ເຮືອນອະນຸສອນສະຖານ ທີ່ເກັບຮັກສາຮອຍປະທັບ ຂອງປະທານ ໂຮ່ຈີມິນ

ເຮືອນອະນຸສອນສະຖານ ທີ່ເກັບຮັກສາຮອຍປະທັບ ຂອງປະທານ ໂຮ່ຈີມິນ

ຕັ້ງຢູ່ກາງໝູ່ບ້ານ ແພໄໝ ວ້ານຟຸກ ທີ່ມີຊື່ສຽງໂດ່ງດັງ ຂອງ ຮ່າໂນ້ຍ, ເຮືອນອະນຸສອນສະຖານ ປະທານ ໂຮ່ຈີມິນ ແມ່ນສະຖານທີ່ເກັບຮັກສາ ບັນດາຂີດໝາຍພິເສດ ໃນປະຫວັດສາດ ຫວຽດນາມ. ບໍ່ພຽງແຕ່ແມ່ນ ປູຊະນີຍະສະຖານປະຕິວັດເທົ່ານັ້ນ, ສະຖານທີ່ແຫ່ງນີ້ ຍັງນຳຜູ້ຊົມ ກັບຄືນສູ່ ບັນດາວັນເດືອນ ທີ່ຕັດສິນຊາຕາກຳ ຂອງປະຊາຊາດ ໃນທ້າຍປີ 1946.

ເຮືອນອະນຸສອນສະຖານ ປະທານ ໂຮ່ຈີມິນ ຕັ້ງຢູ່ກາງ ໝູ່ບ້ານ ແພໄໝ ວ້ານຟຸກ, ຕາແສງ ຮ່າດົງ, ນະຄອນ ຮ່າໂນ້ຍ. ພາບ: ກົງດາດ/VNP
 

 

ຊ້ອນຕົວຢູ່ໃນຮ່ອມນ້ອຍ ຂອງໝູ່ບ້ານແພໄໝ ວ້ານຟຸກ (ຕາ ແສງ ຮ່າດົງ, ຮ່າໂນ້ຍ), ເຮືອນອະນຸສອນສະຖານ ປະທານ ໂຮ່ຈີມິນ ໄດ້ນຳມາຊຶ່ງ ຄວາມງຽບສະຫງົບ ຂອງເຮືອນ ແບບດັ້ງເດີມ ຢູ່ເຂດພາກເໜືອ. ບໍ່ມີໃຜຄາດຄິດມາກ່ອນວ່າ ຢູ່ສະຖານທີ່ແຫ່ງນີ້ເອງ ທີ່ໄດ້ເປັນສັກຂີພິຍານ ໃຫ້ແກ່ ການຕັດສິນໃຈ ທາງດ້ານປະຫວັດສາດ ເພື່ອເປີດສາກໃຫ້ແກ່ ການຕໍ່ສູ້ກູ້ຊາດ ປົກປັກຮັກສາເອກະລາດ ຂອງ ຫວຽດນາມ.

 

ຫົວຂໍ້ທີສອງ ຈຳລອງຄືນໃໝ່ ຊີວິດການເປັນຢູ່ ແລະ ການເຄື່ອນ ໄຫວ ຂອງປະທານ ໂຮ່ຈີມິນ ຢູ່ໝູ່ບ້ານແພໄໝ ວ້ານຟຸກ ໃນເດືອນ ທັນວາ 1946. ພາບ: ກົງດາດ/VNP
ຫົວຂໍ້ທີສາມ ສະທ້ອນໃຫ້ເຫັນ ຈິດວິນຍານແຫ່ງການ ຕອບສະໜອງ ຄຳຮຽກຮ້ອງທົ່ວປະເທດຕໍ່ສູ້ກູ້ຊາດ ຂອງ ປະຊາຊົນ ຮ່າໂນ້ຍ ແລະ ທົ່ວປະເທດ. ພາບ: ກົງດາດ/VNP
 

ໃນຊຸມມື້ດຳລົງຊີວິດ ແລະ ເຮັດວຽກ ຢູ່ທີ່ນີ້, ປະທານ ໂຮ່ຈີມິນ ໄດ້ເປັນປະທານ ກອງປະຊຸມທີ່ສຳຄັນຫຼາຍຄັ້ງ ຮ່ວມກັບ ບັນດາ ການນຳພັກ ແລະ ລັດຖະບານ ເພື່ອປຶກສາຫາລື ກ່ຽວກັບ ນະໂຍບາຍຕັດສິນ ຊະຕາກຳ ຂອງ ປະເທດຊາດ. ພິເສດ, ພາຍໃຕ້ສາຍຄາເຮືອນຫຼັງນີ້, ເພິ່ນໄດ້ຮຽບຮຽງ ແລະ ປັບປຸງ ຮ່າງເອກະສານ “ຄຳຮຽກຮ້ອງທົ່ວປະເທດຕໍ່ສູ້ກູ້ຊາດ” ໃຫ້ສົມບູນ, ເຊິ່ງແມ່ນເອກະສານ ປະຫວັດສາດ ທີ່ຮຽກຮ້ອງ ໃຫ້ປະຊາຊົນ ຫວຽດນາມ ທັງປວງ ລຸກຂຶ້ນຕໍ່ສູ້ປົກປັກຮັກສາ ເອກະລາດ, ເປີດສາກການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ ຜູ້ຮຸກຮານ. ປັດຈຸບັນ, ຮ່າງເອກະສານດັ່ງກ່າວ ໄດ້ຮັບການ ຮັບຮອງເປັນ ວັດຖຸທີ່ລ້ຳຄ່າລະດັບຊາດ.  

ປັດຈຸບັນ, ເຮືອນ ຍັງຄົງໄດ້ຮັບການອະນຸລັກຮັກສາ ໃຫ້ມີສະ ພາບເກືອບຄືເກົ່າທັງໝົດ. ຫ້ອງທີ່ມີເນື້ອທີ່ປະມານ 12 ມ2 ຢູ່ຊັ້ນສອງ, ເຊິ່ງແມ່ນສະຖານທີ່ ທີ່ປະທານ ໂຮ່ຈີມິນ ພັກຜ່ອນ ແລະ ເຮັດວຽກ, ຍັງຄົງຮັກສາຕຽງນອນໄມ້ທີ່ລຽບງ່າຍ, ໂຕະເຮັດວຽກ, ຖ້ານແຂວນເສື້ອຜ້າ ແລະ ບັນດາເຄື່ອງໃຊ້ ທີ່ລຽບງ່າຍ, ຊ່ວຍໃຫ້ນັກທ່ອງທ່ຽວ ສາມາດຈິນຕະນາການ ເຖິງ ຊີວິດການເປັນຢູ່ຂອງເພິ່ນ ໃນຊຸມວັນປະຫວັດສາດ ເຫຼົ່ານັ້ນ.

 

ບໍລິເວນອັນສັກສິດ ທີ່ດຶງດູດ ແຂກຫຼາຍຄະນະ ເຂົ້າມາ ຈູດທູບ ຖະຫວາຍດອກໄມ້ອາໄລຫາ ປະທານ ໂຮ່ຈີມິນ. ພາບ: ກົງດາດ/VNP

ບັນດາວັດຖຸສິ່ງຂອງ ທີ່ລຽບງ່າຍ ທີ່ເຮັດໃຫ້ຫວນຄິດເຖິງ ເງື່ອນ ໄຂ ການເຮັດວຽກ ຂອງເພິ່ນ ໃນປີ 1946. ພາບ: ກົງດາດ/VNP

ສະຖານທີ່ຈັດສະແດງ ຂອງ ປູຊະນີຍະສະຖານ ໄດ້ຮັບການ ຈັດເປັນສາມຫົວຂໍ້ສະເພາະ, ເພື່ອແນະນຳສະພາບການ ຂອງ ຫວຽດນາມ ກ່ອນວັນທົ່ວປະເທດຕໍ່ສູ້ກູ້ຊາດ, ຊ່ວງເວລາ ທີ່ປະທານ ໂຮ່ຈີມິນ ເຮັດວຽກ ຢູ່ ວ້ານຟຸກ ແລະ ການຕອບສະໜອງ ຂອງ ປະຊາຊົນ ທົ່ວປະເທດ ຕໍ່ກັບ ຄຳຮຽກຮ້ອງ ປົກປັກຮັກສາເອກະລາດ. ບັນດາຮູບພາບ, ເອກະສານ, ວັດຖຸພັນ ພ້ອມກັບຄຳບັນຍາຍ ໄດ້ຊ່ວຍໃຫ້ ເລື່ອງລາວ ປະຫວັດສາດ ກາຍເປັນໜ້າສົນໃຈ ແລະ ເຂົ້າເຖິງ ໄດ້ງ່າຍ ສຳລັບນັກທ່ອງທ່ຽວສາກົນ.

ໃນປີ 1975, ເຮືອນອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ ວ້ານຟຸກ ໄດ້ຮັບການຈັດອັນດັບເປັນ ປູຊະນີຍະສະຖານ ປະ ຫວັດສາດ - ວັດທະນະທໍາ ແຫ່ງຊາດ. ຜ່ານການ ບູລະນະ ປະຕິສັງຂອນຫຼາຍຄັ້ງ, ສະຖານທີ່ແຫ່ງນີ້ ຍັງຄົງຮັກສາ ສະຖາປັດຕະຍະກຳດັ້ງເດີມ ພ້ອມກັບບໍລິເວນສວນ ອັນຂຽວງາມ ແລະ ຮົ່ມເຢັນ, ສ້າງຄວາມງຽບສະຫງົບ ທີ່ຕັດກັນ ກັບຈັງຫວະຊີວິດອັນຟົດຟື້ນ ຂອງ ຮ່າໂນ້ຍ ໃນປັດຈຸບັນ.

 

ສະມາຊິກຊາວໜຸ່ມ ແລະ ນັກທ່ອງທ່ຽວ ຈູດທູບ ຖະຫວາຍ ອາ ໄລຫາ ປະທານ ໂຮ່ຈີມິນ ດ້ວຍຄວາມເຄົາລົບ. ພາບ: ກົງດາດ/VNP
ຜູ້ນຳທ່ຽວ ແນະນຳ ກ່ຽວກັບ ຫ້ອງທີ່ປະທານ ໂຮ່ຈີມິນ ເຄີຍ ດຳ ລົງຊີວິດ ແລະ ເຮັດວຽກ. ພາບ: ກົງດາດ/VNP
ນັກທ່ອງທ່ຽວ ບັນທຶກຄວາມຮູ້ສຶກ ຫຼັງຈາກການທ່ຽວຊົມ ເຮືອນ ອະນຸສອນສະຖານ ປະທານ ໂຮ່ຈີມິນ. ພາບ: ກົງດາດ/VNP

ສິ່ງທີ່ເຮັດໃຫ້ ການທ່ຽວຊົມ ກາຍເປັນສິ່ງທີ່ພິເສດ ແມ່ນການ ປະສົມປະສານ ລະຫວ່າງ ປະຫວັດສາດ ແລະ ວັດທະນະທຳ. ພຽງແຕ່ຍ່າງອອກຈາກ ປູຊະນີຍະສະຖານ ບໍ່ເທົ່າໃດນາທີ ກໍ່ຈະຮອດ ໝູ່ບ້ານແພໄໝ ວ້ານຟຸກ, ເຊິ່ງແມ່ນ ໜຶ່ງໃນ ໝູ່ບ້ານອາຊີບ ຕ່ຳແພໄໝ ທີ່ເກົ່າແກ່ທີ່ສຸດ ຫວຽດນາມ. ຫຼັງຈາກໄດ້ຊອກຮູ້ ກ່ຽວກັບ ຂີດໝາຍອັນສຳຄັນ ໃນປະຫວັດສາດ ຂອງ ປະເທດຊາດແລ້ວ, ນັກທ່ອງທ່ຽວ ສາມາດສືບຕໍ່ ຄົ້ນຫາ ກີ່ຕ່ຳຫູກແບບດັ້ງເດີມ, ບັນດາຮ້ານ ຂາຍແພໄໝ ຫັດຖະກຳ ແລະ ບໍລິເວນໝູ່ບ້ານອາຊີບ ທີ່ຍັງຄົງ ເກັບຮັກສາຄວາມງາມ ທາງດ້ານ ວັດທະນະທຳ ຂອງ ເຂດທົ່ງພຽງພາກເໜືອ ໄວ້ຢ່າງຫຼວງຫຼາຍ.  

 

ປັດຈຸບັນ, ເຮືອນອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ ວ້ານຟຸກ ບໍ່ພຽງແຕ່ແມ່ນ “ທີ່ຢູ່ສີແດງ” ໃນການສຶກສາອົບຮົມມູນເຊື້ອ ໃຫ້ແກ່ປະຊາຊົນ ຫວຽດນາມເທົ່ານັ້ນ, ແຕ່ຍັງແມ່ນ ຈຸດຢຸດພັກ ອັນມີຄວາມໝາຍ ສຳລັບເພື່ອນມິດສາກົນ ທີ່ຢາກເຂົ້າໃຈແຈ້ງ ກວ່າເກົ່າ ກ່ຽວກັບເສັ້ນທາງ ແຫ່ງການຍາດເອົາເອກະລາດ ຂອງ ຊາດ ຫວຽດນາມ. ທ່າມກາງບໍລິເວນ ອັນສະຫງົບສຸກ ຂອງໝູ່ບ້ານ ແພໄໝ ທີ່ມີຊື່ສຽງໂດ່ງດັງ, ປູຊະນີຍະສະຖານແຫ່ງນີ້ ໄດ້ເລົ່າຄືນ ບົດຮຽນປະຫວັດສາດໜຶ່ງ ດ້ວຍບັນດາວັດຖຸສິ່ງຂອງ ທີ່ລຽບງ່າຍ, ຊ່ວຍໃຫ້ນັກທ່ອງທ່ຽວ ຮັບຮູ້ໄດ້ຢ່າງຈະແຈ້ງກວ່າເກົ່າ ເຖິງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ຕໍ່ສັນຕິພາບ ແລະ ເອກະລາດ ຂອງ ຊາວ ຫວຽດນາມ.

ບົດ ແລະ ພາບ: ກົງດາດ/VNP


top