງານບຸນ ແມ່ນໍ້າ ນະຄອນ ໂຮ່ຈິີມິນ ຄັ້ງທຳອິດ ປີ 2023 ໄດ້ສ້າງຄວາມປະທັບໃຈຢ່າງຍິ່ງ ໃຫ້ແກ່ຊາວນະຄອນ ແລະ ນັກທ່ອງທ່ຽວ ທັງຢູ່ໃກ້ ແລະ ໄກ.
ມາຍັງງານບຸນ, ປະຊາຊົນ ແລະ ນັກທ່ອງທ່ຽວ ສາມາດສຳຜັດກັບບັນດາລາຍການທ່ອງທ່ຽວທາງນ້ຳ, ສຳຜັດກັບບັນຍາກາດ ຢູ່ທ່າກຳປັ່ນ ແລະ ເທິງເຮືອທ່ອງທ່ຽວ ທີ່ຄອງ ຢ່ຽວລົກ (ເມືອງ 1), ທ່າກຳປັ່ນ ບິ່ງດົງ (ເມືອງ 8) ດ້ວຍບັນດາການເຄື່ອນໄຫວດຶງດູດໃຈ, ສະທ້ອນໃຫ້ເຫັນແບບແຜນວິຖີຊີວິດ ຂອງ ຊາວເມືອງ ໄຊງ່ອນ - ເຈີ້ເລີນ - ຢາດິ້ງ - ນະຄອນໂຮ່ຈີມິນຕະຫຼອດ ຊ່ວງເວລາ ຜ່ານມາ ແລະ ຊື້ຜະລິດຕະພັນກະເສດ, ລາຍການອາຫານພິເສດ ຂອງບັນດາ ທ້ອງຖິ່ນ. ຊາວເມືອງ ແລະ ນັກທ່ອງທ່ຽວ ຍັງສາມາດ ຊົມບັນຍາກາດທີ່ຟົດຟື້ນຂອງການແຂ່ງ ຂັນກິລາທາງນ້ຳ, ສິລະປະວັດທະນະທຳ, ການຫຼິ້ນພື້ນເມືອງ ຢູ່ສວນສາທາລະນະ ທ່າກຳປັ່ນ ແບັກດັ່ງ ແລະ ສວນສາທາລະ ນະ ລາມເຊີນ (ເມືອງ 1).
ເທິງແມ່ນໍ້າ ໄຊງ່ອນ ໃນໂອກາດນີ້, ໄດ້ຈັດຕັ້ງການເຄື່ອນໄຫວ ແຂ່ງຂັນກິລາ ທີ່ໜ້າຕື່ນເຕັ້ນຫຼາຍຢ່າງ ເຊັ່ນ: ການແຂ່ງຂັນພາ ລາມໍເຕີ, ຫຼິ້ນສະກີນໍ້າ - Flyboard, ການແຂ່ງຂັນເຮືອ ກາໂນ ແລະ ການແຂ່ງຂັນເຮືອ SUP, ການສະແດງແສງສະຫວ່າງຢູ່ ເຂດ ຫຼິ້ນ ພາລາມໍເຕີ, ການແຂ່ງຂັນເຮືອພື້ນເມືອງຈາກນັກກິລາ ອາຊີບ, ຂະບວນແຫ່ເທິງແມ່ນ້ຳ, ຍິງບັ້ງໄຟດອກ, ເວທີສະ ແດງ ຕຸກກະຕານ້ຳ, ການສົ່ງເສີມສິລະປະ ພື້ນເມືອງ...
ນອກຈາກນັ້ນ, ໃນງານບຸນ ຍັງໄດ້ຈັດ ການແຂ່ງຂັນເຮືອ ປະເພ ນີ ນະຄອນ ໂຮ່ຈີມິນ ເປີດກວ້າງ ປີ 2023 ເພື່ອຕອບສະໜອງ ຂະບວນການ “ທົ່ວປວງຊົນ ອອກກຳລັງກາຍຕາມແບບຢ່າງ ລຸງໂຮ່” ໄລຍະ 2021-2030 ເຊິ່ງດຶງດູດນັກກິລາປະມານ 640 ຄົນທີ່ມາຈາກ 25 ຫົວໜ່ວຍ, ພິເສດແມ່ນມີບັນດາຫົວ ໜ່ວຍຢູ່ບັນດາທ້ອງຖິ່ນຫ່າງໄກ ມາເຂົ້າຮ່ວມການແຂ່ງຂັນຄື: ກວາງບິ່ງ, ຮ່າໂນ້ຍ... ເຮັດໃຫ້ບັນຍາກາດຢູ່ແມ່ນ້ຳ ໄຊງ່ອນ ທ່ີ ສະ ຫງົບນິ້ງ ໄດ້ຄຶກຄື້ນ, ມ່ວນຊື່ນ ຂຶ້ນມາທັນທີ.
ຈຸດເດັ່ນພິເສດ ຂອງ ງານບຸນແມ່ນລາຍການສະແດງສິລະປະ “ແມ່ນ້ຳເລົ່າເລື່ອງ” - ສະທ້ອນໃຫ້ເຫັນປະຫວັດສາດ ອັນຍາວ ນານ ຂອງໄຊງ່ອນ-ເຈີ້ເລີນ-ຢາດິ້ງ-ນະຄອນ ໂຮ່ຈີມິນ ຜ່ານ ການເວລາ 300 ກວ່າປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ ດ້ວຍບັນດາຮູບແບບສິລະປະ ແຕ່ພື້ນເມືອງ ເຖິງຍຸກປັດຈຸບັນ, ນັບແຕ່ດົນຕີ ຮູບເງົາ, ລະຄອນລຳ ເຖິງເຕັກໂນໂລຊີ ແສງສະຫວ່າງ ພ້ອມກັບເຕັກໂນໂລຢີ 3D ທີ່ທັນສະໄໝ. ງານບຸນແມ່ ນໍ້າ ຄັ້ງນີ້ ດ້ວຍຄວາມປາຖະໜາ ຢາກປະກອບສ່ວນຊຸກຍູ້ຄວາມສາມາດບົ່ມຊ້ອນທີ່ມີຂຶ້ນ ແລະ ຂຸດຄົ້ນບັນດາຄຸນຄ່າ ດ້ານເສດຖະກິດ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ແມ່ນ້ຳ ໄຊງ່ອນ, ສະນັ້ນລາຍການ “ແມ່ນ້ຳເລົ່າເລື່ອງ” ຍັງໄດ້ຖືວ່າ ແມ່ນຜະລິດຕະພັນສິລະປະ ທີ່ເປັນເອກະລັກສະເພາະ.
ງານບຸນແມ່ນ້ຳ ນະຄອນ ໂຮ່ຈີມິນ ໄດ້ເຜີຍແຜ່ຄວາມພາກພູມໃຈ ແຫ່ງຄວາມຮັກແພງນະຄອນ ພ້ອມທັງລະດົມກຳລັງໃຈການທ່ອງທ່ຽວ ມາຍັງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງກຳລັງແຮງ ແລະ ຊຸກຍູ້ການພັດທະນາເສດຖະກິດ - ວັດທະນະທໍາ - ສັງຄົມ ຂອງ ນະຄອນ ໃນໄລຍະໃໝ່.
ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ