ເຕິນຮ່າ - ຍີ່ຫໍ້ ອຸປະກອນການສຶກສາ ທີ່ມີຊື່ສຽງ

ເຕິນຮ່າ - ຍີ່ຫໍ້ ອຸປະກອນການສຶກສາ ທີ່ມີຊື່ສຽງ

ເກືອບ 30 ປີ ທີ່ຜ່ານມາ, ອຸປະກອນ​ການ​ສຶກ​ສາ​ ທີ່​ມີ​ຊື່​ສຽງ ຖືຍີ່ຫໍ້ ເຕິນຮ່າ ໄດ້​ຕິດ​ພັນ​ກັບ​ນັກຮຽນ, ນັກ​ສຶກ​ສາ​ ຫວຽດ​ນາມ ຫຼາຍ​ລຸ້ນ​ຄົນ. ເຕິນຮ່າ ພວມ​ມຸ່ງ​ໄປ​ສູ່​ການ​ມອບ​ປີກ​ ໃຫ້​ຄົນລຸ້ນໜຸ່ມ ຫວຽດ ນາມ ບົນ​ເສັ້ນທາງ​ສະ​ແຫວ​ງຫາ​ຄວາມ​ຮູ້, ວາງ​ຮາກ​ຖານ​ພັດທະ ນາ​ເສດຖະກິດ, ສັງຄົມ​ ຂອງ​ ປະ​ເທດຊາດ.


ເກືອບ 30 ປີ​ແຫ່ງ​ການ​ກໍ່ສ້າງ, ພັດທະນາ ​ແລະ ​ໄປ​ຄຽງ​ຄູ່​ກັບ​ຂະ​ບວນການ​ປ່ຽນແປງໃໝ່ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ດ້ານ​ການ​ສຶກສາ, ເຕິນຮ່າ ​ໄດ້​ກາຍ​ເປັນ​ຊື່​ ທີ່ຕິດ​ພັນ​ກັບ​ຫົວຄິດ​ປະດິດ​ສ້າງ ​ແລະ ​ແນວ​ຄິດ​ໃໝ່​ກ່ຽວ​ກັບ​ອຸປະກອນ​ການ​ສຶກສາ​ຢູ່ ຫວຽດນາມ. ໂດຍສະເພາະ, ໃນປີ 1995, ເຕິນຮ່າ ໄດ້ນໍາເຂົ້າເຕັກໂນໂລຊີ ຈາກປະເທດ ແດນມາກ ສໍາລັບກະດານຂຽນເຫຼັກ ຕ້ານສະທ້ອນ ພາບເຫຼື້ອມຕາ, ລະບົບກອບ TH03 ແລະ ການເສີມສ້າງພຽງແຕ່ພາດສະຕິກ. ຜະລິດຕະພັນທັນທີທັນໃດໄດ້ ຄອບຄອງຕະຫຼາດ ອຸປະກອນການສຶກສາແຫ່ງຊາດ.

ເມື່ອ ເຕິນຮ່າ ໄດ້ສ້າງສາຍການຜະລິດຕະພັນ ກະດານ Flipchart UpsiteDown, ເຊິ່ງໄດ້ຮັບໃບຢັ້ງຢືນການ ອອກແບບອຸດສາຫະກໍາ ສະເພາະ, ຜະລິດຕະພັນດັ່ງກ່າວ ໄດ້ກາຍເປັນກະດານ ຂາຍດີທີ່ສຸດຢູ່ ຫວຽດນາມ ຢ່າງໄວວາ. ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ Duratech ເຂົ້າໃນ ຜະລິດຕະພັນ ກະດານ ​ໄດ້​ຊ່ວຍ ເຕິນຮ່າ ກາຍ​ເປັນ​ບໍ​ລິ​ສັດ​ ທີ່​ເລີ່ມ​ຕົ້ນ ​ຍຸກ​ຂອງ​ກະດານທີ່​ບໍ່​ມີ​ການ​ສັ່ນ​ສະ​ເທືອນ​ຢ່າງ​ແທ້​ຈິງ. ເຕັກ​ໂນ​ໂລ​ຊີ​ການ​ຕິດ​ກາວ​ ແລະ ​ລະ​ບົບການຄຸ້ມຄອງແບບທັນສະໄໝ ​ຍັງໄດ້​ຊ່ວຍ​ໃຫ້ ເຕິນຮ່າ ນຳ​ມາ​ສູ່​ຕະ​ຫຼາດ​ ປະເພດກະ​ດານ ​​ບໍ່​ມີ​ຂອບ​ເຂດ​ທີ່​ໄດ້ຮັບ ຄວາມນິຍົມຊື້ຫຼາຍ ຈາກບັນດານັກ​ອອກ​ແບບ​ເຄື່ອງ ຕົກແຕ່ງພາຍໃນຫ້ອງ​ການ. 

 


ດ້ວຍສອງຍີ່ຫໍ້ AirFrame ແລະ Oval, ເຕິນຮ່າ ໄດ້ສ້າງ “ການປະຕິວັດ” ສໍາລັບລະບົບ ກະດານ ທີ່ໃຊ້ໃນຫ້ອງການ, ຊ່ວຍໃຫ້ຫ້ອງການບໍ່ໜ້າເບື່ອອີກ, ແຕ່ຍັງເຮັດໃຫ້ ມີຮູບລັກສະນະ ຂອງຫ້ອງສະແດງສິລະປະ. ກະດານ Easyboard ແລະ Kidmate ສໍາລັບຄອບຄົວ ແລະ ເດັກນ້ອຍ ໄດ້ກາຍເປັນສິນຄ້າຍອດນິຍົມຢູ່ຮ້ານຂາຍປຶ້ມ ນັບໝື່ນແຫ່ງໃນທົ່ວປະເທດການປະດິດສ້າງໄດ້ຖືວ່າ ເປັນການປະຕິວັດ ໃນຍຸກ 4.0 ຂອງ ເຕິນຮ່າ ແມ່ນ ການປະດິດສ້າງປະເພດ ກະດານເລື່ອນ Mositech SS03 ໄດ້ຮັບໃບຢັ້ງຢືນ ວິທີການແກ້ໄຂມີປະໂຫຍດ ຈາກ ກົມກຳມະສິດທາງປັນຍາ. ກະດານເລື່ອນ Mositech slides ພວມມີຢູ່ໃນລະ ບົບ ໂຮງຮຽນສາກົນ, ສອງພາສາ ແລະ ໂຮງຮຽນລັດ ທັງໝົດ ໃນ 63 ແຂວງ ແລະ ນະຄອນ.

ລັກສະນະບຸກເບີກຂອງ ເຕິນຮ່າ ຍັງສະທ້ອນໃຫ້ເຫັນ ໃນຫຼາຍຜະລິດຕະພັນໃໝ່ ແລະ ບໍ່ເຄີຍມີມາກ່ອນໃນ ທ້ອງຕະຫຼາດເຊັ່ນ: ລະບົບ pinboard, ຝາກັ້ນສຽງ, ດູດສຽງ, ປ້ອງກັນສຽງສໍາລັບຫ້ອງຮຽນ, ຫ້ອງບັນຍາຍ, ລະບຽງ, ຫ້ອງກິລາ ອາເນກປະສົງ... ໃນຂົງເຂດ ອຸປະກອນການສຶກສາ, ປະເພດ ຕັ່ງໂຕະ ທີ່​ທັນ​ສະ  ​ໄໝ ​ຍີ່​ຫໍ້ Kota, Maya, Inca... ປັດຈຸບັນພວມຖືກ​ນໍາ​ໃຊ້​ ​ໃນ​ລະ​ບົບ​ການ​ສຶກ​ສາ​ຊັ້ນ​ນໍາ​ເຊັ່ນ: ໂຮງຮຽນ Vinschool, ວິ​ທະ​ຍາ​ໄລ VinUni, ໂຮງ​ຮຽນ​ສາ​ກົນ CIS ແລະ ອື່ນໆ.

 

ເຕິນຮ່າ  ແມ່ນບໍລິສັດ ຜະລິດອຸປະກອນການສຶກສາແຫ່ງດຽວ ທີ່ມີຫ້ອງຄົ້ນຄວ້ານຳໃຊ້ສະເພາະ ອຸປະກອນ ການສຶກສາແຫ່ງໜຶ່ງ ທີ່ມີຊື່ວ່າ ສູນຄົ້ນຄວ້າ ແລະ ພັດທະນາ ອຸປະກອນການສຶກສາ ເຕິນຮ່າ. ສູນ​ດັ່ງກ່າວ​ ແມ່ນ​ບ່ອນ​ລົງທຶນ ​ແລະ ຄົ້ນຄວ້າ​ ຜະລິດ​ຕະພັນ​ໃໝ່​ ໃຫ້​ແກ່​ລະບົບ 5 ບໍລິສັດ​ຍ່ອຍ​ ຂອງ​ກຸ່ມ​ບໍລິສັດ ເຕິນຮ່າ. ເຕິນຮ່າ ​ໄດ້​ກາຍ​ເປັນ​ບໍລິສັດ​ ຜະລິດ ອຸປະກອນ​ການ​ສຶກສາ​ແຫ່ງ​ດຽວທີ່​​ກວມ​ເອົາ 63 ​ແຂວງ, ນະຄອນ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ ການ​ຜະລິດ​ເທົ່າ​ນັ້ນ, ແຕ່​ຍັງ​ຄົ້ນ​ຄວ້າ ​ແລະ ພັດທະນາ, ການ​ອອກ​ແບບເຄື່ອງ ຕົກແຕ່ງ​ພາຍ​ໃນ​ດ້ານ​ການ​ສຶກສາ ​ແລະ ເຄືອ​ຂ່າຍ​ການ​ບໍລິການ​ລູກ​ຄ້າ ​ເຖິງ​ຕົວ​ແທນ​ນັບ​ພັນ​ຄົນ​ ທີ່​ຮັບ​ໃຊ້​ໂຮງ ຮຽນ, ຫ້ອງການ, ໂຮງງານ, ໂຮງໝໍ ນັບໝື່ນແຫ່ງ ແລະ ເຮືອນຫຼາຍລ້ານຫຼັງໃນທົ່ວປະເທດ.

ດ້ວຍ​ຄວາມ​ປາດ​ຖະໜາ​ ທ່ີຢາກ​ຊ່ວຍ​ໃຫ້​ທຸກຄົນ ມີ​ໂອກາດ​ນຳ​ໃຊ້​ບັນດາ​ຜະລິດ​ຕະພັນ​ດີ​ທີ່​ສຸດ ​ແລະ ສະດວກ​ທີ່​ສຸດ ​ຕິດ​ພັນ​ກັບ​ພື້ນຖານ​ການ​ສຶກສາ​ແຫ່ງ​ຊາດ ທີ່ກ້າວໜ້າ, ເຕິນຮ່າ ​ໄດ້​ມີ​ການປ່ຽນແປງໃໝ່ຫົວຄິດ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ຮັບເອົາຜູ້ມີຄວາມສາມາດ ເພື່ອ​ປະກອບສ່ວນ​ສ້າງ​ຜົນງານ​ໃຫ້​ປະ​ເທດ​.

ບັນດາ​ຜະລິດ​ຕະພັນ​ອຸປະກອນ​ການ​ສຶກສາ​ຂອງ ເຕິນຮ່າ ​ມີໜ້າ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກ ຄຸນ​ນະພາ​ບ ສູງ. ພາບ: ແທງຢາງ/VNP

 ບົດ: VNP/ຖາວວີ - ພາບ: ເຈິ່ນແທງຢາງ - ແປໂດຍ: ຢືຟຽນ


top