ເຕິນກາງ ໄຊງ່ອນ - ກຳລັງຊຸກຍູ້ ການພັດທະນາທ່າກຳປັ່ນ ແລະ logistics ຫວຽດນາມ

ເຕິນກາງ ໄຊງ່ອນ - ກຳລັງຊຸກຍູ້ ການພັດທະນາທ່າກຳປັ່ນ ແລະ logistics ຫວຽດນາມ

ໃນສະພາບຕ່ອງໂສ້ການສະໜອງທົ່ວໂລກ ມີການຜັນແປ ຢ່າງບໍ່ຢຸດຢັ້ງ, ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ (Saigon Newport) ຍັງຄົງຮັກສາ ບົດບາດເປັນຜູ້ນຳໜ້າ ໃນຂົງເຂດ ທ່າກຳປັ່ນ ແລະ logistics ຢູ່ ຫວຽດນາມ. ດ້ວຍຍຸດທະສາດ ການລົງທຶນ ດ້ານເຕັກໂນໂລຊີ, ການສ້າງ ລະບົບນິເວດ logistics ແບບຄົບວົງຈອນ ແລະ ຊຸກຍູ້ ການຫັນເປັນ ດີຈີຕອນ, ວິສາຫະກິດດັ່ງກ່າວ ພວມປະກອບສ່ວນ ອັນສຳຄັນ ໃນການ ນຳເອົາ ສິນຄ້າ ຫວຽດນາມ ເຊື່ອມຕໍ່ ກັບຕະຫຼາດສາກົນ ຢ່າງມີປະສິດທິຜົນ ກວ່າເກົ່າ.

ທ່າກຳປັ່ນສາກົນ ເຕິນກາງ - ກ໋າຍແມັບ (TCIT) ແມ່ນໜຶ່ງ ໃນ 3 ທ່າກຳປັ່ນນ້ຳເລິກ ຂອງ ເຕິນກາງ ໄຊງ່ອນ ຢູ່ກຸ່ມທ່າກຳປັ່ນ ເຂດ ກ໋າຍແມັບ. ພາບ: ທົງຫາຍ/VNP
ດ້ວຍເຄືອຂ່າຍທີ່ປະກອບດ້ວຍທ່າກຳປັ່ນ 15 ແຫ່ງ, ສະຖານປະກອບການສະມາຊິກ ແລະ ຫົວໜ່ວຍຂຶ້ນກັບຫຼາຍກວ່າ 28 ແຫ່ງທີ່ກວມເອົາໃນທົ່ວປະເທດ, ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ໄດ້ສ້າງລະບົບນິເວດ logistics ແບບຄົບວົງຈອນ. ພາບ: ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ

 

ເມື່ອສອງທົດສະວັດກ່ອນ, ການເຄື່ອນໄຫວທ່າກຳປັ່ນຢູ່ ຫວຽດນາມ ສ່ວນຫຼາຍແມ່ນອີງໃສ່ເອກະສານເຈ້ຍ ແລະ ຫຼາຍຂັ້ນຕອນ ແມ່ນເຮັດດ້ວຍມື, ເຮັດໃຫ້ຂະບວນການແຈ້ງພາສີ ສິນຄ້າມີ ຄວາມຊັກຊ້າ ແລະ ສິ້ນເປືອງຄ່າໃຊ້ຈ່າຍ. ໃນສະພາບການດັ່ງກ່າວ, ເຕິນກາງ ໄຊງ່ອນ ແມ່ນໜຶ່ງໃນບັນດາ ຫົວໜ່ວຍບຸກເບີກທີ່ໝູນໃຊ້ ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງ ແລະ ຂຸດຄົ້ນທ່າກຳປ່ັນ.  

ນັບຕັ້ງແຕ່ປີ 2008, ວິສາຫະກິດ ໄດ້ເລີ່ມໝູນໃຊ້ ລະບົບຄຸ້ມຄອງ ຕາມ ເວລາຕົວຈິງ ເຊິ່ງຊ່ວຍໃຫ້ສາມາດຕິດຕາມຈຸດທີ່ຕັ້ງ ຂອງ ແຕ່ລະ ຄອນເທນເນີຢູ່ ເທິງກຳປັ່ນ ແລະ ໃນເດີ່ນໄດ້ຢ່າງຊັດເຈນ. ໃນໄລຍະທຳອິດ, ເຕິນກາງ ໄຊງ່ອນ ໄດ້ລົງທຶນປະມານ 5 ລ້ານ ໂດລາສະຫະລັດ ເຂົ້າໃນລະບົບເຕັກໂນໂລຊີຫຼັກ ແລະ ສືບຕໍ່ ຂະຫຍາຍການລົງທຶນ ໃນປີຕໍ່ໆ ມາ. ບົນພື້ນຖານນີ້, ຮູບແບບ ທ່າກຳປັ່ນເອເລັກໂຕຣນິກ (e-Port) ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ, ຊ່ວຍໃຫ້ສາມາດດຳເນີນ ຂັ້ນຕອນການແຈ້ງ ແລະ ຊຳລະ ຄ່າບໍລິການ ແບບອອນລາຍໄດ້.

 

ລະບົບເຄນຍົກຍ້າຍ ຕູ້ຄອນເທນເນີ ຂຶ້ນລົງກຳປັ່ນ . ພາບ: ທົງຫາຍ/VNP
 

 

ປັດຈຸບັນ, ເຕິນກາງ ໄຊງ່ອນ ໄດ້ສ້າງລະບົບນິເວດ logistics ຂະ     ໜາດໃຫຍ່ ດ້ວຍທ່າກຳປັ່ນ 15 ແຫ່ງ ແລະ ສະຖານປະກອບການ ສະມາຊິກຫຼາຍກວ່າ 28 ແຫ່ງໃນທົ່ວປະເທດ. ລະບົບນີ້ ມີບໍລິການ ຕ່າງໆ ນັບຕັ້ງແຕ່ການຂຸດຄົ້ນທ່າກຳປັ່ນ ຂົນຖ່າຍສິນຄ້າ, ທ່າກຳປັ່ນ ນ້ຳເລິກ ໄປຈົນເຖິງ ການຂົນສົ່ງ ຫຼາຍຮູບແບບ, ສາງສິນຄ້າ ແລະ ທ່າກຳປັ່ນເທິງບົກ. ດ້ວຍເຄືອຂ່າຍ logistics ທີ່ກວມເອົາແຕ່ເໜືອ ຮອດໃຕ້, ວິສາຫະກິດໄດ້ມີບົດບາດສຳຄັນ ໃນການເຊື່ອມຕໍ່ ຕ່ອງໂສ້ ການສະໜອງ ຂອງ ຫວຽດນາມ ກັບຕະຫຼາດໂລກ.  

ໃນປີ 2025, ລະບົບທ່າກຳປັ່ນຂອງ ເຕິນກາງ ໄຊງ່ອນ ສາມາດ ຮອງຮັບຕູ້ຄອນເທນເນີ ໄດ້ເກືອບ 11,4 ລ້ານ TEU (ແຕ່ລະ TEU ທຽບເທົ່າກັບ ຄອນເທນເນີ ຍາວ 20 ຟຸດ), ກວມເອົາຫຼາຍກວ່າ 50% ຂອງສ່ວນແບ່ງຕະຫຼາດ ຄອນເທນເນີ ໃນທົ່ວປະເທດ ແລະ ເກືອບ 90% ຂອງສ່ວນແບ່ງຕະຫຼາດ ຢູ່ເຂດພາກໃຕ້. ຜົນຮັບໄດ້ຮັບນີ້ ໄດ້ຊ່ວຍຮັກສາຄວາມລ່ຽນໄຫຼ ຂອງ ຕ່ອງໂສ້ ການສະໜອງ ໃນສະພາບການຕະຫຼາດ logistics ທົ່ວໂລກ ທີ່ມີການຜັນແປ ຫຼາຍຢ່າງ.

ລະບົບການບໍລິຫານ ແລະ ຕິດຕາມການຮັບສົ່ງ ຄອນເທນເນີ ຢູ່ ເຕິນກາງ ໄຊງ່ອນ. ພາບ: ທົງຫາຍ/VNP
 

 

ໜຶ່ງໃນບັນດາທ່າກຳປັ່ນ ທີ່ພົ້ນເດັ່ນ ໃນລະບົບຂອງ ເຕິກກາງ ໄຊງ່ອນ ແມ່ນທ່າກຳປັ່ນ ສາກົນ ເຕິນກາງ - ກ໋າຍແມັບ, ສັງກັດ ໃນກຸ່ມທ່າກຳປັ່ນ ກ໋າຍແມັບ - ທິຫວາຍ. ໃນປີ 2025, ທ່າກຳປັ່ນ ແຫ່ງນີ້ ບັນລຸ ປະລິມານການຂົນສົ່ງ ຫຼາຍກວ່າ 2,2 ລ້ານ TEU, ກວມເອົາເກືອບ 31% ຂອງສ່ວນແບ່ງຕະຫຼາດໃນທົ່ວເຂດ ແລະ ແມ່ນໜຶ່ງໃນບັນດາ ທ່າກຳປັ່ນນ້ຳເລິກ ທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ.  

ທ່ານ ຫງວຽນມິງຕ໋ວນ ຜູ້ອຳນວຍການ ການຂຸດຄົ້ນ ທ່າກຳປັ່ນສາກົນ ເຕິນກາງ - ກ໋າຍແມັບ ໃຫ້ຮູ້ວ່າ ການໝູນໃຊ້ ລະບົບ e-Port (ທ່າກຳປັ່ນເອເລັກໂຕຣນິກ) ໄດ້ຊ່ວຍໃຫ້ ການເຮັດລະບຽບການ ຢູ່ປະຕູ ທ່າກຳປັ່ນ ໄດ້ຫັນເປັນ ດີຈີຕອນ ຫຼາຍກວ່າ 90%, ຫຼຸດຜ່ອນເວລາ ໃນການດຳເນີນງານລົງປະມານ 30% ແລະ ເພີ່ມປະສິດທິພາບ ການຂຸດຄົ້ນອຸປະກອນຕ່າງໆ ເພີ່ມຂຶ້ນ 25%. ລະບົບຂໍ້ມູນ ທີ່ເຊື່ອມຕໍ່ກັນ ນັບຕັ້ງແຕ່ປະຕູ ທ່າກຳປັ່ນ ໄປຈົນເຖິງຂົວທ່າກຳປັ່ນ ໄດ້ຊ່ວຍໃຫ້ການປະສານງານ ການຂຸດຄົ້ນມີປະສິດທິພາບ ກວ່າເກົ່າ.

ປັດຈຸບັນ, ທ່າກຳປັ່ນສາກົນ ເຕິນກາງ - ກ໋າຍແມັບ ແມ່ນປະຕູ ທີ່ສຳຄັນ ໃນການເຊື່ອມຕໍ່ສິນຄ້າ ຈາກບັນດາສູນກາງ ອຸດສາຫະກຳຂະໜາດໃຫຍ່ ເຊັ່ນ: ນະຄອນ ໂຮ່ຈີມິນ, ດົ່ງນາຍ, ໄຕນິງ ແລະ ເຂດທົ່ງພຽງແມ່ນ້ຳຂອງ ກັບຕະຫຼາດສາກົນ. ທ່າກຳປັ່ນ ພວມຂຸດຄົ້ນ 12 ເສັ້ນທາງບໍລິການ ການເດີນ ກຳປັ່ນສາກົນ, ເຊື່ອມຕໍ່ກັບກວ່າ 50 ທ່າກໍາປັ່ນໃຫຍ່ຢູ່ ອາຊີ, ເອີຣົບ, ອາເມລິກາເໜືອ ແລະ ອາເມລິກາໃຕ້, ພ້ອມທັງດຶງດູດ ສິນຄ້າ ຂົນຖ່າຍຈາກ ກຳປູເຈຍ ແລະ ເຂດອາຊີຕາເວັນອອກສ່ຽງໃຕ້.

 

ລະບົບທ່າກຳປັ່ນ ຂອງ ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ໄດ້ປະກອບສ່ວນຮັບປະກັນແຫຼ່ງສະໜອງ ໃຫ້ແກ່ພື້ນຖານ ເສດຖະກິດ ດ້ວຍກຳປັ່ນສາກົນ ມາທຽບທ່າ ຫຼາຍຮ້ອຍຖ້ຽວ ໃນແຕ່ລະວັນ. ພາບ: ທົງຫາຍ/VNP
ລະບົບເຄນຍົກຍ້າຍ ຕູ້ຄອນເທນເນີ ຂຶ້ນລົງກຳປັ່ນ. ພາບ: ທົງຫາຍ/VNP

 

ການຫັນເປັນ ດີຈີຕອນ ແມ່ນທິດທາງຈຸດສຸມ ໃນຍຸດທະສາດ ການພັດທະນາຂອງ ເຕິນກາງ ໄຊງ່ອນ. ວິສາຫະກິດ ໄດ້ໝູນໃຊ້ ຫຼາຍແພລດຟອມເຕັກໂນໂລຊີ ເຊັ່ນ: ePort, eDO (ເອກະສານ ເອເລັກໂຕຣນິກ) ແລະ eBooking (ການຈອງແບບ ເອເລັກໂຕຣນິກ), ເຊິ່ງຊ່ວຍໃຫ້ສາມາດເຮັດລະບຽບການ ແບບອອນລາຍ ໄດ້ຕະຫຼອດ 24/7. ນອກຈາກນັ້ນ, ບັນດາລະບົບຄຸ້ມຄອງທ່າກຳປັ່ນອັດສະລິຍະ, ປະຕູອັດຕະໂນມັດ ແລະ ການຕິດຕາມຍານພາຫະນະດ້ວຍ GPS ໄດ້ຊ່ວຍຫຼຸດຜ່ອນ ການແອອັດ, ປັບປຸງການດຳເນີນງານໃຫ້ດີທີ່ສຸດ ແລະ ຍົກສູງ ປະສິດທິພາບ ໃນການຂຸດຄົ້ນ.  

ທ່ານ ຕ້າມິງວາງ, ປະທານສະພາສະມາຊິກ ບໍລິສັດ ບໍລິການ ຂໍ້ມູນຂ່າວສານ CEH ຈຳກັດ - ຫົວໜ່ວຍພັດທະນາ ລະບົບ ທ່າກຳປັ່ນທະເລ ດີຈີຕອນ “Make in Vietnam” ໃຫ້ຮູ້ວ່າ ການໝູນໃຊ້ ເຕັກໂນໂລຊີ ໄດ້ຊ່ວຍຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍ ຢ່າງຫຼວງຫຼາຍ. ໃນເມື່ອກ່ອນ ຄອນເທນເນີໜຶ່ງ ອາດຕ້ອງໃຊ້ເວລາ ເຖິງ 3 ວັນ ເພື່ອເຮັດລະບຽບການ ຜ່ານ ທ່າກຳປັ່ນໃຫ້ສຳເລັດ, ແຕ່ ໃນປັດຈຸບັນ ແມ່ນໃຊ້ເວລາພຽງແຕ່ ບໍ່ເທົ່າໃດນາທີໃນການປະເມີນຜົນ ຜ່ານ ດີຈີຕອນ.

 

ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ບັນລຸຜະລິດຕະພັນ ຍີ່ຫໍ້ແຫ່ງຊາດ ປີ 2024. ພາບ: ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ
ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ຕ້ອນຮັບນາມມະຍົດ ວິລະຊົນ ແຮງງານ ແລະ ສະເຫຼີມສະຫຼອງ ວັນມູນເຊື້ອ ຄົບຮອບ 35 ປີ ໃນປີ 2024. ພາບ: ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ

ດ້ວຍບັນດາການປະກອບສ່ວນທີ່ສຳຄັນ ໃຫ້ແກ່ເສດຖະກິດ ແລະ ການຄ້າຂອງປະເທດຊາດ, ເຕິນກາງ ໄຊງ່ອນ  ໄດ້ຮັບນາມມະຍົດ “ວິລະຊົນ ແຮງງານ” ຈາກທ່ານນາຍົກລັດຖະມົນຕີ ເຖິງ 2 ຄັ້ງ ແລະ ບັນລຸລາງວັນ ຍີ່ຫໍ້ແຫ່ງຊາດ ຕິດຕໍ່ກັນ 8 ຄັ້ງ, ເຊິ່ງເປັນການ ຢືນຢັນ ບົດບາດຖານະ ຂອງວິສາຫະກິດທ່າກຳປັ່ນທະເລ ແລະ logistics ຊັ້ນນຳຂອງ ຫວຽດນາມ.

ບົດ ແລະ ພາບ: ທົງຫາຍ/VNP - ແປໂດຍ: ບິກລຽນ


top