ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ, ຮ່ວມແຮງຮ່ວມໃຈສ້າງອະນາຄົດ ອາຊຽນ
ບັນດາການຢ້ຽມຢາມ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນການພັດທະນາທີ່ນັບມື້ນັບເລິກເຊິ່ງໃນການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືໃນພາກພື້ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການຮ່ວມເດີນຂອງບັນດາປະເທດນີ້ສຳລັບບັນດາຂໍ້ລິເລີ່ມ ເຊິ່ງ ຫວຽດນາມ ພວມປະກອບສ່ວນໃຫ້ແກ່ ອາຊຽນ ອີກດ້ວຍ.
ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ, ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ໄທ ແລະ ທ່ານ Xanana Gusmão ນາຍົກລັດຖະມົນຕີ Timor – Leste ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ພ້ອມທັງເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຄັ້ງທີ 3 ຢູ່ ຮ່າໂນ້ຍ. ບັນດາການຢ້ຽມຢາມ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນການພັດທະນາທີ່ນັບມື້ນັບເລິກເຊິ່ງໃນການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືໃນພາກພື້ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການຮ່ວມເດີນຂອງບັນດາປະເທດນີ້ສຳລັບບັນດາຂໍ້ລິເລີ່ມ ເຊິ່ງ ຫວຽດນາມ ພວມປະກອບສ່ວນໃຫ້ແກ່ ອາຊຽນ ອີກດ້ວຍ.
ໃນສະພາບການພາກພື້ນ ແລະ ໂລກ ສືບຕໍ່ມີການຜັນແປຢ່າງສັບສົນ, ເລື່ອງປັບປຸງໄມຕີຈິດມິດຕະພາບ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ພວມກາຍເປັນຄວາມຕ້ອງການລວມຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.
ຈາກພື້ນຖານມິດຕະພາບ ຕະຫຼອດຮອດບັນດາກຳລັງໜູນຮ່ວມມືໃໝ່
ການຢ້ຽມຢາມ ຫວຽດນາມ ຂອງການນຳຂັ້ນສູງບັນດາປະເທດ ລາວ, ກຳປູເຈຍ, ໄທ ແລະ Timor Leste ແມ່ນມີຄວາມໝາຍສະເພາະ, ລ້ວນແຕ່ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຍາວນານລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ.
ສຳລັບລາວ, ນັ້ນແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ. ໃນໄລຍະໃໝ່, ສອງຝ່າຍພວມມານະພະຍາຍາມຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃຫ້ປະກົດຜົນເປັນຈິງ, ນຳການພົວພັນສອງຝ່າຍພັດທະນາຢ່າງເລິກເຊິ່ງ ແລະ ແທ້ຈິງກວ່າອີກ. ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ:
“ການຢ້ຽມຢາມສືບຕໍ່ຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍຂອງການນຳຂັ້ນສູງສອງປະເທດໃນການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເຮັດໃຫ້ແກ່ສາຍພົວພັນ ຫວຽດນາມ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ພ້ອມທັງຜັນຂະຫຍາຍເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ລະຫວ່າງສອງປະເທດໃຫ້ເປັນລະອຽດ. ໃນສະພາບການໂລກ ແລະ ພາກພື້ນ ພວມປະເຊີນໜ້າກັບບັນດາການຜັນແປຢ່າງເລິກເຊິ່ງກ່ຽວກັບພູມີສາດການເມືອງ, ພູມີສາດດ້ານເສດຖະກິດ ແລະ ເຕັກໂນໂລຢີນັ້ນ, ການຢ້ຽມຢາມຄັ້ງນີ້ ໄດ້ສົ່ງສານຢ່າງຈະແຈ້ງວ່າ ຫວຽດນາມ ແລະ ລາວ ຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນຜົນປະໂຫຍດຍຸດທະສາດ, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການພັດທະນາປະເທດຊາດ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ.”
ການພົວພັນ ຫວຽດນາມ - ກຳປູເຈຍ ກໍ່ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຫຼາຍເນື້ອໃນຮ່ວມມືທີ່ແທ້ຈິງກວ່າ. ທ່ານ So Naro ທູດພິເສດຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ຢັ້ງຢືນວ່າ:
“ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ແມ່ນຂີດໝາຍປະຫວັດສາດໃໝ່, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ໃກ້ເຮືອນຄຽງອັນດີງາມ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ. ພິເສດ, ໃນສະພາບການປັດຈຸບັນ ພວມປະກົດມີຫຼາຍບັນຫາທີ່ພົ້ນເດັ່ນ, ເຊັ່ນ: ການແກ້ງແຍ້ງພູມີສາດການເມືອງ, ບັນດາການປະທະກັນເກີດຂຶ້ນຢູ່ຫຼາຍບ່ອນ, ວິກິດການດ້ານພະລັງງານ… ສາຍພົວພັນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ຍິ່ງສວມບົດບາດສຳຄັນໃນການພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ຮົ້ວກີດຂວາງໃນເສັ້ນທາງພັດທະນາເສດຖະກິດ - ສັງຄົມ, ມຸ່ງໄປເຖິງການພັດທະນາເພື່ອສັນຕິພາບ, ຄວາມວັດທະນາຖາວອນຂອງທັງສອງປະເທດ”.
ປີ 2026 ສ້າງຂີດໝາຍຄົບຮອບ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (1976 – 2026). ພາຍຫຼັງການພັດທະນາມາເປັນເຄິ່ງສະຕະວັດ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງດ້ານເສດຖະກິດທີ່ສຳຄັນແຖວໜ້າຂອງກັນໃນ ອາຊຽນ.
ໃນຂະນະນັ້ນ, ການພົວພັນ ຫວຽດນາມ - Timor Leste ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ພ້ອມກັບວິວັດທະນາການເຊື່ອມໂຍງ ອາຊຽນ ຂອງປະເທດໜຸ່ມນ້ອຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ຕາມທ່ານ ຟ້າມບິ່ງດ່າມ ອຸປະທູດ ຫວຽດນາມ ປະຈຳ Timor Leste ແລ້ວ, ປັດຈຸບັນ ສອງປະເທດມີຫຼາຍເງື່ອນໄຂສະດວກເພື່ອຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກາຍເປັນບັນດາໂຄງການຮ່ວມມືລະອຽດໃນບັນດາຂົງເຂດກະສິກຳ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ ແລະ ຫັນເປັນດີຈີຕອນ.
ຮ່ວມເດີນທາງພ້ອມກັບຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອອະນາຄົດ ອາຊຽນ
ພ້ອມກັບບັນດາການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍແລ້ວ, ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ການນຳຂັ້ນສູງບັນດາປະເທດພ້ອມກັນເຂົ້າຮ່ວມເວທີປາໄສ ອະນາຄົດ ອາຊຽນ ຄັ້ງທີ 3 ຢູ່ ຮ່າໂນ້ຍ. ບໍ່ພຽງແຕ່ແມ່ນເວທີປາໄສແລກປ່ຽນດ້ານວິຊາການສຶກສາເທົ່ານັ້ນ, AFF ພວມຄ່ອຍໆຢັ້ງຢືນໄດ້ບົດບາດເປັນເວທີສົນທະນາຍຸດທະສາດ, ບ່ອນທີ່ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາໃຫຍ່ທີ່ກ່ຽວຂ້ອງເຖິງອະນາຄົດຂອງ ອາຊຽນ.
ການປະກົດຕົວຂອງການນຳບັນດາປະເທດໄດ້ຊີ້ໃຫ້ເຫັນການສະໜັບສະໜູນຕໍ່ກັບຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີເມື່ອປີ 2023, ພ້ອມທັງສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນທີ່ນັບມື້ນັບຍິ່ງໃຫຍ່ສຳລັບບົດບາດເຊື່ອມຕໍ່ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນບັນດາວິວັດທະນາການຂອງພາກພື້ນ. ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຖືວ່າ:
“ເລື່ອງທ່ານນາຍົກລັດຖະມົນຕີ ໄທ ເຂົ້າຮ່ວມເວທີປາໄສ AFF ຄັ້ງນີ້ໂດຍກົງນັ້ນ ໄດ້ສະແດງໃຫ້ເຫັນເລື່ອງ ໄທ ຖືການພົວພັນສອງຝ່າຍກັບ ຫວຽດນາມ ເປັນສຳຄັນ ກໍຄືບັນດາຂໍ້ລິເລີ່ມຂອງບັນດາປະເທດ, ໃນນັ້ນ ມີ ຫວຽດນາມ, ແນໃສ່ຊຸກຍູ້ການສົນທະນາ, ຊຸກຍູ້ບັນດາມາດຕະການລວມໃຫ້ແກ່ ອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ວາງອອກໃນປັດຈຸບັນ, ກໍຄືສ້າງປະຊາຄົມ ອາຊຽນ ນັບມື້ນັບສາມັກຄີ, ໝັ້ນຄົງເຂັ້ມແຂງໃນໄລຍະຈະມາເຖິງ.”
ບັນດາການເຄື່ອນໄຫວພົວພັນຕ່າງປະເທດໄດ້ຊີ້ໃຫ້ເຫັນການຮັບຮູ້ຂອງບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຕໍ່ບັນດາການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງ ຫວຽດນາມ ໃນການຊຸກຍູ້ການສົນທະນາ, ເພີ່ມທະວີການພາກພື້ນໃນພາກພື້ນ ແລະ ພ້ອມກັບບັນດາປະເທດສະມາຊິກສ້າງ ອາຊຽນ ມີຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ ແລະ ພັດທະນາແບບຍືນຍົງ.


