ເສີມຂະຫຍາຍສະຕິປັນຍາ ແລະ ຄຸນນະທາດ ຫວຽດນາມ ເພື່ອກ້າວເດີນຢ່າງໜັກແໜ້ນ ໃນຍຸກແຫ່ງການພັດທະນາໃໝ່

ເສີມຂະຫຍາຍສະຕິປັນຍາ ແລະ ຄຸນນະທາດ ຫວຽດນາມ ເພື່ອກ້າວເດີນຢ່າງໜັກແໜ້ນ ໃນຍຸກແຫ່ງການພັດທະນາໃໝ່


ກ່ອນເວລາກ້າວເຂົ້າສູ່ປີໃໝ່ 2026 - ເຊິ່ງເປັນປີເລີ່ມຕົ້ນ ສະໄໝ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສະລະເວລາຕອບສຳພາດຈາກ ນັກຂ່າວຂອງ ສຳນັກຂ່າວສານຫວຽດນາມ (VNA). ຕໍ່ໄປນີ້ແມ່ນເນື້ອໃນ ຂອງ ການສຳພາດ:

ນັກຂ່າວ: ຮຽນສະຫາຍເລຂາທິການໃຫຍ່, ໃນສະໄໝ ກອງປະຊຸມໃຫຍ່ 2020–2025, ປະເທດຊາດ ໄດ້ປະເຊີນກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທີ່ບໍ່ເຄີຍມີ ມາກ່ອນ, ແຕ່ພາຍໃຕ້ການນຳພາຂອງພັກ, ຄວາມມານະພະຍາຍາມ ຂອງ ທົ່ວລະບົບການເມືອງ, ທົ່ວປວງຊົນ ແລະ ທົ່ວກອງທັບ, ພວກເຮົາ ໄດ້ບັນລຸຫຼາຍໝາກຜົນສຳຄັນ ແລະ ຮອບດ້ານໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຂໍຮຽນສະຫາຍ ເລຂາທິການໃຫຍ່ ແບ່ງປັນ ກ່ຽວກັບບັນດາຜົນສຳເລັດທີ່ພົ້ນເດັ່ນ ໃນໄລຍະຜ່ານມາ?

ສະຫາຍ ເລຂາທິການໃຫຍ່ ໂຕເລີມ: ກ່ອນອື່ນໝົດ, ຕ້ອງຢືນຢັນວ່າ ບັນດາໝາກຜົນທີ່ປະເທດຊາດບັນລຸໄດ້ ໃນສະໄໝຜ່ານມາ ແມ່ນ ສູນລວມຂອງການນຳພາ ອັນສະຫຼາດສ່ອງໃສຂອງພັກ, ການເຂົ້າຮ່ວມ ຢ່າງດຸເດືອດ ຂອງທົ່ວລະບົບການເມືອງ ແລະ ສິ່ງສຳຄັນທີ່ສຸດ ແມ່ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈ, ຄຸນນະທາດ ແລະ ນ້ຳໃຈຮັກແພງ ຂອງ ປະຊາຊົນເຮົາ ໃນຊ່ວງເວລາທີ່ທ້າທາຍທີ່ສຸດ. 

ສະໄໝ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແມ່ນໄລຍະເວລາ ທີ່ມີຄວາມຫຍຸ້ງຍາກເປັນພິເສດ. ໂລກລະບາດ, ໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຜັນຜວນຂອງສາກົນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການຂາດຕອນຂອງຕ່ອງໂສ້ ການສະໜອງ, ບັນຫາວຽກເຮັດງານທຳ, ແຮງກົດດັນ ທາງດ້ານ ການເງິນ ແລະ ທະນາຄານ... ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງໄດ້ ວາງອອກ ໃຫ້ພວກເຮົາຕ້ອງມີນະໂຍບາຍ, ມາດຕະການແກ້ໄຂ ຢ່າງທັນການ, ຊັດເຈນ ແລະ ເດັດຂາດ. ຄວາມຫຍຸ້ງຍາກຄືດັ່ງພູຜາ ແຕ່ພວກເຮົາກໍສາມາດຜ່ານຜ່າ ແລະ ກ້າວສູ່ຈຸດໝາຍໄດ້. ສິ່ງທີ່ ໜ້າຈົດຈຳແມ່ນ ທ່າມກາງຄວາມຫຍຸ້ງຍາກນັ້ນ, ປະເທດຊາດ ຍັງ ຮັກສາໄດ້ ສະຖຽນລະພາບ, ສັງຄົມຍັງມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມເຊື່ອໝັ້ນ, ບັນດາ “ເສັ້ນເລືອດ” ທາງດ້ານເສດຖະກິດ -ການຜະລິດ - ການຈໍລະຈອນ ໄດ້ຮັບການຟື້ນຟູຢ່າງທັນການ ເພື່ອໃຫ້ ພວກເຮົາສືບຕໍ່ກ້າວໄປຂ້າງໜ້າ.  

ດ້ານເສດຖະກິດ: ພວກເຮົາໄດ້ມີຄວາມມານະພະຍາຍາມ ຢ່າງໃຫຍ່ຫຼວງ ເພື່ອທັງຟື້ນຟູຫຼັງການລະບາດ, ທັງຮັກສາ ບັນດາ ຄວາມສົມດຸນໃຫຍ່, ຮັກສາພື້ນຖານເສດຖະກິດບໍ່ໃຫ້ຫວັ່ນໄຫວ ຕໍ່ກັບລົມພາຍຸ ຈາກພາຍນອກ. ຫຼາຍຂະແໜງການ, ຫຼາຍທ້ອງຖິ່ນ ແລະ ຫຼາຍວິສາຫະກິດ ໄດ້ຮູ້ຈັກວິທີນຳພາ, ປ່ຽນແປງໃໝ່, ຊອກຫາ ຕະຫຼາດ, ສ້າງວຽກເຮັດງານທຳ ແລະ ຮັກສາຈັງຫວະການຜະລິດ. ໝາກຜົນແມ່ນ ພື້ນຖານເສດຖະກິດຂອງພວກເຮົາໄດ້ພິສູດ ໃຫ້ເຫັນເຖິງ ຄວາມສາມາດໃນການຕ້ານທານ, ຄວາມທົນທານ ແລະ ຈິດໃຈທີ່ບໍ່ຍອມຈຳນົນ.

 

 

 

ດ້ານສັງຄົມ: ພວກເຮົາໄດ້ ຕິດຕາມຢ່າງໃກ້ຊິດ ທິດທາງ ການພັດທະນາ ທີ່ບໍ່ແມ່ນພຽງແຕ່ການເຕີບໂຕເທົ່ານັ້ນ, ແຕ່ຕ້ອງແມ່ນ ຊີວິດການເປັນຢູ່ທີ່ສະຫງົບສຸກ ແລະ ດີຂຶ້ນ ຂອງ ປະຊາຊົນ. ໃນຍາມ ຍາກລຳບາກ, ຈິດໃຈຊ່ວຍເຫຼືອເບິ່ງແຍງ ເຊິ່ງກັນ ແລະ ກັນ, “ໃບດີ ຫຸ້ມ ໃບຂາດ”, ຄວາມເສຍສະຫຼະອັນງຽບສະຫງົບ ແລະ ໃຫຍ່ຫຼວງ ຂອງກຳລັງແຖວໜ້າ, ຂອງກອງທັບ, ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ຄູອາຈານ, ກຳມະກອນ... ໄດ້ສ້າງບົດຮຽນ ອັນເລິກເຊິ່ງ ກ່ຽວກັບພະລັງແຮງແຫ່ງຄວາມສາມັກຄີ. ບັນດານະໂຍບາຍ ສະຫວັດດີການ, ການຫຼຸດຜ່ອນຄວາມທຸກຍາກ, ການເບິ່ງແຍງຜູ້ດ້ອຍໂອກາດ ແລະ ເຂດຫຍຸ້ງຍາກ ສືບຕໍ່ ໄດ້ຜັນຂະຫຍາຍ ດ້ວຍເປົ້າໝາຍທີ່ຊັດເຈນ: ບໍ່ປະໄວ້ໃຫ້ໃຜ ຢູ່ເບື້ອງຫຼັງ.

ດ້ານການຕ່າງປະເທດ: ພວກເຮົາຢຶດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ; ເປັນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກ ທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ. ໃນສະພາບການໂລກທີ່ມີການແບ່ງແຍກ ແລະ ການແຂ່ງຂັນ ຢ່າງຮຸນແຮງ, ການຮັກສາໄດ້ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຂະຫຍາຍການຮ່ວມມື ແລະ ຍາດແຍ່ງ ແຫຼ່ງກຳລັງ ເພື່ອການພັດທະນາ ແມ່ນຜົນສຳເລັດທີ່ໜ້າຍົກຍ້ອງ. ການຕ່າງປະເທດຂອງພວກເຮົາ ບໍ່ພຽງແຕ່ເພື່ອ “ເພີ່ມມິດຫຼຸດສັດຕູ” ເທົ່ານັ້ນ, ແຕ່ສິ່ງສຳຄັນກວ່າ ແມ່ນການເປີດກວ້າງ ກາລະໂອກາດ ໃນການພັດທະນາ, ຍົກສູງບົດບາດຂອງປະເທດຊາດ ເພື່ອພ້ອມກັນ ພັດທະນາໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ສະເໝີພາບ.

 

 

 

ດ້ານການສ້າງສາພັກ ແລະ ລະບົບການເມືອງ: ພວກເຮົາຢຶດໝັ້ນ ໃນສິ່ງທີ່ເປັນພື້ນຖານທີ່ສຸດເຊັ່ນ: ຮັກສາລະບຽບວິນາຍ, ຮັກສາ ຄວາມຊື່ສັດບໍລິສຸດ, ເຮັດໃຫ້ຖັນແຖວພະນັກງານ ປອດໃສ ແລະ ເພີ່ມທະວີ ຄວາມເຊື່ອໝັ້ນ ຂອງປະຊາຊົນ. ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ປະກົດການຫຍໍ້ທໍ້ ສືບຕໍ່ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ ດ້ວຍຈິດໃຈເຮັດໃຫ້ເຖິງຖອງ, ບໍ່ຫຼີກລ່ຽງ, ບໍ່ມີເຂດຫ້າມ, ບໍ່ມີຂໍ້ຍົກເວັ້ນ. ເປົ້າໝາຍບໍ່ພຽງແຕ່ແມ່ນ ການລົງໂທດ ຜູ້ກະທຳຜິດເທົ່ານັ້ນ, ແຕ່ແມ່ນເພື່ອຕັກເຕືອນ, ເພື່ອສ້າງ ແລະ ປັບປຸງກົນໄກໃຫ້ສົມບູນ, ເພື່ອໃຫ້ສິ່ງທີ່ຖືກຕ້ອງ ໄດ້ຮັບການ ປົກປ້ອງ, ຄົນດີໄດ້ຮັບການສົ່ງເສີມ ແລະ ພະນັກງານ ສາມາດ ອຸທິດຕົນເຮັດວຽກ ເພື່ອຊາດ ເພື່ອປະຊາຊົນຢ່າງອຸ່ນອ່ຽນໃຈ.

ໂດຍລວມແລ້ວ, ຖ້າຈະເວົ້າສັ້ນໆ ກ່ຽວກັບຜົນສຳເລັດ ທີ່ພົ້ນເດັ່ນ ໃນສະໄໝນີ້, ຂ້າພະເຈົ້າເຫັນວ່າ: ພວກເຮົາໄດ້ຜ່ານຜ່າ ສິ່ງທ້າທາຍ ດ້ວຍເຈດຈຳນົງ, ຄວາມມານະພະຍາຍາມ ແລະ ຄວາມສາມັກຄີ; ຮັກສາສະຖຽນລະພາບເພື່ອພັດທະນາ; ຢຶດໝັ້ນການປັບປຸງບູລະນະ ເພື່ອໃຫ້ກ້າວໄປໄດ້ໄວ ແລະ ໝັ້ນຄົງກວ່າເກົ່າ. ບັນດາຜົນສຳເລັດ ທີ່ບັນລຸໄດ້ນັ້ນ ແມ່ນໃຫຍ່ຫຼວງ ແລະ ໜ້າຍົກຍ້ອງ, ແຕ່ພວກເຮົາ ກໍຕ້ອງຖ່ອມຕົວ, ມີສະຕິ ແລະ ບໍ່ຄວນ “ນອນຫຼັບຢູ່ຂ້າງ ພວງມາໄລ ແຫ່ງໄຊຊະນະ”. ເສັ້ນທາງຂ້າງໜ້າຍັງມີວຽກງານໃຫຍ່ ແລະ ຍາກ ອີກຫຼາຍຢ່າງ, ຖ້າຢາກກ້າວໄປໃຫ້ໄກ ແລະ ບັນລຸເປົ້າໝາຍ, ສິ່ງສຳຄັນທີ່ສຸດ ແມ່ນຕ້ອງຮັກສາຄວາມເຊື່ອໝັ້ນ, ລະບຽບວິນາຍ, ວາງຜົນປະໂຫຍດຂອງຊາດ-ຂອງປວງຊົນ ແລະ ຄວາມຜາສຸກ ຂອງປະຊາຊົນໄວ້ເໜືອກວ່າສິ່ງອື່ນໃດ.

 

 

ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່ ຕີລາຄາ ກ່ຽວກັບວຽກງານ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ໃນສະໄໝ ກອງປະຊຸມໃຫຍ່ຜ່ານມາ ແລະ ທິດທາງ ໃນສະໄໝຕໍ່ໜ້າ ເພື່ອສ້າງສາພັກໃຫ້ມີຄວາມປອດໃສ, ເຂັ້ມແຂງຂຶ້ນ ເລື້ອຍໆ, ນຳພາປະເທດຊາດ ກ້າວເດີນຢ່າງໜັກແໜ້ນ ໃນຍຸກສະໄໝໃໝ່?

ສະຫາຍ ເລຂາທິການໃຫຍ່ ໂຕເລີມ: ວຽກງານປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ແມ່ນ ວຽກງານທີ່ສຳຄັນຍິ່ງ, ນັ້ນແມ່ນການຮັກສາອິດທິພົນຂອງພັກ, ຮັກສາ ລະບຽບວິໄນຂອງລັດ ແລະ ສິ່ງສຳຄັນກວ່າໝົດ ແມ່ນການຮັກສາ ຄວາມເຊື່ອໝັ້ນ ຂອງປະຊາຊົນ. 

ເມື່ອທົບທວນຄືນ ສະໄໝຜ່ານມາ, ສາມາດຢືນຢັນໄດ້ວ່າ “ບັ້ນຮົບຕ້ານສັດຕູ ຈາກພາຍໃນ” ແມ່ນມີການ ຫັນປ່ຽນຢ່າງຈະແຈ້ງ, ເຂົ້າສູ່ລວງເລິກ ແລະ ເນື້ອແທ້; ດຳເນີນ ຢ່າງເປັນລະບົບ, ເດັດຂາດ, ວິທະຍາສາດ ແລະ ມີເຈດຈຳນົງກວ່າເກົ່າ; ບໍ່ພຽງແຕ່ແມ່ນຄວາມຕັດສິນໃຈທາງດ້ານ ການເມືອງເທົ່ານັ້ນ, ແຕ່ໄດ້ກາຍເປັນການເຄື່ອນໄຫວ ເປັນປົກກະຕິ ຂອງທົ່ວລະບົບ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ຈາກມວນຊົນ.

ພ້ອມກັນນັ້ນ, ພວກເຮົາກໍໄດ້ຂະຫຍາຍຈຸດສຸມ ຈາກການ ຕ້ານການ ສໍ້ລາດບັງຫຼວງ ໄປສູ່ການຕ້ານທັງການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້, ເພາະວ່າການຟຸມເຟືອຍ ບາງຄັ້ງ ອາດຈະ ບໍ່ອຶກກະທຶກຄຶກໂຄມ, ແຕ່ຜົນເສຍຫາຍນັ້ນມະຫາສານ, ເຮັດໃຫ້ ແຫຼ່ງກຳລັງ ຂອງຊາດ ຊຸດໂຊມ ແລະ ເຮັດໃຫ້ການພັດທະນາ ຊັກຊ້າລົງ. ສິ່ງທີ່ໜ້າຍິນດີ ແມ່ນໃນຂະບວນການດັ່ງກ່າວ, ພວກເຮົາ ໄດ້ຮັບຮູ້ຢ່າງຈະແຈ້ງຂຶ້ນຕື່ມ ກ່ຽວກັບສັດຈະທຳທີ່ວ່າ: ການເຮັດໃຫ້ ກົງຈັກປອດໃສ ບໍ່ໄດ້ກົດໜ່ວງການພັດທະນາ, ແຕ່ແມ່ນເພື່ອໃຫ້ ການພັດທະນາສີວິໄລ ແລະ ຍືນຍົງກວ່າເກົ່າ. ການລົງໂທດຜູ້ກະທຳ ຜິດ ບໍ່ໄດ້ເຮັດໃຫ້ລະບົບອ່ອນແອລົງ, ແຕ່ແມ່ນເພື່ອຮັກສາ ລະບຽບວິໄນ ແລະ ກົດໝາຍ, ເພື່ອໃຫ້ຖັນແຖວພະນັກງານ ຂອງ ພວກເຮົາເຂັ້ມແຂງຂຶ້ນ, ເພື່ອໃຫ້ຜູ້ຊື່ສັດມີບ່ອນຢືນ, ຜູ້ເຮັດຖືກມີ ບ່ອນອີງ; ເພື່ອບໍ່ໃຫ້ມີ “ແມງ, ມອດ” ຢູ່ໃນລະບົບການເມືອງອີກຕໍ່ໄປ.

ແຕ່ກໍຕ້ອງຍອມຮັບຕາມຄວາມເປັນຈິງວ່າ: ການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ແມ່ນ “ຄວາມບົກຜ່ອງ ທີ່ມີມາແຕ່ກຳເນີດ”, ແມ່ນ “ສັດຕູຈາກພາຍໃນ” ທີ່ລີ້ຕົວຢູ່ໃນລະບົບ. ບາງບ່ອນ, ບາງຄັ້ງກໍຍັງບໍ່ທັນມີສະຕິໃນການຈຳແນກໄດ້ແຕ່ຫົວທີ; ຍັງມີສະພາບການຫຼີກລ່ຽງ, ບ່າຍບ່ຽງ, “ຢ້ານຄວາມຮັບຜິດຊອບ”; ຍັງມີຊ່ອງວ່າງຂອງກົນໄກ; ຍັງມີການຄຸ້ມຄອງຊັບສິນຂອງລັດ, ໂຄງການລົງທຶນ, ທີ່ດິນ, ການປະມູນ... ຖ້າຫາກບໍ່ມີການຄວບຄຸມ ຢ່າງເຂັ້ມງວດ ກໍຈະພາໃຫ້ເກີດການກະທຳຜິດໄດ້ງ່າຍ. ເວົ້າ ອີກຢ່າງໜຶ່ງ, ໝາກຜົນທີ່ບັນລຸໄດ້ນັ້ນແມ່ນໜ້າຍົກຍ້ອງ, ແຕ່ເດັດຂາດ ບໍ່ໃຫ້ມີຄວາມປະໝາດ. ຈຳເປັນຕ້ອງມີ ວັກຊິນ, ມີ “ຢາຕ້ານເຊື້ອ”, ມີ “ວຽກງານສາທາລະນະສຸກກັນພະຍາດ” ເພື່ອປ້ອງກັນ, ກວດກາ ແລະ ສະກັດກັ້ນໃຫ້ທັນການ ແລະ ມີປະສິດທິຜົນ.

 

ຕອນເຊົ້າວັນທີ 11 ທັນວາ 2025, ຢູ່ສຳນັກງານສູນກາງພັກ, ຄະນະຊີ້ ນຳສູນກາງ ກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ໄດ້ຈັດກອງປະຊຸມ ທົ່ວປະເທດ ເພື່ອສະຫຼຸບວຽກງານປ້ອງກັນ ແລະ ຕ້ານການ ສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ໃນສະໄໝ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໃນຮູບແບບໂດຍກົງ ແລະ ທາງໄກ. ສະຫາຍເລຂາທິການໃຫຍ່ ໂຕເລີມ, ຫົວໜ້າຄະນະຊີ້ນຳ ສູນກາງ ເປັນປະທານກອງປະຊຸມ. ພາບ: VNA

ກ່ຽວກັບທິດທາງ ໃນສະໄໝຕໍ່ໜ້າ, ຂ້າພະເຈົ້າຂໍເນັ້ນໜັກບາງຈຸດໃຫຍ່ ຕາມຈິດໃຈທີ່ວ່າ ທັງເດັດຂາດ ທັງມີຄວາມທົນທານ, ເຮັດຈຸດໃດໃຫ້ໜັກແໜ້ນຈຸດນັ້ນ: 

ທີໜຶ່ງ: ຕ້ອງວາງຜົນປະໂຫຍດຂອງຊາດ-ຂອງປວງຊົນ ແລະ ຜົນປະໂຫຍດຂອງປະຊາຊົນໄວ້ເໜືອສິ່ງອື່ນໃດ. ການຕໍ່ສູ້ຕ້ອງ ມີຄວາມເດັດຂາດ, ຢຶດໝັ້ນ, ເປັນປົກກະຕິ ແລະ ຕໍ່ເນື່ອງ; ການລົງໂທດຕ້ອງມີຄວາມເຂັ້ມງວດ ແຕ່ກໍຕ້ອງມີເຫດມີຜົນ ແລະ ມີມະນຸດສະທຳ; ບໍ່ມີເຂດຫ້າມ, ບໍ່ມີຂໍ້ຍົກເວັ້ນ. ພ້ອມກັນນັ້ນ, ຕ້ອງມີ ກົນໄກປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ ແລະ ສ້າງສັນ ເພື່ອຜົນປະໂຫຍດລວມ, ເພື່ອໃຫ້ຜູ້ເຮັດຖືກບໍ່ຕ້ອງ ເສຍຜົນປະໂຫຍດ, ຜູ້ເຮັດດີບໍ່ຕ້ອງໂດດດ່ຽວ.

ທີສອງ: ຫັນປ່ຽນຢ່າງແຂງແຮງໄປສູ່ການປ້ອງກັນ, ຖືການປ້ອງກັນ ເປັນພື້ນຖານ. ການຕ້ານແມ່ນສິ່ງຈຳເປັນ, ແຕ່ສິ່ງສຳຄັນກວ່າແມ່ນ ຢ່າປ່ອຍໃຫ້ສິ່ງຫຍໍ້ທໍ້ມີບ່ອນເກີດຂຶ້ນ. ເພື່ອເຮັດໄດ້ແນວນັ້ນ ຕ້ອງສືບຕໍ່ ປັບປຸງກົດບັນຍັດ, ກົດລະບຽບ, ຂັ້ນຕອນ; ກຳນົດຄວາມຮັບຜິດຊອບ ແລະ ຂອບເຂດສິດໃຫ້ຈະແຈ້ງ, ເພີ່ມທະວີການກວດກາ; ເປີດເຜີຍ ແລະ ໂປ່ງໃສກວ່າເກົ່າ, ໂດຍສະເພາະແມ່ນໃນຂົງເຂດທີ່ງ່າຍ ຕໍ່ການ ເກີດປະກົດການຫຍໍ້ທໍ້.

ທີສາມ: ສຸມໃສ່ປັບປຸງກົດໝາຍໃຫ້ສົມບູນ, ອັດຊ່ອງວ່າງ, ສ້າງ “ຂອບມາດຕະຖານ” ໃຫ້ແກ່ຄວາມຊື່ສັດບໍລິສຸດ. ບັນດາທັດສະນະ ແລະ ແນວທາງທີ່ຖືກຕ້ອງຂອງພັກ ຕ້ອງໄດ້ຮັບການຫັນເປັນກົດໝາຍ ຢ່າງຄົບຖ້ວນ ແລະ ສອດຄ່ອງ; ການແບ່ງຂັ້ນ, ແບ່ງສິດ ຕ້ອງໄປຄຽງຄູ່ ກັບການຄວບຄຸມອຳນາດ; ການມອບສິດ ຕ້ອງຕິດພັນ ກັບ ພັນທະຄວາມຮັບຜິດຊອບ, ບໍ່ປ່ອຍໃຫ້ “ຊ່ອງວ່າງ” ກາຍເປັນ “ຈຸດມືດ”. ຕ້ອງມີມາດຕະການລວມເພື່ອໃຫ້ທຸກເປົ້າໝາຍ “ບໍ່ສາມາດ”, “ບໍ່ກ້າ” ແລະ “ບໍ່ຈຳເປັນ”, ຍັກຍອກ, ສໍ້ລາດບັງຫຼວງ ຫຼື ຫຍໍ້ທໍ້.

ທີສີ່: ຖືວ່າການຕ້ານການຟຸມເຟືອຍແມ່ນບັ້ນຮົບທີ່ສຳຄັນທີ່ສຸດ. ການຟຸມເຟືອຍບໍ່ພຽງແຕ່ແມ່ນເງິນຄຳເທົ່ານັ້ນ, ແຕ່ຍັງແມ່ນເວລາ, ກາລະໂອກາດ, ແຫຼ່ງກຳລັງ ແລະ ແມ່ນແຕ່ຄວາມເຊື່ອໝັ້ນ. ດັ່ງນັ້ນ, ຕ້ອງກວດຄືນ ແລະ ແກ້ໄຂຢ່າງຂາດຕົວບັນດາໂຄງການທີ່ຊັກຊ້າ, ແກ່ຍາວ ແລະ ບໍ່ມີປະສິດທິຜົນ; ປັບປຸງລະບຽບວິໄນ ທາງດ້ານ ການເງິນ - ງົບປະມານ; ຍົກສູງຄຸນນະພາບການບໍລິຫານລັດ, ເພື່ອໃຫ້ ເງິນທຸກໃບ, ທີ່ດິນທຸກຕາແມັດ ແລະ ຊັບສິນຂອງລັດທຸກຢ່າງ ໄດ້ຮັບໃຊ້ໃຫ້ແກ່ການພັດທະນາ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ພວກເຮົາວາງແຜນບຸລິມະສິດສຸມແຫຼ່ງກຳລັງໃຫ້ແກ່ການພັດທະນາ, ແຕ່ສິ່ງນີ້ກໍເປັນສ່ວນໜຶ່ງທີ່ອາດກາຍເປັນ “ບ່ອນອີງ” ໃຫ້ແກ່ ການຟຸມເຟືອຍເກີດຂຶ້ນໄດ້. ດັ່ງນັ້ນ, ພວກເຮົາຈຳເປັນຕ້ອງ ມີການ ແຈ້ງເຕືອນ ແລະ ມີມາດຕະການສະກັດກັ້ນ ເພື່ອບໍ່ໃຫ້ເກີດ ການຟຸມເຟືອຍ.

ທີຫ້າ: ເສີມຂະຫຍາຍບົດບາດຂອງການຈັດຕັ້ງຮາກຖານພັກ ແລະ ການຕິດຕາມກວດກາຂອງປະຊາຊົນ. ຢູ່ໃສທີ່ມີການຈັດຕັ້ງພັກ ທີ່ເຂັ້ມແຂງ, ລະບຽບວິໄນເຂັ້ມງວດ, ປະຊາຊົນຮັບຮູ້ - ປະຊາຊົນ ປຶກສາຫາລື - ປະຊາຊົນຕິດຕາມກວດກາໄດ້ດີ, ຢູ່ບ່ອນນັ້ນ ປະກົດການ ຫຍໍ້ທໍ້ກໍຍາກທີ່ຈະເກີດຂຶ້ນໄດ້. ວຽກງານນີ້ບໍ່ແມ່ນພຽງແຕ່ ເປັນໜ້າທີ່ ຂອງຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ; ແຕ່ມັນຕ້ອງ ກາຍເປັນ ແບບແຜນວິທີຄິດ, ເປັນຄວາມຊິນເຄີຍໃນການປະພຶດ ທາງດ້ານວັດທະນະທຳຂອງທົ່ວລະບົບ, ໃນນັ້ນການເປັນແບບຢ່າງ ຂອງຜູ້ນຳພາແມ່ນປັດໄຈຕັດສິນ.

ຂ້າພະເຈົ້າຢາກເນັ້ນໜັກຕື່ມວ່າ: ເມື່ອກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່, ພວກເຮົາຕ້ອງການ ກົງຈັກທີ່ປອດໃສເພື່ອໃຫ້ປະຊາຊົນເຊື່ອໝັ້ນ, ເຂັ້ມແຂງເພື່ອເຮັດວຽກ ແລະ ມີມະນຸດສະທຳເພື່ອເຕົ້າໂຮມຄວາມສາມັກຄີ. ການດຳເນີນ ວຽກງານນີ້ຕ້ອງມີສະຕິລະວັງຕົວສູງ: ເດັດຂາດຕໍ່ກັບສິ່ງທີ່ຜິດ, ແຕ່ ກໍຕ້ອງສ້າງສະພາບແວດລ້ອມ ເພື່ອໃຫ້ສິ່ງທີ່ຖືກຕ້ອງໄດ້ຮັບການ ແຜ່ຂະຫຍາຍ; ລົງໂທດຢ່າງເຂັ້ມງວດເພື່ອເປັນການກ່າວເຕືອນ, ແຕ່ໃນຂະນະດຽວກັນກໍຕ້ອງປັບປຸງກົນໄກໃຫ້ສົມບູນ ເພື່ອໃຫ້ຄົນດີ ມີເງື່ອນໄຂໃນການເຮັດວຽກ, ເພື່ອໃຫ້ສັງຄົມດຳເນີນໄປຢ່າງໂປ່ງໃສ ແລະ ມີລະບຽບຮຽບຮ້ອຍ.   

 
ສືບຕໍ່ລາຍການກອງປະຊຸມສະໄໝສາມັນ ຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນບ່າຍວັນທີ 10 ທັນວາ 2025, ສະພາແຫ່ງຊາດ ດຳເນີນກອງປະຊຸມຄົບຄະນະຢູ່ຫໍສະໂມສອນ ເພື່ອລົງຄະແນນສຽງ ຮັບຮອງເອົາຮ່າງກົດໝາຍສະບັບປັບປຸງ ແລະ ປະກອບເພີ່ມເຕີມ ບາງມາດຕາ ຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ. ພາບ: ຢວ໊ານເຕິ໋ນ - VNA

ນັກຂ່າວ: ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກຈະມາເຖິງ, ຂໍຮຽນສະຫາຍເລຂາທິການໃຫຍ່ ແບ່ງປັນ ກ່ຽວກັບ ຄວາມໝາຍຂອງກອງປະຊຸມໃຫຍ່ໃນຄັ້ງນີ້, ບັນດາແນວຄິດ ເປັນເຈົ້າ ພາທາງ, ວິໄສທັດຍຸດທະສາດ ແລະ ຄວາມມຸ່ງມາດປາດຖະໜາ ໃນການພັດທະນາປະເທດ ຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ,ສີວິໄລ ແລະ ມີຄວາມຜາສຸກ?

        ສະຫາຍ ເລຂາທິການໃຫຍ່ ໂຕເລີມ: ກອງປະຊຸມໃຫຍ່ຂອງພັກ ໃນ ແຕ່ລະສະໄໝ ລ້ວນແຕ່ແມ່ນຂີດໝາຍ ທີ່ສຳຄັນຍິ່ງ, ແຕ່ສຳລັບ ກອງປະຊຸມໃຫຍ່ ຄັ້ງທີ XIV ນີ້, ຄວາມໝາຍຍິ່ງເລິກເຊິ່ງກວ່າເກົ່າ, ເພາະວ່າພວກເຮົາກ້າວເຂົ້າສູ່ກອງປະຊຸມໃຫຍ່ ໃນທ່າມກາງ ສະພາບການໂລກທີ່ມີຄວາມຜັນຜວນຢ່າງວ່ອງໄວ, ມີຄວາມ ບໍ່ສະຫງົບ ແລະ ຄາດເດົາໄດ້ຍາກ; ໃນຂະນະທີ່ປະເທດຊາດ ພາຍຫຼັງ ຫຼາຍທົດສະວັດແຫ່ງການປ່ຽນແປງໃໝ່ ແມ່ນມີພື້ນຖານ, ທ່າແຮງ ແລະ ບົດບາດໃໝ່, ພ້ອມກັນນັ້ນກໍປະເຊີນກັບຄວາມຮຽກຮ້ອງ ຕ້ອງການ ໃນການພັດທະນາໃໝ່ທີ່ສູງກວ່າ ແລະ ເດັດຂາດກວ່າ. ນີ້ແມ່ນຊ່ວງເວລາທີ່ພວກເຮົາຕ້ອງເບິ່ງຄວາມເປັນຈິງໂດຍກົງ, ກຳນົດ ກາລະໂອກາດ ແລະ ສິ່ງທ້າທາຍໃຫ້ຖືກຕ້ອງ; ສະຫຼຸບສິ່ງທີ່ເຮັດໄດ້, ຊີ້ແຈງສິ່ງທີ່ຍັງຄົງຄ້າງ ແລະ ສິ່ງສຳຄັນທີ່ສຸດ ແມ່ນຄວາມເປັນ ເອກະພາບ ດ້ານເຈດຈຳນົງ ແລະ ການກະທຳ ເພື່ອກ້າວຕໍ່ໄປ ຢ່າງໜັກແໜ້ນ.

       ຂ້າພະເຈົ້າເຫັນວ່າ ມີ 3 ຈຸດໃຫຍ່ ກ່ຽວກັບທັດສະນະ ແນວທາງຊີ້ນຳ ແລະ ວິໄສທັດຍຸດທະສາດ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ຕ້ອງເຮັດໃຫ້ຈະແຈ້ງ ແລະ ແຜ່ຂະຫຍາຍຢ່າງແຂງແຮງ.  

ຈຸດທີໜຶ່ງ ແມ່ນຄວາມສາມັກຄີ ແລະ ຄວາມເຊື່ອໝັ້ນ. ຄວາມສາມັກຄີ ບໍ່ພຽງແຕ່ແມ່ນຄຳຂວັນ ຫຼື ຄຳຮຽກຮ້ອງເທົ່ານັ້ນ. ຄວາມສາມັກຄີ ຕ້ອງກາຍເປັນແບບແຜນການປະພຶດຂອງທົ່ວລະບົບ ແລະ ຂອງຄົນ ຫວຽດນາມແຕ່ລະຄົນ: ສາມັກຄີພາຍໃນພັກ, ສາມັກຄີປວງຊົນ, ສາມັກຄີລະຫວ່າງ “ເຈດຈຳນົງຂອງພັກ ແລະ ນ້ຳໃຈຂອງປະຊາຊົນ”; ຮູ້ຈັກວາງວຽກລວມໄວ້ເໜືອກວ່າ, ຮູ້ຈັກເສຍສະລະສ່ວນຕົວ ເມື່ອ ຈຳເປັນ. ແລະ ໄປຄຽງຄູ່ກັບ ຄວາມສາມັກຄີ ແມ່ນຄວາມເຊື່ອໝັ້ນ: ເຊື່ອໝັ້ນໃນເສັ້ນທາງ ທີ່ພວກເຮົາໄດ້ເລືອກ, ເຊື່ອໝັ້ນໃນພະລັງແຮງ ຂອງຊາດ, ເຊື່ອວ່າ ສິ່ງທີ່ດີງາມຈະມາເຖິງ ຖ້າພວກເຮົາເຮັດວຽກ ຢ່າງທົນທານ ເພື່ອຊາດ ເພື່ອປະຊາຊົນ.

ຈຸດທີສອງ ແມ່ນລະບຽບວິນາຍ ແລະ ການບຸກທະລຸ. ປະເທດຊາດ ຢາກກ້າວໄປໄວ ຕ້ອງມີການບຸກທະລຸ, ແຕ່ຢາກກ້າວໄປໄກ ຕ້ອງມີ ລະບຽບວິໄນ. ດັ່ງນັ້ນ, ຄຳຂວັນ ໃນການເຄື່ອນໄຫວ ຂອງ ກອງປະຊຸມໃຫຍ່ ຈຶ່ງໄດ້ກຳນົດຢ່າງຈະແຈ້ງວ່າ: “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ບຸກທະລຸ - ພັດທະນາ”. ການບຸກທະລຸ ຢູ່ທີ່ນີ້ ບໍ່ພຽງແຕ່ແມ່ນການເຮັດ “ວຽກໃໝ່” ບາງຢ່າງ ເທົ່ານັ້ນ, ແຕ່ແມ່ນການປ່ຽນແປງໃໝ່ດ້ານຈິນຕະນາການ ເພື່ອກ້າ “ແຕະ” ເຂົ້າເຖິງບັນດາຈຸດອຸດຕັນທີ່ແທ້ຈິງ: ນັ້ນແມ່ນກົດບັນຍັດ, ກົງຈັກ, ຄຸນນະພາບຊັບພະຍາກອນມະນຸດ, ຄວາມສາມາດ ໃນການບໍລິຫານ, ລະບຽບວິໄນໃນການປະຕິບັດໜ້າທີ່ລັດ; ເພື່ອໃຫ້ ປະເທດຊາດດຳເນີນໄປຢ່າງລຸລ່ວງ, ມີຄວາມຍຸຕິທຳ, ໂປ່ງໃສ ແລະ ມີປະສິດທິຜົນກວ່າເກົ່າ.

ຈຸດທີສາມ ແມ່ນການພັດທະນາເພື່ອມະນຸດ ແລະ ດ້ວຍສະຕິປັນຍາ. ຄວາມມຸ່ງມາດປາດຖະໜາ “ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສິວິໄລ ແລະ ມີຄວາມຜາສຸກ” ກ່ອນອື່ນໝົດ ຕ້ອງວັດແທກ ດ້ວຍ ສິ່ງທີ່ເປັນທຳມະດາ ໃນຊີວິດປະຈຳວັນ: ປະຊາຊົນ ມີວຽກເຮັດງານທຳ ທີ່ດີຂຶ້ນບໍ່, ລາຍຮັບໝັ້ນຄົງຂຶ້ນບໍ່; ມີທີ່ຢູ່ອາໄສທີ່ “ສະຫງ່າງາມ ແລະ ສວຍງາມກວ່າ” ບໍ່; ລູກຫຼານໄດ້ຮັບການສຶກສາ ທີ່ສະດວກກວ່າບໍ່, ສຸຂະພາບໄດ້ຮັບການເບິ່ງແຍງດີຂຶ້ນບໍ່, ຜູ້ສູງອາຍຸມີບ່ອນອີງບໍ່, ເຂດຫຍຸ້ງຍາກໄດ້ຮັບການຊ່ວຍເຫຼືອທັນການບໍ່... ແລະ ຢາກໃຫ້ ທຸກຢ່າງ “ດີຂຶ້ນ”, ພວກເຮົາຕ້ອງຖືເອົາສະຕິປັນຍາ, ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ເປັນກຳລັງຜັກດັນຕົ້ນຕໍຂອງຮູບແບບ ການເຕີບໂຕໃໝ່; ພ້ອມກັນນັ້ນ ກໍເສີມຂະຫຍາຍທຸກແຫຼ່ງກຳລັງ ຂອງສັງຄົມຢ່າງແຂງແຮງ, ໃນນັ້ນ ເສດຖະກິດເອກະຊົນ ແມ່ນກຳລັງດັນທີ່ສຳຄັນ.   

ວິໄສທັດຍຸດທະສາດຂອງກອງປະຊຸມໃຫຍ່ ຍັງຕິດພັນກັບ ບັນດາຂີດໝາຍທີ່ຊັດເຈນ: ເລືອກເອົາການຕັດສິນໃຈ ທາງດ້ານ ນະໂຍບາຍ ເພື່ອປະຕິບັດ ບັນດາເປົ້າໝາຍຮອດປີ 2030 ຢ່າງມີໄຊ ແລະ ເຮັດໃຫ້ວິໄສທັດຮອດປີ 2045 ປະກົດຜົນເປັນຈິງ. ນັ້ນແມ່ນ ບັນດາ “ຂີດໝາຍຄຳ” ເພື່ອສູ້ຊົນ, ເພື່ອໃຫ້ແຕ່ລະ ຂະແໜງການ, ແຕ່ລະທ້ອງຖິ່ນ, ແຕ່ລະອົງການ ແລະ ປະຊາຊົນ ແຕ່ລະຄົນ ລ້ວນແຕ່ ເຫັນວ່າຕົນເອງມີສ່ວນຮ່ວມ ໃນວຽກງານຕົວຈິງ ໃນການເດີນທາງ ລວມນີ້.

ຕາມແຜນການ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກ ຈະຈັດຂຶ້ນແຕ່ວັນທີ 19 ມັງກອນ2026 ຫາ 25 ມັງກອນ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ ທີ່ສຳຄັນຍິ່ງ ຂອງພັກ ແລະ ຊາດເຮົາ, ແມ່ນຂີດໝາຍປະຫວັດສາດ ຂອງ ປະເທດຊາດ ໃນຍຸກສະໄໝ ໂຮ່ຈີມິນ, ເປັນການເຕົ້າໂຮມມູນເຊື້ອ ວັດທະນະທຳນັບພັນປີຂອງຊາດ ເພື່ອກ້າວຂຶ້ນໃນຍຸກສະໄໝໃໝ່. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ກຳລັງໃຫ້ຄວາມສົນໃຈ, ຕິດຕາມ ແລະ ຕັ້ງຄວາມຫວັງໄວ້ຢ່າງສູງ ຕໍ່ຜົນສຳເລັດ  ຂອງ ກອງປະຊຸມໃຫຍ່. ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ ຈະແມ່ນບ່ອນເຕົ້າໂຮມສະຕິປັນຍາ, ຄຸນນະທາດ ແລະ ຄວາມມຸ່ງມາດປາດຖະໜາຢ່າງແທ້ຈິງ, ແມ່ນ ກອງປະຊຸມໃຫຍ່ ທີ່ເວົ້າຄວາມຈິງ, ປຶກສາຫາລືຖືກວຽກທີ່ຄວນເຮັດ ແລະ ຕັດສິນຖືກຕ້ອງໃນສິ່ງທີ່ຈຳເປັນ.

 

 
 
ຄ່ຳວັນທີ 2 ກັນຍາ, ປະຊາຊົນ ຮ່າໂນ້ຍ ໄດ້ຊົມການສະແດງຍິງ ບັ້ງໄຟດອກທີ່ສວຍສົດງົດງາມ ເພື່ອສະເຫຼີມສະຫຼອງ ຄົບຮອບ 80 ປີ ການປະຕິວັດເດືອນ ສິງຫາ (19/8/1945 - 19/8/2025) ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945 - 2/9/1945). ພາບ: VNA

ນັກຂ່າວ: ເນື່ອງໃນໂອກາດປີໃໝ່ 2026, ສະຫາຍເລຂາທິການໃຫຍ່ ມີສານໃດໆ ຢາກຝາກເຖິງປະຊາຊົນ ຫວຽດນາມ ແລະ ປະຊາຄົມໂລກ?

         ສະຫາຍເລຂາທິການໃຫຍ່ ໂຕເລີມ: ເນື່ອງໃນໂອກາດປີໃໝ່ 2026, ຂ້າພະເຈົ້າຢາກຝາກສານອັນສັ້ນໆ ແຕ່ເຕັມໄປດ້ວຍຄວາມຈິງໃຈ.

ເຖິງປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ຄວາມເຊື່ອໝັ້ນ, ຕໍ່ຄວາມເສຍສະຫຼະຢ່າງງຽບໆ, ຕໍ່ຄວາມອົດທົນ ແລະ ນ້ຳໃຈຮັກແພງ ທີ່ພໍ່ແມ່ພີ່ນ້ອງຮ່ວມຊາດ ໄດ້ ສະຫງວນໃຫ້ແກ່ກັນ ແລະ ໃຫ້ແກ່ປະເທດຊາດ ໃນຊ່ວງໄລຍະເວລາ ທີ່ມີຄວາມຜັນຜວນຫຼາຍຢ່າງທີ່ຜ່ານມາ. ຂ້າພະເຈົ້າຂໍອວຍພອນ  ໃຫ້ ທຸກຄອບຄົວ ຈົ່ງສະຫຼອງປີໃໝ່ ດ້ວຍຄວາມສະຫງົບສຸກ; ຂໍໃຫ້ ແຕ່ລະຄົນ ກ້າວເຂົ້າສູ່ປີໃໝ່ ດ້ວຍສິ່ງທີ່ລຽບງ່າຍຄື: ເຮັດວຽກຂອງຕົນ ໃຫ້ດີກວ່າເກົ່າ, ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ດີຂຶ້ນໃນທຸກໆ ວັນ. ເມື່ອສິ່ງທີ່ “ດີກວ່າເກົ່າ” ຫຼາຍລ້ານຢ່າງນັ້ນ ມາລວມກັນ, ປະເທດຊາດກໍຈະເຂັ້ມແຂງຂຶ້ນຢ່າງຍືນຍົງ.   

ຂ້າພະເຈົ້າຍັງຫວັງວ່າ ຖັນແຖວພະນັກງານ, ສະມາຊິກພັກໃນທຸກຂັ້ນ ຈົ່ງຈົດຈຳສະເໝີວ່າ: ຕຳແໜ່ງຍິ່ງສູງ ຄວາມຮັບຜິດຊອບຍິ່ງໃຫຍ່; ຍິ່ງມີອຳນາດ ກໍຍິ່ງຕ້ອງຜູກມັດຕົນເອງດ້ວຍລະບຽບວິໄນ, ຄວາມຊື່ສັດບໍລິສຸດ ແລະ ການເປັນແບບຢ່າງ. ວຽກໃດ ທີ່ມີ ຜົນປະໂຫຍດ ຕໍ່ປະຊາຊົນ ຕ້ອງສຸມໃສ່ເຮັດໃຫ້ສຸດຄວາມສາມາດ; ວຽກໃດທີ່ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ຕ້ອງຫຼີກເວັ້ນ ໃຫ້ເຖິງ ທີ່ສຸດ; ສິ່ງໃດຜິດກໍຕ້ອງແກ້ໄຂ, ສິ່ງໃດດີກໍຕ້ອງປົກປ້ອງ.

ສຳລັບ ເພື່ອນມິດ ແລະ ປະຊາຄົມໂລກ, ຫວຽດນາມ ຍາມໃດ ກໍໃຫ້ຄວາມສຳຄັນ ຕໍ່ເຈດຈຳນົງອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື. ພວກຂ້າພະເຈົ້າປາດຖະໜາທີ່ຈະຮ່ວມມື ກັບ ບັນດາປະເທດ, ອົງການຈັດຕັ້ງ ແລະ ປະຊາຊົນໃນທົ່ວໂລກ ເພື່ອ ສ້າງສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮ່ວມກັນ; ຫວຽດນາມ ຍາມໃດກໍເປັນ ຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍລວມ ເຊັ່ນ: ການປ່ຽນແປງ ຂອງ ດິນຟ້າອາກາດ, ຄວາມສະຫງົບ ທີ່ບໍ່ແມ່ນແບບດັ້ງເດີມ, ການພັດທະນາ ແບບກວມລວມ, ການຫັນເປັນດີຈີຕອນ ແລະ ການປ່ຽນໃໝ່ປະດິດສ້າງ.  ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງທີ່ດີງາມ ທີ່ສຸດ ແມ່ນເລີ່ມຕົ້ນຈາກການເຄົາລົບເຊິ່ງກັນ ແລະ ກັນ, ຈາກການ ສົນທະນາຢ່າງຈິງໃຈ ແລະ ຈາກການຮ່ວມມືທີ່ນຳມາຊຶ່ງຜົນປະໂຫຍດ ໃຫ້ແກ່ປະຊາຊົນບັນດາປະເທດ ແລະ ບັນດາຊົນຊາດໃນທົ່ວໂລກ.

ຂໍອວຍພອນໃຫ້ພໍ່ແມ່ພີ່ນ້ອງຮ່ວມຊາດ, ນັກຮົບທົ່ວປະເທດ ແລະ ເພື່ອນມິດສາກົນ ຈົ່ງມີສຸຂະພາບເຂັ້ມແຂງ, ຄວາມສຸກກາຍ ສະບາຍໃຈ, ມີການຮ່ວມມື ແລະ ພັດທະນາໃນປີ 2026.

ສະບາຍດີ ປີໃໝ່ 2026.  

 

 
ວັນທີ 14 ຕຸລາ ຕາມເວລາ ນິວຢອກ (ຕອນເຊົ້າມືດວັນທີ 15 ຕຸລາ ຕາມເວລາ ຮ່າໂນ້ຍ), ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (UN), ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 80 ໄດ້ເລືອກຕັ້ງ ບັນດາສະມາຊິກສະພາສິດທິມະນຸດ ສປຊ ສະໄໝປີ 2026 - 2028, ໃນນັ້ນ ຫວຽດນາມ ໄດ້ຮັບເລືອກຕັ້ງຄືນໃໝ່ໃນຕຳແໜ່ງນີ້ ດ້ວຍ ຄະແນນສຽງເຫັນດີ 180 ສຽງ ແລະ ແມ່ນປະເທດທີ່ ໄດ້ຮັບ  ຄະແນນສຽງ ສູງສຸດ ໃນກຸ່ມຕົວແທນພາກພື້ນ ອາຊີ - ປາຊີຟິກ. ພາບ: ແທງຕ໋ວນ - ນັກຂ່າວ VNA ປະຈຳ ອາເມລິກາ

top