ເຄື່ອງປັ້ນດິນເຜົາ ເຕິນທິ້ງ ຟື້ນຟູຄຸນຄ່າ ທ່ີດີເລີດ ຂອງ ບາດຈ່າງ
ດ້ວຍຄວາມມຸ່ງໝັ້ນທີ່ຈະປະຕິຮູບ ແລະ ພັດທະນາ ບົນພື້ນຖານ ມໍລະ ດົກ ຂອງ ໝູ່ບ້ານຫັດຖະກຳ, ເຄື່ອງປັ້ນດິນເຜົາເຄືອບ ເຕິນທິ້ງ ກຳລັງ ສ້າງໂສມໜ້າໃໝ່ ໃຫ້ແກ່ເຄື່ອງປັ້ນດິນເຜົາ ບາດຈ່າງ. ດ້ວຍຜະລິດຕະ ພັນ ທີ່ເຄືອບ ນໍ້າເຄືອບ “ຊ໋ວຍຫງອກ” ເຊິ່ງເປັນລິຂະສິດ, ເຄື່ອງໝາຍ ສິນຄ້ານີ້ ບໍ່ພຽງແຕ່ເຮັດໃຫ້ຄຸນຄ່າດັ້ງເດີມ ມີຄວາມອຸດົມສົມບູນຂຶ້ນ ຕື່ມເທົ່ານັ້ນ, ແຕ່ຍັງມີສ່ວນຮ່ວມ ໃນການ ນຳເອົາ ເຄື່ອງປັ້ນດິນເຜົາ ຫວຽດນາມ ຢຶດຄອງຕະຫຼາດ ເທື່ອລະກ້າວດ້ວຍພາສາ ແຫ່ງ ຄວາມ ປະດິດຄິດສ້າງ ຂອງ ຍຸກສະໄໝ.
ດ້ວຍຄວາມມຸ່ງໝັ້ນທີ່ຈະປະຕິຮູບ ແລະ ພັດທະນາ ບົນພື້ນຖານ ມໍລະ ດົກ ຂອງ ໝູ່ບ້ານຫັດຖະກຳ, ເຄື່ອງປັ້ນດິນເຜົາເຄືອບ ເຕິນທິ້ງ ກຳລັງ ສ້າງໂສມໜ້າໃໝ່ ໃຫ້ແກ່ເຄື່ອງປັ້ນດິນເຜົາ ບາດຈ່າງ. ດ້ວຍຜະລິດຕະ ພັນ ທີ່ເຄືອບ ນໍ້າເຄືອບ “ຊ໋ວຍຫງອກ” ເຊິ່ງເປັນລິຂະສິດ, ເຄື່ອງໝາຍ ສິນຄ້ານີ້ ບໍ່ພຽງແຕ່ເຮັດໃຫ້ຄຸນຄ່າດັ້ງເດີມ ມີຄວາມອຸດົມສົມບູນຂຶ້ນ ຕື່ມເທົ່ານັ້ນ, ແຕ່ຍັງມີສ່ວນຮ່ວມ ໃນການ ນຳເອົາ ເຄື່ອງປັ້ນດິນເຜົາ ຫວຽດນາມ ຢຶດຄອງຕະຫຼາດ ເທື່ອລະກ້າວດ້ວຍພາສາ ແຫ່ງ ຄວາມ ປະດິດຄິດສ້າງ ຂອງ ຍຸກສະໄໝ.
ສ້າງຕັ້ງຂຶ້ນໃນປີ 2013, ສະຫະກອນແຫ່ງນີ້ ໄດ້ເຕົ້າໂຮມເອົາ ຊ່າງ ທີ່ສິ ມືດີ 11 ຄົນ ຂອງໝູ່ບ້ານ ພາຍໃຕ້ການນຳພາຂອງທ່ານ ເຈິ່ນດຶກເຕິນ - ນັກສິລະປິນດີເດັ່ນ. ນັບຕັ້ງແຕ່ມື້ທຳອິດ, ທ່ານ ແລະ ເພື່ອນຮ່ວມງານ ໄດ້ ກຳນົດໄວ້ວ່າ ບໍ່ພຽງແຕ່ຈະຟື້ນຟູ ເຕັກນິກ ການເຄືອບ ແບບບູຮານ ທີ່ຄຸ້ນເຄີຍເທົ່ານັ້ນ, ແຕ່ຕ້ອງສ້າງ ຜະລິດຕະພັນທີ່ມີເອກະລັກ ສະເພາະ ຕົວ ແລະ ເໝາະກັບ ວິຖີຊີວິດ ໃນປັດຈຸບັນ.
ທ່ານ ເຈິ່ນດຶກເຕິນ ໄດ້ເປີດໃຈວ່າ: “ຄົນ ບາດຈ່າງ ຍາມໃດກໍທະນຸຖະ ໜອມ ແລະ ເຄົາລົບ ສິ່ງທີ່ບັນພະບຸລຸດໄດ້ປະໄວ້ໃຫ້. ແຕ່ຖ້າ ພວກເຮົາ ຮັກສາແຕ່ຄຸນຄ່າເກົ່າໆ ໄວ້ ໂດຍບໍ່ມີການ ສ້າງສັນສິ່ງໃໝ່, ເຄື່ອງປັ້ນ ດິນເຜົາ ດັ້ງເດີມ ກໍຍາກຈະເຂົ້າເຖິງຕະຫຼາດ ທັນສະໄໝ. ພວກເຮົາ ຢາກ ສືບທອດຄຸນຄ່າທ່ີດີເລີດນັ້ນ ດ້ວຍວິທີການ ອອກແບບໃໝ່”. ຈາກ ຄວາມເປັນຫ່ວງດັ່ງກ່າວ, ເຕິນທິ້ງ ໄດ້ໃຊ້ເວລາຫຼາຍປີ ໃນການຄົ້ນຄວ້າ ເພື່ອໃຫ້ກຳເນີດ ແບບນໍ້າເຄືອບ ຊ໋ວຍຫງອກ, ເຊິ່ງເປັນນໍ້າເຄືອບ ແນວ ທີ່ສ້າງ ເອກະລັກ ໃຫ້ແກ່ ເຄື່ອງໝາຍສິນຄ້ານີ້. ນີ້ແມ່ນຜົນຂອງ ການ ທົດລອງ ເປັນເວລາ 5 ປີ ດ້ວຍວັດຖຸດິບທັງໝົດ ແມ່ນຢູ່ ພາຍໃນປະເທດ ພ້ອມກັບ ເຕັກນິກ ການປະສົມສູດລັບສະເພາະຕົວ.
ຜະລິດຕະພັນຕ່າງໆ ແມ່ນຖືກເຜົາ ຢູ່ໃນອຸ່ນຫະພູມແຕ່ 1.250 ຫາ 1.300 ອົງສາເຊ, ສ້າງໃຫ້ຜິວຂອງການເຄືອບມີຄວາມໃສແຈ້ງ ຄືກັບ ອັນຍະມະນີ. 5 ໂທນສີທີ່ເປັນເອກະລັກ ເຊິ່ງເປັນສັນຍະລັກ ໃຫ້ແກ່ ວັດຖຸທັງຫ້າ ທີ່ເປັນຕົ້ນກຳເນີດ ຂອງໂລກຄື (ທາດເຫຼັກ, ທາດໄມ້, ທາດນ້ຳ, ທາດໄຟ, ທາດດິນ) ບໍ່ພຽງແຕ່ສະທ້ອນເຖິງ ຈິດວິນຍານ ຂອງ ຊາວຕາເວັນອອກເທົ່ານັ້ນ, ແຕ່ຍັງມີຄວາມງາມ ແບບທັນສະໄໝ ອີກ ດ້ວຍ. ພາຍໃຕ້ແສງສະຫວ່າງ, ຜົນງານຫຼາຍສິ້ນ ຈະປະກົດມີການໂປ່ງ ແສງ ແລະ ປ່ຽນແປງໄດ້ຫຼາກຫຼາຍສີສັນ.
ທ່ານ ເຈິ່ນດຶກເຕິນ ໃຫ້ຮູ້ວ່າ: “ສິ່ງທີ່ເຮັດໃຫ້ ນໍ້າເຄືອບ ຊ໋ວຍຫງອກ ມີ ຄຸນຄ່າພິເສດ ກໍຄື ຄວາມເປັນເອກະລັກ ສະເພາະຕົວ (ມີພຽງໜຶ່ງດຽວ ໃນໂລກ). ແປວໄຟຍາມໃດກໍມີ ການປ່ຽນແປງ ໃນແບບຂອງມັນເອງ. ຈະບໍ່ມີຜະລິດຕະພັນສອງສິ້ນໃດ ທີ່ຄືກັນຮ້ອຍສ່ວນຮ້ອຍ. ແຕ່ລະຜົນ ງານ ແມ່ນການຕົກຜະນຶກ ຂອງດິນ, ນ້ຳ ແລະ ໄຟ ໃນຊ່ວງເວລາທີ່ບໍ່ ສາມາດເກີດຊ້ຳໄດ້”.
ບໍ່ພຽງແຕ່ຢຸດຢູ່ທີ່ ເຕັກນິກ ການເຄືອບເທົ່ານັ້ນ, ເຕິນທິ້ງ ຍັງໄດ້ປະສົມ ປະສານ ສິລະປະການຂຽນຕົວອັກສອນ ຫວຽດໂບຮານ ລົງໃນ ເຄື່ອງປັ້ນດິນເຜົາ ເພື່ອເພີ່ມຄວາມເລິກເຊິ່ງ ທາງດ້ານວັດທະນະທຳ. ຄຳຄົມ, ປັດຊະຍາຊີວິດ ຫຼື ຄຳອວຍພອນ ໃຫ້ມີຄວາມສະຫງົບສຸກ ຖືກຂຽນດ້ວຍມືໃສ່ໃນແຕ່ລະຜະລິດຕະພັນ, ເຮັດໃຫ້ຜົນງານ ແຕ່ລະສິ້ນ ກາຍເປັນເລື່ອງລາວສະເພາະຕົວ. ເສັ້ນທາງແຫ່ງການປະຕິຮູບນັ້ນ ບາງຄັ້ງ ກໍຕ້ອງປະເຊີນກັບຄວາມສົງໄສ. “ມີບາງໄລຍະ ພວກເຮົາຄືວ່າ ຈະຕ້ອງໄດ້ມອດໄຟໃນເຕົາເຜົາ, ແຕ່ຖ້າພວກເຮົາບໍ່ກ້າ ທີ່ຈະເດີນຕາມ ເສັ້ນທາງຂອງຕົນເອງ, ພວກເຮົາຈະບໍ່ສາມາດສ້າງ ເຄື່ອງໝາຍການຄ້າ ທີ່ເປັນຂອງຕົນເອງໄດ້” - ທ່ານ ເຈິ່ນດຶກເຕິນ ຫວນຄືນເຖິງເຫດການ ໃນອະດີດ.
ຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ ໄດ້ຮັບການຍອມຮັບ. ໃນປີ 2023, ຊຸດຜະລິດຕະພັນເຄືອບ ນໍ້າເຄືືອບ ຊ໋ວຍຫງອກ ໄດ້ຮັບການ ຢັ້ງ ຢືນເປັນສິນຄ້າ OCOP ລະດັບ 5 ດາວ ລະດັບຊາດ (ໂຄງການ “ໜຶ່ງ ຕາແສງ ໜຶ່ງຜະລິດຕະພັນ”). ນີ້ແມ່ນຂີດໝາຍສຳຄັນ, ຢືນຢັນ ເຖິງ ຄວາມສາມາດ ໃນການສ້າງສັນ ແລະ ທີ່ຕັ້ງ ຂອງ ເຄື່ອງປັ້ນດິນເຜົາ ເຕິນທິ້ງ ໃນທ້ອງຕະຫຼາດ.
ສຳລັບນັກສິລະປິນດີເດັ່ນ ເຈິ່ນດຶກເຕິນແລ້ວ, ການຟື້ນຟູ ຄຸນຄ່າ ທ່ີດີ ເລີດ ຂອງ ບາດຈ່າງ ບໍ່ແມ່ນການລະຖິ້ມຮາກເຫງົ້າ, ແຕ່ແມ່ນ ວິທີການ ເຮັດໃຫ້ ມໍລະດົກດັ່ງກ່າວ ສືບຕໍ່ມີຊີວິດຊີວາ ໃນຍຸກສະໄໝໃໝ່. ຈາກໝູ່ ບ້ານ ບາດຈ່າງ, ເຕິນທິ້ງ ກຳລັງກ້າວໄປເທື່ອລະກ້າວ ເພື່ອນຳເອົາເລື່ອງ ລາວຂອງເຄື່ອງປັ້ນດິນເຜົາ ຫວຽດນາມ ກະຈາຍອອກໄປ ໃຫ້ໄກ ກວ່າ ເກົ່າ ຢູ່ເທິງແຜນທີ່ຫັດຖະກຳ ວິຈິດສິນ ຂອງໂລກ.
ບົດ: ວີຖາວ - ພາບ: ແທັງຢາງ/VNP

















