ເຫວ້ - ນະຄອນມໍລະດົກ ແລະ ງານບຸນ

ເຫວ້ - ນະຄອນມໍລະດົກ ແລະ ງານບຸນ

ແຂວງ ​ເທື່ອ​ທຽນ​ເຫ້ວ ມີ​ນະຄອນ ​ເຫ້ວ ໄດ້ຮັກສາ​ມໍລະດົກ​ໂລກ​ຫຼາຍ​ແຫ່ງ, ມໍລະດົກ​ຂອງ​ພາກ​ພື້ນ​ແລະ ຍັງ​ແມ່ນ​ນະຄອນ​ຂອງ​ງານ​ບຸນ, ​ເປັນ​ສູນ​ກາງ​ຈັດ​ຕັ້ງ​ບັນດາ​ເຫດການ​ວັດທະນະທຳ ​ແລະ ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ. ສະ​ນັ້ນ, ​ແຂວງ ​ເທື່ອ​ທຽນ​ເຫ້ວ ຖື​ການທ່ອງທ່ຽວ​ແມ່ນ​ຂະ​ແໜງ​ເສດຖະກິດ​ສຳຄັນ, ສູ້​ຊົນ​ກາຍ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ​ຮອດ​ປີ 2030, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ປະມານ 8 ລ້ານ​ເທື່ອ​ຄົນ, ເຄິ່ງໜຶ່ງ​ແມ່ນ​ແຂກ​ທ່ອງ​ທ່ຽວ​ສາກົນ. ມໍລະດົກ, ວັດທະນະທຳ ແລະ ງານບຸນຍັງຖືກກຳນົດຢູ່ທ້ອງຖິ່ນເປັນຈຸດແຂງ ແລະ ແຮງຈູງໃຈເພື່ອພັດທະນາໃຫ້ເປັນເມືອງໃຈກາງ ແລະ ເປັນເມືອງມໍລະດົກ ແລະ ງານບຸນລະດັບໂລກ.

ເມືອງເກົ່າ ເຫວ້ - ນະຄອນມໍລະດົກ

ຜ່ານ​ຜ່າ​ໄລຍະ​ເວລາ​ອັນ​ຍາວ​ນານ ​ແລະ ມືດ​ມົວ​ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ເມືອງ​ເກົ່າ ​ເຫ້ວ ​ໄດ້​ກ້າວ​ເຂົ້າ​ສູ່​ລະດູ​ການ​ທ່ອງ​ທ່ຽວ​ ​ລະດູ​ຮ້ອນ​ປີ 2022 ​ໂດຍ​ໄດ້​ເປີດ​ຄືນ​ ບັນດາ​ສະຖານ​ທີ່​ທ່ອງທ່ຽວທີ່​ມີ​ຊື່​ສຽງ​ຂອງ​ຕົນ, ​ໂດຍ​ສະ​ເພາະ​ແມ່ນ​ລະບົບ ​ວັງ, ວັດວາ​ອາ​ຮາມ ສະໄໝລາຊະວົງ ຫງວຽນ ຂຶ້ນກັບເຂດອະນຸສາວະລີມໍລະດົກໂລກ ເຫວ້ ເພື່ອຕ້ອນຮັບແຂກ, ບາງເທື່ອກໍ່ໄດ້ແຈກປີ້ເຂົ້າຊົມ ຟຣີ ດ້ວຍຄວາມຫວັງຢາກດຶງດູດແຂກທ່ອງທ່ຽວໃຫ້ນັບມື້ນັບເພີ່ມຂຶ້ນ.


ທ່ານ ຮ່ວາງ​ດິງ​ເທ໋, ຜູ້ນຳ​ທ່ຽວ​ ສະເພາະ​ການ​ນຳ​ທ່ຽວ​ໃຫ້ແກ່ນັກທ່ອງທ່ຽວຕ່າງປະ​ເທດ​ໄປ​ນະຄອນ​ ເຫ້ວ ​ໃຫ້​ຮູ້​ວ່າ: ກ່ອນ​ທີ່​ໂລກ​ລະບາດເກີດຂຶ້ນ, ສ.​ເກົາຫຼີ, ຈີນ, ​ເຢຍລະ​ມັນ, ຝຣັ່ງ, ອັງກິດ... ມາ ​ເຫ້ວ​ ເປັນ​ຈຳນວນ​ຫຼວງ​ຫຼາຍ​ເພື່ອ​ຢ້ຽມຢາມ​ມໍລະດົກ​ຂອງ​ລາຊະວົງ ຫງວຽນ ​ແລະ ທັດສະນີຍະພາບ ຂອງເມືອງເກົ່າ ເຫວ້. ປະຈຸ​ບັນ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເລີ່​ມກັບ​ຄືນ​ມາ​ແລ້ວ, ​ແຕ່​ບໍ່​ຫຼາຍ​ປານ​ໃດ, ​ລາວ​ຈຶ່ງ​ໄດ້​ເປີດບໍລິ​ການ​ທ່ອງ​ທ່ຽວ​ໃຫ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແບບຊົ່ວຄາວ. ຫວັງ​ວ່າ​ ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້​ ເມື່ອ​ເສັ້ນທາງ​ການ​ບິນ​ສາກົນ​ຂອງ​ ຫວຽດນາມ​ ກັບ​ຄືນ​ສູ່​ສະພາບ​ປົກກະຕິ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈະ​ມີ​ຫຼາຍ​ເທົ່າ​ກັບ​ແຕ່​ກ່ອນ.

ປະຫວັດສາດໄດ້ສ້າງເມືອງ ເຫວ້, ເປັນດິນແດນພິເສດຂອງ ຫວຽດນາມ. ດ້ວຍ​ຖານະ​ທີ່​ສຳຄັນ, ມີ​ຮູບ​ພາບພູເຂົາທີ່ສວຍງາມ ​ແລະ ມີ​ສະ​ເໜ່​, ​ເຫ້ວ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ບັນດາ​ກະສັດ​ໃນ​ລຸ້ນກ່ອນ​ໃຫ້​ກາຍ​ເປັນ​ສູນ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​. ນີ້​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ເມືອງ​ເຫ້ວ​ ມີ​ມໍລະດົກ​ທີ່​ອຸດົມສົມບູນ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ນັບ​ແຕ່​ວັດ​ທະນະ​ທຳ​ທີ່​ມີ​ຕົວ​ຕົນ​ໄປ​ຮອດ​ບໍ່​ມີ​ຮູບ​ຮ່າງ​ເຊັ່ນ: ສະຖາປັດຕະຍະກຳ, ງານ​ບຸນ, ການ​ແກະສະຫຼັກ, ດົນຕີ, ຈິດຕະກຳ, ຫັດຖະກຳ...

ປະຈຸບັນ, ເຫ້ວ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງເປັນດິນແດນທີ່ມີທິວທັດທຳມະຊາດທີ່ງົດງາມເທົ່ານັ້ນ, ແຕ່ຍັງເປັນເມືອງເກົ່າແຫ່ງດຽວຂອງ ຫວຽດນາມ ທີ່ຍັງຮັກສາໄດ້ບັນດາສະຖາປັດຕະຍະກຳທັງໝົດຂອງ ປູຊະນີຍະສະຖານ, ວັງ, ສຸສານ, ວັດວາອາຮາມ ແລະ ຫໍບູຊາຕ່າງໆ. ໂດຍສະເພາະແມ່ນວັດຖຸບູຮານທີ່ຫາຍາກ ແລະ ມີຄ່າຈາກອະດີດ. ​ພິເສດ, ​ເຫ້ວ ​ແມ່ນ​ທ້ອງ​ຖິ່ນ​ດຽວ​ຂອງ​ປະ​ເທດ​ທີ່​ມີ 7 ມໍລະດົກ​ທີ່​ໄດ້​ຮັບ​ການ​ຍົກ​ອອກ​ຈາກ UNESCO ​ເປັນ​ມໍລະດົກ​ໂລກ ​ແລະ ມໍລະດົກ​ພາກ​ພື້ນ, ​ໃນ​ນັ້ນ 5 ​ແຫ່ງ​ແມ່ນຂອງ​ ເຫວ້ ​ແລະ 2 ​ແຫ່ງ​ແມ່ນ​ຮ່ວມ​ກັບ​ທ້ອງຖິ່ນຕ່າງໆ. ສະ​ນັ້ນ, ມັນ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ນັກ​ຄົ້ນ​ຄວ້າດ້ານ​ວັດທະນະທຳ ​ເຫ້ວ​ຫຼາຍ​ຄົນ​ໃຫ້​ຄຳ​ເຫັນ​ວ່າ ​ເຫ້ວ ​ແມ່ນ​ບົດ​ປະພັນ​ທີ່​ມີ​ປະສິດທິ​ຜົນ​ກ່ຽວ​ກັບ​ສະຖາປັດຕະຍະກຳ​ຕົວ​ເມືອງ, ຮັກສາ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ, ​ເປັນ​ຫໍພິພິທະ​ພັນທີ່ແປກປະຫຼາດຂອງ​ວັດທະນະ​ທຳທາງວັດຖຸຸ ແລະ ຈິດໃຈ​ ຂອງ ຫວຽດນາມ.


ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ໃຫຍ່​ຫຼວງ​ນັ້ນ​ແມ່ນ ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ທີ່​ບັນ​ພະ​ບຸ​ລຸດ​ໄດ້​ປະ​ໄວ້​ໃຫ້​ ເຫ້ວ. ​ເປັນ​ແຫຼ່ງຊັບພະຍາກອນ​ອັນ​ລ້ຳ​ຄ່າ​ທີ່​ເມືອງ​ທຸລະ​ຄົມ​ຂຸດ​ຄົ້ນ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ ການທ່ອງທ່ຽວ; ​ແມ່ນ​ພື້ນຖານ ​ແລະ ຊຸກຍູ້​ໃຫ້​ທ້ອງ​ຖິ່ນ​ກໍ່ສ້າງ ​ແລະ ພັດທະນາ​ເປັນ​ຕົວ​ເມືອງ​ມໍລະດົກ ​ແລະ ​ນະຄອນຂຶ້ນກັບສູນກາງ ບົນ​ພື້ນຖານ​ອະນຸລັກ​ຮັກສາ ​ແລະ ​ເຊີດ​ຊູ​ຄຸນຄ່າ​ມໍລະດົກເມືອງເກົ່າ ແລະ ​ເອກະລັກ​ວັດທະນະທຳ ​ເຫ້ວ.

ນະຄອນງານບຸນທີ່ເປັນເອກະລັກຂອງ ອາຊີ

ຈຸດ​ພົ້ນ​ເດັ່ນ​ຂອງ​ເມືອງ​ ເຫ້ວ ​ໃນ​ການ​ເຊີດ​ຊູ​ບັນດາ​ທ່າ​ໄດ້​ປຽບ​ຂອງ​ມໍລະດົກ ​ແລະ ວັດທະນະທຳ ​ເພື່ອ​ພັດທະນາ​ເສດຖະກິດ, ການທ່ອງທ່ຽວ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໂຄສະນາ​ພາບ​ພົດ​ຂອງ​ທ້ອງ​ຖິ່ນ​ໃຫ້​ແກ່​ໂລກ ​ແມ່ນ​ການ​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ງານ​ບຸນ ​ເຫ້ວ ປະສົບ​ຜົນສຳ​ເລັດ. ນັບ​ແຕ່​ການ​ຈັດ​ຕັ້ງຄັ້ງ​ທຳ​ອິດ​ໃນ​ປີ 1992, ເຖິງປະຈຸບັນ Festival ​ເຫ້ວ ​ໄດ້​ຜ່ານ 11 ລະດູ​ການ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ລະດັບສາກົນ​.

Festival ເຫ້ວ ​ແມ່ນ​ລາຍການ​ສິລະ​ປະ​ທີ່​ໃຫຍ່​ຫຼວງ, ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ລະອຽດ​ລະ​ອໍ, ​ເປັນ​ອາຊີບ ​ແລະ ​ເປັນ​ມູນ​ເຊື້ອ, ​ໄດ້​ດຳ​ເນີນ​ໃນ​ໄລຍະ​ເວລາ​ເກືອບ​ເຄິ່ງ​ເດືອນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແລະ ບັນດາ​ເຫດການ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຢູ່​ຫຼາຍ​ແຫ່ງ​ໃນ​ທົ່ວ​ນະຄອນ ​ເຫ້ວ ​ແລະ ​ເຂດ​ອ້ອມ​ຂ້າງ. ນອກຈາກ​ບັນ​ດາ​ລາຍ​ການ​ທີ່​ສະ​ແດງ​ໃຫ້​ເຫັນ​ສັນຍາລັກພະ​ລາຊະ​ວັງ​, ວັດທະນະທຳ​ພື້ນ​ເມືອງ​ຂອງ​ເມືອງ​ ເຫ້ວ ​ເຊັ່ນ: ​ຍາມ​ກາງຄືນ, ງານ​ລາຕີ, ພິທີ​ແຫ່​ຂະ​ບວນ, ງານບຸນ ອ໋າວຢ່າຍ... Festival ​ເຫ້ວ ຍັງ​ມີ​ຫຼາຍ​ກິດຈະກຳ, ລາຍການສະແດງສິລະປະໃໝ່, ຖືລົມຫາຍໃຈແຫ່ງຍຸກສະໃໝໂດຍຄະນະສິລະປະທີ່ມີຊື່ສຽງຈາກຫຼາຍປະເທດເຊັ່ນ: ປະເທດ ຝຣັ່ງ, ອັງກິດ, ອິນເດຍ, ແບນຊິກ, ກຳປູເຈຍ, ເດນມາກ, ສ. ເກົາຫຼີ, ອາເມລິກາ, ອິດສະຣາແອນ, ອີຕາລີ, ລາວ, ມົງໂກເລຍ, ເມັກຊິໂກ, ຣັດເຊຍ, ຍີ່ປຸ່ນ, ໄທ, ສະເປນ, ຕວກກີ, ສະວິດເຊີແລນ, ຈີນ, ອົດສະຕາລີ ...

ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ​ເດີນ​ຕາມ​ຖະໜົນ​ຫົນທາງ ​ເພື່ອ​ຊົມ​ບັນຍາກາດ​ງານ​ບຸນ Festival ​ເຫ້ວ ລະດູ​ຮ້ອນ 2022. ພາບ: ກົງດາດ/VNP

ນັບ​ແຕ່​ນັ້ນ​ມາ, Festival ເຫ້ວ ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແຕ່​ລະ​ໄລຍະ​ໄດ້​ດຶງ​ດູດ​ນັກ​ສະ​ແດງ​ນັບ​ພັນ​ຄົນ ​ແລະ ຄະນະ​ສິລະ​ປະ​ສາກົນ​ນັບ​ໝື່ນ​ຄົນ​ມາ​ສະ​ແດງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ວັດທະນະທຳ, ສິລະ​ປະ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ນັບ​ພັນ​ເທື່ອ​ຄົນ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງນ້ຳ​ໃຈ​ສາ​ມັກ​ຄີ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງບັນດາ​ປະ​ເທດ.

ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເມື່ອ​ກ່ອນ, ​ແຕ່ລະ​ວັນ​ບຸນ​ເຫ້ວ​ລ້ວນ​ແຕ່​ໄດ້​ຈັດ​ຕັ້ງ​ໃນ​ໄລຍະ​ເວລາ​ໃດ​ໜຶ່ງ​ຂອງ​ປີ, ​ແຕ່​ປີ 2022 Festival ເຫ້ວ ຈະ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ໃນ​ຮູບ​ແບບ​ຂອງ​ວັນ​ບຸນ 4 ລະດູ​ການ. ແຕ່ລະລະດູຂອງປີ, ຈະມີງານບຸນທີ່ມີລັກສະນະ ແລະ ສີສັນແຕກຕ່າງກັນ, ແທດເໝາະກັບສະພາບດິນຟ້າອາກາດ, ວັດທະນະທຳ, ຮີດຄອງປະເພນີ, ນິໄສ ແລະ ການດຳລົງຊີວິດຂອງເມືອງ ເຫ້ວ. ສະ​ນັ້ນ, Festival ​ເຫ້ວ​ ຈະ​ດຳ​ເນີນ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕະຫຼອດ​ປີ, ດັ່ງ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາ​ມາດ​ເລືອກ​ເຟັ້ນ​ເວ​ລາ ແລະ ເນື້ອ​ໃນ​ຂອງ​ງານ​ບຸນ​ທີ່​ເໝາະ​ສົມ​ເພື່ອ​ມາສຳ​ຫຼວດ​ ແລະ ​ສຳ​ຜັດ.


ທ່ານ Meynardo Los Banos Montealegre, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ, ບໍ່​ອາດ​ປິດ​ບັງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ວ່າ: “ເປັນ​ການ​ດີ​ທີ່ Festival ເຫວ້ ​ໄດ້​ຈັດ​ຂຶ້ນ​ອີກ​ເທື່ອ​ໜຶ່ງ ​ແລະ ພວກ​ຂ້າພະ​ເຈົ້າ​ຂອບ​ໃຈ​ທີ່​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ລາຍການ​ນີ້. .” ແລະ ທ່ານ Andrey Borodenko, ຮອງຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳ ຣັດເຊຍ ປະຈຳ ຮ່າໂນ້ຍ, ໃຫ້ຮູ້ວ່າ: “ເຖິງວ່າສະພາບການເດີນທາງລະຫວ່າງບັນດາປະເທດຍັງຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດ, ແຕ່ Festival ເຫ້ວ ຄັ້ງນີ້ ໄດ້ເຊີນຄະນະສິລະປະສາກົນຫຼາຍຄະນະມາສະແດງ, ລວມທັງສະຫະພັນ ຣັດເຊຍ. ພວກຂ້າພະເຈົ້າຫວັງວ່າ ນັກທ່ອງທ່ຽວຈະມີຄວາມສຸກ”.

ທ່ານ ຟານ​ແທງ​ຫາຍ, ຫົວໜ້າ​ພະ​ແນ​ກວັດທະນະທຳ ​ ແລະ ກິລາ ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ: Festival ​ເຫ້ວ ​ແມ່ນ​ບຸນ​ວັດທະນະທຳ​ທີ່​ຈຳ​ເປັນ. ຄວາມ​ເຂັ້ມ​ແຂງ​ທີ່​ສຸດ​ຂອງ ​ເຫ້ວ ແມ່ນ​ວັດທະນະທຳ ​ແລະ ມໍລະດົກ, ສະ​ນັ້ນ ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ມໍລະດົກ​ເປັນ​ວັດຖຸ​ໃຫ້​ແກ່​ງານ​ບຸນ​ແມ່ນ​ຈຸດ​ສຳຄັນ​ທີ່​ສຸດ. ສະ​ນັ້ນ, ຫົວ​ຂໍ້​ຂອງ Festival ເຫວ້ ແມ່ນ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ”. ພິ​ເສດ, ສຳ​ລັບ​ Festival ເຫວ້, ບັນ​ດາ​ປັດ​ໄຈ​ສາ​ກົນ ຍາມ​ໃດ​ກໍ່​ມີ​ບົດ​ບາດ​ສຳ​ຄັນ. ສະ​ນັ້ນ, ​ໃນ​ໂອກາດ​ Festival ເຫວ້ ຄັ້ງທີ 11 ນີ້, ​ເຖິງ​ວ່າ ​ຫາກໍ່ຜ່ານຜ່າ ​ກວ່າ 2 ປີ​ແຫ່ງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ, ​ແຕ່​ການ​ເປີດ​ປະຕູ​ຂອງ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ​ບໍ່​ຄື​ກັນ, ​ແຕ່​ນະຄອນ​ ເຫ້ວ ກໍ່​ນຳໃຊ້​ໂອກາດ​ດັ່ງກ່າວ​ຢ່າງ​ເພື່ອນຳ​ເອົາ​ບັນດາປັດໄຈ​ສາ​ກົນ​ເຂົ້າ​ໄປ​ໃນ​ງານ​ບຸນ ​ເຫ້ວ ເພື່ອ​ໃຫ້​ສົມ​ກັບ​ຫົວ​ຂໍ້​ Festival ວັດ​ທະ​ນະ​ທຳ​ - ໂລກ - ເຊື່ອມໂຫຍງ.


ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິທີ​ກໍ່ສ້າງ ​ແລະ ພັດທະນາ ​ເຫ້ວ ​ໃຫ້​ກາຍ​ເປັນ​ນະຄອນ​ Festival, ​ແມ່ນ​ສູນ​ງານ​ບຸນ​ຂອງ​ພາກ​ພື້ນ ​ແລະ ​ໂລກ ບົນ​ພື້ນຖານ​ກຳລັງ​ແຮງ​ຂອງ​ມໍລະດົກ ​ແລະ ວັດທະນະທຳ ​ເຫ້ວ ​ແມ່ນ​ທິດ​ທາງ​ທີ່​ຍືນ​ຍົງ ​ແລະ ຫຼີກ​ລ່ຽງບໍ່​ໃຫ້​ນະຄອນ ເຫວ້ ​ຖືກ​ລະລາຍໃນທ່າ​ອ່ຽງໂລກາພິວັດໃນ​ປະຈຸ​ບັນ. ຫວັງ​ວ່າ, ​ໃນ​ໄວໆ​ນີ້, ​ເຫ້ວ ຈະ​ເພີ່ມ​ຊື່​ເຂົ້າ​ໃນ​ແຜນ​ທີ່​ຂອງ​ນະຄອນ Festival ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ເຊັ່ນ Festival Avignon ຂອງ​ ຝຣັ່ງ, Festival of Adelaide ຂອງ ອົດສະຕຣາລີິ, ຫຼື Festival Edingburgh ຂອງ​ ອັງກິດ.../.

ບົດ: VNP/ແທງຮ່ວາ - ພາບ: ແທງຮ່ວາ, ກົງດາດ - ແປໂດຍ: ຢືຟຽນ


top