ເກາະ ຕ່ວນເຈົາ - ແດນສະຫວັນ ແຫ່ງການທ່ອງທ່ຽວ ຢູ່ອ່າວ ຮ້າລອງ

ເກາະ ຕ່ວນເຈົາ - ແດນສະຫວັນ ແຫ່ງການທ່ອງທ່ຽວ ຢູ່ອ່າວ ຮ້າລອງ

ເກາະຕ່ວນເຈົາ ຫ່າງຈາກໃຈກາງນະຄອນ ຮ້າລອງ ປະມານ 2 ກມ, ໂດຍມີເນື້ອທີ່ເຖິງ 400 ເຮັກຕາ. ຍ້ອນມີເງື່ອນໄຂສະດວກ ທັງທາງນ້ຳ ແລະ ທາງບົກ, ການເດີນທາງໄປຍັງເກາະ ແມ່ນສະດວກສະ ບາຍ. ສະຖານທີ່ແຫ່ງນີ້ ຖືເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ທີ່ສຳຄັນ ຂອງ ນະຄອນ ແຄມທະເລ ຮ້າລອງ, ແຂວງ ກວາງນິງ.

ຫ່າງຈາກໃຈກາງ ນະຄອນ ຮ້າ​ລອງ ປະມານ 2 ກມ, ​ເຂດ​ທ່ອງ​ທ່ຽວ​ສາກົນ​ ຕ່ວນ​ເຈົາ (ນະຄອນ ​ຮ້າ​ລອງ) ມີຝ່ັງທະເລ ທີ່ຍາວຢຽດ ຊຶ່ງ ດຶງດູດ​ນັກ​ທ່ອງ​ທ່ຽວ  ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທໍາມະຊາດໄດ້ ໂປດປານ ໃຫ້ເຂດດິນບໍ່ແຮ່ ກວາງນິງ ທັດສະນີຍະ ພາບຫຼາຍແຫ່ງທີ່ສວຍງາມ. ໃນ​ບັນ​ດາທິວທັດ ທີ່ມີຊື່ສຽງ​ເຫຼົ່າ​ນີ້ ກໍ ຕ້ອງກ່າວເຖິງ ຕ່ວນເຈົາ ຊຶ່ງໄດ້ປຽບເໝືອນ ເກາະໄຂ່ມຸກ ກັບຫາດ ຊາຍຂາວນຽນ ທ່ີທອດຍາວ ແລະ ນໍ້າທະເລ ໃສສະອາດ. ​ໃນເມື່ອ​ກ່ອນ, ​ຕ່ວນເຈົາ​ ເປັນ​ເກາະ​ແຍກ​ຕ່າງ​ຫາກ, ​ແຕ່​ປັດຈຸ​ບັນ​ ໄດ້​ສ້າງ​ເສັ້ນ ທາງ​ເຊື່ອມ​ຕໍ່ແລ້ວ.

ເຖິງ​ວ່າ ​ເປັນ​ທະ​ເລ​ທຽມ​ ກໍ່ຕາມ, ​ແຕ່​ ຕ່ວນ​ເຈົາ ​ບໍ່​ເຄີຍ​ສູນ​ເສຍ​ຄວາມ​ດຶງ​ດູດຕໍ່​ນັກ​ທ່ອງ​ທ່ຽວ ຢູ່​ພາຍ​ໃນ ​ແລະຕ່າງປະ​ເທດ. ເປັນ ຊາຍຫາດ ທີ່ມີຫາດ ຊາຍຂາວ ນຸ້ມ, ເໝາະສຳລັບນັກທ່ອງທ່ຽວ ໃນ ການຫຼິ້ນສະໜຸກສະໜານ ແລະ ເຂົ້າຮ່ວມ ກິດຈະກຳຕ່າງໆ ຢູ່ເທິງ ທະເລ. ຍິ່ງ​ກວ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ທີ່ມາຍັງ ຮ້າລອງ ຈະມີຄວາມປະ ທັບໃຈ ຕໍ່​ເສັ້ນທາງ​ຍາວ 2 ກມ ​ທີ່ເຊື່ອມ​ຕໍ່​ເກາະ ​ແລະ ​ດິນຕໍ່ແຜ່ນ.

ຕ່່ວນເຈົາ ກຳລັງ ເປັນຈຸດນັດໝາຍ ​ທີ່​ໜ້າ​ສົນ​ໃຈ ​ສຳລັບ​ນັກ​ທ່ອງ​ທ່ຽວ​ ຫຼາຍ​ຄົນ ​ເມື່ອ​ມາຍັງ ​ຮ້າ​ລອງ. ຖ້າ​​ໄປ​ຕາມທາງ​ດ່ວນ, ຕ່ວນ ເຈົາ ຫ່າງຈາກ ຮ່າໂນ້ຍ 120 ກມ​. ນີ້​ແມ່ນແດນສະຫວັນ ແຫ່ງການ ພັກຜ່ອນ ກັບ ​​ຣີ​ສອດ ລະດັບ 5 ດາວ​ ແລະ​ ໂຮງ​ແຮມ ຊັ້ນນຳ​ຫຼາຍ ແຫ່ງ​. ພິ​ເສດ, ຢູ່ທີ່ນີ້ມີ ​ທ່າ​ກຳ​ປັ່ນທ່ອງທ່ຽວໃຫຍ່​ທີ່​ສຸດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ມີສະຖານທ່ີບັນ​ເທີງ​ຂະໜາດ​ໃຫຍ່. ທີ່ນີ້ຍັງ​ເປັນຈຸດ​ເລີ່ມ​ຕົ້ນ ​ຂອງ​ ການ​ເດີນກໍາປັ່ນ ທັງໝົດ ເພື່ອ​ສຳ​ຫຼວດ​ອ່າວ​ ຮ້າ​ລອງ.

ສະຖານທີ່ໜຶ່ງ ທີ່ບໍ່ຄວນພາດເມື່ອມາເຖິງ ຕ່ວນເຈົາ ແມ່ນເຂດ ສະ ຖານບັນເທີງ, ຢູ່ທ່ີນີ້ມີເກມການຫຼິ້ນ ສະໜຸກ ທັງວັນ ຫຼາຍຢ່າງບໍ່ມີ ເບື່ອ. ສະຖານທ່ີຫຼິ້ນກາງແຈ້ງ ມີພື້ນທ່ີເຖິງ 5 ເຮັກຕາ ຊຶ່ງໄດ້ສ້າງ ຈໍາລອງສິ່ງມະຫັດສະຈັນ ຂອງ ໂລກ. ນອກຈາກນີ້, ເມື່ອມາເຖິງ ຕ່ວນເຈົາ ນັກທ່ອງທ່ຽວບໍ່ຄວນພາດຊົມ ການສະແດງກາຍຍະສິນ ຂອງ ປາໂລມາ, ສິງໂຕທະເລ, ແມວນໍ້າ ຊຶ່ງເປັນກິດຈະກໍາ ທ່ີນັກ ທ່ອງທ່ຽວ ນິຍົມ, ໂດຍສະເພາະແມ່ນເດັກໆ.

ສໍາລັບຜູ້ທີ່ມັກຜະຈົນໄພ ກໍສາມາດທົດສອບ ກັບການຫຼິ້ນ ກິລາ ທາງນໍ້າ ເຊັ່ນ ກະດານໂຕ້ຄື້ນ, ຂີ່ແຈ໋ສກີ, ພາຍເຮືອກາຍັກ, ກາໂນ ດຶງຈ້ອງ ແລະ ອື່ນໆ. 



ເຂົ້າໄປຂ້າງໃນແມ່ນຄຸ້ມຖະໜົນອາຫານການກິນ ຊຶ່ງມີອາຫານ ທີ່ ຫຼາກຫຼາຍ, ລວມທັງອາຫານ ເອີຣົບ ແລະ ອາຊີ ກັບບັນດາຮ້ານ ອາ ຫານ ທີ່ໄດ້ຮັບການອອກແບບ ຕາມສະຖາປັດຕະຍະກຳ ພະລາຊະ ວັງໂດຍສະເພາະ. ເມື່ອເຂົ້າເຖິງເຂດໃຈກາງ, ທ່ານຈະຮູ້ສຶກຕື່ນເຕັ້ນ ກັບບັນດາກິດຈະກໍາບັນເທີງ ທ່ີທັນສະໄໝ ແລະ ເປັນເອກະລັກ ຢູ່ ທ່ີນີ້.                    

ເວ​ລາ​ທີ່​ດີ​ທີ່​ສຸດ​ ເພື່ອມາທ່ຽວຊົມ ​ເກາະ ຕ່ວນເຈົາ, ອ່າວ ຮ້າລອງ ແມ່ນເລີ່ມແຕ່ ​ຕົ້ນ​ເດືອນ ​ພຶດ​ສະ​ພາ ​ຫາ​ທ້າຍ ​ເດືອນ​ກັນ​ຍາ, ໃນ ຊ່ວງເວລານີ້ ອາກາດຈະເຢັນສະບາຍ ເໝາະແກ່ການທໍາ ກິດຈະກໍາ ຕ່າງໆ ເຊັ່ນ: ການທ່ຽວຊົມທີວທັດ, ພັກຜ່ອນຕາມຫາດຊາຍ, ນີ້ກໍ່ ເປັນຊ່ວງ ເວລາ ເດີນທາງແບບປະຫຍັດ ເພື່ອທ່ຽວຊົມ ຕ່ວນເຈົາ.       


ຕັ້ງຢູ່ຕິດກັບອ່າວ ຮ້າລອງ, ຕ່ວນເຈົາ ແມ່ນຈຸດເລີ່ມຕົ້ນທີ່ດີ ສຳລັບ ການສຳຫຼວດ ຮ້າລອງ ພາຍໃນວັນຂອງທ່ານ, ແຕ່ບໍ່ແມ່ນຕາມ ແບບດັ້ງເດີມ, ຫາກແມ່ນການຊົມພາບທັງໝົດ ຂອງເກາະຫີນ ປູນ ນັບຫຼາຍພັນໜ່ວຍ ທີ່ມີຄວາມງາມຫຼາກຫຼາຍ ຈາກກຳປັ່ນທ່ອງທ່ຽວ. ກຳປັ່ນທ່ອງທ່ຽວ ນັບຫຼາຍສິບລໍາ ທີ່ມີເຄື່ອງເຟີນີເຈີ ຄົບຊຸດ ລະດັບ ຊັ້ນນຳ ພ້ອມແລ້ວທີ່ຈະພາ ທ່ານອອກສູ່ທະເລ. ຕື່ນເຊົ້າເທິງກຳ ປັ່ນ ທ່ອງທ່ຽວ ທີ່ກຳລັງ ລອຍລ່ອງ ເທິງໜ້ານ້ຳທະເລ, ລໍຖ້າດວງຕາ ເວັນ ຂຶ້ນ ແລະ ອີ່ມທ້ອງດ້ວຍບັນດາເຍື່ອງ ອາຫານທະເລ ທີ່ສົດແຊບ... ແມ່ນປະສົບການຕົວຈິງທີ່ຕ້ອງໄດ້ທົດລອງຈັກຄັ້ງ ໜຶ່ງໃນຊີວິດ.   

ຈາກ ຕ່ວນເຈົາ, ນັກທ່ອງທ່ຽວສາມາດ ໄປຍັງຈຸດ ຂີ່ເຮືອ ກາຍັກ  ຢູ່ອ່າວ ຮ້າລອງ.

 

 ຈາກສະຖານີລົດເມ ໝີ໊ດິ່ງ ໄປຍັງເກາະ ຕ່ວນເຈົາ ຮ້າລອງ ໂດຍ ທາງດ່ວນ ຮ່າໂນ້ຍ - ກວາງນິງ, ໃຊ້ເວລາພຽງແຕ່ 2,5 ຊົ່ວໂມງເທົ່າ ນັ້ນ. ມີຫຼາຍບໍລິສັດ ລົດໃຫຍ່ limousine, vip ດ້ວຍລາຄາປີ້ແຕ່ 180.000 ດົ່ງ ຫາ 250. 000 ດົ່ງ (ປະມານ 8 – 10 ໂດລາ ສະຫະ ລັດ). ຈາກ​ຖະໜົນ​​ໃຫຍ່​ໄປ​ເຖິງ​ເກາະ, ວິທີ​ການ​ຂົນ​ສົ່ງ​ທີ່​ປອດ​ໄພ​ທີ່​ສຸດ​ ແມ່ນ​ລົດ​ ແທັກ​ຊີ, ພຽງ​ແຕ່​ເສຍ​ເງິນ ສອງ-ສາມ ໝື່ນ​ດົ່ງ ທ່ານກໍ​ສາມາດ ມາຍັງ​ເກາະທີ່ສວຍງາມ ນີ້ ຂອງ ​ອ່າວ​ ຮ້າ​ລອງ​.

ຖ້າ​ເດີນທາງ ຈາກ​ນະ​ຄອນ​ໂຮ່​ຈິີມິນ ທາງຍົນ​, ທ່ານ​ສາ​ມາດລົງ ຈອດ ທີ່ສະໜາມບິນ ກາດບີ (ແຂວງ ຫາຍຟ່ອງ) ຫຼື ສະໜາມ ບິນ ເວິນໂດ່ນ​ (ແຂວງ ກວາງນິງ)​, ຫຼັງ​ຈາກ​ນັ້ນໃຊ້ ລົດແທັກຊີ ຫຼື​ ລົດ​ເມ​ຕາມເສັ້ນ​ທາງ​ດ່ວນ ຮ້າລອງ - ຕ່ວນເຈົາ. 
ເສັ້ນທາງດ່ວນ ກາດບີ -​ ຮ້າລອງ ມີຄວາມຍາວປະມານ 25 ກມ, ໃຊ້ເວລາເດີນທາງ ປະມານ 30 ນາທີ. 

ເສັ້ນທາງດ່ວນ ເວິນໂດ່ນ -ຮ້າລອງ ມີຄວາມຍາວ ປະມານ 50 ກມ, ໃຊ້ເວລາໃນການເດີນທາງ ປະມານ 1 ຊົ່ວໂມງ.   

 

 

ບົດ: ວີຖາວ - ພາບ: ກົງດາດ - ແປໂດຍ: ບິກລຽນ


top