ແບັ໋ງແຕ໋ ເຊີນໄຕ

ແບັ໋ງແຕ໋ ເຊີນໄຕ

ແບັ໋ງແຕ໊ ​ເຊີນ​ໄຕ (ເຮັດຈາກແປ້ງເຂົ້າຈ້າວ, ໃຈເຮັດດ້ວຍຊີ້ນໝູ ສາມ ຊັ້ນ ແລະ ເຫັດຫູໜູ, ຫໍ່ດ້ວຍໃບກ້ວຍ) ມີ​ຊື່​ສຽງ​ ຕັ້ງແຕ່ໃດມາ ໄດ້​ຖື​ວ່າ ​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​​ບ້ານ ຝູ໋ຖິ້ງ, ເທດສະບານເມືອງ ເຊີນໄຕ (ຮ່າ​ໂນ້ຍ). ນັກ​ທ່ອງ​ທ່ຽວ ມັກຈະ​ຊື້ແບັ໋ງແຕ໊ ​​ເປັນ​ຂອງຝາກຂອງຕ້ອນ ສຳລັບ ພີ່ນ້ອງໝູ່ເພື່ອນ ຫຼື​ ຜູ້ຄົນ ເຊີນໄຕ ມັກລ້ຽງແຂກທີ່ຮັກແພງ.  
ແບັ໋ງແຕ໊ ຫຼື ເອີ້ນວ່າ ແບັ໋ງຣັງເບື່ອ ແມ່ນຂອງຕ້ອນ ທີ່ຄຸ້ນເຄີຍ ຢູ່ເຂດ ຊົນນະບົດພາກເໜືອ ຫວຽດນາມ. ຢູ່ຕາແສງ ເດື່ອງ​ເລີມ, ແບັ໋ງແຕ໊ ​ແຊບ​ສຸດ ​ແມ່ນ​ຢູ່​ໝູ່​ບ້ານ ຝູ໋ຍີ, ປັດຈຸ​ບັນ​ ສັງກັດ ​ຕາ​ແສງ ຟູ​໋ຖິ້ງ, ເທດສະບານ ເມືອງ ເຊີນ​ໄຕ, ຮ່າ​ໂນ້ຍ.

ນັກ​ທ່ອງ​ທ່ຽວ​ມັກ​ເວົ້າ​ວ່າ​ ແບັ໋ງແຕ໊ ຟູ໋ຍີ​ແຊບ​ຫຼາຍ ​ເມື່ອກິນແລ້ວ ຢາກ​ກິນອີກ. ສຳລັບຊາວທ້ອງຖິ່ນ, ໃນ​ງານ​ລ້ຽງ ເບິ່ງຄືວ່າ ຍາມໃດກໍ ມີລາຍການອາຫານ ແບ໋ັງແຕ໊. 


ປັດຈຸ​ບັນ, ຢູ່ ເຊີນ​ໄຕ, ມີ​ສະຖານທີ່ເຮັດ ແບ໋ັງແຕ໊ ທີ່ມີຊື່ສຽງຫຼາຍ ແຫ່ງ ດ້ວຍ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ. ຈາກເປັນ​ຂອງ​ຕ້ອນ​ທີ່​ລຽບງ່າຍ, ແບ໋ັງແຕ໊ ໄດ້ກາຍເປັນ​ລາຍການອາຫານພິເສດ ທີ່ເປັນຕົວແທນ ຂອງ ຊາວພາກເໜືອ ຫວຽດນາມ.


 ໃນ​ລາຍການ “​ປີ​ໃໝ່ ໝູ່ບ້ານ ​ຫວຽດນາມ” ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີເຖາະ, ແບັ໋ງແຕ໊ ໄດ້ຮັບເລືອກ ແນະນຳຕໍ່ ບັນດາ ນັກ ການທູດ​ຕ່າງປະ​ເທດ ​ທີ່​ກຳລັງເຮັດ​ວຽກ​ຢູ່​ ຮ່າ​ໂນ້ຍ ​ແລະ ​ໄດ້​ຮັບ ຄວາມຍິນດີຕ້ອນຮັບຈາກທຸກຄົນ.

ແຂກ​ຕ່າງ​ປະ​ເທດ​ຊີມ ແບັ໋ງແຕ໊ ຝູ໋ຍີ ໃນໂອກາດ  “ປີ​ໃໝ່​ ໝູ່ບ້ານ ຫວຽດ​” ຢູ່ ເຊີນ​ໄຕ.

ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ


top