ແພພື້ນເມືອງ ຂອງ ຊາວເຜົ່າ ປ່າແຖນ

ແພພື້ນເມືອງ ຂອງ ຊາວເຜົ່າ ປ່າແຖນ

ຊົນເຜົ່າ ປ່າແຖນ ແມ່ນໜຶ່ງໃນ 54ຊົນເຜົ່າ ຂອງ ຫວຽດນາມ, ດຳ ລົງຊີວິດຮ່ວມກັນຢູ່ແຂວງ ຮ່າຢາງ ແລະ ຕວຽນກວາງ. ​ຜ່ານ​ຫຼາຍ​ລຸ້ນຄົນ, ຊາວ​ເຜົ່າ ​ປ່າແຖນ ​ໄດ້​ສ້າງ ​ແລະ ຮັກສາ​ວັດທະນະທຳ​ ທີ່​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ ​ເຊິ່ງ​ໃນ​ນັ້ນ​ ອາຊີບຕໍ່າແພພື້ນເມືອງແມ່ນ​ພົ້ນ​ເດັ່ນກວ່າໝູ່. ນີ້​ແມ່ນ​ຈຸດ​ພິ​ເສດ​ ທາງດ້ານ​ວັດ​ທະ​ນະ​ທຳ​ ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ ​ເຖິງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ ແລະ ຍັງ​ແມ່ນ​ຄວາມ​ພາກ​ພູມ​ໃຈ​ ຂອງ​ ຊາວເຜົ່າ ປ່າແຖນ ອີກດ້ວຍ.

ແມ່​ຍິງ​ເຜົ່າ ປ່າແຖນ ສ້າງ​ຜະ​ລິດ​ຕະ​ພັນ​ທີ່​ສວຍ​ງາມ ແລະ ລະອຽດລະອໍ. ພາບ: ແທງຢາງ/VNP

ນາງ ຫຼີທິ​ຕວ່ານ ເຜົ່າ ປ່າແຖນ, ຕາແສງ ຮົ່ງ​ກວາງ, ເມືອງ ​ເລີມ​ບິ່ງ, ແຂວງ ຕວຽນ​ກວາງ ໄດ້​ກ່າວວ່າ: “ບັນ​ພະ​ບູ​ລຸດ​ໄດ້​ເລົ່າ​ໃຫ້​ຟັງ​ວ່າ​ ມີ​​ຍິງສາວ ກຳພ້າຄົນໜ່ຶງ ເຜົ່າ​ ປ່າແຖນ ​ໄດ້​ໄປ​ງານ​ຕະຫຼາດ​ນັດ ​ລະດູ​ບານໃໝ່, ເມື່ອ​ເຫັນ​ຊາວ​ເຜົ່າ​ອື່ນ ​ນຸ່ງ​ຊຸດ​ອາ​ພອນ ປະຈຳເຜົ່າ, ນາງຮູ້ສຶກ ເສົ້າໃຈຫຼາຍ ແລະ ຄິດວ່າ ຕ້ອງມີຊຸດອາພອນ ປະຈຳເຜົ່າ ຕົນ. ໂດຍຄວາມບັງເອີນ, ນາງ ໄດ້ເຫັນນົກບິນ ຢູ່ເທິງຕົ້ນໄມ້ທີ່ມີຫຼາກຫຼາຍສີສັນ: ສີຟ້າ, ສີແດງ, ສີມ່ວງ ໃນຂະນະນັ້ນ ໃນໃຈຂອງນາງ ໄດ້ປະກົດຂຶ້ນສີ ຂອງ ຊຸດອາພອນ ປະຈຳເຜົ່າ ຂອງຕົນ. ເນື່ອງຈາກວ່າ ນາງ ເປັນເດັກກໍາພ້າ, ສະນັ້ນ ນາງ ປາດຖະໜາ ຢາກມີຄົນຮັກ ໜຶ່ງຄົນ, ເຮືອນຫຼັງໜຶ່ງ ແລະ ໝາໂຕໜຶ່ງ ເພື່ອປົກປ້ອງນາງ, ປ່າ ທີ່ນາງອາໄສຢູ່ ມີຕົ້ນແຊວຂາວຫຼາຍ, ດັ່ງນັ້ນ ນາງ ຈຶ່ງນຳຮູບຊົງຂອງໝາກແຊວ ເຂົ້າໃນຊຸດຂອງນາງ ເພື່ອເຮັດໃຫ້ ມັນມີຊີວິດຊີວາກວ່າ, ຖ້າມີສັດ ແລະ ຕົ້ນໄມ້, ຊີວິດກໍ່ຈະດີ ແລະ ສົດຊື່ນກວ່າ”. 


ເພາະສະ​ນັ້ນ, ຊຸດ​ອາພອນ​ ຂອງ ​ຊາວ​ເຜົ່າ ປ່າແຖນ ຈະ​ມີ​ຮູບ​​ ຂົວ ​ທີ່ຕາງໜ້າໃຫ້​ຄວາມ​ຮັກ, ​ເຮືອນ ​ທີ່​ຕາງໜ້າ​ໃຫ້​ຄວາມ​​ສຸກ ​ແລະ ການ​ເສຍສະຫຼະ, ໝາ​ ເປັນ​ສັນຍາ​ລັກ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ເຊິ່ງກັນ ​ແລະ ກັນ, ​ຮູບໝາກແຊວ ຕາງໜ້າ ໃຫ້ຄວາມປາດຖະໜາ ມີຊີວິດການເປັນຢູ່ທີ່ດີ ແລະ ບໍລິສຸດ.

ເພື່ອ​ໃຫ້​ມີຊຸດ​ອາພອນ​ ທີ່​ມີ​ຄວາມລະອຽດຖີ່ຖ້ວນ, ຮຽກຮ້ອງ ໃຫ້ຂັ້ນ​ຕອນ​ການ​ຕໍ່າຜ້າ, ຖັກແສ່ວລວດລາຍ, ການຕໍ່ແພພື້ນເມືອງ ຂອງ​ຊາວ​ເຜົ່າ ປ່າແຖນ ຕ້ອງເຮັດຕາມແບບ ຫັດຖະກຳພື້ນເມືອງ. ​ໃນ​ເມື່ອ​ກ່ອນ, ວັດຖຸ​ດິບ ທີ່ນຳໃຊ້​ໃນ​ການ​ຖັກ​ແສ່ວ ​ແມ່ນ​ຜະລິດ​ຈາກຕົ້ນ​ຝ້າຍ​ ແລະ ​ຕົ້ນ​ປ່ານ. ຫຼັງ​ຈາກ​​ຍ້ອມ​ສີ​ແລ້ວ, ເສັ້ນຝ້າຍ ຈະໄດ້ຕໍ່າເປັນແພພື້ນເມືອງ. ໂດຍສະເພາະ, ບັນດາລາຍດອກສີແດງ ເປັນສີ ຕົ້ນຕໍ ຂອງ ຊຸດເຄື່ອງນຸ່ງຂອງແມ່ຍິງ. ສີແດງ ໃນຊຸດອາພອນ ປະຈຳເຜົ່າຂອງຊາວ ປ່າແຖນ ແມ່ນໄດ້ສົມທຽບກັບສີຂອງ ນົກໄຟ.



ສິ່ງທີ່ໜ້າ​ສົນໃຈ​ກ່ຽວກັບ​ສີສັນ ​ທີ່​ແຕກ​ຕ່າງ​ກັນ​ ໄດ້ປະສານສົມທົບ ຢູ່​ໃນ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ຊາວເຜົ່າ ປ່າແຖນ ເຊິ່ງເຮັດ​ໃຫ້​ເຂົາ​ເຈົ້າກາຍ​ເປັນ​ທີ່​ສວຍ​ງາມ​ຄື ແມງກະເບື້ອ ທີ່ຫຼາກຫຼາຍສີສັນ. ​ເພື່ອ​ຈະ​ໄດ້​ຊຸດ​ອາພອນ​ທີ່​ສວຍ​ງາມ, ​ແມ່ຍິງ​ຊາວ​ເຜົ່າ ​ປ່າແຖນ ​ຕ້ອງ​ອອກ​ແຮງ​ເຮັດ​ວຽກ​ຢ່າງຕັ້ງໜ້າ ເປັນ​ເວລາ​ຫຼາຍ​ເດືອນ ​ເພາະວ່າ ​ເຄື່ອງ​ນຸ່ງ ​ຂອງ​ເຂົາເຈົ້າ​ແມ່ນ​ຮຽກຮ້ອງມີຄວາມລະອຽດຖີ່ຖ້ວນ ​ໃນ​ທຸກ​ຈຸດ​ປາຍເຂັມ ​ແລະ ​ໃນ​ທຸກ​ລວດລາຍ​ຂອງ​ເສື້ອ​ຜ້າ.


ແມ່​ຍິງ​ເຜົ່າ ປ່າແຖນ ຍາມໃດກໍ່ຮູ້ສຶກ​ພາກ​ພູມ​ໃຈ​ຕໍ່ ຊຸດ​ອາພອນ ປະ ຈຳເຜົ່າ ​ຂອງຕົນເອງ​. ດ້ວຍ​ສີມື​ ທີ່​ມີ​ຄວາມ​ຊຳນິຊຳນານ ​ແລະ ມີ​ພອນ​ສະຫວັນ ​ແລະ ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ​ແມ່ຍິງ ຊາວ​ເຜົ່າ ​ປ່າແຖນ ​ຜະລິດອອກມາ​ເສື້ອ​ຜ້າ​ທີ່​ເປັນ​ເອກະລັກ​ ສະເພາະ ​ແລະ ບັນດາຊຸດ ທີ່ສວຍ​ງາມ, ບໍ່​ພຽງ​ແຕ່​ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດທະນະ ທຳ​ ຂອງ​ ເຜົ່າ ຕົນເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່ ຍິງ ຫວຽດນາມ ​​ອີກດ້ວຍ.

ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ແລະ ຊອກຮູ້​ກ່ຽວກັບຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ ປ່າແຖນ. ພາບ: ແທງຢາງ/VNP

 ບົດ: VNP/ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ



top