ເຂົ້າໜົມ ຖົ່ວຂຽວ ໂຮ້ຍອານ
ເຂົ້າໜົມຖົ່ວຂຽວ ໂຮ້ຍອານ ແຕ່ດົນນານມາແລ້ວ ໄດ້ກາຍ ເປັນ ຂອງຕ້ອນອັນລ້ຳຄ່າ ທີ່ໃຜໆ ເມື່ອມາຍັງ ໂຮ້ຍອານ ກໍ ຢາກຊື້ເມືອເປັນຂອງຕ້ອນ ສຳລັບພີ່ນ້ອງ ແລະ ໝູ່ເພື່ອນ. ມັນ ບໍ່ພຽງແຕ່ດຶງດູດຜູ້ໃຫຍ່ເທົ່ານັ້ນ, ແຕ່ຍັງເປັນອາຫານວ່າງ ທີ່ເດັກນ້ອຍຫຼາຍຄົນນິຍົມມັກ. ເມື່ອກິນແລ້ວ, ທ່ານຈະຮູ້ສຶກ ເຖິງຄວາມກອບ ຂອງ ເຂົ້າໜົນຊັ້ນນອກ ແລະ ຂ້າງໃນ ທີ່ ອ່ອນຫວານ ຄ່ອຍໆ ລະລາຍໃນປາກ ເຮັດໃຫ້ທ່ານ ເມື່ອກິນ ແລ້ວຢາກກິນອີກ.
ເຂົ້າໜົມຖົ່ວຂຽວ ມີມາແຕ່ດົນນານແລ້ວ. ທຸກມື້ນີ້, ຢູ່ ໂຮ້ຍ ອານ ຍັງມີຫຼາຍຄອບຄົວ ໄດ້ຮັກສາປະເພນີ ການເຮັດ ເຂົ້າ ໜົມຖົ່ວຂຽວ ດ້ວຍສູດພິເສດສະເພາະຂອງຕົນເອງ.
ແປ້ງເຂົ້າໜົມ ເຮັດຈາກຖົ່ວຂຽວ. ເພື່ອໃຫ້ແປ້ງເຂົ້າໜົມແຊບ ແລະ ອ່ອນນຸ້ມ, ຜູ້ເຮັດຕ້ອງເລືອກຖົ່ວຂຽວ ເມັດນ້ອຍ, ໃຈສີ ເຫຼືອງ. ຫຼັງຈາກນັ້ນນຳໄປໝ່ານໍ້າ, ຮ່ອນເອົາເປືອກອອກ ແລະ ຕົ້ມຈົນສຸກ. ເມື່ອຖົ່ວຂຽວ ສຸກແລ້ວ ຈະເອົາໄປບົດ ໃຫ້ ລະອຽດ ເພື່ອໃຫ້ເປັນແປ້ງຖົ່ວຂຽວ.
ຂັ້ນຕອນຕໍ່ໄປແມ່ນຂັ້ນຕອນສຳຄັນທີ່ສຸດ ໃນການເຮັດເຂົ້າ ໜົມ, ນັ້ນຄືການປະສົມແປ້ງ ກັບ ນ້ຳຕານ. ຂັ້ນຕອນນີ້ ແມ່ນ ຂຶ້ນກັບຄວາມສາມາດ ແລະ ປະສົບການ ຂອງ ຜູ້ເຮັດ, ເຂົາ ເຈົ້າຈະປະສົມນ້ຳ ໃນປະລິມານ ທີ່ພໍດີ, ບໍ່ໃຫ້ແປ້ງແຫ້ງ ຫຼື ປຽກເກີນໄປ, ເພາະວ່າ ຖ້າແປ້ງບໍ່ໄດ້ມາດຕະຖານ, ເຂົ້າໜົມ ກໍ່ຈະບໍ່ຕິດກັນ ແລະ ບໍ່ແໜ້ນ.
ເຂົ້າໜົມຖົ່ວຂຽວ ໂຮ້ຍອານ ໄດ້ຕິດພັນກັບໄວເດັກ ຂອງ ຫຼາຍໆ ຄົນ ໃນຄຸ້ມເມືອງເກົ່າແຫ່ງນີ້ ເນື່ອງຈາກວ່າ ເຂົ້າໜົມ ແຕ່ລະກ້ອນ ມັນມີເລື່ອງລາວ ທີ່ເຮັດໃຫ້ນຶກເຖິງຊ່ວງໜ່ຶງໃນ ອະດີດ. ເຂົ້າໜົມໄດ້ ເຮັດໃຫ້ສຳເລັດ ດ້ວຍສີມືອັນຊຳນານ ແລະ ຄ່ອງແຄ່ວ ຂອງ ຊ່າງເຮັດເຂົ້າໜົມ ເພື່່ອສົ່ງເຖິງ ຜູ້ຄົນ ເໝືອນດັ່ງເປັນຄຳຂອບໃຈ ຢ່າງຈິງໃຈຕໍ່ການມາຢ້ຽມຢາມ ຄຸ້ມເມືອງ ເກົ່າ ໂຮ້ຍອານ ຂອງ ເຂົາເຈົ້າ.
ບົດ ແລະ ພາບໂດຍ: ຮວ່າງເຈືອງ - ແປໂດຍ: ບິກລຽນ