ເລື່ອງລາວ ກ່ຽວກັບຄອບຄົວ ຂອງ ນັກຖ່າຍຮູບ

ເລື່ອງລາວ ກ່ຽວກັບຄອບຄົວ ຂອງ ນັກຖ່າຍຮູບ


ມື້ລາງສິລະປິນຖ່າຍຮູບ  ຫວໍອານແຄ໋ງ ກັບ 60 ກວ່າປີ ທີ່ຖື ກ້ອງຖ່າຍຮູບ ໄດ້ບັນທຶກຮູບຖ່າຍນັບຫຼາຍສິບພັນແຜ່ນ ຈາກຫຼາຍເຂດ ພາກ ຂອງ ປະເທດ, ໃນນັ້ນມີຮູບຖ່າຍ ກວ່າ ພັນແຜ່ນ ທີ່ໄດ້ບັນທຶກ ໃນ ຊ່ວງເວລາເຮັດໜ້າທີ່ເປັນ ນັກຂ່າວ ສະໜາມຮົບ ໃນສະໄໝ ສົງຄາມ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ອາເມລິກາ.

 
ເມື່ອກ່າວເຖິງມື້ລາງສິລະປິນຖ່າຍຮູບ ຫວໍອານແຄ໋ງ, ຄົນໃນວົງການ ດຽວກັນ ມັກເວົ້າວ່າ ບ້ານເກີດເມືອງນອນ ກ່າເມົາ-ບາກລຽວ ເວົ້າສະເພາະ ແລະ ປະຊາຊົນ ເຂດທົ່ງພຽງແມ່ນໍ້າຂອງ ເວົ້າລວມ ມີຄວາມ​ພາກ​ພູມ​ໃຈ​ທີ່​ສຸດ. ເພິ່ນເປັນຜູ້ອາວຸໂສ ປະກອບສ່ວນ ອັນລໍ້າຄ່າຫຼາຍ​ຢ່າງ​ ເຂົ້າ​ໃນສິລະປະ​ການ​ຖ່າຍຮູບ ​ຂອງ ພາກ​ພື້ນ ​ແລະ ຫວຽດນາມ.
 

"ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ນັກ​ຂ່າວ, ນັກ​ສິ​ລະ​ປິນ ​ຄືປັດຈຸບັນ ແມ່ນຍ້ອນມີ​ພັກ. ພັກເໝືອນ “ພໍ່ - ແມ່” ຄົນໜຶ່ງໄດ້ລ້ຽງດູ ແລະ ສຶກສາ ຄວາມເຊື່ອໝັ້ນ ແລະ ພະລັງຊີວິດອັນແຮງກ້າໃຫ້ຂ້າພະເຈົ້າ. ສອງແມ່ນຍ້ອນມີການອຸປະຖໍ້າຄໍ້າຊູ ຈາກພໍ່ແມ່ປະຊາຊົນ. ພິເສດແມ່ນບັນດາໃບຍ້ອງຍໍ, ຮູບ​ຖ່າຍ ​ຍັງ​ເຕັມ​ໄປ​ດ້ວຍ ​ຮູບພາບ​ແມ່​ ແລະ​ ເອື້ອຍ​ນ້ອງ​ທີ່​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ ໃຊ້​ຊີ​ວິດ, ຕໍ່​ສູ້ ແລະ ຄົງຕົວ"

ມື້ລາງສິລະປິນຖ່າຍຮູບ  ຫວໍອານແຄ໋ງ

 ຍິ່ງໄປກວ່ານັ້ນ, ເມື່ອເບິ່ງຊຸດຮູບຖ່າຍທີ່ໄດ້ຮັບລາງວັນ ໂຮ່ຈີມິນ ປີ 2022 - ຜູ້ຊົມຈະຖືກດູດດຶງ ອາລົມຈິດ ຜ່ານຄວາມທຸກ-ສຸກ ຫຼາຍຢ່າງ. ຈາກ ຄວາມເຈັບປວດ, ໂສກເສົ້າ, ນິຍົມຊົມຊອບ, ນິຍົມນັບຖື ແລ້ວ ເຖິງ ຄວາມເອກອ້າງ ທະນົງໃຈ ຕໍ່ແມ່ຍິງ ຫວຽດນາມ, ປະຊາຊົນ ຫວຽດນາມ. “ເຂົາເຈົ້າສົມກັບ 8 ຕົວຄຳຄື: “ແອງຮຸ່ງ-ເບິດຄວັກ-ຈຸງ ເຮົ້າ-ດ໊າມດາງ” (ວິລະຊົນ-ບໍ່ຍອມຈຳນົນ-ສັດຊື່ບໍລິສຸດ-ເກັ່ງວຽກ ບ້ານ ການເຮືອນ) ທີ່ລຸງ ໂຮ່ ໄດ້ມອບໃຫ້ ໃນຄຳແນະນຳ ຊຸດຮູບຖ່າຍ ຂອງ ມື້ລາງ ສິລະປິນຖ່າຍຮູບ ຫວໍອານແຄ໋ງ. 

ຮອງຫົວໜ້າໜ່ວຍປືນໃຫຍ່ຍິງ ກ໋າຍເນືອກ - ຮີ່ວນທິຢຸງ ພ້ອມກັບເພື່ອນຮ່ວມຮົບ ບົນເສັ້ນທາງເຄື່ອນທັບ ອອກສູ່ສະໜາມຮົບ, ເດືອນ ມີນາ 1973. ພາບ: ມື້ລາງສິລະປິນຖ່າຍຮູບ  ຫວໍອານແຄ໋ງ

ໂດຍກຳເນີດໃນຄອບຄົວ ທີ່ມີມູນເຊື້ອ ທີ່ເປັນນັກຖ່າຍຮູບ, ແຕ່ເວລາ ຍັງນ້ອຍ, ທ່ານນາງ ກິມເກືອງ ໄດ້ “ມີຄວາມຫຼົງໄຫຼ” ກັບກ້ອງຖ່າຍຮູບ ແລະ ມັກບັນທຶກໄວ້ຈຸດເວລາ ທີ່ສວຍງາມ ຂອງຊີວິດ. ເພາສະນັ້ນ, ພາຍຫຼັງຮຽນຈົບ, ທ່ານນາງ ຈຶ່ງໄດ້ ສະໝັກເຂົ້າເຮັດວຽກ ຢູ່ ວາລະ ສານ ຂ່າວພາບ ເດິດໝຸ໊ຍ ເພື່ອຈະໄດ້ທຸ່ມກາຍທຸ່ມໃຈ ແລະ ໄດ້ໃຊ້ຊີ ວິດ ກັບຄວາມຫຼົງໄຫຼ ຂອງຕົນເອງ. 

 
ໃນປີ 2012, ທ່ານນາງ ໄດ້ຮັບລາງວັນ ທໍາອິດກັບຮູບຖ່າຍ “ທ່ຽວຊົມ ທິວທັດ ຍາມລະດູບານໃໝ່”. ທ່ານນາງ ໄຂຄວາມໃນໃຈອອກມາວ່າ: “ເມື່ອໄດ້ຍິນວ່າ ໄດ້ຮັບລາງວັນ, ຂ້າພະເຈົ້າ ຮູ້ສຶກມີຄວາມສຸກທ່ີສຸດ, ຄວາມຮູ້ສຶກ ທີ່ຍາກຈະພັນລະນາໄດ້. ແຕ່ບາງທີ ຄົນທີ່ມີຄວາມສຸກ ທີ່ສຸດ ບໍ່ແມ່ນຂ້າພະເຈົ້າ ແຕ່ແມ່ນພໍ່ຂອງຂ້າພະເຈົ້າ ເພາະວ່າ ຈາກນີ້ ໄປ ພໍ່ໄດ້ມີຜູ້ສືບທອດ”.
 

ຕັ້ງແຕ່ນັ້ນມາ, ບໍ່ວ່າການເດີນທາງປະດິດແຕ່ງ ຢູ່ພື້ນທີ່ ຕົວຈິງໃດ, ຈາກ ພາກໃຕ້ ສູ່ພາກເໜືອ ລ້ວນແຕ່ ມີການປະກອບໜ້າ ຂອງ ກິມເກືອງ ແລະ ການປະກວດຮູບຖ່າຍ ລະດັບຂັ້ນແຂວງ, ພາກພື້ນ, ປະເທດ, ສາກົນ ຕ່າງກໍມີຮູບຖ່າຍຂອງ ກິມເກືອງ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນ ຄຳ ເວົ້າ ຂອງ ທ່ານນາງທີ່ວ່າ: “ສິລະປະ ບໍ່ມີໄວ ຫຼື ຊ້າ, ເຂັ້ມແຂງ ຫຼື ອ່ອນແອ, ໜຸ່ມ ຫຼື ເຖົ້າ. ສິລະປະ ຕ້ອງການຄວາມຫຼົງໄຫຼ ຢ່າງແນ່ຊັດ ແລະ ການອຸທິດຕົນຈົນສຸດຊີວິດ”.

 

ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ພວກ​ເຮົາ​ຮູ້ສຶກ​ໄດ້​ຈາກ​ຜົນງານ​ຂອງ ສິລະປິນຖ່າຍຮູບ ກິມເກືອງ ​ແມ່ນ​ການ​ແຊກ​ແຊງ ​ແລະ ຄວາມ​ກົມກຽວ​ກັນ​ລະຫວ່າງ​ສອງ​ແນວ​ຄວາມ​ຄິດ, ​ແບບ​ສິລະ​ປະ​ແມ່ນ​ໄດ້​ຮັບ​ຮູ້, ຊຶມໄຫຼ ​ແລະ ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ຈາກມື້ລາງ ສິລະປິນຖ່າຍຮູບ ຫວໍອານແຄ໋ງ ດ້ວຍ​ຫົວ​ຂໍ້, ຄວາມ​ຮັກ​ແພງທີ່ສະຫງວນໃຫ້ແກ່​ແມ່ຍິງ ​ແລະ ຊີວິດແບບສາມັນຊົນ, ໃກ້ຊິດ, ລຽບງ່າຍ ທີ່ເຄີຍມີຢູ່ສິລະປິນຖ່າຍຮູບ ດັ້ງແອງໂຣ

ໄດ້ພໍ່ເຖົ້າ-ຫວໍອານແຄ໋ງ ຖ່າຍທອດຄວາມຮັກ ຕໍ່ສິລະປະ ການຖ່າຍ ຮູບ, ແນະນຳຢ່າງລະອຽດ ແລະ ແບ່ງປັນບົດຮຽນ ທີ່ີມີຄ່າ ຫຼາຍຢ່າງ, ເພາະສະນັ້ນ ສິລະປິນຖ່າຍຮູບ ດັ້ງແອງໂຣ (ສາມີ ຂອງ ສິລະປິນຖ່າຍຮູບ ກິມເກືອງ) ໄດ້​ໃຊ້​ເວລາ​ບໍ່ດົນ​ ກໍ່ບັນລຸ​ຜົນສຳ​ເລັດ​ໃນ​ອາຊີບ. ຈາກວາ ລະ ສານຂ່າວພາບ ເດິນໝຸ໊ຍ (ປີ 1982), ໜັງສືພິມ ມິງຫາຍ (ປີ 1983), ໜັງສືພິມ ບາກລຽວ (ປີ 1987), ນັກຂ່າວຄົນນັ້ນ ຍັງຄົງ ໄປທຸກຫົນແຫ່ງ ເພື່ອ ບັນທຶກໄວ້ຊ່ວງເວລາຂອງຊີວິດ.

ທ່ານມີຄວາມເຊື່ອວ່າ: “ນັກຂ່າວ ຫຼື ນັກສິລະປິນ ແຕ່ລະຄົນ ຢາກປະ ສົບຄວາມສໍາເລັດ ຕ້ອງມີແບບລີລາສະເພາະຂອງຕົນ. ເວົ້າອີກແບບ ໜຶ່ງແມ່ນ “ຄຸນລັກສະນະ”. ຄຸນລັກສະນະ ຈາກພາຍໃນແຕ່ລະຄົນ ພາໄປເຖິງການເກີດຂຶ້ນຢ່າງກະທັນຫັນ ແລະ ລະລາຍເຂົ້າໄປ ໃນຜົນງານ ການປະດິດແຕ່ງ ຂອງ ພວກເຂົາ”.

 

ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ, ຮູບຖ່າຍ​ຂອງ ສິລະປິນຖ່າຍຮູບ ດັ້ງແອງໂຣ ແມ່ນມີລັກສະນະຊື່ກົງ, ລັກສະນະຂອງ​ຊາວ​ກະສິກອນ, ລັກສະນະອອກແຮງງານ ຊຶ່ງເຕັມໄປດ້ວຍລົມຫາຍໃຈ​ຂອງ​ຊີວິດ​ປະຈຳ​ວັນ, ຜ່ານ​ແຕ່ລະ​ໄລຍະ ​ແລະ ສະພາບ​ສັງຄົມ... ​​ປຶກສາ​ຫາລື ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ມື້ລາງ ສິລະປິນຖ່າຍຮູບ ຫວໍອານແຄ໋ງ ເມື່ອຍັງມີຊີວິດ ກໍ່​ເຫັນ​ດີ​ກັບ​ພວກ​ຂ້າພະ​ເຈົ້າ. ເພິ່ນກໍ່​ດີ​ໃຈຫຼາຍ​ ຍ້ອນສິລະປິນຖ່າຍຮູບ ດັ້ງແອງໂຣ ໄດ້ເລືອກ​​ທິດ​ທາງໄປຢ່າງ​ຖືກຕ້ອງ. ຮຽນຢູ່ທີ່ເພິ່ນ, ແຕ່ບໍ່ແຂງກະດ້າງ ຫາກໝູນໃຊ້ຢ່າງໄຫວພິບ ແລະ ມີຫົວຄິດປະດິດສ້າງ. 

ສິລະປິນຖ່າຍຮູບ ແອງໂຣ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ ໃນ​ຂະ​ແໜງ​ການ​ຖ່າຍ​ຮູບໂດຍໄວກັບ ຫຼຽນ​ເງິນ​ ​ເຂດ​ທົ່ງພຽງ​ແມ່​ນ້ຳ ຂອງ​ປີ 1993 ກັບ ຮູບຖ່າຍ “ສັນຍານ​ແຫ່ງ​ການ​ຟື້ນ​ຟູ”, ລາງວັນ​ທີໜຶ່ງ ກ່ຽວກັບຮູບຖ່າຍ ສິລະປະ ແຂວງ ມິງຫາຍ ປີ 1995; ລາງວັນຊົມເຊີຍ ເຂດທົ່ງພຽງແມ່ ນໍ້າຂອງ ປີ 1996 ກັບ “ຮູບພາບຂອງ ຊາວກະສິກອນ”; ລາງວັນດີເດັ່ນ ສາກົນປີ 1995 ທີ່ ສີລັງກາ ກັບ “ຮູບແຕ້ມ ຊາວກະສິກອນ; ງານວາງ ສະແດງຮູບຖ່າຍ​ ທົ່ວປະເທດ ປີ 1998 ກັບຮູບຖ່າຍ “ລະດູການ ໄດ້ຮັບ ຜົນດີ”... ປັດຈຸບັນ​ ສິລະປິນຖ່າຍຮູບ ແອງໂຣ ເປັນສະມາຊິກ ຂອງ ສະ ມາຄົມ ນັກຖ່າຍຮູບ ຫວຽດນາມ  ແລະ ດຳລົງ​ຕຳ​ແໜ່ງ​ເປັນ​ຫົວໜ້າ​ສາ ຂາ ສະມາຄົມນັກຖ່າຍຮູບ ຫວຽດນາມ ຂອງ ​ແຂວງ ບາກ​ລຽວ.

    ບົດ: ກົງເຕິມ

    ພາບ: ມື້ລາງສິລະປິນຖ່າຍຮູບ  ຫວໍອານແຄ໋ງ, ສິລະປິນຖ່າຍຮູບ ກິມເກືອງ, ສິລະປິນຖ່າຍຮູບ ດັ້ງແອງໂຣ

    ເຕັກນິກກະຣາຟິກ: ຈາງຍູງ

    ແປໂດຍ: ບິກລຽນ

    •  

     


    top