ເສລີພາບ ໃນການເດີນທະເລ ຢູ່ທະເລຕາເວັນອອກ

ເສລີພາບ ໃນການເດີນທະເລ ຢູ່ທະເລຕາເວັນອອກ

ທະ​ເລ​ຕາ​ເວັນ​ອອກ​ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ຍຸດ​ທະ​ສາດ, ແຕ່ຍັງ ເປັນເຂດເພື່ອ​ຄວາມ​ຢູ່​ລອດ (ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ) ຂອງ​ບັນດາ​ປະ​ເທດ ASEAN ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ ເສັ້ນທາງ​ເສດຖະກິດ​ທີ່ສຳຄັນ ​ແລະ ​ແມ່ນເສັ້ນທາງຂົນສົ່ງ “ສາຍ​ເລືອດ” ຂອງ​ພາກ​ພື້ນອາຊີ - ປາຊີ​ຟິກ ແລະ ຂອງ​ໂລກ ອີກດ້ວຍ.

ກ່ອນ​ອື່ນ​ໝົດ, ຍ້ອນ​ວ່າ​ທະ​ເລ​ຕາ​ເວັນ​ອອກ ​ຕັ້ງ​ຢູ່​ບົນ​ເສັ້ນ​ທາງ​ ສາຍຫຼັກ ການເດີນທະ​ເລ ​​ທີ່​ເຊື່ອມ​ຕໍ່​ ລະຫວ່າງມະຫາ ສະໝຸດ ປາ​ຊີ​ຟິກ - ມະ​ຫາ​ສະ​ໝຸດ​ອິນເດຍ, ເອີ​ຣົບ - ອາ​ຊີ, ຕາ​ເວັນ​ອອກ​ກາງ - ອາ​ຊີ. ທະ​ເລ​ຕາເວັນອອກ​ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຄ້າ​ທາງ​ທະ​ເລ​ ທົ່ວ​ໂລກ.

ບັນດາເສັ້ນ​ທາງ​ເດີນ​ທະ​ເລ​ ຜ່ານ​ທະ​ເລ​ຕາ​ເວັນ​ອອກ​ ແມ່ນ “ຄໍ” ເພື່ອ​ແລກ​ປ່ຽນ​ສິນ​ຄ້າ​ ຂອງ​ ຫຼາຍ​ປະ​ເທດ​ອາ​ຊີ, ດ້ວຍ​ມູນ​ຄ່າ​ການ​ຄ້າ​ປະ​ມານ 5,3 ພັນຕື້ ໂດລາສະຫະລັດ. ຕາມ​ສະຖິຕິ ​ຂອງ ​ອົງການ​ພະລັງງານ ​ຂອງ ​ສ ອາ​ເມ​ລິ​ກາ, ນ້ຳ ມັນ​ດິບ 1/3 ​ແລະ ອາຍແກັສແຫຼວ ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຖືກ​ຂົນ​ສົ່ງ​ຜ່ານ​ທະ​ເລ​ຕາເວັນອອກ. ປະລິມານນ້ຳມັນດິບແລະ ອາຍ ແກັສແຫຼວ ທີ່ຂົນສົ່ງຜ່ານທະເລ ແຫ່ງນີ້ ແມ່ນຫຼາຍກວ່າ 15 ເທົ່າ ທີ່ຂົນ ສົ່ງຜ່ານຄອງ ປານາມາ ໃນ ອາເມລິກາກາງ. ໃນ ແຕ່ລະປີ, ປະລິມານ ນ້ໍາມັນ ນຳເຂົ້າປະມານ 70% ແລະ ປະລິມານ ສິນຄ້າສົ່ງອອກ ປະມານ 45% ຂອງ ຍີ່ປຸ່ນ ແມ່ນ ໄດ້ຂົນສົ່ງຜ່ານທະເລຕາເວັນອອກ. ສປ ຈີນ ​ມີ​ເສັ້ນທາງ​ເດີນ​ທະ​ເລ 29/39 ​ເສັ້ນ ແລະ​ ປະລິມານ​ສິນຄ້າ​ນຳ​ເຂົ້າສິນຄ້າ ປະມານ 60%, 70% ນໍ້າມັນ ນໍາເຂົ້າ ຖືກຂົນ​ສົ່ງ​ ຜ່ານ​ທະ​ເລ​ຕາເວັນອອກ. 

ບັນດາປະເທດ ຫວຽດ​ນາມ, ໄທ, ຟີ​ລິບ​ປິນ, ມາ​ເລ​ເຊຍ, ກຳ​ປູ​ເຈຍ, ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ ແລະ ບຣູ​ໄນ ແມ່ນ​ປະ​ເທດ ໃນກຸ່ມ​ ASEAN ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ຕາ​ເວັນ​ອອກ. ປະລິມານ​ສິນຄ້າ​ສົ່ງ​ອອກ ​ຜ່ານ​ທະ​ເລ​ຕາເວັນອອກ ຂອງ ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ 55%, ບັນດາ ປະ​ເທດ​ອຸດສາຫະກຳ​ໃໝ່ ​ແມ່ນ 26%, ອົດ​ສະ​ຕຣາ​ລີ ແມ່ນ 40%.

ຕາມ​ແຜນ​ສັງລວມພັດທະນາ​ ລະບົບ​ທ່າ​ກຳ​ປັ່ນ​ ​ຂອງ ​ຫວຽດນາມ ​ໄລຍະ 2021 - 2030, ດ້ວຍ​ວິ​ໄສ​ທັດ​ຮອດ​ປີ 2050 ​ໄດ້​ຮັບ​ການ​ອະນຸມັດ ​ຈາກ​ນາຍົກລັດຖະມົນຕີ, ທ່າ​ກຳ​ປັ່ນ ​ບ່າ​ເຣ້ຍ - ຫວຸງເຕົ່າ ​ຖືກຈັດ​ເປັນ​ທ່າ​ກຳ​ປັ່ນ​ ພິເສດ ​ແລະ ​ເປັນ​ລະບົບທ່າກໍາປັ່ນ ຢູ່ປາກທະເລ, ທ່າກຳປັ່ນຂົນສົ່ງ ສາກົນ ທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ, ໃນນັ້ນມີທ່າກຳປັ່ນ: ທ່າກຳ ປັ່ນ ກາຍແມັບ; ທ່າກຳປັ່ນ ທິຫວາຍ; ທ່າກຳປັ່ນ ຊາວມາຍ - ເບັນດິ່ງ; ທ່າກຳປັ່ນສາກົນ ຫວຸງເຕົ່າ; ທ່າກຳປັ່ນ ລອງເຊີນ; ທ່າກຳປັ່ນ ແມ່ນໍ້າຢີງ; ທ່າກຳປັ່ນ ໂກນດາວ... ພາບ:VNA
ລົດເຄນທີ່ທັນສະໄໝທີ່ສຸດໃນໂລກຢູ່ທ່າເຮືອນ້ຳເລິກ Gemalink, ເທດສະບານ ຝູ໋ໝີ, ແຂວງ ບ່າເຣ້ຍ ຫວູງເຕົ່າ. ພາບ: VNA

ສຳລັບ ຫວຽດນາມ, 100% ສິນຄ້ານໍາເຂົ້າ ແລະ ສົ່ງອອກ ຕ້ອງຜ່ານທະເລຕາເວັນອອກ. ຫວຽດນາມ ​ແມ່ນ​ປະ​ເທດ​ບຸກ​ເບີກ​ໃນ​ພາກ​ພື້ນ ​ວາງ​ແຜນ​ກຳນົດ​ລະບົບ​ການ​ຄ້າ​ທາງ​ທະ​ເລ​ທີ່​ສອດຄ່ອງ​ກັນ. ກົມ​ການ​ເດີນເຮືອທາງທະ​ເລ​ ຫວຽດ​ນາມ ໃຫ້ຮູ້ວ່າ ປັດຈຸ​ບັນ, ທົ່ວ​ປະ​ເທດ ​ມີ​ທ່າ​ກຳ​ປັ່ນ 272 ​ແຫ່ງ, ມີ ຄວາມ​ຍາວ​ທັງ​ໝົດ​​ 92,2 ກິ​ໂລ​ແມັດ ດ້ວຍກຳລັງ​ການ​ຜະ ລິດ ​ກວ່າ 550 ລ້ານ​ໂຕນ/ປີ. ລະບົບ​ທ່າ​ກໍາປັ່ນ​ທາງ​ທະ​ເລ ​ຕິດ​ພັນ​ກັບ​ບັນດາ​ສູນກາງ ແລະ ເຂດເສດຖະກິດ​ ທີ່​ສຳຄັນ ​ຂອງ ​ປະ​ເທດ.

 

ໂດຍ​ຮັບ​ຮູ້​ໄດ້ຄວາມ​ສຳຄັນ​ ຂອງ ເສລີ​ພາບໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາເວັນອອກ, ຢູ່​ເວທີ​ປາ​ໄສ​ ການ​ເດີນ​ທະ​ເລ ​ ASEAN ເປີດກວ້າງຄັ້ງ​ທີ 11 (EAMF), ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອິນ​ໂດ​ເນ​ເຊຍ Retno Marsudi ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ ​ແລະ ປະຕິ ບັດ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາຂອງສະຫະ​ປະຊາ ​ຊາດ ວ່າດ້ວຍກົດໝາຍທະເລ ​ປີ ​​1982 (UNCLOS), ແນ ໃສ່ ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຢູ່ ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ. 

ເພີ່ມ​ທະວີ​ວຽກງານປ້ອງກັນຄວາມ​ສະຫງົບການເດີນ​ເຮືອທະ​ເລ.

ຄຽງ​ຄູ່​ກັນ​ນັ້ນ, ໃນຖະ​ແຫຼ​ງການ ​ວິ​ໄສ​ທັດ ASEAN ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ (AOIP) ໄດ້​ເນັ້ນ​ໜັກ​ເຖິງ​ການ​ສ້າງ “ນິ​ໄສ​ການ​ຮ່ວມ​ມື” ​ໃນຂົງ​ເຂດການເດີນ​ທະ​ເລ. ​ເພື່ອ​ແນ​ໃສ່​ສ້າງ​ວິ​ໄສ​ທັດ​ດັ່ງກ່າວ, ​ເວທີ​ປາ​ໄສຕຳຫຼວດທະເລ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຄັ້ງ​ທຳ​ອິດ​ ໄດ້ຈັດ​ຂຶ້ນ​ຢູ່​ ອິນ​ໂດ​ເນ​ເຊຍ ​ໃນ​ປີ 2022 ​ໄດ້​ຮັບ​ຜົນສຳ​ເລັດ​ໂດຍ​ການ​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ ຂອງ ກອງກຳລັງປ້ອງ​ກັນ ​ຝັ່ງ​ທະ​ເລ​ ASEAN.

ບໍ່​ພຽງ​ແຕ່​ບັນດາ​ປະ​ເທດ ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ​ບັນດາ​ພື້ນ ຖານ​ເສດຖະກິດ​ ໃຫຍ່​ໃນ​ໂລກ ​ກໍ່​ມີ​ຄວາມ​ສົນໃຈເປັນ​ຢ່າງ​ຍິ່ງ​ກ່ຽວ​ກັບ​ເສລີພາບ​ ໃນ​ການ​ເດີນ​ທະເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນັກວິຊາການ Terashima Hiroshi - ອະດີດປະທານ ສະຖາ ບັນ ສຶກສານະໂຍບາຍທາງທະເລຂອງ ຍີ່ປຸ່ນ ໄດ້ສະເໜີ ບັນ ດາຍຸດທະສາດ ເພື່ອເຂົ້າໃກ້ກັບບັນຫາທະເລຕາເວັນ ອອກ ເຊັ່ນ: ເພີ່ມທະວີການເຈລະຈາ, ການພົວພັນລະຫວ່າງ ບັນ ດາ ຝ່າຍທີ່ກ່ຽວຂ້ອງ, ລະຫວ່າງນັກວິຊາການ ເພື່ອຕີ ຄວາມ ໝາຍ, ແບ່ງປັນລະບຽບກົດໝາຍ, ສ້າງພື້ນຖານແກ້ ໄຂ ຄວາມແກ່ງແຍ້ງກັນຢູ່​ທະ​ເລ, ຮັກສາ​ຄວາມ​ໝັ້ນຄົງ​ການ ເດີນ ທະ​ເລ; ສະໜັບສະໜູນ ​ບັນດາ​ປະ​ເທດ ASEAN, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ສາມາດ​ ປະ ຕິບັດ​ສົນທິສັນຍາ ​ຂອງ ​ສະຫະ​ປະຊາ​ຊາດ​ ວ່າດ້ວຍ​ກົດ ໝາຍ​ທະ​ເລ ​ປີ 1982 (UNCLOS) ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ ຂອງ ການເດີນ​ທະ​ເລ.

ບັນດາອົງການທີ່ກ່ຽວຂ້ອງ​ຂອງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ​ແກ້​ໄຂ​​ ການ​ຊອກ​ຫາ, ກູ້ຊີບ, ກູ້​ໄພ​ຢູ່​ເຂດ​ທະ​ເລ​ ອ່າວ​ ລານ​ຮ້າ, ໝູ່​ເກາະ ກາດບ່າ, ນະຄອນ ຫາຍຟ່ອງ. ພາບ: VNA

ເຊັ່ນ​ດຽວ​ກັນ​ກັບ ​ຍີ່​ປຸ່ນ, ອິນ​ເດຍ ​ໄດ້ຢືນ​ຢັນ​ວ່າ​ ທະ​ເລ​ຕາ ເວັນ ອອກ​ມີ​ຄວາມ​ສຳ​ຄັນ​ ຫຼາຍ​ຕໍ່​ເສດ​ຖະ​ກິດ ​ແລະ​ ຄວາມ​ໝັ້ນ​ຄົງ​ຂອງ ​ອາ​ຊີ ​ແລະ ​ໂລກ. ສາດສະດາຈານ Jagannath Panda, ສະຖາບັນຄົ້ນຄວ້າ ແລະ ວິເຄາະດ້ານປ້ອງກັນປະ ເທດ ອິນເດຍ ໄດ້ສະເໜີ​ວິທີການແກ້​ໄຂ ກ່ຽວກັບ​ສົນທິສັນ ຍາ​ການ​ເດີນ​ທະ​ເລ ​ສະບັບໜຶ່ງ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ເນັ້ນ​ໜັກ​ເຖິງ​ເສລີພາບ ​ໃນ​ການ​ເດີນ​ທະ​ເລ, ປັດ ໄຈ ທີ່ພວມເຮັດໃຫ້ ​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ ມີຄວາມເລິກເຊິ່ງກວ່າເກົ່າ.

ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ VNA, ສາດສະດາຈານ Gregory Moore, ແຫ່ງມະຫາວິທະຍາ​ໄລ Nottingham (ອັງກິດ) ຢືນ ຢັນ​ວ່າ ບັນດາ​ປະ​ເທດ​ ທີ່​ອ້າງ​ກໍາມະສິດ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈະຕ້ອງ​​ຮ່ວມ​ມື ​ແລະ ປຶກສາ​ຫາລື​ເພື່ອ​ແກ້​ໄຂ​ບັນຫາ.

  • ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ

 


top