ເຂົ້າໜົມໄຢ່ ໃນ ວັນບຸນ ຂອງ ຊາວເຜົ່າ ມົ້ງຂຽວ

ເຂົ້າໜົມໄຢ່ ໃນ ວັນບຸນ ຂອງ ຊາວເຜົ່າ ມົ້ງຂຽວ

 ຊາວເຜົ່າ ມົ້ງຂຽວ ຖືເຂົ້າໜົມໄຢ່ (ເຂົ້າໜົມປຽກປູນ) ເປັນ ສັນຍາລັກຂອງ ດວງຈັນ ແລະ ດວງອາທິດ, ເປັນບ່ອນກຳເນີດ ຂອງ ມວນມະ ນຸດ ແລະ ສັບພະສິ່ງໃນໂລກ. ເຂົ້າໜົມໄຢ່ ຍັງແມ່ນ ປະເພດເຂົ້າໜົມເພື່ອການເສັ່ນໄຫວ້ທີ່ຂາດບໍ່ໄດ້ ​ຢູ່​ເທິງ​ແທ່ນ​ບູຊາ​ ຂອງ​ ຄອບຄົວ​ຊາວ​ເຜົ່າ​ມົ້ງຂຽວ ໃນທຸກ​ວັນ​ບຸນ ​ແລະ ​ປີ​ໃໝ່.

ຊາວ​ເຜົ່າ ​ມົ້ງຂຽວ ຢູ່ເມືອງ ​ມົກ​ເຈົາ (ແຂວງ ເຊີນລາ) ຈະເຮັດເຂົ້າໜົມ ໄຢ່ ໃນໂອກາດງານບຸນປະເພນີ ອັນເປັນມູນເຊື້ອ. 

ຄືກັນກັບຊາວເຜົ່າ ກິງ, ຊາວເຜົ່າ ມົ້ງຂຽວໃຊ້ເຂົ້າໜຽວ ເພື່ອເຮັດ ເຂົ້າໜົມ. ເຂົ້າໜຽວໄຮ່ ນໍາມາມ່າໄວ້ປະມານ 3-4 ຊົ່ວໂມງ, ເອົາອອກ, ປະໄວ້ໃຫ້ສະເດັດນໍ້າແລ້ວ ເທລົງ ຫວດໜຶ້ງ. ເມື່ອເຂົ້າໜຽວສຸກຍັງຮ້ອນເປັນອາຍ ກໍ່ນຳໃສ່ຄົກ ຕຳໃຫ້ແຫຼກ. 

ຄົກແມ່ນເຮັດຈາກ ລຳຕົ້ນໄມ້ ເຈາະເປັນຮູ, ສະນັ້ນຈຶ່ງມີຮູບຮ່າງຄ້າຍຮາງ. ສາກຕຳ ກໍໄດ້ເຮັດດ້ວຍໄມ້ເນື້ອດີ ແລະ ໜັກຫຼາຍ. ເຖິງ​ວ່າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ສາມາດ​ຫຼາຍ​ປານ​ໃດ, ​ແຕ່ຂັ້ນຕອນຕຳເຂົ້າໜົມໄຢ່ແມ່ນໜັກໜາສົມພໍຄວນ, ຮຽກຮ້ອງຜູ້ຕໍາ ຕ້ອງມີສຸຂະພາບດີ ນັບທັງຄວາມອົດທົນອີກດ້ວຍ. 


ປົກກະຕິແລ້ວ, ວຽກງານຕຳເຂົ້າໜົມໄຢ່ ແມ່ນຜູ້ຊາຍໄວໜຸ່ມ ຈະເປັນຮັບຜິດຊອບ ແລະ ມີສອງຄົນຈັບສາກ ຢືນຢູ່ສອງຂ້າງຄົກ. ບັນດາອ້າຍບ່າວຈະພະຍາຍາມຕຳຢ່າງໄວ ເມື່ອເຂົ້າໜຽວ ໃນຄົກຍັງອຸ່ນ ແຕ່ແຫຼກດີແລ້ວ ກໍຖືວ່າສຳເລັດ. 

ທັນທີຫຼັງຈາກບັນດາອ້າຍບ່າວ ຢຸດມື ແມ່ນເຖິງຄາວບັນດານາງສາວ ສະແດງຄວາມຄ່ອງແຄ້ວຂອງເຂົາເຈົ້າ. ທຳອິດ​ເຂົາ​ເຈົ້າ​ຈະ​ປັ້ນ​ເຂົ້າໜົມເປັນຮູບມົນແລ້ວ​ຫໍ່​ດ້ວຍ​ໃບ​ກ້ວຍ​ ທີ່​ໄດ້ຜ່ານການລົນ​ໄຟ. ຈາກນັ້ນ, ເຂົາເຈົ້າຄ່ອຍໆ ກົດເຂົ້າໜົມດ້ວຍມື ເພື່ອສ້າງ ເປັນຮູບກົມແປ ຄືຮູບດວງຈັນ ແລະ ດວງອາທິດ. ຍ້ອນ​ໄດ້​ຮັບ​ການ​ຕຳຢ່າງແຫຼກດີ, ສະນັ້ນເຂົ້າໜົມໄຢ່ ຂອງຊາວເຜົ່າ ມົ້ງຂຽວຈຶ່ງມີຄວາມແຊບໜຽວ ແລະ ເກັບໄວ້ໄດ້ດົນ​.

ຊາວເຜົ່າ ມົ້ງຂຽວ ພຽງແຕ່ເຮັດເຂົ້າໜົມ ໄຢ່ ໃນໂອກາດງານບຸນປະເພນີອັນເປັນມູນເຊື້ອ. ບາງທີດ້ວຍເຫດນັ້ນ ເມື່ອມີໂອກາດ, ສະຖານທີ່ເຮັດເຂົ້າໜົມ ໄດ້ກາຍເປັນຈຸດນັດພົບ ຂອງ ບ່າວ ສາວ ໃນໝູ່ບ້ານສະເໝີ. ເປັນບ່ອນທີ່ອ້າຍບ່າວ ສະແດງໃຫ້ເຫັນຄວາມເຂັ້ມແຂງ, ນາງສາວ ສະແດງ ຄວາມຄ່ອງແຄ້ວ ແລະ ພາຍຫຼັງໂອກາດຕ່າງໆ ຄືດັ່ງກ່າວ ມີຄູ່ບ່າວ ສາວ ຫຼາຍຄູ່ ໄດ້ກາຍເປັນຜົວເປັນເມຍ. 

ປັດຈຸ​ບັນ, ​ໃນ​ງານ​ເທດສະການ​ວັດທະນະທຳ ​ທີ່​ສຳຄັນ​ຢູ່ ເມືອງ ມົກ​ເຈົາ (ແຂວງ ເຊີນລາ) ຍັງ​ຈັດພິທີສະແດງການເຮັດເຂົ້າໜົມ ໄຢ່ ຂອງຊາວເຜົ່າ ມົ້ງຂຽວ. ນັກທ່ອງທ່ຽວ ຈະໄດ້ສຳຜັດ ກັບການ ເຮັດເຂົ້າໜົມ ໄຢ່, ຊີມເຂົ້າໜົມຫາກໍ່ເຮັດໃໝ່ ທີ່ຍັງມີກິ່ນຫອມ ​ແລະ​ ຍິ່ງໄປກວ່ານັ້ນແມ່ນ​ໄດ້​ເຂົ້າ​ຮ່ວມການເຄື່ອນໄຫວ ດ້ານວັດທະນະທຳ ຊຸມ​ຊົນ​ທີ່​ເປັນ​ເອກະລັກ ສະ​ເພາະ​ ຂອງ ຊາວ​ເຜົ່າ​ມົ້ງຂຽວ.

ນັກ​ທ່ອງ​ທ່ຽວ ​ລອງກຳລັງ ຕຳ​ເຂົ້າ​ໜົມ ໄຢ່ ທີ່ສິ້ນເປືອງເຫື່ອແຮງ ຂອງ ຊາວເຜົ່າ ມົ້ງຂຽວ ຢູ່ ມົກເຈົາ. 

ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ


top