ເກີບໄມ້ ບິ່ງເຍີມ
ອາຊີບເຮັດເກີບໄມ້ພື້ນເມືອງ ຢູ່ບ້ານ ບິ່ງເຍີມ (ນະຄອນ ຖ້ວນອານ, ແຂວງ ບິ່ງເຢືອງ) ກຳເນີດຂຶ້ນເມື່ອ 100 ກວ່າ ປີກ່ອນ ເຄີຍມີຊື່ສຽງໂດ່ງດັງໄປທົ່ວພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ດ້ວຍບັນດາຄູ່ເກີບໄມ້ ທີ່ມີຄວາມທົນທານ ແລະ ສວຍງາມ ເປັນເອກະລັກ.
ຕົ້ນສະຕະວັດທີ XIX, ຕາມຮອຍ ຂອງ ຜູ້ອົບພະຍົບ, ເກີບໄມ້ ໄດ້ເລີ່ມປະກົດຕົວຢູ່ 6 ແຂວງ ພາກໃຕ້ ຫວຽດນາມ. ໃນເວລານັ້ນ, ບໍ່ແມ່ນໃຜກໍມີເງື່ອນໄຂ ທີ່ຈະໃສ່ຊຸດນຸ່ງແບບ ຕາເວັນຕົກ ແລະ ໃສ່ເກີບຕາເວັນຕົກ. ເພາະສະນັ້ນ, ເກີບໄມ້ ໄດ້ກາຍເປັນເຄື່ອງແຟຊັ່ນທົ່ວໄປ, ນັບແຕ່ຜູ້ຊາຍ, ຜູ້ຍິງ, ຜູ້ເຖົ້າ ຫຼື ເດັກນ້ອຍ ລ້ວນແຕ່ສາມາດໃສ່ເກີບໄມ້ໄດ້. ສຽງເກີບໄມ້ ຢູ່ປາກຮ່ອມບ້ານ ແມ່ນການສົ່ງສັນຍານວ່າ ຄອບຄົວມີແຂກ ຫຼື ຍາດຕິພີ່ນ້ອງມາແຕ່ໄກ. ສຳລັບຜູ້ຍິງຫຼາຍຄົນ ຈະມີເກີບໄມ້ 2-3 ຄູ່, ເພື່ອອອກນອກ, ໄປຕະຫຼາດ... ກໍ່ແມ່ນວິທີສະແດງໃຫ້ເຫັນ ຄວາມ “ຊຳນານຍິ່ງ” ຕາມແນວຄວາມຄິດໃນເວລານັ້ນ.
ວັດຖຸດິບ ໃນການເຮັດເກີບໄມ້ ໂດຍປົກກະຕິ ແມ່ນໄມ້ເນື້ອອ່ອນ, ເບົາ, ເລື່ອຍງ່າຍ ແລະ ສ້າງຮູບຊົງງ່າຍ ເຊັ່ນ: ໄມ້ມີ້, ໄມ້ມ່ວງ, ໄມ້ພ້າວ, ໄມ້ແປກ ແລະ ອື່ນໆ... ການເຮັດເກີບໄມ້ ຕ້ອງຜ່ານ ຫຼາຍຂັ້ນຕອນຄື: ເລື່ອຍໄມ້ ໃຫ້ເປັນທ່ອນ, ຜ່າເປັນ ແຕ່ລະທ່ອນ ຕາມຂະໜາດ ຂອງເກີບ, ຫຼັງຈາກນັ້ນນຳເຂົ້າ ຈັກຕັດແລ້ວ ຂັດຫຍາບໆ ຕາມຮູບຮ່າງ ທີ່ກຳນົດໄວ້ຂອງເກີບ.
ນາຍຊ່າງ ຈະນຳເກີບ ທີ່ໄດ້ຂັດຫຍາບໆ ນັ້ນ ໄປຂາງໄຟ ເພື່ອໃຫ້ ນໍ້າ ໃນເນື້ອໄມ້ອອກ, ເຮັດໃຫ້ເກີບ ສຳເລັດຮູບຈະເບົາ, ຜູ້ໃສ່ ບໍ່ຮູ້ສຶກໜັກຕີນ. ເຕົາ ຂອງ ບັນດາຄອບຄົວຢູ່ ບິ່ງເຍີມ ໃຊ້ດ້ວຍຟືນ ແລະ ຂີ້ເລື່ອຍ. ລໍຖ້າໃຫ້ໂຕເກີບ ເຢັນ, ນາຍຊ່າງ ຈະຂັດ ໃຫ້ກ້ຽງ, ເຫຼື້ອມ ແລະ ທາສີ. ຂັ້ນຕອນສຸດທ້າຍ ເພື່ອໃຫ້ມີ ຜະລິດຕະພັນສຳເລັດຮູບ ຄື ຕອກພື້ນຮອງເກີບ, ສາຍເກີບ ຫຼື ທາສີຕົບແຕ່ງ ແມ່ນ ເຮັດຕາມຄວາມຕ້ອງການຂອງລູກຄ້າ.
ເມື່ອຄ່ອຍໆ ມີເຄື່ອງຈັກເຂົ້າມາ, ບັນດາຂັ້ນຕອນຄື ເລື່ອຍ ໂຕເກີບ ຫຼື ຂັດຫຍາບ, ຂັດກ້ຽງ ໄດ້ນາຍຊ່າງນໍາໃຊ້ ເພື່ອ ຜະລິດ ເກີບ ໄດ້ໄວຍິ່ງຂຶ້ນ. ເຄີຍມີໄລຍະໜຶ່ງ ຊາວ ບິ່ງເຍີມ ຕ້ອງຜະລິດ ເກີບໄມ້ ຈົນລືມກິນ, ລືມນອນ ເພື່ອຕອບສະໜອງ ຕາມໃບສັ່ງ ສິນຄ້າຂອງລູກຄ້າ.
ເກີບມີຫຼາຍປະເພດເຊັ່ນ: ເກີບໄມ້, ເກີບໄມ້ທາສີ, ເກີບໄມ້ ແກະ ສະຫຼັກລວດລາຍ. ດ້ວຍຄວາມຮຽກຮ້ອງຕ້ອງການຈາກລູກຄ້າ, ເກີບໄມ້ ຫຼາຍຊະນິດ ທີ່ຜະລິດອອກ ນັບມື້ນັບ ມີຫົວຄິດ ປະດິດສ້າງ ຫຼາຍຍິ່ງຂຶ້ນ ແລະ ມີການສົມທົບກັບຂະແໜງຫັດຖະກຳ ອື່ນໆ ເຊັ່ນ: ການທາສີ, ການຖັກແສ່ວດ້ວຍມື, ຕິດ ໝາກຕຸ້ມ ເພື່ອສ້າງເປັນຄູ່ເກີບ ທີ່ມີຄຸນຄ່າ ດ້ານຄວາມງາມສູງ.
ຍ້ອນມີຄຸນນະພາບທົນທານ, ສວຍງາມ ແລະ ຕົວແບບທີ່ອຸດົມສົມບູນ, ເກີບໄມ້ ບິ່ງເຍີມ ຄ່ອຍໆ ຢືນຢັນຊື່ສຽງຂອງຕົນໃນຕະຫຼາດ. ຊາວທ້ອງຖິ່ນ ຍັງປັບປຸງຜະລິດຕະພັນ ຢ່າງບໍ່ຢຸດຢັ້ງ ເມື່ອປະສົມປະສານ ກັບສິລະປະ ສີຂັດມັນພື້ນເມືອງ ເພື່ອສ້າງເປັນຜະລິດຕະພັນສຳເລັດຮູບ ມີສີສັນ ແລະ ລວດລາຍທີ່ເປັນຈັບຕາຈັບໃຈ.
ອາຊີບຜະລິດເກີບໄມ້ ຍັງຄົງຕົວ ແລະ ພັດທະນາ ແມ່ນຍ້ອນຄວາມສະດຸ້ງໄວ, ໄຫວພິບ ແລະ ມີຫົວຄິດປະດິດສ້າງ ຂອງນາຍຊ່າງຫັດຖະກຳ ບິ່ງເຍີມ.