ເລື່ອງລາວ ຂອງ ນໍ້ານົມ ອິນຊີ ມຸກດົ່ງ
ດ້ວຍຄວາມມຸ່ງຫວັງ ຢາກນຳມາໃຫ້ຜູ້ບໍລິໂພກ ຜະລິດຕະພັນນ້ຳນົມສົດທີ່ສະອາດ ແລະ ປອດໄພ, 8 ປີແຫ່ງການເດີນທາງກໍ່ ສ້າງ ແລະ ພັດທະນາຂອງ ມຸກດົ່ງ (2015-2023) ໄດ້ບັນລຸບັນດາບາດກ້າວທີ່ໜ້າຈົດຈຳຄື: ກາຍເປັນຍີ່ຫໍ້ ນໍ້ານົມ ອິນຊີ ແຫ່ງທຳ ອິດ ຂອງ ຫວຽດນາມ ໄດ້ຮັບໃບຢັ້ງຢືນ JAS (Japanese Agricultural Standards) ຂອງ ຍີ່ປຸ່ນ, ຢືນຢັນຖານະບົດບາດນຳໜ້າໃນຂົງເຂດລ້ຽງ ແລະ ປຸງແຕ່ງນ້ຳນົມສົດ ທໍາລາຍ ເຊື້ອ ແບັກທີເຣຍ ບາງຊະນິດ ຢູ່ ຫວຽດນາມ.
“ເມື່ອດື່ມນ້ຳນົມ ມຸກດົ່ງ ແລ້ວ, ເຈົ້າບໍ່ສາມາດດື່ມນົມອື່ນໄດ້ອີກ”. ຄຳຍ້ອງ ຂອງ ລູກຄ້າຄົນນີ້ ໄດ້ກາຍເປັນແຮງຈູງໃຈອັນໃຫຍ່ຫຼວງ ໃຫ້ ແກ່ທ່ານນາງ ຫງວຽນທິຖິ້ງ ນັບແຕ່ມື້ເລີ່ມຕົ້ນ ການດຳເນີນ ເຮັດທຸລະກິດ ທີ່ຫຍຸ້ງຍາກ. ຄວາມມຸ່ງມາດປາດຖະໜາ ຢາກນຳ ແຫຼ່ງໂພຊະນາ ການທີ່ດີທີ່ສຸດ ມາໃຫ້ແກ່ຊາວ ຫວຽດນາມ ພ້ອມ ກັບຄວາມເຊື່ອ ໝັ້ນຈາກລູກຄ້າ ໄດ້ຊຸກຍູ້ໃຫ້ທ່ານນາງ ຖິ້ງ ກໍ່ຄື ທີມງານ ມຸກດົ່ງ ມີຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຄົ້ນຄວ້າ ແລະ ພັດທະນາ ຜະລິດຕະພັນນໍ້ານົມສົດທີ່ແຊບ, ປອດໄພ ແລະ ເໝາະສົມກັບລົດຊາດຂອງຄົນ ຫວຽດນາມ ທຸກເພດ ທຸກໄວ.
ແຫຼ່ງວັດຖຸດິບ ນ້ຳນົມ ຂອງ ມຸກດົ່ງ ແມ່ນໄດ້ມາຈາກງົວນົມ ທີ່ລ້ຽງ ຕາມວິທີປອດສານພິດ 100% ເທິງທົ່ງຫຍ້າສີຂຽວຢູ່ແຂວງ ຮວ່າ ບິ່ງ. ໂດຍບໍ່ມີ ອາຫານດັດແປງພັນທຸກໍາ, ຮໍໂມນ ການຂະຫຍາຍ ຕົວ ຫຼື ຢາຕ້ານເຊື້ອ, ງົວໄດ້ລ້ຽງ ແບບໃກ້ຊິດກັບ ທໍາມະຊາດ, ອາ ກາດສົດໃສ ແລະ ນ້ໍາສະອາດ. ຍ້ອນແນວນັ້ນ, ນໍ້ານົມ ອິນຊີ ມຸກດົ່ງ ໃຫ້ແຫຼ່ງໂພຊະນາການ ທີ່ບໍລິສຸດ, ຮັບປະກັນຄວາມປອດໄພຕໍ່ສຸຂະພາບ ຂອງ ຜູ້ບໍລິໂພກ.
ສຳລັບ ມຸກດົ່ງ, ການລ້ຽງ ງົວນົມ ບໍ່ພຽງແຕ່ເປັນການຜະລິດ ນ້ຳ ນົມ ເທົ່ານັ້ນ, ແຕ່ຍັງແມ່ນເລື່ອງລາວ ກ່ຽວກັບການເອົາໃຈໃສ່ ແລະ ລອບຄອບຖີ່ຖວນ ໃນທຸກໆ ຂັ້ນຕອນ ຂອງການລ້ຽງງົວນົມ. ງົວນົມແຕ່ລະໂຕ ຢູ່ທີ່ນີ້ ໄດ້ຮັບການລ້ຽງດູ ແລະ ເບິ່ງແຍງຄືກັບ ສະມາຊິກໃນຄອບຄົວ, ບໍ່ພຽງແຕ່ໄດ້ ຕອບສະໜອງດ້ານໂພຊະ ນາການ ຫຼາຍກວ່າ 90% ຂອງອາຫານ ອິນຊີ ຈາກຟາມເທົ່ານັ້ນ, ແຕ່ຍັງໄດ້ຮັບປະກັນພື້ນທີ່ດຳລົງຊີວິດທີ່ສົດຊື່ນ ແລະ ມີຄວາມ ເສລີພາບໃນການເຄື່ອນໄຫວອີກດ້ວຍ.
ສຸຂະພາບ ຂອງ ງົວ ແມ່ນໄດ້ຮັບການບູລິມະສິດ ອັນດັບໜຶ່ງ. ນອກຈາກການນຳໃຊ້ຢາສະໝຸນໄພພື້ນເມືອງເຊັ່ນ: ໂບ່ກົງແອ໋ງ (dandelion), ດິງລັງ (polyscias fruticose), ໂຂເຊີມ (Croton tonkinensis Gagnep)... ເພື່ອປ້ອງກັນ ແລະ ປິ່ນປົວພະຍາດ, ມຸກດົ່ງ ຍັງນຳໃຊ້ວິທີແຍກອອກຫ່າງ ແລະ ຫັນປ່ຽນຢ່າງເຂັ້ມງວດ ຕໍ່ກໍລະນີທີ່ຕ້ອງໃຊ້ຢາຕ້ານເຊື້ອ. ພິເສດ, “ງົວນົມ” ຈະໄດ້ພັກຜ່ອນ ຢ່າງ ສົມບູນ ໃນໄລຍະຖືພາ ເພື່ອຮັບປະກັນສຸຂະພາບໃຫ້ດີທີ່ສຸດ.
ບໍ່ພຽງແຕ່ຢຸດຢູ່ໃນການລ້ຽງງົວ ເທົ່ານັ້ນ, ມຸກດົ່ງ ຍັງສ້າງຂະບວນ ການຜະລິດແບບວົງປິດ, ແຈ້ງຊັດ ແລະ ປະຕິບັດຕາມມາດຕະ ຖານກະສິກຳ ອິນຊີ ຢ່າງເຂັ້ມງວດ, ນຳມາເຊິ່ງຄວາມໝັ້ນໃຈໃຫ້ ກັບຜູ້ບໍລິໂພກ.
ດ້ວຍຄວາມປາດຖະໜາ ຢາກນຳມາໃຫ້ແກ່ຜູ້ບໍລິໂພກ ບັນດາຜະລິດຕະພັນ ນໍ້ານົມ ທີ່ມີຄຸນນະພາບດີທີ່ສຸດ, ມຸກດົ່ງ ສືບຕໍ່ຄົ້ນຄວ້າ ແລະ ພັດທະນາບັນດາປະເພດຜະລິດຕະພັນທີ່ຫຼາກຫຼາຍຄື: ນ້ຳນົມສົດ, ນົມສົ້ມ ແລະ ບັນດາຜະລິດຕະພັນສຳຮອງ ຈາກນໍ້ານົມ. ປະເພດຜະລິດຕະພັນນົມສົ້ມ ຂອງ ມຸກດົ່ງ ໄດ້ຮັບການຜະລິດ ຈາກ ນໍ້ານົມສົດ ບໍລິສຸດ, ຂຶ້ນເຊື້ອແບບທຳມະຊາດ ແລະ ບໍ່ໃຊ້ ສານກັນບູດ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ມີ ລົດຊາດທີ່ຫວານເຢັນ, ເປັນທຳມະຊາດ, ພ້ອມດ້ວຍແຫຼ່ງ ແບັກທີ ເຣຍ ທ່ີອຸດົມສົມບູນ, ຊ່ວຍໃຫ້ລະບົບຍ່ອຍອາຫານແຂງແຮງ ແລະ ເພີ່ມຄວາມຕ້ານທານ.
ມຸກດົ່ງ ໃຫ້ຄຳໝັ້ນສັນຍາ “5 ບໍ່”, ນັ້ນແມ່ນ ກຳຈັດອາຫານອຸດ ສາ ຫະກຳ ແລະ ປ່ຽນແທນດ້ວຍອາຫານທຳມະຊາດ, ປອດສານພິດ; ຫ້າມໃຊ້ອາຫານທີ່ດັດແປງພັນທຸກໍາ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸ ຂະພາບ ແລະ ສິ່ງແວດລ້ອມ; ຫ້າມໃຊ້ຢາກະຕຸ້ນ ນໍ້ານົມ ເພື່ອຮັບ ປະກັນຄຸນນະພາບນໍ້ານົມ ທີ່ປອດໄພ; ເອົາສານກັນບູດອອກ ຢ່າງ ສົມບູນ ເພື່ອຮັກສາລົດຊາດທໍາມະຊາດ ຂອງ ຜະລິດຕະພັນ; ຜະ ລິດຕະພັນ ບໍ່ມີສານຕົກຄ້າງ ຂອງຢາຕ້ານເຊື້ອ.
ຈາກມາດຖານ “5 ບໍ່” ນີ້, ມຸກດົ່ງ ໄດ້ກ້າວເດີນຕໍ່ໄປ ບົນເສັ້ນທາງ ນຳມາໃຫ້ແກ່ລູກຄ້າ ບັນດາຜະລິດຕະພັນ ນໍ້ານົມສົດ ທີ່ບໍລິສຸດ ແລະ ປອດໄພທີ່ສຸດ ດ້ວຍ “ມາດຕະຖານ ອິນຊີ ຂອງກະຊວງ ກະສິກຳ ຍີ່ປຸ່ນ - JAS Organic”, ໜຶ່ງໃນບັນດາຮັບຮອງ ອິນຊີ ທີ່ມີອິດທິພົນ ແລະ ເຂັ້ມງວດທີ່ສຸດໃນໂລກ.
ສຳລັບ ມຸກດົ່ງ, ການຜະລິດ ອິນຊີ ບໍ່ພຽງແຕ່ແມ່ນຄຳໝັ້ນສັນຍາ ກ່ຽວກັບຄຸນນະພາບຜະລິດຕະພັນເທົ່ານັ້ນ, ແຕ່ຍັງແມ່ນຄວາມ ຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມອີກດ້ວຍ. ທ່ານນາງ ຖິ້ງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການເລືອກເຟັ້ນບັນດາຜະ ລິດຕະພັນ ອິນຊີ ບໍ່ພຽງແຕ່ມີຜົນດີຕໍ່ສຸຂະພາບເທົ່ານັ້ນ, ແຕ່ຍັງປະ ກອບສ່ວນປົກປັກຮັກສາ ດາວຂຽວ, ສ້າງວິຖີການດໍາລົງຊີວິດໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີຄວາມໝາຍ”.