ເສດຖະກິດຫວຽດນາມ ເລີ່ມການຟື້ນຕົວ
ມະຕິເລກທີ 128ແມ່ນກຳລັງໜູນ ຊຸກຍູ້ການ “ຟື້ນຕົວ” ທາງເສດຖະກິດ
ບໍ່ຄ່ອຍມີປີໃດ, ພື້ນຖານເສດຖະກິດ ປ່ຽນແປງຫຼາຍ ຄືປີ 2021. ພຽງແຕ່ເບິ່ງອັດຕາການເຕີບໂຕ ຂອງ GDPຕາມແຕ່ລະໄຕມາດກໍ່ພຽງພໍທີ່ຈະຮູ້ໄດ້ສິ່ງດັ່ງກ່າວ. ໃນໄຕມາດທີ I, ຕົວເລກ GDP ເຕີບໂຕ 4,72%;ໄຕມາດທີ IIເພີ່ມຂຶ້ນ 6,73%;ໄຕມາດທີ III ຫຼຸດລົງ 6,02%;ແລະ ໄຕມາດທີIV ເພີ່ມຂຶ້ນ 5,22%,ທັງປີ 2021, ຕົວເລກບັນລຸ ໄດ້ແມ່ນ 2,58%.
ສະນັ້ນ, ຄາດຄະເນຫຼາຍຢ່າງໄດ້ວາງອອກໃຫ້ແກ່ປີ 2021. ສະ ພາແຫ່ງຊາດ ໄດ້ກຳນົດຄາດໝາຍເຕີບໂຕ ຂອງ ປີ 2021 ແມ່ນ 6%,ແຕ່ລັດຖະບານ ຕັດສິນໃຈບັນລຸໄດ້ 6,5%,ດ້ວຍຄວາມຫວັງຢ່າງເຕັມທີ່ເພື່ອຟື້ນຟູ ພື້ນຖານເສດຖະກິດ.
ແຕ່ "ຄວາມສຸກແມ່ນສັ້ນ" ຄືກັບຄວາມເປັນຫວ່ງຂອງບັນດາຜູ້ຊ່ຽວຊານ ດ້ານເສດຖະກິດ, ນັ້ນແມ່ນການແຜ່ລະບາດຄັ້ງນີ້ ຂອງ ໂຄວິດ-19 ໄດ້ "ຕີໂດຍກົງ" ເຂົ້າໃນສູນກາງເສດຖະກິດ ແລະ ເຂດອຸດສາຫະກໍາ ທີ່ສໍາຄັນ. ບັກຢາງ ຕ້ອງປິດປະຕູ ຊົ່ວ ຄາວ ບັນດາເຂດອຸດສາຫະກຳ ໃນໄລຍະໜຶ່ງ. ຖັດຈາກ ບັກຢາງ ແມ່ນ ບັກນິງ, ແຕ່ທີ່ຮ້າຍແຮງກວ່າໝູ່ແມ່ນນະຄອນ ໂຮ່ຈີມິນ, ດົ່ງນາຍ, ບິ່ງເຢືອງ... ແມ່ນ “ເມືອງເອກ” ອຸດສາຫະກຳ ຂອງທົ່ວປະເທດ.
ບັນດາມາດຕະການແຍກຫ່າງທາງສັງຄົມຖືກນໍາໃຊ້ຢ່າງຕໍ່ເນື່ອງ ເປັນເວລາດົນນານ. ໂຮງງານຫຼາຍແຫ່ງຕ້ອງປິດປະຕູ. ລະບົບຕ່ອງໂສ້ການສະໜອງຖືກຢຸດ. ຜູ້ອອກແຮງງານ ຂາດວຽກເຮັດງານທຳ ແລະ ພາກັບກັບຄືນບ້ານເກີດເມືອງນອນ. ກໍາລັງການຊື້ຫຼຸດລົງ. ການຜະລິດ ໄດ້ເປັນອໍາມະພາດ… ແລະ ສິ່ງທີ່ເກີດຂຶ້ນກໍໄດ້ມາເຖິງ. ການເຕີບໂຕ ດ້ານເສດຖະກິດ ໃນໄຕມາດ III ໄດ້ຕິດລົບ 6.02% (ເບື້ອງຕົ້ນຄາດວ່າ ຢູ່ທີ່ 6.17%).
“ລົດ ເສດຖະກິດ” ຍັງໄປຖອຍຫຼັງ ໃນຄວາມວິຕົກກັງວົນ ບໍ່ພຽງແຕ່ລັດຖະບານ, ຜູ້ວາງນະໂຍບາຍເທົ່ານັ້ນ, ຫາກຍັງແມ່ນປະຊາ ຊົນອີກດ້ວຍ. ການແຍກຫ່າງສັງຄົມເຕີມອີກມື້ໜຶ່ງ, ອີກໜຶ່ງໂຮງ ງານ ຈະຖືກປິດປະຕູ, ຊີວິດການເປັນຢູ່ ຂອງ ປະຊາຊົນໄດ້ຮັບຜົນກະທົບ.
ຕໍ່ຄວາມເປັນຈິງດັ່ງກ່າວ, ບວກໃສ່ປະຕິບັດການສັກຢາກັນພະ ຍາດ ກໍ່ໄດ້ຮັບຜົນດີ, ລັດຖະບານ ໄດ້ຕັດສິນໃຈຫັນຍຸດທະສາດຕ້ານການແຜ່ລະບາດ ຂອງ ໂຄວິດ-19 ແລະ ໄດ້ອອກມະຕິເລກທີ 128/NQ-CPວ່າດ້ວຍການປັບຕົວຢ່າງປອດໄພ ແລະ ຄ່ອງຕົວໃນການຄວບຄຸມການແຜ່ລະບາດຂອງ ໂຄວິດ-19. ມະຕິດັ່ງກ່າວແມ່ນເປັນຂີດໝາຍທີ່ໝາຍເຖິງ “ການຟື້ນຕົວ” ຂອງພື້ນ ຖານເສດຖະກິດ.
ບໍ່ມີການປິດກັ້ນແມ່ນ້ຳ, ຫ້າມເປີດຕະຫຼາດອີກຕໍ່ໄປ, ລະບົບ ຕ່ອງໂສ້ການສະໜອງ, ການຜະລິດ ແລະ ການເຄື່ອນໄຫວທຸລະກິດ ເລີ່ມກັບຄືນສູ່ສະພາບ ປົກກະຕິ. ການບໍລິໂພກ, ການບໍລິ ການເລີ່ມຟື້ນຕົວກັບ ຄືນໃໝ່. ການເບີກຈ່າຍເງິນທຶນ ຂອງລັດກໍ່ຄືກັນ. ຍ້ອນເຫດນັ້ນ, ພື້ນຖານເສດຖະກິດ ໄດ້ມີການປ່ຽນແປງ. “ລົດເສດຖະກິດ” ໄດ້ເລັ່ງຂຶ້ນອີກ. ເສດຖະກິດ ໃນໄຕມາດທີ IV ໄດ້ຟື້ນຕົວ ຂຶ້ນສູ່ລະດັບ 5,22%,ເຮັດໃຫ້ການເຕີບໂຕ GDP ຂອງ ທັງປີ ບັນລຸ 2,58%.
ເຖິງວ່າການເຕີບໂຕດ້ານເສດຖະກິດໃນປີ 2021 ແມ່ນຕ່ຳສຸດໃນກວ່າ 3 ທົດສະວັດ ຜ່ານມາແຫ່ງການປ່ຽນແປງໃໝ່, ແຕ່ຍັງແມ່ນ ໝາກຜົນແຫ່ງຄວາມພະຍາຍາມ ຂອງ ທົ່ວລະບົບການ ເມືອງ ໃນປີ 2021. ຍິ່ງກວ່ານັ້ນ, ຍັງມີບັນດາໝາກຜົນໜ້າ ຊື່ນຊົມ, ນັ້ນແມ່ນຍອດມູນຄ່າການນໍາເຂົ້າ - ສົ່ງອອກ ບັນລຸກວ່າ 668 ຕື້ ໂດລາສະຫະລັດ. ເປັນສິ່ງມະຫັດສະຈັນ ທີ່ດຶງດູດ ການລົງທຶນຈາກຕ່າງປະເທດກວ່າ 31 ຕື້ ໂດລາສະຫະລັດ. ລາຍຮັບງົບປະມານ ຍັງເກີນຄາດໝາຍ…
ສິ່ງທີ່ສຳຄັນກວ່າໝູ່ ແມ່ນ ພື້ນຖານເສດຖະກິດ ພວມກ້າວເຂົ້າສູ່ການຟື້ນຕົວ, ຄ່ອຍໆ ປັບຕົວເຂົ້າກັບການແຜ່ລະບາດຂອງໂຄວິດ-19. ມີຄວາມສຸກ ແຕ່ຍັງເປັນຫ່ວງ. ເພາະວ່າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ຢູ່ຂ້າງໜ້າ...
“ລົດເສດຖະກິດ ປີ2022”: ຫຼາຍຈຸດທີ່ສົດໃສ
ແນ່ນອນວ່າ, ໃນປີ 2022, ສະຖານະການ ບໍ່ງ່າຍທີ່ ຈະຄາດຄະເນໄດ້. ພຽງແຕ່ຮູ້ວ່າ, ບັນດາຜູ້ຊ່ຽວຊານ ດ້ານເສດຖະກິດລ້ວນແຕ່ມີຄວາມເຫັນຄືກັນ, ໃນປີ 2022, ເສດຖະກິດ ຫວຽດ ນາມ ສືບຕໍ່ມີຄວາມສະດວກ, ກາລະໂອກາດ, ຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍ ສະຫຼັບກັນ.
ທ່ານ Tim Evans, ຜູ້ອຳນວຍການໃຫຍ່ HSBCຫວຽດນາມ ໃຫ້ຮູ້ວ່າ: ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ສາມາດຟື້ນຕົວ, ການເຕີບໂຕ GDP ຢູ່ລະດັບ 6,8% ຂອງປີ 2020, ດ້ວຍກຳລັງໜູນຕົ້ນຕໍແມ່ນແຫຼ່ງທຶນເຂົ້າຈາກການລົງທຶນໂດຍກົງຈາກຕ່າງປະເທດ ຢ່າງແຂງແຮງ. ສ່ວນທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ ກົມສະຖິຕິ ໄດ້ກ່າວເຖິງ ຄວາມຕ້ອງການພາຍໃນປະເທດ, ການສົ່ງອອກ, ການລົງທຶນ ໂດຍກົງຈາກຕ່າງປະ ເທດ ແລະ ນະໂຍບາຍສະໜັບສະໜູນ ຂອງລັດຖະບານ.
ປັດຈຸບັນ, ລັດຖະບານ ໄດ້ອອກມະຕິເລກທີ 01 ແລະ 02, ກ່ຽວກັບການຄຸ້ມຄອງເສດຖະກິດ ມະຫາພາກ ແລະ ທິດທາງແກ້ໄຂ ຕົ້ນຕໍເພື່ອປັບປຸງ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຍົກສູງຄວາມສາມາດແກ່ງແຍ້ງ ຂອງ ປະເທດ ຮອດປີ 2022. ນັບແຕ່ນັ້ນເປັນຕົ້ນມາ, ຫົວຂໍ້ ຂອງລັດຖະບານ ກ່ຽວກັບການຄຸ້ມຄອງເສດຖະກິດ ປີ 2022 ແມ່ນ “ສະຖຽນລະພາບ, ມີລະບຽບວິໄນ, ຄວາມປອດໄພ, ມີໄຫວພິບ ແລະ ມີປະ ສິດທິພາບ ". ນັ້ນແມ່ນສິ່ງສໍາຄັນ ສໍາລັບການຟື້ນຕົວ ຂອງເສດຖະກິດ, ເພື່ອໃຫ້ການເຕີບໂຕ ຂອງ ເສດຖະກິດສາມາດ ບັນລຸໄດ້ 6%.
ດ້ວຍເຫດນັ້ນ, ລັດຖະບານຈຶ່ງພວມສ້າງແຜນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ໄລຍະ 2022-2023 ໂດຍມີເປົ້າໝາຍນຳເສດຖະກິດກັບຄືນສູ່ລະດັບເຕີບໂຕສູງ ແລະ ຍືນຍົງໂດຍໄວ. ປະຊາຄົມສັງຄົມ, ວົງການນັກທຸລະກິດ, ທັງລະບົບການເມືອງລ້ວນແຕ່ຄອຍຖ້າການບຸກທະລຸ ຂອງໂຄງການນີ້.
ມື້ສຸດທ້າຍຂອງປີ 2021, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳ ເນີນກອງປະຊຸມປຶກສາຫາລືກ່ຽວກັບແຜນນະໂຍບາຍ ງົບປະ ມານ ແລະ ການເງິນ ໃນໂຄງການຟື້ນຟູ ແລະ ພັດທະນາເສດ ຖະກິດ - ສັງຄົມ ໄລຍະ 2022-2023. ສະພາແຫ່ງຊາດຍັງດຳ ເນີນກອງປະຊຸມວິສາມັນ ເພື່ອພິຈາລະນາ ແລະ ອະນຸມັດຜ່ານໂຄງການດັ່ງກ່າວ. ນີ້ແມ່ນ ປັດໄຈສຳຄັນ ເພື່ອຟື້ນຟູ ພື້ນຖານເສດຖະກິດ. ການຊັກຊ້າໃນ ການປະຕິບັດມື້ໜຶ່ງ, ໂອກາດທີ່ຈະຟື້ນຕົວ ຂອງພື້ນຖານ ເສດຖະກິດ ຈະຜ່ານໄປຢ່າງງຽບໆ.
“ລົດເສດຖະກິດ ປີ 2022 ພວມດຳເນີນຕາມ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະບານ ພວມດຳເນີນຢູ່. ເປັນຄັ້ງທຳອິດ ທີ່ພື້ນຖານ ເສດຖະກິດ ຫວຽດນາມ ມີມາດຕະການແກ້ໄຂຢ່າງຮອບດ້ານແລະ ດ້ວຍຂະໜາດໃຫຍ່ຄືແນວນັ້ນ! ປີໃໝ່ 2022 - ປີເລີ່ມຕົ້ນຂອງການຟື້ນຕົວ ຂອງເສດຖະກິດ - ໄດ້ເລີ່ມຕົ້ນມາເປັນເວລາ 3 ເດືອນ ໂດຍມີນະໂຍບາຍເພື່ອຄ່ອຍໆເປີດປະຕູເສດຖະກິດ.